ອະດີດນາຍົກລັດຖະມົນຕີຍີປຸ່ນ ທ່ານຢາຊຸຮິໂຣ ນາກາຊອນເນະ ທີ່ນິຍົມແນວທາງເດີມຈັດ ທີ່ໄດ້ຊຸກຍູ້ໃນການເປັນພັນທະມິດທາງທະຫານຢ່າງເຂັ້ມແຂງກັບສະຫະລັດນັ້ນ ໄດ້ເຖິງແກ່ອະສັນຍະກຳໄປແລ້ວ ຮວມອາຍຸໄດ້ 101 ປີ.
ຫ້ອງການຂອງລູກຊາຍທ່ານ ທ່ານຮີໂຣຟູມິ ນາກາຊອນເນະ ໄດ້ໃຫ້ການຢືນຢັນວ່າ ອະດີດຜູ້ນຳຂອງຍີ່ປຸ່ນ ໄດ້ເຖິງແກ່ອະສັນຍະກຳໃນວັນສຸກມື້ນີ້ ທີ່ໂຮງໝໍແຫ່ງນຶ່ງໃນນະຄອນຫຼວງໂຕກຽວ. ສາເຫດຂອງການເສຍຊີວິດນັ້ນ ຍັງບໍ່ທັນເປັນທີ່ຮູ້ກັນເທື່ອ.
ໃນເວລາທ່ານເປັນນາຍົກລັດຖະມົນຕີແຕ່ປີ 1982 ຫາ 1987 ນັ້ນ ທ່ານນາກາຊອນເນະ ແມ່ນເປັນທີ່ຮູ້ກັນວ່າ ພະຍາຍາມທີ່ຈະຮວມເອົາປະເທດຍີປຸ່ນ ຊຶ່ງໄດ້ ເສຍໄຊໃນສະໄໝສົງຄາມໂລກຄັ້ງທີ 2 ໃຫ້ໄດ້ເປັນສະມາຊິກໂດຍເຕັມຂອງປະເທດຕາເວັນຕົກລະຫວ່າງສົງຄາມເຢັນ. ນອກນັ້ນ ທ່ານຍັງເປັນທີ່ຮູ້ກັນດີກ່ຽວກັບການມີຄວາມສຳພັນທີ່ອົບອຸ່ນກັບປະທານາທິບໍດີໂຣນັນ ຣີແກນຂອງສະຫະລັດ.
ທ່ານນາກາຊອນເນະໄດ້ສຸມຄວາມພະຍາຍາມຂອງທ່ານໃສ່ການສ້າງຄວາມສຳພັນທີ່ເຂັ້ມແຂງກັບສະຫະລັດ ໃນເວລາທີ່ພວມມີຄວາມເຄັ່ງຕຶດເພີ້ມຂຶ້ນກັບປະເທດທີ່ມີເສດຖະກິດໃຫຍ່ສຸດຂອງໂລກ. ທ່ານໄດ້ເພີ້ມການໃຊ້ຈ່າຍທາງດ້ານທະຫານ ໂດຍໄດ້ພະຍາຍາມທີ່ຈະທຳການປ່ຽນແປງ ຕໍ່ລັດຖະທຳມະນູນທີ່ຮັກສັນຕິຂອງປະເທດຍີ່ປຸ່ນ ແລະໄດ້ຖືກຈົດຈຳ ໃນຖານະທີ່ເປັນຜູ້ຮ້ອງຂໍໃຫ້ມີຄວາມຮັກຊາດທີ່ບໍ່ສະທ້ານຢ້ານກົວ ຊຶ່ງໃນບາງຄັ້ງກໍໄດ້ຖືກຕ້ອງຕິນັ້ນ.
ທ່ານນາກາຊອນເນະທີ່ເຄີຍເປັນນາຍທະຫານເຮືອສະໄໝສົງຄາມໂລກຄັ້ງທີ 2 ແມ່ນໄດ້ຮູ້ເຫັນເປັນພະຍານຕໍ່ການປະລາໄຊແລະຄວາມເສຍຫາຍຮ້າຍແຮງຂອງປະເທດຍີປຸ່ນ. ສີ່ທົດສະວັດຕໍ່ມາທ່ານກໍໄດ້ເປັນປະທານກຳກັບໃນຄວາມສຳເລັດສຸດຍອດທາງດ້ານເສດຖະກິດຂອງປະເທດຍີປຸ່ນ.