ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ປ. ທ​ຣຳ ທີ່​ໄປຢ້ຽມ​ຢາມ ອັ​ຟ​ກາ​ນິ​ສ​ຖານ ໂດຍ​ບໍ່​​ປະ​ກາດ​ລ່ວງ​ໜ້າ ກ່າວ​ວ່າ ພວກ​ຕາ​ລີ​ບານ ຕ້ອງ​ການ​ຢຸດ​ຍິງ


ປ. ດ​ໍ​ໂນ​ລ ທ​ຣຳ ຖືຈານ​ອາ​ຫານ ໃນ​ວັນ​ຂອບ​ຄຸນ​ພະ​ເຈົ້າ ໃນ​ການ​ຢ້ຽມ​ຢາມ​ອັ​ຟ​ກາ​ນິ​ສ​ຖານ ແບບ​ບໍ່​ມີ​ການ​ປະ​ກາດ​ໃຫ້​ຊ​າບ​ລ່ວງ​ໜ້າ ທີ່​ສະ​ໜາມ​ບິນ​ບັກ​ຣາມ ອັ​ຟ​ກາ​ນິ​ສ​ຖານ ວັນ​ທີ 28 ພະ​ຈິກ 2019.
ປ. ດ​ໍ​ໂນ​ລ ທ​ຣຳ ຖືຈານ​ອາ​ຫານ ໃນ​ວັນ​ຂອບ​ຄຸນ​ພະ​ເຈົ້າ ໃນ​ການ​ຢ້ຽມ​ຢາມ​ອັ​ຟ​ກາ​ນິ​ສ​ຖານ ແບບ​ບໍ່​ມີ​ການ​ປະ​ກາດ​ໃຫ້​ຊ​າບ​ລ່ວງ​ໜ້າ ທີ່​ສະ​ໜາມ​ບິນ​ບັກ​ຣາມ ອັ​ຟ​ກາ​ນິ​ສ​ຖານ ວັນ​ທີ 28 ພະ​ຈິກ 2019.

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ໄດ້​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ທະ​ຫານ​ອາ​ເມ​ຣິ​ກັນຢູ່​ອັ​ຟ​ກາ​ນິ​ສ​ຖານ ໃນ​ວັນ​ຂອບ​ຄຸນ​ພະ​ເຈົ້າ ແບບ​ບໍ່​ມີ​ການ​ປະ​ກາດລ່ວງ​ໜ້າບ່ອນ​ທີ່​ທ່ານໄດ້​ແຈ້ງ​ໃຫ້​ຊາບ​ວ່າລັດ​ຖະ​ບານ​ຂອງ​ທ່ານ​ໄດ້​ເລີ້ມ​ການເຈ​ລະ​ຈາ​ສັນ​ຕິ​ພາບ​ຄືນ​ໃໝ່ ກັບ​ພວກ​ກະ​ບົດ​ຕາ​ລີ​ບານ ແລະ​ກຸ່ມ​ກະ​ບົດ​ດັ່ງ​ກ່າວເຕັມ​ໃຈ​ທີ່​ຈະ​ໃຫ້​ການ​ເຄົາ​ລົບ​ຕໍ່​ການ​ຢຸດ​ຍິງ.

ຂ່າວ​ການ​ເດີນ​ທາງ​ໄປ​ຢ້ຽມ​ຢາມໃນ​ຄັ້ງ​ນີ້ ​ມີ​ຂຶ້ນບໍ່​ຮອດ​ສາມ​ເດືອນ ຫຼັງ​ຈາກ​ທ່ານທ​ຣຳ​ໄດ້​ສັ່ງ​ໃຫ້​ຢຸດ​ເຊົາ​ການ​ເຈ​ລະ​ຈາ​ທີ່​ມີ​ມາ​ເປັນ​ເວ​ລາ​ນຶ່ງ​ປີລະ​ຫວ່າງ​ສະ​ຫະ​ລັດກັບ​ພວກ​ກະ​ບົດ​ຕາ​ລີ​ບານໃນ​ຂະ​ນະ​ທີ່​ທັງ​ສອງ​ຄູ່​ປໍ​ລະ​ປັກ​ໃກ້​ຈະ​ມີ​ການ​ເຊັນ​ຂໍ້​ຕົກລົງ ເພື່ອ​ຍຸ​ຕິ​ສົງ​ຄາມ​ໃນ​ອັ​ຟ​ກາ​ນິ​ສ​ຖານ​ທີ່​ດຳ​ເນີນ​ມາ​ເປັນ​ເວ​ລາ 18 ປີ​ແລ້ວ​ຊຶ່ງເປັນ​ການ​ປະ​ຕິ​ບັດ​ງານ​ທາງ​ທະ​ຫານ​ຢູ່​ໃນ​ຕ່າງ​ປະ​ເທດ​ທີ່​ຍືດ​ເຍື້ອ​ຍາວ​ນານ​ທີ່​ສຸດຂອງ​ອາ​ເມ​ຣິ​ກາ.

Afghanistan Trump
please wait
Embed

No media source currently available

0:00 0:00:58 0:00

ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ​ກ່າວ​ໃນ​ລະ​ຫວ່າງ​ການ​ພົບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ອັ​ຟ​ກາ​ນິ​ສຖານ ທ່ານ​ອາ​ສ​ຣັຟ ກາ​ນີ ທີ່​ສະ​ໜາມ​ບິນ​ບັກ​ຣາມ​ວ່າ “ພວກ​ຕາ​ລີ​ບານ​ຢາກ​ເຮັດ​ຂໍ້​ຕົກລົງ ແລະ​ພວກ​ເຮົາ​ກໍ​ໄດ້​ພົບ​ພໍ້​ກັບ​ພວກ​ເຂົາແລະ​ພວກ​ເຮົາ​ກໍ​ເວົ້າ​ວ່າຈະ​ຕ້ອງມີ​ການ​ຢຸດ​ຍິງ ແລະ​ພວກ​ເຂົາ​ບໍ່​ຢາກ​ໃຫ້​ມີ​ການ​ຢຸດ​ຍິງແລະ​ເວ​ລານີ້ພວກ​ເຂົາ​ຕ້ອງ ການ​ຢາກ​ໃຫ້​ມີ​ການ​ຢຸດ​ຍິງ.”

ທ່ານ​ທ​ຣຳ​ກ່າວ​ຕື່ມ​ວ່າ “ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ ບາງ​ທີ ​ມັນ​ອາດ​ຈະ​ໄດ້​ຜົນ​ແນວນັ້ນ ແລະພວກ​ເຮົາ​ຈະ​ເຫັນ​ວ່າ​ແມ່ນ​ຫຍັງ​ຈະ​ເກີດ​ຂຶ້ນ.”

ໃນ​ເວ​ລານີ້ ຍັງ​ບໍ່​ມີ​ປະ​ຕິ​ກິ​ຣິ​ຍາ​ແບບ​ໃດ​ເທື່ອ​ຈາກ​ພວກ​ຕາ​ລີ​ບານ ຜູ້​ຊຶ່ງ​ໄດ້​ປະ​ຕິ​ເສດ​ຊ້ຳ​ແລ້ວ​ຊ້ຳ​ອີກ​ຕໍ່​ການ​ຮຽກ​ຮ້ອງ​ໃຫ້​ມີ​ການ​ຢຸດ​ຍິງ ຈົນ​ກວ່​າ​ຂໍ້​ຕົກ​ລົງ​ໃນ​ການຖອນ​ທະ​ຫານ​ຕ່າງ​ປະ​ເທດ​ອອກ​ໄປ​ທັງ​ໝົດ​ກັບ​ສະ​ຫະ​ລັດ​ໄດ້​ບັນ​ລຸ​ກັນ​ເສຍ​ກ່ອນ.”

ມີ​ທະ​ຫານ​ອາ​ເມ​ຣິ​ກັນ​ຕ່ຳ​ກວ່​າ 14,000 ຄົນ​ປະ​ຈຳ​ການ​ຢູ່​ໃນ​ອັ​ຟ​ກາ​ນິ​ສ​ຖານ​ເວ​ລານີ້. ໃນ​ການ​ກ່າວ​ເຖິງ​ການ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ອັ​ຟ​ກາ​ນິ​ສ​ຖານ​ເທື່ອ​ທຳ​ອິດຂອງ​ທ່ານ​ໃນ​ວັນ​ພະ​ຫັດ​ວານນີ້ນັ້ນ ທ່ານ​ທ​ຣຳ​ໄດ້​ໃຫ້​ການ​ຢືນ​ຢັນ​ອີກ​ເທື່ອ​ນຶ່ງວ່າ ທ່ານ​ຫວັງ​ວ່​າ​ຈະ​ຫລຸດ​ກຳ​ລັງ​ທະ​ຫານ​ອາ​ເມ​ຣິ​ກັນ​ໃນ​ປະ​ເທດ​ດັ່ງ​ກ່າວ​ລົງ​ໃຫ້​ເຫຼືອຢູ່ 8,600 ຄົນ ແຕ່​ກໍ​ປາ​ກົດ​ວ່າຕ້ອງ​ມີ​ການ​ເຊື່ອມ​ໂຍງ​ກັບ​ການ​ເຄື່ອນ​ໄຫວ​ເພື່ອເຮັດ​ຂໍ້​ຕົກ​ລົງ​ສັນ​ຕິ​ພາບ​ກັບ​ພວກ​ຕາ​ລີບ​ານ.

ພວກ​ເຮົາ​ຈະ​ຢູ່​ທີ່ນີ້ ຈົນ​ກວ່າວັນ​ເວ​ລາ​ທີ່​ພວກ​ເຮົາ​ສາ​ມາດ​ເຮັດ​ຂໍ້​ຕົກ​ລົງ ຫຼື​ພວກເຮົາ​ໄດ້​ຮັບ​ໄຊ​ຊະ​ນະ​ແບບ​ເດັດ​ຂາດ ແລະ​ພວກ​ເຂົາ​ຕ້ອງ​ການ​ຢາກ​ເຮັດ​ຂໍ້​ຕົກ​ລົງທີ່​ສຸດ.”

ຮ່າງ​ຂໍ້​ຕົກ​ລົງ​ລະ​ຫວ່າງ​ຄະ​ນະ​ເຈ​ລະ​ຈາ​ຂອງ​ສະ​ຫະ​ລັດ​ແລ​ພວກ​ກະ​ບົດ​ຕາ​ລີ​ບານມີ​ຂຶ້ນ​ແລ້ວ​ກ່ອນ​ທີ່​ທ່ານ​ທ​ຣຳ​ໄດ້​ສັ່ງ​ໃຫ້​ຍົກ​ເລີກ​ການ​ເຈ​ລະ​ຈາ​ເມື່ອ​ວັນ​ທີ 7 ກັນ​ຍາຜ່ານ​ມາ ຈະໄດ້​ກຳ​ນົດ​ຂັ້ນ​ຕອນ​ໃນ​ການ​ຖອນ​ທະ​ຫານ​ກຳ​ລັງ​ສະ​ຫະ​ລັດ​ອອກ​ຈາກອັ​ຟ​ກາ​ນິ​ສ​ຖານ.

ເພື່ອ​ເປັນ​ການ​ຕອບ​ແທນ ພວກ​ກະ​ບົດ​ຕາ​ລີ​ບານ​ໄດ້​ໃຫ້​ການ​ຄ້ຳ​ປະ​ກັນ​ຕໍ່​ການ​ປະຕິ​ບັດ​ງານ​ຕໍ່​ຕ້ານ​ພວກ​ກໍ່​ການ​ຮ້າຍ ແລະ​ໃຫ້​ຄຳ​ໝັ້ນສັນ​ຍາ​ວ່າຈະ​ເປີດ​ການ​ເຈ​ລະ​ຈາສັນ​ຕິ​ພາບ ລະຫວ່າງ ພັກ​ຝ່າຍ​ຕ່າງໆ​ໃນ​ອັ​ຟ​ກາ​ນິ​ສ​ຖານ ເພື່ອ​ຍຸ​ຕິ​ການ​ເປັນ​ປໍ​ລະ​ປັກ​ທີ່​ມີ​ມາ​ເປັນ​ເວ​ລາ​ຫຼາຍໆ​ທົດ​ສະ​ວັດ​ນັ້ນ ຢ່າງ​ເປັນ​ການ​ຖາ​ວອນ.

ລັດ​ຖະ​ບານ​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ​ໄດ້​ໂຈະ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ ໂດຍ​ອ້າງ​ເຫດຜົນ​ກ່ຽວ​ກັບ​ການ​ໂຈມ​ຕີ​ຂອງ​ພວກ​ກະ​ບົດ​ທີ່​ມີ​ມາ​ເປັນ​ລຳ​ດັບ​ຢູ່​ໃນ​ນະ​ຄອນ​ຫຼວງ​ກາບູ​ລ​ຂອງ​ອັ​ຟ​ກາ​ນິ​ສ​ຖານ ທີ່​ມີ​ທະ​ຫາ​ນ​ອາ​ເມ​ຣິ​ກັນ​ຄົນ​ນຶ່ງ​ຮວມ​ຢູ່​ໃນ​ພວກ​ເສຍ​ຊີ​ວິດຫຼາຍໆ​ຄົນ​ນັ້ນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສ​າ​ອັງ​ກິດ

XS
SM
MD
LG