ກຳລັງຮັກສາຄວາມສະຫງົບຂອງອີຣັກ ໄດ້ໃຊ້ລູກປືນແທ້ ຍິງເຂົ້າໃສ່ພວກເດີນຂະບວນປະທ້ວງ ຊຶ່ງສ່ວນໃຫຍ່ແລ້ວແມ່ນບໍ່ມີອາວຸດໃນວັນພະຫັດວານນີ້ ໂດຍໄດ້ສັງຫານຢ່າງໜ້ອຍ 40 ຄົນ ຊຶ່ງເປັນມື້ນຶ່ງທີ່ນອງເລືອດທີ່ສຸດນັບແຕ່ການປະທ້ວງຕໍ່ຕ້ານລັດຖະບານເລີ້ມຂຶ້ນ ໃນເດືອນແລ້ວ ອີງຕາມຄຳເວົ້າຂອງພວກເຈົ້າໜ້າທີ່ຮັກສາຄວາມສະຫງົບແລະເຈົ້າໜ້າທີ່ການແພດ.
ມີບໍ່ຕ່ຳກວ່າ 25 ຄົນເສຍຊີວິດ ແລະ 200 ກວ່າຄົນໄດ້ຮັບບາດເຈັບ ເວລາກຳລັງຮັກສາຄວາມສະຫງົບຍິງປືນເຂົ້າໃສ່ພວກປະທ້ວງ ທີ່ຕັນທາງແລະຂົວຫລາຍແຫ່ງ ຢູ່ເມືອງນາຊີຣິຢາ ໃນພາກໃຕ້ຂອງປະເທດ ໃນວັນພະຫັດວານນີ້.
ແບັກແດດກ່າວວ່າ ຕົນໄດ້ສົ່ງກຳລັງທະຫານໄປຕື່ມ ເພື່ອຟື້ນຟູຄວາມເປັນລະບຽບຮຽບຮ້ອຍ ໃນທົ່ວພາກໃຕ້ຂອງປະເທດອີຣັກ ບ່ອນທີ່ການປະທ້ວງໄດ້ເພີ້ມຄວາມຮຸນແຮງຂຶ້ນ ໂດຍທີ່ພວກເດີນຂະບວນໄດ້ພາກັນເຂົ້າໄປຍຶດເອົາຕຶກອາຄານແລະຂົວແຫ່ງຕ່າງໆ ແລະກໍໄດ້ປະທະກັບກຳລັງຮັກສາຄວາມສະຫງົບຊຶ່ງໄດ້ໃຊ້ລະເບີດນ້ຳຕາແລະລູກປືນແທ້ຍິງເຂົ້າໃສ່ພວກປະທ້ວງເກືອບວ່າໃນທຸກໆວັນ.
ອົງການນິລະໂທດກຳສາກົນ ໄດ້ປະນາມຄວາມຮຸນແຮງທີ່ເມືອງນາຊິຣິຢາ ໂດຍເອີ້ນເຫດການຢູ່ທີ່ນັ້ນວ່າ ເປັນການນອງເລືອດ.
ທ່ານລິນ ມາອາລູຟ ຜູ້ອຳນວຍການຝ່າຍຄົ້ນຄວ້າກ່ຽວກັບພາກຕາເວັນອອກກາງກ່າວວ່າ “ເຫດການຢູ່ທີ່ເມືອງນາຊິຣີຢາໃນຕອນເຊົ້າມື້ນີ້ ແມ່ນໃກ້ກັບສະພາບໃນສະໜາມລົບ ຫຼາຍກວ່າຫົນທາງແລະຂົວທີ່ຢູ່ໃນເມືອງ. ການສັງຫານແບບໂຫດຮ້າຍທີ່ວ່ານີ້ ເປັນພຽງເຫດການຫລ້າສຸດ ຂອງຄວາມຮຸນແຮງທີ່ດຳເນີນມາເປັນເວລາດົນນານແລ້ວ ບ່ອນທີ່ກຳລັງຮັກສາຄວາມສະຫງົບຂອງອີຣັກໄດ້ໃຊ້ຄວາມຮຸນແຮງຕໍ່ພວກປະທ້ວງ ຊຶ່ງສ່ວນໃຫຍ່ແລ້ວດຳເນີນໄປດ້ວຍຄວາມສະຫງົບ.”
ໂທລະພາບອາລຈາຊີຣາ ລາຍງານວ່າ ນາຍົກລັດຖະມົນຕີອາແດລ ອັບດູລ-ມາຫາດີ ໄດ້ປົດນາຍພົນໂທຈາມິລ ອາລ-ຊາມມາຣີ ໃນເວລາບໍ່ຮອດນຶ່ງມື້ຫຼັງຈາກທ່ານໄດ້ແຕ່ງຕັ້ງໃຫ້ຜູ້ກ່ຽວເຂົ້າຮັບໜ້າທີ່ເພື່ອນຳເອົາຄວາມເປັນລະບຽບຮຽບຮ້ອຍໃຫ້ກັບຄືນມາສູ່ແຂວງດີກາ ຊຶ່ງມີເມືອງນາຊິຣິຢາເປັນເມືອງເອກນັ້ນ. ສື່ມວນຊົນໃນທ້ອງຖິ່ນຍັງລາຍງານວ່າ ໃນຕອນແລງຂອງວັນພະຫັດວານນີ້ ເຈົ້າແຂວງໆດີກາ ກໍໄດ້ລາອອກແລ້ວ.
ທີ່ນະຄອນຫຼວງແບັກແດດ ກຳລັງຮັກສາຄວາມສະຫງົບ ໄດ້ຍິງສັງຫານ 4 ຄົນແລະບາດເຈັບອີກຢ່າງໜ້ອຍ 22 ຄົນ ໃນຂະນະທີ່ພວກປະທ້ວງພະຍາຍາມຈະຂ້າມຂົວອາຣາ ຊຶ່ງນຳໄປສູ່ເຂດທີ່ມີການຍາມຮັກສາຄວາມປອດໄພຢ່າງເຄັ່ງຄັດອັນເປັນທີ່ຕັ້ງຂອງລັດຖະບານອີຣັກ ທີ່ເອີ້ນກັນວ່າກຣີນໂຊນນັ້ນ.