ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສ່ວນ​ໃຫຍ່ ຂອງ​ອິນ​ເຕີ​ແນັດ ໃນ​ອີ​ຣ່ານ ຍັງ​ສືບ​ຕໍ່​ປິດ​ຢູ່ເປັນ​ມື້​ທີ 5 ແຕ່​ກໍ​ດີ​ຂຶ້ນ ​ໃນ​ເຂດ​ພາກ​ໃຕ້


ຜູ້​ຊາຍ​ຄົນ​ນຶ່ງ​ຖື​ສະ​ມາດ​ໂຟນ ທີ່​ຕໍ່​ໃສ່​ວາຍ​ຟາຍ ແຕ່​ບໍ່​ມີ​ອິນ​ເຕີ​ແນັດ.
ຜູ້​ຊາຍ​ຄົນ​ນຶ່ງ​ຖື​ສະ​ມາດ​ໂຟນ ທີ່​ຕໍ່​ໃສ່​ວາຍ​ຟາຍ ແຕ່​ບໍ່​ມີ​ອິນ​ເຕີ​ແນັດ.

ການ​ປິດ​ໃຊ້​ອິນ​ເຕີ​ແນັດ​ຄັ້ງ​ໃຫຍ່ໃນ​ທົ່ວ​ປະ​ເທດ​ອີ​ຣ່ານ​ແມ່ນແນ​ໃສ່​ເພື່ອປາບ​ປາມການ​ປະ​ທ້ວງ​ຕໍ່​ຕ້ານ​ລັດ​ຖະ​ບານ ທີ່ກ້າວ​ເຂົ້າ​ມື້​ທີຫົກ​ ໂດຍ​ທີ່ລະ​ດັບ​ການ​ຊົມໃຊ້​ ເລີ້ມ​ດີ​ຂຶ້ນ​ເລັກ​ນ້ອຍ ໃນ​ຂະ​ນະ​ທີ່​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ພວກ​ເຂົາ​ເຈົ້າ​ໄດ້​ເຊື່ອມໂຍງ​ຫຼາຍໆ​ເຂດ​ເຂົ້າຄືນໃນ​ຕາ​ໜ່າງ​ອິນ​ເຕີ​ແນັດ​ແລ້ວ.

ອີງ​ຕາມ​ການ​ສົ່ງ​ຂໍ້​ຄວາມ​ທາງ​ທວີດ​ເຕີ້​ຫຼາຍ​ຄັ້ງ​ ເມື່ອວັນ​ພະ​ຫັດ​ວານນີ້ ອົງການ ແນັດບ​ລັອກ​ສ໌ (NetBlocks) ຊຶ່ງ​ເປັນ​ອົງ​ການ​ຕິດ​ຕາມ​ສິ້ງ​ຊອມອິນ​ເຕີແນັດ​ທີ່​ມີ​ສຳ​ນັກ​ງານ​ຕັ້ງ​ຢູ່​ລອນດອນກ່າວວ່າ ການ​ປິດ​ການ​ໃຊ້​ອິນ​ເຕີ​ແນັດ​ເກືອບ​ທັງ​ໝົດໃນ​ອີ​ຣ່ານແມ່ນ​ເລີ້ມ​ດີ​ຂຶ້ນແດ່​ແລ້ວຫຼັງ​ຈາກ​ໄດ້​ປິດ​ມາ 113 ຊົ່ວ​ໂມງ ຈາກ​ລະ​ດັບ 5 ເປີ​ເຊັນ ເປັນ 10 ເປີ​ເຊັນ ແລະ 15 ເປີ​ເຊັນ​ໃນ​ຕອນ​ເຊົ້າ​ວັນ​ສຸກມື້ນີ້ ອີງ​ຕ​າມເວ​ລາ​ໃນ​ເຂດ​ທ້ອງ​ຖິ່ນ. ລະ​ດັບ​ການ​ເຊື່ອມ​ໂຍງ​ໄດ້​ຕົກ​ລົງ​ສູ່​ລະ​ດັບ 5 ເປີ​ເຊັນໃນ​ຕອນ​ແລງ​ຂອງມື້​ວັນ​ເສົາ​ແລ້ວ ແລະ​ສ່ວນ​ໃຫຍ່​ແມ່ນ​ຍັງ​ຢູ່​ໃນ​ລະ​ດັບ​ນັ້ນ ມາຈົນ​ຮອດ​ຕອນ​ບ່າຍ​ວັນ​ພະ​ຫັດ​ວານນີ້.

ອົງ​ການ​ຂ່າວ​ຂອງ​ທາງ​ການ​ອີ​ຣ່ານ​ລາຍ​ງານ​ວ່າ ເຈົ້າ​ໜ້າ​ທີ່​ເລີ້ມ​ຄ່ອຍໆ​ຟື້ນ​ຟູ​ການ​ເຂົ້າ​ເຖິງ​ອິນ​ເຕີ​ແນັດ​ຢູ່​ໃນ​ຫລາຍໆ​ເຂດ ຮວມ​ທັງ​ແຂວງ​ຮໍ​ມອ​ສ​ການ ໃນ​ພາກ​ໃຕ້ຂອງ​ປະ​ເທດ ຊຶ່ງ​ເປັນ​ທີ່​ຕັ້ງ​ຂອງ​ເມືອງ​ທ່າ​ບານ​ດາ ອາ​ບາ​ສ.

ໃນ​ການ​ຖະ​ແຫຼງ​ຕໍ່​ພວກ​ນັກ​ຂ່າວ​ທີ່​ນະ​ຄອນ​ຫຼວງ​ເຕ​ຫະ​ຣ່ານນັ້ນ ທ່ານ​ອາ​ໂບ​ຮາ-ຊານ ຟີ​ໂຣ​ຊາ​ບາ​ດີ ເລ​ຂາ​ທິ​ການ​ສູງ​ສຸດ​ສະ​ພາ​ໄຊ​ເບີ​ສະ​ເປ​ສ​ຂອງ​ອີ​ຣ່ານ​ກ່າວ​ວ່າ ອົງ​ການ​ຂອງ​ລັດ​ຈະ​ທຳ​ການ​ຕັດ​ສິນ​ໃຈ​ໃນ​ຕອນ​ແລງວັນ​ພະ​ຫັດກ່ຽວ​ກັບ​ວ່າ​ຈະ​ຢຸດ​ເຊົາການ​ປິດ​ອິນ​ເຕີ​ແນັດ​ເປັນ​ເວ​ລາຫ້າມື້​ຫຼືບໍ່ ຊຶ່ງ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ເພີ້ມ​ຕື່ມ​ໃຫ້​ແກ່​ເສດ​ຖະ​ກິດ​ທີ່​ອ່ອນ​ແອ​ຢູ່​ແລ້ວ ຍ້ອນ​ການ​ລົງ​ໂທດ​ຂອງ​ສະ​ຫະ​ລັດ. ທ່ານ​ໄດ້​ສະ​ແດງ​ຄວາມ​ຫວັງ​ອອກ​ມາ​ວ່າ ການ​ປິດ​ອິນ​ເຕີ​ແນັດ​ ຈະ​ຍຸ​ຕິ​ລົງ “ພາຍ​ໃນ​ສອງມື້​ຂ້າງ​ໜ້ານີ້.”

ເຈົ້າ​ໜ້າ​ທີ່​ອີ​ຣ່ານ​ໄດ້​ປິດ​ການ​ໃຊ້​ອິນ​ເຕີ​ແນັດ ເພື່ອ​ບໍ່​ໃຫ້​ພວກ​ນັກ​ເຄື່ອນ​ໄຫວ​ຝ່າຍ​ຄ້ານ​ຕິດ​ຕໍ່​ກັນ ແລະ​ນຳ​ອອກ​ເຜີຍ​ແຜ່​ຮູບ​ພາບ​ຕ່າງໆ​ ໃນ​ການ​ປະ​ທ້ວງ​ ຢູ່​ທົ່ວ​ປະ​ເທດ ທີ່​ເລີ້ມ​ຂຶ້ນ​ໃນ​ມື້​ວັນ​ສຸກ​ແລ້ວ ເພື່ອ​ເປັນ​ການ​ຕອບ​ໂຕ້​ຕໍ່​ການ​ຂຶ້ນ​ລາ​ຄາ​ນ້ຳ​ມັນ​ທີ່​ລັດ​ຖະ​ບານ​ໃຫ້​ເງິນ​ອຸດ​ໜຸນ 50 ເປີ​ເຊັນ.

ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ຂຽນ​ຂໍ້​ຄວາມ​ລົງ​ໃນ​ທວີດ​ເຕີ້​ວ່າ ອີ​ຣ່ານ​ໄດ້​ກາຍ​ເປັນ​ປະ​ເທດ “ທີ່​ບໍ່​ມີ​ສະ​ຖຽນ​ລະ​ພາບ​ຢ່າງ​ແຮງ” ທີ່​ເຮັດ​ໃຫ້​ລັດ​ຖະ​ບານ​ຕ້ອງ​ໄດ້ປິດການ​ໃຊ້​ອິນ​ເຕີ​ແນັດ ເພື່ອ​ບໍ່​ຢາກ​ໃຫ້​ຜູ້​ຄົນ​ໂອ້​ລົມ​ກັນ ກ່ຽວ​ກັບ​ຄວາມ​ຮຸນ​ແຮງທີ່​ເກີດ​ຂຶ້ນ​ພາຍ​ໃນ​ປະ​ເທດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG