ລຸນຫຼັງທີ່ໄດ້ຟັງຄຳໃຫ້ການຢ່າງແຮງຢູ່ໃນການສືບສວນເພື່ອຟ້ອງຮ້ອງປະທານາທິບໍດີຂອງສະພາຕ່ຳແລ້ວ ບັນດາສະມາຊິກສະພາ ໃນວັນພະຫັດມື້ນີ້ ກໍມີກຳນົດທີ່ຈະຮັບຟັງຄຳໃຫ້ການຈາກທ່ານນາງຟີໂອນາ ຮີລ ອະດີດຫົວໜ້ານັກຊ່ຽວຊານກ່ຽວກັບເລື້ອງຣັດເຊຍຂອງສະພາຄວາມໝັ້ນຄົງແຫ່ງຊາດ ຜູ້ຊຶ່ງກ່ອນໜ້ານີ້ ໄດ້ກ່າວຕໍ່ຄະນະສືບສວນວ່າ ການຍົກຍ້າຍອະດີດເອກອັກຄະລັດຖະທູດສະຫະລັດປະຈຳຢູເຄຣນນັ້ນ ແມ່ນເປັນຜົນມາຈາກການປຸກລະດົມທີ່ເລີ້ມມີການຈັດຕັ້ງປະຕິບັດໂດຍທະນາຍຄວາມສ່ວນໂຕຂອງປະທານາທິບໍດີດໍໂນລ ທຣຳ.
ນອກນັ້ນ ຍັງຈະມີການໄປໃຫ້ການໂດຍທ່ານເດວິດ ໂຮມສ໌ ນັກການທູດອາຊີບທີ່ຮັບໜ້າທີ່ເປັນທີ່ປຶກສາທາງດ້ານການເມືອງຢູ່ສະຖານທູດສະຫະລັດທີ່ນະຄອນຫຼວງກີຢິບ ແລະຜູ້ຊຶ່ງກ່ອນໜ້ານີ້ໄດ້ໃຫ້ການແບບປິດລັບວ່າ ທ່ານໄດ້ຍິນການໂອ້ລົມໂທລະສັບ ທີ່ທ່ານທຣຳໄດ້ຖາມເອກອັກຄະລັດຖະທູດສະຫະລັດ ປະຈຳສະຫະພາບຢູໂຣບ ທ່ານກໍດອນ ຊັນແລນວ່າ ປະທານາທິບໍດີຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີຈະສືບສວນອະດີດຮອງປະທານາທິບໍດີໂຈ ໄບເດັນ ຫຼືບໍ່.
ທ່ານທຣຳໄດ້ປະຕິເສດຕໍ່ການກ່າວຫາທີ່ວ່າ ທ່ານໄດ້ກັກເງິນເກືອບ 400 ລ້ານໂດລາ ໃນການຊ່ວຍເຫຼືອທາງທະຫານທີ່ຈຳເປັນທີ່ສຸດສຳລັບຢູເຄຣນ ຈົນກວ່າກີຢິບສັນຍາວ່າ ຈະທຳການສືບສວນຕໍ່ທ່ານໄບເດັນ ຊຶ່ງເປັນຄູ່ແຂ່ງທີ່ພວມມີຄະແນນນຳໜ້າຈາກພັກເດໂມແຄຣັດ ໃນການເລືອກຕັ້ງປະທານາທິບໍດີປີ 2020.
ທ່ານຊັນແລນໃຫ້ການໃນວັນພຸດວານນີ້ວ່າ ໄດ້ມີການຕັ້ງເງື່ອນໄຂວ່າ ຈະມີການເຮັດສິ່ງນຶ່ງແລະໄດ້ຮັບສິ່ງຕອບແທນ ຫຼື quit pro quo ແທ້ ລະຫວ່າງທ່ານທຣຳ ແລະຢູເຄຣນ.
ໃນການຖະແຫຼງ ກ່ອນເປີດການຮັບຟັງຄຳໃຫ້ການນັ້ນ ທ່ານຊັນແລນ ກ່າວວ່າ ຄະນະສືບສວນ “ມັກຈະຕັ້ງຄຳຖາມກ່ຽວກັບບັນຫາທີ່ຫຍຸ້ງຍາກເຫຼົ່ານີ້ໃນຮູບແບບທີ່ງ່າຍໆວ່າ ມີການເຮັດສິ່ງນຶ່ງ ໂດຍໄດ້ຮັບສິ່ງຕອບແທນຫຼືບໍ່? ດັ່ງທີ່ຂ້າພະເຈົ້າ ໄດ້ໃຫ້ການໄປກ່ອນໜ້ານີ້ນັ້ນ ຄຳຕອບກໍແມ່ນວ່າ ມີ.”
ອີງຕາມທ່ານເອກອັກຄະລັດຖະທູດແລ້ວ “ມັນບໍ່ແມ່ນເລື້ອງລັບ” ແລະພວກເຈົ້າໜ້າທີ່ອະວຸໂສຈຳນວນນຶ່ງໃນຄະນະລັດຖະບານຂອງທ່ານທຣຳ ແມ່ນ “ເປັນຄະນະ” ຮວມທັງຮອງປະທານາທິບໍດີໄມຄ໌ ແພັນສ໌ ລັດຖະມົນຕີການຕ່າງປະເທດທ່ານໄມຄ໌ ພອມພຽວ ຮັກສາການຫົວໜ້າທີ່ປຶກສາຂອງທຳນຽບຂາວ ທ່ານມິກຄ໌ ມູລວານີແລະອະດີດທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ທ່ານຈອນ ໂບລຕັນ.
ທ່ານຊັນແລນໄດ້ກ່າວຢ່າງຍືດຍາວ ກ່ຽວກັບການຕັດສິນໃຈທີ່ສະຫຼັບຊັບຊ້ອນຢູ່ຫຼັງສາກທີ່ເກີດຂຶ້ນໃນລະຫວ່າງເດືອນເມສາ ດ້ວຍການທີ່ທ່ານເຊເລັນສກີໄດ້ຖືກເລືອກ ແລະເດືອນກັນຍາ ເວລາການຊ່ວຍເຫຼືອຢູເຄຣນ ໄດ້ຖືກປ່ອຍຫຼັງຈາກທີ່ມີການຊັກຊ້າມາເປັນເວລາ 55 ມື້.
ທ່ານຊັນແລນກ່າວວ່າ ທ່ານໄດ້ເຂົ້າຮ່ວມລັດຖະມົນຕີກະຊວງພະລັງງານ ທ່ານຣິກ ແພຣີ ແລະທູດພິເສດ ເຄີດ ວອລເກີ ເພື່ອປະຕິບັດຕາມ “ຄຳສັ່ງ” ຂອງທ່ານທຣຳ ເພື່ອເຮັດວຽກຮ່ວມກັບທະນາຍຄວາມຂອງປະທານາທິບໍດີ ທ່ານຣູດີ ຈູລີອານາ ທີ່ກົດດັນໃຫ້ຢູເຄຣນສືບສວນທ່ານໄບເດັນ ແລະກ່າວຫາຢູເຄຣນວ່າແຊກແຊງເຂົ້າໃນການເລືອກຕັ້ງປະທານາທິບໍດີສະຫະລັດໃນປີ 2016 ເພື່ອຊ່ວຍພັກເດໂມແຄຣັດ.