ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ອະ​ດີດ​ ເອກ​ອັກຄະລັດ​ຖະ​ທູດ ​ສ​ຫ​ລ ປະ​ຈຳ​ຢູເ​ຄ​ຣນ ຈະໃຫ້​ການ ຢູ່ໃນ​ລະ​ຖະ​ສະ​ພາ ໃນ​ການຟ້​ອງ​ຮ້ອງ ປະ​ທາ​ນາ​ທິ​ບໍ​ດີ ທ​ຣຳ


ທ່ານ​ນາງເມ​ຣີ ໂຢ​ວາ​ໂນ​ວີ​ສ ອະ​ດິດ​ເອກ​ອັກູ​ລັດ​ຖະ​ທູດ​ສະ​ຫະ​ລັດ ປະ​ຈຳ​ຢູເ​ຄ​ຣນ ມາ​ເຖິງ​ລັດ​ຖະ​ສະ​ພາ ວັນ​ທີ 11 ຕຸ​ລາ 2019 ທີ່​ນະ​ຄອນ​ຫຼວງວ​ຊໍ​ງ​ຕັນ.
ທ່ານ​ນາງເມ​ຣີ ໂຢ​ວາ​ໂນ​ວີ​ສ ອະ​ດິດ​ເອກ​ອັກູ​ລັດ​ຖະ​ທູດ​ສະ​ຫະ​ລັດ ປະ​ຈຳ​ຢູເ​ຄ​ຣນ ມາ​ເຖິງ​ລັດ​ຖະ​ສະ​ພາ ວັນ​ທີ 11 ຕຸ​ລາ 2019 ທີ່​ນະ​ຄອນ​ຫຼວງວ​ຊໍ​ງ​ຕັນ.

ອະ​ດີດເອກ​ອັກ​ຄະ​ລັດ​ຖະ​ທູດປະ​ຈຳ​ຢູ​ເຄ​ຣນ ທີ່​ຖືກ​ປົດ​ອອກ​ຈາກ​ຕຳ​ແໜ່ງ ມີ​ກຳ​ນົດ​ທີ່
​ຈະ​ໄປ​ໃຫ້​ຄຳ​ໃຫ້​ການ​ຢູ່​ສະ​ພາ​ຕ່ຳ​ຂອງ​ສະ​ຫະ​ລັດ​ໃນ​ວັນ​ສຸກມື້ນີ້ ຢູ່ໃນ​ການ​ສືບ​ສວນ​ເພື່ອ​ຟ້ອງຮ້ອງ​ປະ​ທາ​ນາ​ທິ​ບໍ​ດີສະ​ຫະ​ລັດ, ທ່ານ ດໍ​ໂນ​ລ ທ​ຣຳ.

ທ່ານ​ນາງເມ​ຣີ ໂຢ​ວາ​ໂນ​ວີ​ສ (Marie Yovanovitch) ເວົ້າ​ກ່ຽວ​ກັບ​ການ​ປົ​ດທ່ານ​ນາງ​
ອອກ​ຈາກ​ຕຳ​ແໜ່ງວ່າ “ຂ້າ​ພະ​ເຈົ້າ​ຮູ້​ສຶກ​ເປັນ​ຕາ​ຢາກ​ຫົວ​ທີ່ເຫັນ​ວ່າ ​ລັດ​ຖະ​ບານຕັດ​ສິນ​
ໃຈ​ທີ່​ຈະ​ປົດເອກ​ອັກ​ຄະ​ລັດ​ຖະ​ທູດຂອງ​ຕົນ​ອອກ​ຈາກຕຳ​ແໜ່ງ ໂດຍ​ອີງ​ໃສ່ສິ່ງ​ທີ່​ຂ້າ​ພະ
​ເຈົ້າ​ເທົ່າ​ທີ່ສາ​ມາດ​ເວົ້າ​ໄດ້​ຢ່າງ​ດີ​ທີ່​ສຸດ​ກໍ​ແມ່ນ ການຟ້ອງ​ທີ່ບໍ່​ມີ​ມູນ​ຖານ ແລະ​ຜິດ​ໂດຍ​
ຄົນ​ທີ່​ມີ​ເຈດ​ຕະ​ນາ​ທີ່​ໜ້າ​ສົງ​ໄສ​ຢ່າງ​ຈະ​ແຈ້ງ​ເລີຍ”.

ທ່ານ ວິ​ລ​ລຽມ ເທ​ເລີ (William Taylor) ຮັກ​ສາ​ການເອກ​ອັກ​ຄະ​ລັດ​ຖະ​ທູດ ປະ​ຈຳ​
ຢູ​ເຄ​ຣນ ແລະທ່ານ ຈອດ​ຈ໌ ເຄັນ​ທ໌ (George Kent)ດ ເຈົ້າ​ໜ້າ​ທີ່​ກະ​ຊວງ​ການ​ຕ່າງ
​ປະ​ເທດ ຮັບ​ຜິດ​ຊອບ​ນະ​ໂຍ​ບາຍ​ຕໍ່​ຢູ​ເຄ​ຣນ ໄດ້​ພາ​ກັນ​ໄປ​ໃຫ້​ການ​ໃນ​ວັນ​ພຸດ​ຜ່ານ​ມາ.

ນັກ​ການ​ທູດ​ທັງ 3 ທ່ານ ໃນ​ເມື່ອ​ກ່ອນ​ໄດ້​ໄປ​ໃຫ້​ການ​ແບບ​ປິດ​ລັບ ກ່ຽວ​ກັບ ຄວາມ​ພະ​
ຍາ​ຍາມ​ຂອງ​ທ່ານ​ທ​ຣຳ​ໃນ​ການ​ກົດ​ດັນ​ຢູ​ເຄ​ຣນ ໃຫ້​ເປີດ​ການ​ສືບ​ສວນ​ສອບ​ສວນອະ
​ດີດ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ, ແລະ ທຳ​ການ​ສືບ​ສວນ​ຕໍ່ ທິດ​ສະ​ດີ​ທີ່ບໍ່​ໄດ້​ຮັບ
​ການ​ເຊື່ອ​ຖື​ກ່ຽວ​ກັບ​ການ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ໃນ​ປີ 2016.

ບັນ​ດາ​ສະ​ມາ​ຊິກ​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດໄດ້​ເປີດ​ການ​ຮັບ​ຟັງ​ຄະ​ດີ​ທີ່ ອະ​ນຸ​ຍາດ​ໃຫ້​
ປວງ​ຊົນ​ຕີ​ລາ​ຄາ​ເອົາ​ເອງ​ເຖິງ​ຄວາມ​ໜ້າ​ເຊື່ອ​ຖື​ຂອງ​ບັນ​ດາ​ຜູ້​ເປັນ​ພະ​ຍານ ແລະ​ຄຳ​ໃຫ້
​ການ​ຂອງ​ເຂົາ​ເຈົ້າ. ພວກ​ສັງ​ກັດ​ພັກຣີ​ພັບ​ບ​ລິ​ກັນຂ້ອນ​ຂ້າງ​ວ່າໄດ້​ພະ​ຍາ​ຍາມທີ່​ເຮັດ​ໃຫ້
​ຂັ້ນ​ຕອນ​ໃນ​ການຟ້ອງ​ຮ້ອງປະ​ທາ​ນາ​ທິ​ບໍ​ດີ ຂາດ​ຄວາມ​ເຊື່ອ​ຖື​ໄດ້ ແລະ​ໄດ້​ເຈາະ​ຮູ​ໃຫ້
​ເປັນ​ຊ່ອງ​ຫວ່າໃຫ້​ໄດ້​ຢູ່ໃນ​ຄຳ​ໃຫ້​ການ​ຂອງ​ພວກ​ພະ​ຍານ ດັ່ງ​ກ່າວ.

ລຸ່ມນີ້​ຄື​ສິ່ງ​ທີ່​ທ່ານ​ຄວນ​ຮູ້​ກ່ຽວ​ກັບ​ທ່ານ​ນາງ ເມ​ຣີ ໂຢ​ວາ​ໂນ​ວີ​ສ (Marie Yovanovitch)
ແລະ​ບົດ​ບາດ​ຂອງ​ທ່ານ​ນາງ​ຢູ່​ໃນ​ວຽກ​ງານ​ຢູ​ເຄ​ຣນ.

ໂດຍ​ທີ່​ເຮັດ​ອາ​ຊີບນັກ​ການ​ທູດ, ມາ​ຣີ ໂຢ​ວາ​ໂນ​ວີ​ສ (Marie Yovanovitch) ເຄີຍ​ເປັນ
ເອກ​ອັກ​ຄະ​ລັດ​ຖະ​ທູດປະ​ຈຳ​ຢູ​ເຄ​ຣນ ແຕ່​ເດືອນ​ກໍ​ລະ​ກົດ 2016 ຫາ ພຶດ​ສະ​ພາ 2019
ຕອນ​ທີ່​ທ່ານ​ນາງ​ຖືກ​ຮຽກ​ກັບ​ຄືນ​ມາ​ວໍ​ຊິງ​ຕັນຢ່າງບໍ່​ມີ​ພິ​ທີ​ລີ​ຕອງ​ຫຍັງ​ເລີຍ ພາຍ​ຫລັງ​ທີ່
​ທ່ານ ຣູ​ດີ ຈູ​ລິ​ອາ​ນີ (Rudy Giuliani), ທະ​ນາຍ​ຄວາມ​ສ່ວນ​ຕົວ​ຂອງ​ທ່ານ ທ​ຣຳ ແລະ
​ພັນ​ທະ​ມິດ​ຂອງ​ທ່ານໄດ້​ພາ​ກັນ​ພະ​ຍາ​ຍາມ​ເຮັດ​ໃນ​ສິ່ງ​ທີ່​ເພື່ອນ​ຮ່ວ​ງານ​ຂອງ​ທ່ານ​ນາງ
ແລະ​ພວກ​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ເວົ້າ​ວ່າ​ເປັນ​ການ​ລະ​ດົມ​ການ​ໃສ່​ຮ້າຍ​ຕໍ່​ທ່ານ​ນາງ.

XS
SM
MD
LG