ຜູ້ສະໝັກສັງກັດພັກເດໂມແຄຣັດອີກຄົນນຶ່ງ ອາດຈະເຂົ້າຮ່ວມການແຂ່ງຂັນໃນການເລືອກຕັ້ງປີ 2020 ນີ້ ເພື່ອເຂົ້າກຳຕຳແໜ່ງຢູ່ໃນທຳນຽບຂາວ.
ທ່ານໄມໂຄ ບລູມເບີກ (Michael Bloomberg), ອະດີດເຈົ້າຄອງນະຄອນ ນິວຢອກແລະເສດຖີເງິນຕື້ໃນດ້ານທຸລະກິດຂ່າວສານຄາດວ່າຈະຍື່ນເອກະສານເພື່ອລົງແຂ່ງຂັນຢູ່ໃນການເລືອກຕັ້ງຂັ້ນຕົ້ນຂອງພັກເດໂມແຄຣັດໃນລັດອາລາບາມາ ຊຶ່ງເປັນລັດທີ່ມີວັນກຳນົດເສັ້ນຕາຍຂັ້ນທຳອິດເພື່ອໃຫ້ມີເງື່ອນໄຂເໝາະສົມເຂົ້າຮ່ວມການສະໝັກເລືອກຕັ້ງ.
ທ່ານ ບລູມເບີກ (Bloomberg) ບໍ່ໄດ້ຕັດສິນໃຈໃນຂັ້ນສຸດທ້າຍເທື່ອ ແຕ່ວ່າ ພວກຜູ້ຊ່ວຍຂອງເພິ່ນ “ມີຄວາມເປັນຫ່ວງຫລາຍຂຶ້ນນັບມື້” ວ່າ ກຸ່ມຜູ້ສະໝັກແຂ່ງຂັນໃນປັດຈຸບັນ “ບໍ່ໄດ້ຢູ່ໃນທ່າທີ່ດີ” ເພື່ອຈະເອົາຊະນະປະທານາທິບໍດີສະຫະລັດ, ທ່ານ ດໍໂນລ ທຣຳ ໄດ້ ໃນເດືອນພະຈິກໜ້ານີ້.
“ຖ້າຫາກທ່ານໄມຄ໌ ລົງສະໝັກ, ເພິ່ນກໍຈະເອົາທາງເລືອກໃໝ່ ມາໃຫ້ແກ່ພວກສັງກັດພັກເດໂມແຄຣັດ, ໂດຍສ້າງຂຶ້ນບົນປະຫວັດທີ່ມີລັກສະນະພິເສດໃນການ ປົກຄອງຕົວເມືອງ ໃຫຍ່ທີ່ສຸດຂອງອາເມຣິກາ, ທີ່ສ້າງທຸລະກິດຂຶ້ນມາ ນັບແຕ່ ຕອນທີ່ຍັງບໍ່ມີຫຍັງ ແລະກໍໄດ້ສູ້ບັນຫາທ້າທາຍທີ່ຫຍຸ້ງຍາກທີ່ສຸດຂອງອາເມຣິກາໃນນາມທີ່ເປັນຜູ້ໃຫ້ທຶນແກ່ການກຸສົນທີ່ພາໃຫ້ເກີດການປ່ຽນແປງສູງຄົນນຶ່ງ,” ນັ້ນຄືຄຳເວົ້າຂອງທ່ານຮາເຫວີດ ວັອຟຊັນ (Howard Wolfson), ໂຄສົກຂອງ ທ່ານບລູມເບີກ (Bloomberg).
ທ່ານ ບລູມເບີກ (Bloomberg) ເປັນຜູ້ສັງກັດພັກຣີພັບບລິກັນ ທີ່ຫັນປ່ຽນໄປເປັນຜູ້ທີ່ບໍ່ສັງກັດພັກໃດ ແລະໃຫ້ການຮັບຮອງຕໍ່ທ່ານນາງແຮລລາຣີ ຄລິນຕັນ ໃນປີ 2016.
ທ່ານເຄີຍເປັນເຈົ້າຄອງນະຄອນນິວຢອກໃນປີ 2002 ຈົນເຖິງ 2013 ແລະມີຄວາມຄຸ້ນເຄີຍກັບທ່ານທຣຳເພື່ອນຮ່ວມບ້ານຮ່ວມເມືອງຢູ່ນິວຢອກດີ ຊຶ່ງເປັນຜູ້ທີ່ທ່ານບລູມເບີກ (Bloomberg) ຖືເປັນ "ນັກປຸກປັນທີ່ເປັນອັນຕະລາຍ” ທີ່ເວົ້າອວດເກີນຄວາມເປັນຈິງກ່ຽວກັບທຸລະກິດຂອງຕົນ.
ທ່ານ ບລູມເບີກ (Bloomberg) ໄດ້ເຮັດໃຫ້ອານາຈັກຂອງການບໍລິການດ້ານການເງິນຮຸ່ງເຮືອງຂຶ້ນ ຊຶ່ງທຸລະກິດຂອງທ່ານລວມມີ ເຄືອຂ່າຍໂທລະພາບ ແລະວິທະຍຸ ແລະວາລະສານທີ່ສຸມໃສ່ການໃຫ້ຄຳປຶກສາດ້ານການເງິນ.
ຖ້າຫາກທ່ານລົງແຂ່ງຂັນ ທ່ານອາດຈະເຂົ້າໄປຮ່ວມຢູ່ໃນເວທີແຂ່ງຂັນຂອງພັກເດໂມແຄຣັດໃນນາມທີ່ເປັນຜູ້ເດີນສາຍກາງ.
ນອນຢູ່ໃນບັນດາຜູ້ລົງສະໝັກທີ່ມີຄະແນນນຳໜ້າ 4 ທ່ານນັ້ນ, ທ່ານ ເບີນີ ແຊນເດີສ໌ (Bernie Sanders) ແລະເອລີຊາເບັດ ວໍແຣນ (Elizabeth Warren) ເປັນພວກທີ່ມີຫົວກ້າວໜ້າ. ສ່ວນທ່ານ ໂຈ ໄບເດິນ (Joe Biden) ແລະ ພີດ ບູດິເຈດ (Pete Buttigieg) ທັງສອງທ່ານນີ້ ຖືວ່າເປັນພວກທີ່ຢູ່ໃນສາຍກາງຫລາຍກວ່າ.