ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ປ. ເອີ​ດູ​ອານ ກ່າວ​ຫາ ມົ​ສ​ກູ ແລະ ວໍ​ຊິງ​ຕັນ ວ່າ ບໍ່​ສາມ​າດ ປະ​ຕິ​ບັດ​ຕາມ ຂໍ້​ຕົກ​ລົງ ຊີ​ເຣຍ


ປະ​ທາ​ນາ​ທິ​ບໍ​ດີ ເທີ​ກີ ທ່ານ ຣີ​ເຊັບ ໄຕ​ຢິບ ເອີ​ດູ​ອານ ຖະ​ແຫຼງ​ຂ່າວ ຮ່ວມ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ຮັງ​ກາ​ຣີ ທ່ານ​ວິກ​ເຕີ ອໍ​ແບນ ທີ່​​ນະ​ຄອນ​ຫຼວງ​ບູ​ດາ​ແປ​ັສ​ທ໌ ວັນ​ທີ 7 ພະ​ຈິກ 2019.
ປະ​ທາ​ນາ​ທິ​ບໍ​ດີ ເທີ​ກີ ທ່ານ ຣີ​ເຊັບ ໄຕ​ຢິບ ເອີ​ດູ​ອານ ຖະ​ແຫຼງ​ຂ່າວ ຮ່ວມ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ຮັງ​ກາ​ຣີ ທ່ານ​ວິກ​ເຕີ ອໍ​ແບນ ທີ່​​ນະ​ຄອນ​ຫຼວງ​ບູ​ດາ​ແປ​ັສ​ທ໌ ວັນ​ທີ 7 ພະ​ຈິກ 2019.

ປະ​ທາ​ນາ​ທິ​ບໍ​ດີ ເທີ​ກີ ທ່ານ ຣີ​ເຊັບ ໄຕ​ຢິບ ເອີ​ດູ​ອານ ໄດ້​ກ່າວ​ຫາ​ມົ​ສ​ກູ ແລະວໍ​ຊິງ​ຕັນ​ວ່າ ບໍ່​ເອົາ​ຫົວ​ຕໍ່​ຄຳ​ໝັ້ນ​ໝາຍ​ຂອງ​ຕົນ ກ່ຽວ​ກັບ​ການ​ບັງ​ຄັບ​ ໃຫ້​ມີ​ການ​ຖອນ​ກຳ​ລັງ​ທະ​ຫານ​ບ້ານຊາວ​ເຄີດໃນ​ຊີ​ເຣຍ ຫຼື YPG ອອກ​ໄປ​ຈາກ​ເຂດ​ຊາຍ​ແດນທີ່​ຕິດ​ກັບ​ເທີ​ກີ ແລະ​ທ່ານ​ໄດ້​ເຕືອນ​ວ່​າ ຈະ​ເລີ້ມ​ການ​ປະ​ຕິ​ບັດ​ງານ​ທາງ​ທະ​ຫານໃນ​ຊີ​ເຣຍ​ຄືນ​ອີກ.

ທ່ານ​ເອີ​ດູ​ອານ ກ່າວ​ຕໍ່​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ໃນ​ວັນ​ພະ​ຫັດ​ວານນີ້​ ກັບ​ປະ​ທາ​ນາ​ທິ​ບໍ​ດີ​ຮັງ​ກາ​ຣີ ທ່ານ​ວິກ​ເຕີ ອໍ​ແບນ ທີ່​ນະ​ຄອນ​ຫຼວງ​ບູ​ດາ​ແປັ​ສ​ທ໌ ວ່າ “ທັງ​ສະຫະ​ລັດ ກໍ​ບໍ່​ສາ​ມາດ​ນຳ​ເອົາ​ພວກ​ກໍ່​ການ​ຮ້າຍ​ເຫຼົ່າ​ນີ້ອອກ​ໄປ​ຈາກ​ບໍ​ລິ​ເວນ​ດັ່ງ​ກ່າວພາຍ​ໃນ​ເວ​ລາ 120 ຊົ່ວ​ໂມງ ຫຼື​ຣັດ​ເຊຍ ກໍ​ບໍ່​ສາ​ມາດ​ເຊັ່ນ​ດຽວ​ກັນ ໃນ​ການ​ນຳ​ເອົາພວກ​ກໍ່​ການ​ຮ້າຍ​ເຫຼົ່າ​ນີ້ ອອກ​ໄປ​ຈາກ​ບໍ​ລິ​ເວນ​ດັ່ງ​ກ່າວ ພາຍ​ໃນ​ຂອບ​ເວ​ລາຈຳ​ກັດ 150 ຊົ່ວ​ໂມງ.

ທ່ານ​ເອີ​ດູ​ອານ​ໄດ້​ທຳ​ການ​ຕົກ​ລົງ​ແບບ​ແຍກ​ກັນ​ໃນ​ເດືອນ​ຕຸ​ລາ​ຜ່ານ​ມາ ກັບ​ປະ​ທາ​ນາ​ທິ​ບໍ​ດີ​ຣັດ​ເຊຍ ທ່ານວ​ລາ​ດີ​ເມຍ ປູ​ຕິນ ແລະ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະລັດ ທ່ານ​ໄມ​ຄ໌ ແພັນ​ສ໌ ໂດຍ​ທີ່​ທັງ​ສອງ​ທ່ານ​ຕ່າງ​ກໍ​ໄດ້​ຕົ​ກ​ລົງ​ວ່າ ກຳ​ລັງ​ຊາວເຄີດ YPG ຈະ​ຖອນອ​ອກ​ໄປ​ຫ່າງ​ຈາກ​ຊາຍ​ແດນ​ເທີ​ກີ​ຢ່າງ​ໜ້ອຍ 30 ກິ​ໂລແມັດ.

ເພື່ອ​ເປັນ​ການ​ຕອບ​ແທນ ອັງ​ກາ​ຣາ​ໄດ້​ຕົກ​ລົງ​ທີ່​ຈະ​ຢຸດ​ການ​ບຸກ​ໂຈມ​ຕີ​ທາງ​ທະຫານ​ເຂົ້າ​ໄປ​ໃນ​ຊີ​ເຣຍ ຕໍ່​ກອງ​ກຳ​ລັງ YPG ຊຶ່ງ​ເຮັດ​ໃຫ້​ປະ​ຊາ​ຊົນ​ຕ້ອງ​ໄດ້​ອົບພະຍົບ​ຫຼົບໄພຫຼາຍກວ່າ 100,000 ຄົນ ສ່ວນ​ໃຫຍ່​ແລ້ວ​ແມ່ນ​ຊາວ​ເຄີດ.

ທ່ານ​ເອີ​ດູ​ອານ ຊຶ່ງ​ກ່າວ​ກ່ອນ​ອອກ​ເດີ​ນ​ທາງ​ຈາກ​ນະ​ຄອນ​ຫຼວງ​ບູ​ດາ​ແປັ​ສ​ທ໌​ໄດ້​ອ້າງວ່າ ມີ​ທະ​ຫານກອງ​ທັບ​ແຫ່ງ​ຊາດ​ຊີ​ເຣຍ​ຢ່າງ​ໜ້ອຍ 11 ຄົນທີ່​ເປັນ​ພັນ​ທະມິດ​ກັບ​ກຳ​ລັງ​ຂອງ​ເທີ​ກີ​ໃນ​ຊີ​ເຣຍນັ້ນ ໄດ້​ຖືກ​ຂ້າ​ຕາຍ​ໃນ​ວັນ​ພະ​ຫັດ​ວານີ້ ​ໂດຍກຳ​ລັງ YPG.

ອັງ​ກາ​ຣາ​ລະ​ບຸ​ວ່າ ກຳ​ລັງ YPG ເປັນ​ພວກ​ກໍ່​ການ​ຮ້າຍ ທີ່​ມີ​ຄວາມ​ສຳ​ພັນ​ກັບ​ການ​ກໍ່​ກະ​ບົດ​ຢູ່​ໃນ​ເທີ​ກີ ໂດຍ​ກຸ່ມ​ກະ​ບົດ PKK.

ອະ​ດີດ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ເທີ​ກີ ມີ​ທາດ ແຣນ​ດີ ທີ່​ເຄີຍ​ຮັບ​ໜ້າ​ທີ່​ຢູ່​ໃນ​ຂົງ​ເຂດ ກ່າວ​ວ່າ “ພວກ​ເຮົາ​ຈະ​ເຊື່ອ ​ແຕ່​ໃນ​ສິ່ງ​ທີ່​ພວກ​ເຮົາ​ພິ​ສູດ​ໄດ້​ເທົ່າ​ນັ້ນ ​ປະ​ເທດມະ​ຫາ​ອຳ​ນາດທັງ​ສອງ (ຣັດ​ເຊຍ ແລະ ສະ​ຫະ​ລັດ) ພວ​ມ​ໃຊ້​ໄພ້​ຊາວ​ເຄີດ​ຢູ່ ພວກ​ເຂົາ​ເຈົ້າ​ພະ​ຍາ​ຍາມ​ດຶງ​ເອົາ​ຊາວ​ເຄີດ​ໃຫ້​ເຂົ້າ​ມາ​ຢູ່​ໃກ້​ທີ່​ສຸດ​ເທົ່າ​ທີ່​ເປັນ​ໄປ​ໄດ້ ເຂົາກຳ​ລັງ​ແຂ່ງ​ຂັນ​ຊິງ​ດີ​ຊິງ​ເດັ່ນ​ກັນ​ຢູ່.”

ທ່ານ​ເອີ​ດູ​ອານ ແລະ​ທ່ານ​ປູ​ຕິນ ໄດ້​ຕັດ​ສິນ​ໃຈ ໃຫ້​ມີ​ການ​ລາດ​ຕະ​ເວນ​ລະ​ຫວ່າງທະ​ຫານ​ເທີ​ກີ​ແລະ​ຣັດ​ເຊຍ ຊຶ່ງ​ຈະ​ມີ​ຂຶ້ນ​ພາຍ​ໃນ​ເຂດ ​ທີ່​ມີ​ຄວາມ​ກວ້າງ 5 ກິ​ໂລ​ແມັດຢູ່​ໃນ​ຊີ​ເຣຍ ເພື່ອກວດ​ພິ​ສູດ​ກ່ຽວ​ກັບ​ການ​ຖອນ​ກຳ​ລັງ YPG.

ຂໍ້​ກຳ​ນົດ​ແບບນີ້ ພວກ​ນັກ​ວິ​ເຄາະ​ບາງ​ຄົນ​ເຕືອນ​ວ່າ ບໍ່​ມີ​ທ່າ​ທາງວ່າ​ຈະ​ຊ່ວຍ​ບັນ​ເທົາ​ໃນ​ຄວາມ​ເປັນ​ຫ່ວງ​ຂອງ​ອັງ​ກາ​ຣາ ກ່ຽວ​ກັບ​ຄວາມ​ຈົງ​ຮັກ​ພັກ​ດີ​ຂອງ​ມົ​ສ​ກູໄດ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG