ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທ​ຣຳ ຕໍ່​ສູ້​ຄືນ ໃນ​ຂະ​ນະ​ທີ່ເດ​ໂມ​ແຄ​ຣັດ ມຸ້ງ​ກ້າວ​ໄປ​ຫາ ​ການ​ຟ້ອງຮ້ອງ ທ່ານ


ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳຢຸດນິ້ງ​ຟັງ ຢູ່ໃນການ​ສົນ​ທະ​ນາ​ກ່ຽວ​ກັບ ຄ່າ​ປິ່ນ​ປົວ​ດູ​ແລ​ສຸ​ຂະ​ພາບ​ໃນ​ທຳ​ນຽບ​ຂາວ, ວັນ​ທີ 15 ພະ​ຈິກ, 2019
ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳຢຸດນິ້ງ​ຟັງ ຢູ່ໃນການ​ສົນ​ທະ​ນາ​ກ່ຽວ​ກັບ ຄ່າ​ປິ່ນ​ປົວ​ດູ​ແລ​ສຸ​ຂະ​ພາບ​ໃນ​ທຳ​ນຽບ​ຂາວ, ວັນ​ທີ 15 ພະ​ຈິກ, 2019

ໃນ​ຂະ​ນະ​ທີ່ທ່ານ​ນາງເມ​ຣີ ໂຢ​ວາ​ໂນ​ວີ​ສ (Marie Yovanovitch) ທຳ​ການ ເປັນ​ພະ​ຍານຢູ່ໃນ​ການ​ສືບ​ສວນ​ເພື່ອ​ຟ້ອງຮ້ອງ​ປະ​ທາ​ນາ​ທິ​ບໍ​ດີຢູ່ໃນ​ວັນ​ສຸກວານນີ້ ຢູ່ນັ້ນ ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກໍ​ໄດ້​ເຂົ້າ​ໄປ​ໃນ​ທວີດ​ເຕີເປີດ​ສາກໂຈມຕີ ​ ເອກ​ອັກ​ຄະ​ລັດ​ຖະ​ທູດປະ​ຈຳ​ຢູ​ເຄ​ຣນທີ່​ຖືກ​ປົດ​ອອກ​ຈາກ​ຕຳ​ແໜ່ງຄົນ​ນັ້ນ.

“ທຸກ​ຫົນ​ທຸກ​ແຫ່ງ​ທີ່ນາງເມ​ຣີ ໂຢ​ວາ​ໂນ​ວີ​ສ (Marie Yovanovitch) ໄປລ້ວນ​ແຕ່​ເຮັດ​ໃຫ້​ສະ​ພາບ​ຂີ້​ຮ້າຍ​ໄປ​ໝົດ," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ ທ​ຣຳ​ ທີ່​ຂຽນ​ຢູ່​ໃນທວີດ​ເຕີ. ທ່ານ​ຂຽນ​ຕໍ່​ໄປ​ວ່າ "ລາວ​ເລີ້ມ​ຕົ້ນເຮັດ​ວຽກຢູ່​ໂຊ​ມາ​ເລຍເບິ່ງ​ແມ໋ ມັນ​ເປັນ​ແນວ​ໃດ​ຫລະ?"

​ຈາກນັ້ນ ທ່ານ ທ​ຣຳ​ກໍ​ໄດ້​ເວົ້າ​ແບບ​ເສກ​ສັນ​ປັ້ນ​ຂຶ້ນ​ມາ​ວ່າ ປະ​ທາ​ນາ​ທິ​ບໍ​ດີ ເຊເລັນ​ສ​ກີ (Zelenskiy) ຂອງ​ຢູ​ເຄ​ຣນ "ໄດ້​ເວົ້າ​ກ່ຽວ​ກັບ​ລາວ​ວ່າບໍ່​ດີ​ຫລາຍຢູ່​ໃນ​ການ​ລົມ​ໂທ​ລະ​ສັບ​ຄັ້ງ​ທີ 2 ຂອງ​ຂ້າ​ພະ​ເຈົ້າ​ກັບ​ທ່ານນັ້ນ."

ຄຳ​ເວົ້າ​ທີ່​ຂຽນ​ຢູ່​ໃນທວີດ​ເຕີ ທີ່​ຖືກ​ຕຳ​ໜິ​ໂດຍທ່ານ ອາ​ດາມ ຊິ​ຟ (Adam Schiff), ປະ​ທານ​ຄະ​ນະ​ກຳ​ມະ​ການ​ສືບ​ລັບໃນ​ສະ​ພາ​ຕ່ຳວ່າ “ເປັນການ​ນາບ​ຂູ່​ຕໍ່ພະ​ຍານ​ຢູ່​ຕະ​ຫລອດ​ເວ​ລາຂອງ​ປະ​ທາ​ນາ​ທິ​ບໍ​ດີສະ​ຫະ​ລັດ” ເປັນການ​ໂຈມ​ຕີ ຄັ້ງ​ນຶ່ງຢູ່​ໃນ​ຫລາຍໆ ຄັ້ງ ທີ່​ທ່ານ ທ​ຣຳ​ໄດ້​ເລີ້ມ​ເຮັດ​ຕໍ່​ພະ​ຍານຕ່າງໆ, ຕໍ່​ຜູ້​ແຈ້ງ​ການ​ກະ​ທຳ​ຜິດ, ແລະ​ພວກ​ສັງ​ກັດ​ພັດ​ເດ​ໂມ​ແຄ​ຣັດທີ່​ກ່ຽວ​ຂ້ອງ​ກັບການສືບ​ສວນ​ເພື່ອຟ້ອງ​ຮ້ອງປະ​ທາ​ນາ​ທິ​ບໍ​ດີ.

ທ່ານ ທ​ຣຳ​ໄດ້​ປະ​ຕິ​ເສດຕໍ່​ຂໍ້​ກ່າວ​ຫາ​ທີ່​ເວົ້າວ່າທ່ານນາບ​ຂູ່​ພະ​ຍານດັ່ງ​ກ່າວ ແລະ​ຕໍ່​ຂໍ້ກ່າວ​ຫາທີ່​ເວົ້າ​ວ່າພວກ​ສັງ​ກັດ​ພັດ​ເດ​ໂມ​ແຄ​ຣັດບໍ່​ມີ​ຄວາມ​ໂປ່ງ​ໃສ.

“ພວກຣີ​ພັບ​ລິ​ກັນ​ໄດ້​ຖືກ​ປະ​ຕິ​ບັດ​ຕໍ່​ແບບ​ຂີ້​ຮ້າຍ​ຫລາຍ," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ ທ​ຣຳ​ໃນ​ວັນ​ສຸກວານນີ້. ທ່ານ​ກ່າວ​ວ່າ ພວກ​ສັງ​ກັດ​ພັດ​ເດ​ໂມ​ແຄ​ຣັດບໍ່​ໄດ້​ອະ​ນຸ​ຍາດ​ໃຫ້ພວກຣີ​ພັບ​ລິ​ກັນຖາມ​ຄຳ​ຖາມ ຫລືບໍ່​ໃຫ້​ມີ​ພະ​ຍານ ແລະ​ເອີ້ນ​ການ​ຮັບ​ຟັງ ຄຳ​ໃຫ້​ການ​ດັ່ງ​ກ່າວ​ວ່າ "ເປັນ​ເລື້ອງ​ໜ້າ​ອັບ​ອາຍ."

ທ່ານ​ນາງ Vanessa Beasley, ທີ່​ສອນ​ກ່ຽວ​ກັບ​ການ​ໃຊ້​ຖ້ອຍ​ຄຳ​ຂອງ​ປະ​ທາ​ນາ​ທິ​ບໍ​ດີຢູ່​ມະ​ຫາ​ວິ​ທະ​ຍາ​ໄລ Vanderbilt ເວົ້າ​ວ່າ ທ່ານປະ​ທາ​ນາ​ທິ​ບໍ​ດີ ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ທ່ານ ທຳ​ການ​ນາບ​ຂູ່. ທ່ານ​ກຳ​ລັງ​ຢາກ​ສະ​ແດງ​ໃຫ້​ຄົນ​ຮູ້​ວ່າ ທ່ານບໍ່​ສາ​ມາດ​ຖືກ​ແຕະ​ຕ້ອງ​ໄດ້ ແລະ​ວ່າ ທ່ານ​ຈະ​ບໍ່​ຍຸ​ຕິ​ລົງ​ພຽງ​ແຕ່​ເທົ່າ​ນັ້ນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG