ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ພວກ​ນັກ​ເຄື່ອນ​ໄຫວ ມີ​ຄວາມ​ເຫັນ ໄປ​ໃນ​ແງ່​ດີ ທີ່​ ທ່ານ​ພອມ​ພຽວ ເອົາ​ທ່າ​ທີ ກ່ຽວ​ກັບ ຊາວ​ວີ​ເກີ້ ໃນ​ຈີນ


ຕຳ​ຫຼວດ​ຈີນ​ຢືນ​ຍາມ​ຢູ່​ທາງ​ສາຍ​ນຶ່ງ ໃກ້​ອັນ​ທີ່​ເອີ້ນ​ວ່າ ສູນ​ອົບ​ຮົມ​ວິ​ຊາ​ຊີບ ທີ່​ເມືອງ​ຢາຍ​ໜິງ ໃນ​ເຂດ​ຊິນ​ຈຽງ.
ຕຳ​ຫຼວດ​ຈີນ​ຢືນ​ຍາມ​ຢູ່​ທາງ​ສາຍ​ນຶ່ງ ໃກ້​ອັນ​ທີ່​ເອີ້ນ​ວ່າ ສູນ​ອົບ​ຮົມ​ວິ​ຊາ​ຊີບ ທີ່​ເມືອງ​ຢາຍ​ໜິງ ໃນ​ເຂດ​ຊິນ​ຈຽງ.

ພວກ​ນັກ​ເຄື່ອນ​ໄຫວ ແລະ​ພວກ​ນັກ​ຊ່ຽວ​ຊານ ໄດ້​ພາ​ກັນ​ສະ​ແດງ​ຄວາມ​ຫວັງ​ໄປ​ໃນ​ແງ່​ດີ ກ່ຽວ​ກັບ​ການ​ເອົາ​ທ່າ​ທີ​ຂອງ​ສະ​ຫະ​ລັດ ຕໍ່​ສະ​ພາບ​ການ​ທີ່​ໜ້າ​ເປັນ​ຫ່ວງຂອງ​ຊາວ​ວີ​ເກີ້​ໃນ​ປະ​ເທດ​ຈີນ ແລະ​ຕ່າງ​ປະ​ເທດ ຫຼັງ​ຈາກ​ຖະ​ແຫຼງ​ການ​ຂອງ​ລັດຖະ​ມົນ​ຕີ​ກະ​ຊວງ​ການ​ຕ່​າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ໄມ​ຄ໌ ພອມ​ພຽວ.

ໃນຖະ​ແຫຼງ​ການ​ສະ​ບັບ​ນຶ່ງ ທີ່​ນຳ​ອອກ​ເຜີຍ​ແຜ່​ໂດຍ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ທ່ານ​ພອມ​ພຽວ​ກ່າວ​ວ່າ ສະ​ຫະ​ລັດ “ຍັງ​ມີ​ຄວາມ​ເປັນ​ຫ່ວງ​ຢ່າງ​ເລິກເຊິ່ງ” ຈາກ​ລາຍ​ງານທີ່​ວ່າ ລັດ​ຖະ​ບານ​ຈີນ “ໄດ້​ຮາ​ວີ​ລົບ​ກວນ ຈັບ​ກຸມຫຼືບໍ່​ກໍ​ຄຸມ​ຂັງ​ບັນ​ດາ​ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ພວກ​ນັກ​ເຄື່ອນ​ໄຫວ​ຊາວ​ມຸ​ສ​ລິມ​ເຜົ່າ​ວີເກີ້​ ໂດຍ​ພະ​ລະການແລະ​ພວກ​ທີ່​ລອດ​ຊີ​ວິດ​ມາ​ໄດ້​ຈາກສູນ​ຄຸມ​ຂັງ​ຂອງ​ຈີນໃນ​ເຂດ​ຊິນ​ຈຽງ.

ທ່ານ​ເຟີ​ກັດ ຈໍ​ດຸດ ນັກ​ເຄື່ອນ​ໄຫວ​ທີ່​ມີ​ສຳ​ນັກ​ງານ​ຢູ່​ສະ​ຫະ​ລັດ ທີ່​ຖືກ​ກ່າວ​ເຖິງ​ຢູ່​ໃນ​ຖະ​ແຫຼງ​ການ ​ຂອງ​ຫົວ​ໜ້າ​ນັກ​ການ​ທູດ​ສະ​ຫະ​ລັດ ກ່າວ​ຕໍ່​ວີ​ໂອ​ເອ​ວ່າ ການ​ອອກ​ຖະ​ແຫຼງ​ການ​ໃນ​ທຳ​ນອງນີ້ ຈາກ​ລັດ​ຖະ​ບານ​ສະ​ຫະ​ລັດ ແມ່ນ​ພາ​ໃຫ້​ພວກຊາວ​ວີ​ເກີ້​ມີ​ຄວາມ​ຫວັງ​ວ່າ ພວກ​ເຂົາ​ເຈົ້າ​ບໍ່​ໄດ້​ຢູ່​ຢ່າງ​ໂດດ​ດ່ຽວ​ດຽວ​ດາຍ​ຕາມ​ລຳພັງ.

ທ່ານ​ກ່າວ​ຕື່ມວ່າ “ມັນ​ເປັນ​ສິ່ງ​ສຳ​ຄັນ​ຫຼາຍ​ທີ່​ໄດ້​ເຫັນ​ວ່າ ລັດ​ຖະ​ບານ​ສະ​ຫະ​ລັດ​ຊຸດ​ປັດ​ຈຸ​ບັນ​ນີ້ໄດ້​ດຳ​ເນີນ​ການ​ແບບ​ໃດ​ເພື່ອ​ຊ່ວຍ​ໃຫ້​ມີ​ການ​ປິດ​ສູນ​ເຫຼົ່າ​ນັ້ນ​ແລະຟື້ນ​ຟູ​ອິດ​ສະ​ຫຼະ​ພາບ​ຂອງ​ຊາວ​ວີ​ເກີ້​ໃນ​ຈີນ ໃນ​ສະ​ຫະ​ລັດ ແລະ​ໃນ​ທົ່ວ​ໂລກ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG