ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ອະ​ດີດທີ່​ປຶກ​ສາ ທຳ​ນຽບ​ຂາວ ຮຽກ​ຮ້ອງໃຫ້ ສະ​ມາ​ຊິກ​ສະ​ພາ ປະ​ຕິ​ເສດ ຕໍ່​ການ​ກ່າວ​ອ້າງ ທີ່​ບໍ່​ຖືກ​ຕ້ອງ ​ກ່ຽວ​ກັບ ​ຢູ​ເຄ​ຣນ


ອະ​ດີດ​ຜູ້​ຊ່ວຍ ສະ​ພາ​ຄ​ວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ຂອງ​ທ​ຳ​ນຽບ​ຂາວ ທ່າ​ນ​ນາງ​ຟີ​ໂອ​ນາ ຮີ​ລ ແລະ​ທ່ານ​ເດ​ວິດ ໂຮມ​ສ໌ ນັກ​ການ​ທູດ​ສະ​ຫະ​ລັດ ປະ​ຈຳ​ຢູ​ເຄ​ຣນ ໃຫ້​ການ ຕໍ່​ຄະ​ນະ​ກຳ​ມະ​ການ​ສືບ​ສວນ​ສະ​ພາ​ຕ່ຳ ວັນ​ທີ 21 ພະ​ຈິກ 2019.
ອະ​ດີດ​ຜູ້​ຊ່ວຍ ສະ​ພາ​ຄ​ວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ຂອງ​ທ​ຳ​ນຽບ​ຂາວ ທ່າ​ນ​ນາງ​ຟີ​ໂອ​ນາ ຮີ​ລ ແລະ​ທ່ານ​ເດ​ວິດ ໂຮມ​ສ໌ ນັກ​ການ​ທູດ​ສະ​ຫະ​ລັດ ປະ​ຈຳ​ຢູ​ເຄ​ຣນ ໃຫ້​ການ ຕໍ່​ຄະ​ນະ​ກຳ​ມະ​ການ​ສືບ​ສວນ​ສະ​ພາ​ຕ່ຳ ວັນ​ທີ 21 ພະ​ຈິກ 2019.

ອະ​ດີດ​ເຈົ້າ​ໜ້າ​ທີ່​ ທີ່ສຳ​ຄັນ​ຄົນ​ນຶ່ງ ຢູ່​ໃນ​ສະ​ພາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຂອງ​ທຳ​ນຽບ​ຂາວ ກ່າວ​ຕໍ່​ຄະ​ນະ​ສືບ​ສວນ​ເພື່ອ​ຟ້ອງ​ຮ້ອງ​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ໃນ​ວັນພະ​ຫັດ​ວານນີ້​ວ່າ ມັນ​ເປັນ​ “ເລື້ອງໃນ​ນິ​ຍາຍ” ທີ່​ວ່າ​ຢູ​ເຄ​ຣນແລະບໍ່​ແມ່ນ​ຣັດ​ເຊຍ ເປັນ​ຜູ້​ແຊກ​ແຊງ​ເຂົ້າ​ໃນ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດໃນ​ປີ 2016 ທີ່​ທ່ານ​ທ​ຣຳ​ເປັນ​ຜູ້​ຊະ​ນະ.

ທ່ານ​ນາງ​ຟີ​ໂອ​ນາ ຮິ​ລ ໃນ​ການ​ໃຫ້​ການ​ຕໍ່​ຄະ​ນະ​ກຳ​ມະ​ການ​ສືບ​ລັບ​ຂອງ​ສະ​ພາ​ຕ່ຳ​ນັ້ນ ໄດ້​ໂຕ້ ແຍ້ງໂດຍ​ກົງ​ຕໍ່​ທ່ານ​ທ​ຣຳຜູ້​ຊຶ່ງ​ໃນ​ບາງ​ຄັ້ງ​ບາງ​ຄາວ​ກ່າວ​ວ່າ ບາງທີ​ອາດ​ແມ່ນ​ຣັດ​ເຊຍ​ແຊກ​ແຊງ​ເຂົ້າ​ໃນ​ການ​ເລືອກ​ຕັ້ງ ໃນ​ຂະ​ນະ​ທີ່​ກ່າວ​ວ່າ ທ່ານຮັບ​ເອົາ​ການ​ປະ​ຕິ​ເສດ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານວ​ລາ​ດີ​ເມຍ ປູ​ຕິນ ທີ່​ວ່າ ມົ​ສ​ກູ​ໄດ້​ເຂົ້າ​ແຊກ​ແຊງ​ເພື່ອ​ຊ່ວຍ​ເຫຼືອ​ທ່ານ.

ໃນ​ການ​ໂອ້​ລົມ​ທາງ​ໂທ​ລະ​ສັບ​ເມື່ອ​ວັນ​ທີ 25 ກໍ​ລະ​ກົດ​ ຊຶ່ງ​ເປັນ​ຈຸດ​ສູນ​ກາງ​ໃນການ​ສືບ​ສວນ​ເພື່ອ​ຟ້ອງ​ຮ້ອງ​ປະ​ທາ​ນາ​ທິ​ບໍ​ດີນັ້ນ ທ່ານ​ທ​ຣຳ​ໄດ້​ຂໍ​ຮ້ອງ​ໃຫ້​ປະ​ທານາ​ທິ​ບໍ​ດີ​ຢູ​ເຄ​ຣນ ທ່ານ​ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ “ຊ່ວຍ​ເຫຼືອ​ພວກ​ເຮົາ” ໂດຍການ​ສືບ​ສວນ​ຄູ່​ແຂ່ງ​ຄົນ​ສຳ​ຄັນ​ ໃນ​ປີ 2020 ຈາກ​ພັກ​ເດ​ໂມ​ແຄ​ຣັດ ຄື​ອະ​ດີດ​ຮອງປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ ແລະ​ທິ​ດ​ສະ​ດີ ​ທີ່​ພິ​ສູດແລ້ວວ່າ​ບໍ່​ມີ​ຄວາມ​ຈິງທີ່​ວ່າ​ຢູ​ເຄ​ຣນ ​ໄດ້​ເຮັດ​ວຽກ​ເພື່ອ​ຊ່ວຍ​ເຫຼືອ​ຜູ້​ທ້າ​ທາຍ​ຈາກ​ພັກ​ເດ​ໂມ​ແຄ​ຣັດ​ຂອງທ່ານ​ທ​ຣຳ ອະ​ດີດ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ນາງ​ຮິ​ລ​ລາ​ຣີ ຄ​ລິນ​ຕັນ ໃນ​ປີ 2016.

ທ່ານ​ນາ​ງ​ຮິ​ລ​ໄດ້​ກ່າວ​ວ່າ ຄວາມ​ພະ​ຍາ​ຍາມ​ຂອງ​ພວກ​ເຈົ້າ​ໜ້າ​ທີ່​ໃນ​ລັດ​ຖະ​ບານ​ທ່ານ​ທ​ຣຳ​ ເພື່ອ​ໃຫ້​ຢູ​ເຄ​ຣນ ເລີ້ມ​ການ​ສື​ບ​ສວນນັ້ນ ແມ່ນ “ມີ​ຈຸດ​ປະ​ສົງ​ທາງ​ດ້ານການ​ເມືອງ​ພາຍ​ໃນ​ປະ​ເທດ” ທີ່​ຫັນ​ເຫ​ໄປ​ຈາກ​ເປົ້າ​ໝາຍ​ໃນ​ນະ​ໂຍ​ບາຍ​ການ​ຕ່າງປະ​ເທດ​ຂອງ​ສະ​ຫະ​ລັດ.

ທ່ານ​ນາງ​ຮີ​ລ ຊຶ່ງມາ​ຈົນ​ຮອດ​ຕົ້ນ​ປີນີ້ ແມ່ນ​ເປັນ​ຫົວ​ໜ້າ​ທີ່​ປຶກ​ສາ​ກ່ຽວ​ກັບ​ເລື້ອງ​ຣັດ​ເຊຍ​ຢູ່​ໃນ​ສະ​ພາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ​ກ່າວ​ວ່າ “ອີງ​ຕາມ​ຄຳ​ຖາມ ​ແລະຖະ​ແຫຼງ​ຂ່າວ​ຕ່າງໆ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ຍິນ​ແລ້ວ ພວກ​ທ່ານ​ບາງ​ຄົນ​ຢູ່​ໃນ​ຄະ​ນະ​ກຳມະ​ການນີ້ ປາ​ກົດເຊື່ອ​ໃນ​ເລື້ອງ​ທີ່​ວ່າ ຣັດ​ເຊຍ​ແລະ​ອົງ​ການ​ຄຸ້ມ​ຄອງ​ຄວາມ​ໝັ້ນຄົງຫຼື​ສືບ​ລັບ​ຕ່າງໆ​ຂອງ​ພວກ​ເຂົາ ບໍ່​ໄດ້​ທຳ​ການ​ປຸກ​ລະ​ດົມ​ຕໍ່​ຕ້ານ​ປະ​ເທດ​ເຮົາ... ແລະ​ນັ້ນ ບາງ​ທີ ດ້ວຍ​ວິ​ທີ​ໃດ​ນຶ່ງ ເພື່ອ​ເຫດ​ຜົນ​ບາງ​ຢາງ ຢູ​ເຄ​ຣນ ​ເປັນ​ຜູ້​ກະ​ທຳ. ນີ້​ແມ່ນເປັນ​ເລື້ອງ​ໃນ​ນິ​ຍາຍ ​ທີ່​ໄດ້​ຖືກ​ກໍ່​ຂຶ້ນ​ແລະ​ນຳ​ອອກ​ເຜີຍ​ແຜ່​ໂດຍ​ອົງ​ການ​ສືບ​ລັບ​ຂອງ​ຣັດ​ເຊຍ​ທັງ​ນັ້ນ.”

ທ່ານ​ນາງ ​ກ່າວ​ວ່າ “ບໍ່​ເປັນ​ຈັ່ງ​ໂຊກ ຄວາມ​ຈິງ​ກໍ​ຄື​ວ່າ ຣັດ​ເຊຍ​ແມ່ນມະ​ຫາ​ອຳ​ນາດຕ່າງ​ປະ​ເທດ ທີ່​ໄດ້​ໂຈມ​ຕີ​ສະ​ຖາ​ບັນ​ຕ່າງໆ​ພາຍ​ໃນ​ປະ​ເທດ​ຂອງ​ພວກ​ເຮົາຢ່າງ​ເປັນ​ລະ​ບົບ​ໃນ​ປີ 2016. ນີ້​ແມ່ນ​ການ​ສະ​ຫລຸບ​ຂອງ​ໜ່ວຍ​ສືບ​ລັບ​ພວກ​ເຮົາແລະ​ໄດ້​ຮັບ​ການ​ຢືນ​ຢັນ​ ຢູ່​ໃນ​ລາຍ​ງານ​ຂອງ​ລັດ​ຖະ​ສະ​ພາ​ສອງ​ຝ່າຍ. ມັນ​ເປັນເລື້ອງ​ທີ່​ໂຕ້​ແຍ້ງ​ບໍ່​ໄດ້ ແມ່ນ​ກະ​ທັງ​ຢູ່​ໃນ​ລາຍ​ລະ​ອຽດ​ທີ່​ເນັ້ນ​ໜັກ​ບາງ​ຢ່າງ ຍັງ​ຖືເປັນ​ຄວາມ​ລັບ​ຢູ່.”

ທ່ານ​ນາງ​ຮິ​ລ ໄດ້​ຮ້ອງ​ຂໍ​ຕໍ່​ຄະ​ນະ​ກຳ​ມະ​ການ​ສືບ​ລັບ​ວ່າ “ໃນ​ທິດ​ທາງ​ຂອງ​ການ​ສືບ​ສວນນີ້ ຂ້າ​ພະ​ເຈົ້າ​ຢາກ​ຂໍ​ຮ້ອງ​ບໍ່​ໃຫ້​ພວກ​ທ່ານ​ຊຸກ​ຍູ້​ການ​ເມືອງ​ທີ່​ຂັບ​ດັນ​ດ້ວຍ​ຄວາມ​ບໍ່​ຖືກ​ຕ້ອງ​ທີ່​ຈະ​ສ້າງ​ຄວາມ​ກ້າວ​ໜ້າ​ໃຫ້​ແກ່​ຜົນ​ປະ​ໂຫຍດ​ຂອງ​ຣັດ​ເຊຍ.”

ທ່ານ​ນາງ​ກ່າວ​ວ່າ ການ​ກ່າວ​ອ້າງ​ທີ່​ວ່າ​ຢູ​ເຄ​ຣ​ນ​ແຊກ​ແຊງ​ເຂົ້າ​ໃນ​ການ​ເລືອກ​ຕັ້ງ​ປີ 2016 ນັ້ນ “ແມ່ນ​ເປັນ​ອັນ​ຕະ​ລາຍ ເຖິງ​ແມ່ນ​ວ່າ​ ຈະ​ນຳ​ໃຊ້​ເພື່ອ​ຈຸດ​ປະ​ສົງ​ທາງ​ການ​ເມືອງ​ພາຍ​ໃນ​ປະ​ເທດ​ເທົ່າ​ນັ້ນ​ກໍ​ຕາມ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG