ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ການ​ໄປ​ຢ້ຽມ ໂຮງ​ງານຜະ​ລິດ ບໍ​ລິ​ສັດ​ແອັບ​ເປີ ອາດ​ພາ​ໃຫ້ ມີ​ການ​ຊ່ວຍ​ບັນ​ເທົາ ການ​ເກັບ​ພາ​ສີ


ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໄປ​ຢ້ຽມ​ໂຮງ​ງານ​ຜະ​ລິດ ຂອງ​ບໍ​ລິ​ສັດ​ແອບ​ເປີ ໃນ​ວັນ​ພຸດ ທີ 20 ພະ​ຈິກ 2019. (AP Photo/ Evan Vucci)
ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໄປ​ຢ້ຽມ​ໂຮງ​ງານ​ຜະ​ລິດ ຂອງ​ບໍ​ລິ​ສັດ​ແອບ​ເປີ ໃນ​ວັນ​ພຸດ ທີ 20 ພະ​ຈິກ 2019. (AP Photo/ Evan Vucci)

ການ​ໄປ​ຢ້ຽມ​ຢາມ​ໂຮງ​ງານ​ຜະ​ລິດ​ຂອງ​ບໍ​ລິ​ສັດ​ແອັບ​ເປີທີ່​ລັດ​ເທັກ​ຊັ​ສ​ໃນ​ອາ​ທິດນີ້ ຂອງ ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ​ໄດ້​ເນັ້ນ​ໃຫ້​ເຫັນ​ເຖິງ​ການ​ເຕັ້ນ​ລຳທີ່​ພວມ​ດຳ​ເນີນ​ຢູ່ລະ​ຫວ່າງບໍ​ລິ ​ສັດ​ເຮັດ​ໂທ​ລະ​ສັບ​ອາຍ​ໂຟນ ແລະ​ລັດ​ຖະ​ບານ​ທ່ານ​ທ​ຣຳກ່ຽວ​ກັບ​ເລື້ອງ​ຈີນແລະ ​ການ​ເກັບ​ພາ​ສີ.

ການ​ໄປ​ຢ້ຽມ​ຢາມ​ດັ່ງ​ກ່າວ​ມີ​ຂຶ້ນ​ໃນ​ຂະ​ນະ​ທີ່​ສະ​ຫະ​ລັດ ກຳ​ນົດ​ຈະ​ເລີ້ມ​ເກັບ​ພາ​ສີໃໝ່​ຕໍ່​ການ​ນຳ​ເຂົ້າ​ຂອງ​ຈີນ​ໃນ​ວັນ​ທີ 15 ທັນ​ວານີ້ ອັນ​ເປັນ​ພ​າກ​ສ່ວນ​ນຶ່ງ​ຂອງສົງ​ຄາມ​ການ​ຄ້າ​ທີ່​ພວມ​ດຳ​ເນີນ​ຢູ່​ກັບ​ປັກ​ກິ່ງ.

ໃນ​ໝູ່​ບັນ​ດາ​ບໍ​ລິ​ສັດ​ເທັກ​ໂນ​ໂລ​ຈີ​ຂອງ​ສະ​ຫະ​ລັດ​ນັ້ນ ແອັ​ບ​ເປີ ແມ່ນ​ມີ​ຄວາມ​ສ່ຽງ​ທີ່​ສຸດ ໃນ​ເມື່ອ​ວ່າ​ຜະ​ລິດ​ຕະ​ພັນ​ຫຼາຍໆ​ຢ່າງ​ຂອງ​ບໍ​ລິ​ສັດ​ດັ່ງ​ກ່າວ ຮວມ​ທັງ​ໂທ​ລະສັບ​ອາຍ​ໂຟນ ໂມງ​ແອັ​ບ​ເປີ ແລະ​ອາຍ​ແພດ ແມ່ນ​ຜະ​ລິດ​ຢູ່​ຈີນ​ທັງ​ນັ້ນ.

ເສດ​ຖະ​ກິດ​ຂອງ​ຈີນ​ແລະ​ເຂດ​ຮ່ອມ​ພູ​ຊິ​ລີ​ກັນ​ໃນ​ສະ​ຫະ​ລັດ ແມ່ນ​ເຊື່ອມ​ໂຍງ​ກັນ​ໃນ​ວິ​ທີ​ທີ່​ສະ​ລັບ​ຊັບ​ຊ້ອນ. ໂຮງ​ງານ​ຈີນ​ທີ່​ເຮັດ​ຜະ​ລິດ​ຕະ​ພັນ​ຕ່າງໆ​ຂອງ​ບໍ​ລິ​ສັດ​ແອບ​ເປີ ທີ່​ມາ​ຈາກ​ສະ​ຫະ​ລັດ ແຕ່​ໂຮງ​ງານ​ຈີນ ​ກໍ​ໄດ້​ຜະ​ລິດ​ຊິ້​ນ​ສ່ວນ​ບາງ​ຢ່າງ​ສຳ​ລັບ​ເຄື່ອງແມັກ​ໂປ​ຣ ຊຶ່ງ​ໄດ້​ຜ​ະ​ລິດ​ຢູ່​ໃນ​ສະ​ຫະ​ລັດ​ມາ​ເປັນ​ເວ​ລາ​ຫຼາຍໆ​ປີ​ແລ້ວນັ້ນ.

ສົງ​ຄາມ​ການ​ຄ້າ​ລະ​ຫວ່າງວໍ​ຊິ​ງ​ຕັນ​ແລະ​ປັກ​ກິ່ງ ໄດ້​ກົດ​ດັນ​ຕໍ່​ການ​ສະ​ໜອງ​ສິນ​ຄ້າ​ຂ້າມ​ຊາຍ​ແດນ​ແບບ​ຕ່ອງ​ໂສ້​ດັ່​ງ​ກ່າວ.

ໃນ​ເດືອນ​ກໍ​ລະ​ກົດ​ຜ່ານ​ມາ ທ່ານ​ທ​ຣຳ​ກ່າວ​ຕອບ​ປະ​ຕິ​ເສດ ຕໍ່​ການ​ຂໍ​ຮ້ອງ​ຍົກ​ເວັ້ນພາ​ສີ​ຂອງ​ບໍ​ລິ​ສັດ​ແອັບ​ເປີ.

ແຕ່​ໃນ​ເດືອນ​ກັນ​ຍາ​ຜ່ານ​ມາ ລັດ​ຖະ​ບານ​ທ່ານ​ທ​ຣຳ ​ໄດ້​ໃຫ້​ການ​ຍົກ​ເວັ້ນ 10 ຢ່າງແກ່​ຊິ້ນ​ສ່ວນ​ເຫຼົ່າ​ນັ້ນ. ເພື່ອ​ເປັນ​ການ​ສະ​ໜອງ​ຕອບ ບໍ​ລິ​ສັດ​ແອັບ​ເປີ​ກ່າວວ່​າ ເຄື່ອງ​ແມັກ​ໂປ​ຣ​ຂອງ​ຕົນ ຈະ​ສືບ​ຕໍ່​ຜະ​ລິດ​ຢູ່​ທີ່​ລັດ​ເທັກ​ຊັ​ສ ໂດຍ​ບໍ​ລິ​ສັດ​ທີ່ມີ​ຊື່​ວ່າ ເພ​ລັກ​ສ໌.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG