ເຈົ້າໜ້າທີ່ຕໍ່ຕ້ານພວກກໍ່ການຮ້າຍຂອງສະຫະລັດ ມີຄວາມກັງວົນເພີ້ມຂຶ້ນຢ້ານວ່າ ພວກນັກລົບກຸ່ມລັດອິສລາມທີ່ຖືກຈັບໃນຂະນະທີ່ສູນກາງໃຫຍ່ຂອງກຸ່ມດັ່ງກ່າວພັງທະລາຍລົງຢູ່ໃນຊີເຣຍນັ້ນ ຈະພົບຊ່ອງທາງເພື່ອກັບຄືນໄປສູ່ສະໜາມລົບອີກ.
ພວກທ່ານກ່າວວ່າ ຄວາມເປັນຫ່ວງດັ່ງກ່າວແມ່ນຮ້າຍແຮງຫຼາຍ ສຳລັບພວກນັກລົບຕ່າງປະເທດປະມານ 2,000 ຄົນທີ່ຖືກຄຸມຂັງໃນສະພາບທີ່ບໍ່ແນ່ນອນ ຢູ່ໃນຄຸກຊົ່ວຄາວ ທີ່ຄວບຄຸມໂດຍກຳລັງປະຊາທິປະໄຕຊີເຣຍ ຫຼື SDF ທີ່ໄດ້ຮັບການໜຸນຫຼັງຈາກສະຫະລັດໃນຂະນະທີ່ປະເທດຂອງພວກເຂົາໄດ້ປະຕິເສດບໍ່ຍອມຮັບເອົາພວກເຂົາກັບຄືນໄປ.
ຮັກສາການຜູ້ອຳນວຍການ ສູນກາງຕໍ່ຕ້ານພວກກໍ່ການຮ້າຍ ຂອງສະຫະລັດ ທ່ານຣັສເຊີລ ທຣາເວີສ ກ່າວໃນວັນສຸກວານນີ້ວ່າ “ພວກເຮົາໄດ້ຮັບຄຳຕອບແບບທີ່ແລ້ວແຕ່ຊະຕາກຳກ່ຽວກັບເລື້ອງນີ້.”
ທ່ານກ່າວຕໍ່ຜູ້ຟັງ ຢູ່ທີ່ສະຖາບັນນະໂຍບາຍຕາເວັນອອກໃກ້ໃນນະຄອນຫຼວງວໍຊິງຕັນວ່າ “ມີຄວາມເປັນໄປໄດ້ສູງຂຶ້ນນັບມື້ວ່າ ໃນທີ່ສຸດພວກເຮົາອາດຈະໄດ້ເຫັນພວກນັກລົບຕ່າງປະເທດເຫຼົ່ານີ້ຫຼາຍຄົນອີກເທື່ອນຶ່ງເວລາພວກເຂົາລັກໜີອອກຈາກຄຸກໄປໄດ້ ຫຼືບໍ່ກໍຖືກປ່ອຍ. ຄວາມກັງວົນໃນໄລຍະກາງ ກໍແມ່ນວ່າຄວາມສາມາດໃນການສືບຕໍ່ຄຸມຂັງພວກນັກໂທດເຫຼົ່ານັ້ນ ແລະບໍ່ໃຫ້ໄປເສີມຄວາມເຂັ້ມແຂງໃຫ້ແກ່ຖັນແຖວກຸ່ມລັດອິສລາມແລະບໍ່ຢາກເຫັນພວກນັກລົບຕ່າງປະຫຼັ່ງໄຫຼອອກຈາກຊີເຣຍໄປ.”
ນັບເປັນເວລາຫຼາຍເດືອນມາແລ້ວ ພວກເຈົ້າໜ້າທີ່ສະຫະລັດທີ່ກະຊວງການຕ່າງປະເທດແລະທຳນຽບຫ້າແຈໄດ້ຮຽກຮ້ອງໃຫ້ປະເທດຕ່າງໆ ໂດຍສະເພາະບັນດາປະເທດທີ່ເຂົ້າຮ່ວມກຸ່ມແນວໂຮມເພື່ອເອົາຊະນະລັດອິສລາມນັ້ນຮັບເອົາແລະນຳໄປລົງໂທດພົນລະເມືອງແລະປະຊາຊົນຂອງຕົນ ທີ່ໄປສູ້ລົບໃຫ້ແກ່ກຸ່ມທີ່ປະກາດຕົນເອງວ່າ ເປັນລັດອິສລາມ.
ແຕ່ການຮຽກຮ້ອງເຫຼົ່ານັ້ນແມ່ນບໍ່ໄດ້ຮັບການສະໜອງຕອບ ໃນຂະນະທີ່ໂດຍສະເພາະແລ້ວແມ່ນປະເທດຕ່າງໆໃນຢູໂຣບ ໄດ້ພາກັນມີຄວາມເປັນຫ່ວງ ໂດຍໂຕ້ແຍ້ງວ່າ ລະບົບກົດໝາຍຂອງພວກເຂົາເຈົ້າ ຈະບໍ່ສາມາດລົງໂທດພວກນັກລົບກຸ່ມລັດອິສລາມ ທີ່ໄດ້ກໍ່ອາຊະຍາກຳຫຼາຍພັນກິໂລແມັດຫ່າງຈາກບ້ານເກີດຂອງຕົ້ນນັ້ນ ໄດ້ຢ່າງສຳເລັດຜົນ.