ອີຣ່ານໄດ້ປິດການໃຊ້ອິນເຕີແນັດໃນທົ່ວປະເທດອັນເປັນສ່ວນນຶ່ງຂອງການປາບປາມໃນການປະທ້ວງຕໍ່ຕ້ານລັດຖະບານທີ່ເລີ້ມມາໄດ້ຫຼາຍກວ່າ 4 ມື້ແລ້ວ ຊຶ່ງເປັນການປິດແບບບໍ່ເຄີຍເຫັນມາກ່ອນ ທີ່ໄດ້ສ້າງຄວາມເສຍຫາຍເພີ້ມຂຶ້ນຕໍ່ເສດຖະກິດຂອງປະເທດ.
ອົງການແນັດບລັອກສ໌ (NetBlocks) ຊຶ່ງເປັນອົງການຕິດຕາມສິ້ງຊອມອິນເຕີແນັດທີ່ມີສຳນັກງານຕັ້ງຢູ່ລອນດອນ ກ່າວຢູ່ໃນທວີດເຕີ້ໃນຕອນເຊົ້າວັນພະຫັດມື້ນີ້ຢູ່ໃນອີຣ່ານ ໂດຍເວົ້າວ່າ ມີການປິດອິນເຕີແນັດ “ເກືອບທັງໝົດ” ເປັນເວລາກາຍ 100 ຊົ່ວໂມງ ນັບຕັ້ງໄດ້ແຕ່ເລີ້ມຂຶ້ນໃນຕອນແລງວັນເສົາແລ້ວ.
ກຸ່ມດັ່ງກ່າວເວົ້າວ່າ “ສິດທິທາງດ້ານດີຈີຕອລ ແມ່ນສິດທິມະນຸດ: ການເຂົ້າເຖິງອິນເຕີແນັດຕ້ອງໄດ້ມີການຟື້ນຟູສຳລັບຊາວອີຣ່ານທັງມວນ.”
ເຈົ້າໜ້າທີ່ອີຣ່ານ ໄດ້ອັດອິນເຕີແນັດເພື່ອຍຸຕິບໍ່ໃຫ້ພວກນັກເຄື່ອນໄຫວຝ່າຍຄ້ານຕິດຕໍ່ກັນ ແລະນຳອອກເຜີຍແຜ່ຮູບພາບຕ່າງໆ ກ່ຽວກັບການປະທ້ວງໃນທົ່ວປະເທດ ທີ່ເລີ້ມຂຶ້ນໃນມື້ວັນສຸກແລ້ວເພື່ອເປັນການຕອບໂຕ້ຕໍ່ການທີ່ລັດຖະບານໄດ້ຂຶ້ນລາຄານ້ຳມັນທີ່ເຄີຍໃຫ້ເງິນອຸດໜຸນ 50 ເປີເຊັນ. ການປະທ້ວງໄດ້ລາມອອກໄປໃສ່ຢ່າງໜ້ອຍ 50 ເຂດເທດສະບານໃນປະເທດອີຣ່ານໃນມື້ວັນເສົາ ອີງຕາມຮູບພາບທີ່ໄດ້ຮັບຈາກອີຣ່ານ ແລະກວດສອບໂດຍພະແນກພາສາເປີເຊຍຂອງວີໂອເອ.
ຊາວອີຣ່ານຫຼາຍໆຄົນຖືວ່າ ການຂຶ້ນລາຄານ້ຳມັນຈະເຮັດໃຫ້ປະຊາຊົນທົ່ວໆໄປໄດ້ຮັບຄວາມຍາກລຳບາກເພີ້ມຕື່ມໃນຂະນະທີ່ສະພາບເສດຖະກິດຂອງປະເທດພວມຊຸມໂຊມລົງ. ເງິນຕາຂອງອີຣ່ານໄດ້ຕົກລາຄາ ໃນການແລກປ່ຽນກັບເງິນໂດລາຂອງສະຫະລັດ ໃນຂະນະທີ່ອັດຕາເງິນເຟີ້ແລະຄົນຫວ່າງງານ ຖີບໂຕສູງຂຶ້ນໃນຮອບປີທີ່ຜ່ານມາ ໃນຂະນະທີ່ສະຫະລັດເພີ້ມການລົງໂທດທາງດ້ານເສດຖະກິດ ທີ່ແນໃສ່ເພື່ອກົດດັນເຕຫະຣ່ານ ຢຸດເຊົາໃນອັນທີ່ປາກົດວ່າເປັນການປະພຶດທີ່ບໍ່ຖືກຕ້ອງນັ້ນ. ການສໍ້ລາດບັງຫຼວງຂອງລັດຖະບານ ແລະການຄຸ້ມຄອງເສດຖະກິດທີ່ຜິດພາດ ກໍເປັນອີກສາເຫດນຶ່ງ ທີ່ພາໃຫ້ປະຊາຊົນບໍ່ພໍໃຈ.
ທ່ານອີລານ ເບີແມນ ນັກວິເຄາະດ້ານຄວາມໝັ້ນຄົງພາກຕາເວັນອອກກາງ ທີ່ສະພານະໂຍບາຍການຕ່າງປະເທດອາເມຣິກັນ ກ່າວໃນການໃຫ້ສຳພາດແກ່ວີໂອເອພະແນກພາສາເປີເຊຍວ່າ “ການຄຸ້ມຄອງເສດຖະກິດທີ່ຜິດພາດ ໂດຍອຳນາດການປົກຄອງອີຣ່ານ ແມ່ນຊ່ວຍເຮັດໃຫ້ການລົງໂທດຂອງສະຫະລັດ ມີປະສິດທິຜົນຫຼາຍຂຶ້ນ.”
ທ່ານກ່າວຕື່ມວ່າ “ຊາວອີຣ່ານພວມມີຄວາມໂກດແຄ້ນຕໍ່ອຳນາດການປົກຄອງໃນວິທີທີ່ລະບອບດັ່ງກ່າວດຳເນີນນະໂຍບາຍທາງດ້ານການເມືອງແລະເສດຖະກິດ. ມີຄວາມໂກດແຄ້ນທີ່ໜ້ອຍລົງຕໍ່ສະຫະລັດໂດຍກົງ. ຊາວອີຣ່ານຮູ້ວ່າໂຕການທີ່ແທ້ຈິງຄືໃຜ.”
ອົງການຂ່າວຂອງທາງການອີຣ່ານ ໄດ້ພິມເຜີຍແຜ່ບົດຂຽນຫຼາຍໆເລື້ອງໃນວັນພຸດວານນີ້ ໂດຍໄດ້ເນັ້ນຢ້ຳວ່າ ການປິດອິນເຕີແນັດແມ່ນໄດ້ສ້າງຄວາມເສຍຫາຍເພີ້ມຂຶ້ນຕໍ່ເສດຖະກິດ.