ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປ. ທ​ຣຳ ຢາກໃຫ້ສານສູງສຸດ ສະກັດກັ້ນ ໝາຍເກາະ ທີ່ສັ່ງໃຫ້ທ່ານ ມອບເອກະສານ ແຈ້ງພາສີ ຂອງ​ທ່ານ


ປະທານາທິບໍດີ ທ​ຣຳ ກ່າວ​ຄຳ​ປາ​ໄສ ຢູ່​ໃນ​ງານ​ສົ່ງ​ເສີມ​ຜູ້​ນຳ​ຂອງ​ຊາວ​ໜຸ່ມ​ຜິວ​ດຳຢູ່​ທຳ​ນຽບ​ຂາວ​ໃນ ວັນ​ທີ 14 ຕຸ​ລາ, 2019
ປະທານາທິບໍດີ ທ​ຣຳ ກ່າວ​ຄຳ​ປາ​ໄສ ຢູ່​ໃນ​ງານ​ສົ່ງ​ເສີມ​ຜູ້​ນຳ​ຂອງ​ຊາວ​ໜຸ່ມ​ຜິວ​ດຳຢູ່​ທຳ​ນຽບ​ຂາວ​ໃນ ວັນ​ທີ 14 ຕຸ​ລາ, 2019

ປະທານາທິບໍດີສະຫະລັດ ໄດ້ຂໍໃຫ້ສານສູງສຸດ ສະກັດກັ້ນໝາຍເກາະທີ່ສັ່ງໃຫ້ ທ່ານ ມອບເອກະສານແຈ້ງການເສຍພາສີຂອງທ່ານໃຫ້​ໃນ​ວັນ​ພະ​ຫັດ​ວານນີ້, ຢູ່ໃນການທົດສອບ ຄວາມສາມາດຂອງປະທານາທິບໍດີໃນການຄັດຄ້ານຕໍ່ການສືບສວນ ສອບສວນ ຕ່າງໆ.

ການຍື່ນຄໍາຮ້ອງດັ່ງກ່າວໄດ້ຕັ້ງເວທີຂຶ້ນ​ແກ່ການປະຈັນບານຂອງສານສູງ ກ່ຽວກັບເອກະສານແຈ້ງພາສີທີ່ທ່ານທຣໍາບໍ່ຍອມເປີດເຜີຍ ຊຶ່ງບໍ່ເໝືອນກັນ ກັບປະທານາທິບໍດີໃນສະໄໝໃໝ່ຄົນອື່ນໆ. ບັນດາຜູ້ພິພາກສາຍັງສາມາດທີ່ ຈະພິຈາລະນາສັ່ງຊາເບິ່ງແບບກວ້າງໆກວ່ານັ້ນອີກ ກ່ຽວກັບການກ່າວອ້າງ ຂອງທ່ານທຣໍາ ທີ່ເວົ້າວ່າປະທານາທິບໍດີທີ່ກໍາລັງດໍາລົງຕໍາແໜ່ງຢູ່ ບໍ່ສາມາດ ຖືກເອົາໄປດໍາເນີນຄະດີ ຫລືຖືກສືບສວນສໍາລັບການກະທໍາອາດຊະຍາກໍາໄດ້.

ສານ​ຂັ້ນ​ຕົ້ນ​ຕ່າງໆ ຜ່ານ​ມາ​ໄດ້​ປະ​ຕິ​ເສດ​ຕໍ່​ການ​ກ່າວ​ອ້າງ​ຂອງ​ທ່ານ​ທ​ຣຳ​ວ່າ ມີ​ສິດ​ໄດ້​ຮັບ​ການປົກ​ປ້ອງບໍ່​ໃຫ້​ຖືກ​ດຳ​ເນີນ​ຄະ​ດີດັ່​ງກ່າວ.

ໝາຍເກາະຈາກທະນາຍຄວາມປະຈໍາເຂດເມືອງແມນແຮັດຕັນ ກໍາລັງພະຍາ ຍາມຢາກໄດ້ໃຈແຈ້ງເສຍພາສີຂອທ່ານ ທຣໍາ ກັບຫລັງໄປຮອດປີ 2011 ຈາກບໍລິສັດເຮັດບັນຊີຂອງທ່ານ ໂດຍເປັນສ່ວນນຶ່ງຂອງການສືບສວນ ສອບ ສວນ ການກະທໍາຜິດທາງອາຍາອັນ​ນຶ່ງ.

ທ່ານທຣໍາຢາກໃຫ້ສານຕັດສິນຄະດີດັ່ງກ່າວໃນທ້າຍເດືອນມິຖຸນາຢູ່ພາຍໃຕ້ ເງື່ອນໄຂທີ່ກີດກັນບໍ່ໃຫ້ທະນາຍຄວາມປະຈໍາເຂດເມືອງດັ່ງກ່າວສາມາດປະຕິບັດ ຕາມການໝາຍເກາະໄດ້ໃນຂະນະດຽວກັນ. ບັນດາຜູ້ພິພາກສາ ອາດຈະບໍ່ທໍາ ການຕັດສິນໃຈວ່າຈະຮັບຟັງຄະດີດັ່ງກ່າວຫລືບໍ່ຢ່າງໜ້ອຍກໍແກ່​ຍາວ​ໄປ ອີກນຶ່ງເດືອນ.

ຄະດີທີສອງທີ່ຄ້າຍຄືກັນນີ້ ກໍາລັງຖືກສົ່ງໄປຫາສານກ່ຽວກັບໝາຍເກາະຂອງ ຄະນະກໍາມະການໃນສະພາຕໍ່າ ທີ່ຮຽກຮ້ອງເອົາບັນທຶກດ້ານການເງິນຂອງທ່ານ ທຣໍາຈາກບໍລິສັດບັນຊີດຽວກັນ. ທ່ານປະທານາທິບໍດີໄດ້ເສຍໄຊຢູ່ໃນທັງສອງ ຄະດີດັ່ງກ່າວຢູ່ໃນແຕ່ລະຂັ້ນຂອງຂະ​ບວນ​ການດໍາເນີນຄະດີ ເທົ່າທີ່ຜ່ານມາ.

ບໍລິສັດ Mazars USA ເວົ້າວ່າຕົນຈະປະຕິບັດຕາມຄຳ​ສັ່ງ​ໃນໝາຍເກາະ ດັ່ງກ່າວ ຖ້າສານເຫັນດີນໍາ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG