ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ອີ​ຣ່ານ ປະ​ກາດ ເລີ້ມ​ກັ່ນ​ທາດ ຢູ​ເ​ຣ​ນຽມ ຄືນ​ໃໝ່ ທີ່ໂຮ​ງ​ງານ​ໃຕ້​ດິນ ຟໍ​ໂດ


ຮູບ​ທີ່​ນຳ​ອອກ​ເຜີຍ​ແຜ່​ໂດຍ​ອີ​ຣ່ານ ເມື່ອ​ວັນ​ທີ 4 ພະ​ຈິກ ປິ 2019 ທີ່​ສະ​ແດງ​ໃຫ້​ເຫັນ​​ບ່ອນກັ່ນ​ທາດ​ຢູ​ເຣ​ນຽມ ທີ່​ໂຮງ​ໄຟ​ຟ້າ​ນິວ​ເຄ​ລຍນາ​ທາ​ສ.
ຮູບ​ທີ່​ນຳ​ອອກ​ເຜີຍ​ແຜ່​ໂດຍ​ອີ​ຣ່ານ ເມື່ອ​ວັນ​ທີ 4 ພະ​ຈິກ ປິ 2019 ທີ່​ສະ​ແດງ​ໃຫ້​ເຫັນ​​ບ່ອນກັ່ນ​ທາດ​ຢູ​ເຣ​ນຽມ ທີ່​ໂຮງ​ໄຟ​ຟ້າ​ນິວ​ເຄ​ລຍນາ​ທາ​ສ.

ອົງ​ການ​ພະ​ລັງ​ງານ​ນິວ​ເຄ​ລຍ​ຂອງ​ອີ​ຣ່ານ ໄດ້​ປະ​ກາດ​ໃນ​ວັນ​ພະ​ຫັດ​ມື້ນີ້ ກ່ຽວ​ກັບການກັ່ນ​ທາດ​ຢູ​ເຣ​ນຽມ​ຄືນ​ໃໝ່ ຢູ່ທີ່ໂຮງ​ງານນິວ​ເຄ​ລຍ​ໃຕ້​ດິນ​ຟໍ​ໂດ ຊຶ່ງ​ເປັນ​ບ່ອນ​ທີ່ ພາຍ​ໃຕ້​ຂໍ້​ຕົກ​ລົງ​ນິວ​ເຄ​ລຍ​ປີ 2015 ກັບ​ປະ​ເທດ​ມະ​ຫາ​ອຳ​ນາດ​ຂອງ​ໂລກ ອີ​ຣ່ານ​ໄດ້​ສັນ​ຍາ​ທີ່ຈະ​ຢຸດ​ເຊົາ ​ການ​ກັ່ນ​ທາດ​ຢູ​ເຣ​ນຽມຫຼື​ການ​ຄົ້ນ​ຄວ້າໃດໆ​ທີ່​ພົວ​ພັນ ​ກັບການ​ກັ່ນ​ທາດ​ຢູ​ເຣ​ນຽມ.

ອົງ​ການ​ພະ​ລັງານ​ປະ​ຣະ​ມາ​ນູ​ຂອງ​ອີ​ຣ່ານ ກ່າວ​ຢູ່​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງວ່າ ການ​ກັ່ນ​ທາດ​ຢູ​ເຣ​ນຽມ​ໄດ້​ເລີ້ມ​ຂຶ້ນ​ເມື່ອ​ຄືນ​ແລ້ວນີ້ ແລະ​ມີ​ຂຶ້ນ​ພາຍ​ໃຕ້​ການ​ເປັນ​ພະ​ຍານ​ຂອງເຈົ້າ​ໜ້າ​ທີ່​ຈາກອົງ​ການຄຸ້ມ​ຄອງ​ນິວ​ເຄ​ລຍ​ສະ​ຫະ​ປະ​ຊາ​ຊາດ.

ອີ​ຣ່ານ​ກ່າວ​ວ່າ ຕົນ​ມີ​ແຜນ​ການ​ທີ່​ຈະ​ກັ່ນ​ທາດ​ຢູ​ເຣ​ນຽມ​ໃຫ້​ໄດ້​ເຖິງ​ລະ​ດັບ 4.5 ເປີ​ເຊັນ​ຢູ່​ສະ​ຖານ​ທີ່​ດັ່ງ​ກ່າວ ຊຶ່ງນັ້ນ​ແມ່ນສູງກວ່າ​ລະ​ດັບ​ທີ່​ໄດ້​ຮັບ​ອະ​ນຸ​ຍາດພາຍ​ໃຕ້​ແຜນການ​ປະ​ຕິ​ບັດ​ງານ​ຮ່ວມ​ຮອບ​ດ້ານຫຼື JCPOA ແຕ່​ການ​ບໍ່​ປະ​ຕິ​ບັດ​ຕາມ​ຂີດຈຳ​ກັດ​ ແມ່ນ​ບາດ​ກ້າວຂັ້ນ​ຕົ້ນ​ຂອງ​ອີ​ຣ່ານ ໃນ​ການ​ລະ​ເມີດ​ຂໍ້​ຕົກ​ລົງ ທີ່​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ທີ່​ຮ່ວມ​ລົງ​ນາມ​ອື່ນໆ ຊ່ວຍ​ອີ​ຣ່ານໃນ​ການ​ຫລີກ​ເວັ້ນ​ຈາກ​ການລົງ​ໂທດ​ຂອງ​ສະ​ຫະ​ລັດ ກ່ຽວ​ກັບ​ການ​ສົ່ງ​ອອກ​ນ້ຳ​ມັນນ້ຳ​ມັນ​ຂອງ​ຕົນ​ນັ້ນ.

ແຜນ​ການ​ປະ​ຕິ​ບັດ​ງານ​ຮ່ວມ​ຮອບ​ດ້ານ​ແມ່ນ​ຊ່ອງ​ທາງ​ໃນການ​ແກ້​ໄຂ​ການ​ກ່າວ​ຫາ​ຂອງ​ປະ​ເທດ​ຕາ​ເວັນ​ຕົກ​ວ່າ​ອີ​ຣ່ານ ພວມ​ເຮັດ​ວຽກ​ໄປ​ສູ່​ການ​ສ້າງ​ອາ​ວຸດ​ນິວ​ເຄ​ລຍ ຊຶ່ງ​ອີ​ຣ່ານ​ໄດ້​ປະ​ຕິ​ເສດ​ໄປ​ແລ້ວນັ້ນ ໂດຍ​ກ່າວ​ວ່າ ໂຄງ​ການ​ນິວ​ເຄ​ລຍ​ຂອງ​ຕົນ ແມ່ນ​ມີ​ຈຸດ​ປະ​ສົງ​ໃນ​ທາງ​ສັນ​ຕິ ເຊັ່ນ​ເພື່ອ​ຜະ​ລິດ​ໄຟ​ຟ້າ ແລະ​ເຮັດ​ຢາປົວ​ພະ​ຍາດ. ການ​ກັ່ນ​ທາດ​ຢູ​ເຣ​ນຽມ​ໃຫ້​ໄດ້​ເຖິງ​ລະ​ດັບ 4.5 ເປີ​ເຊັນແມ່ນ​ຍັງ​ໄກ​ຫຼາຍ​ຈາກ​ລະ​ດັບ​ທີ່​ຈຳ​ເປັນ​ເພື່ອ​ຈະ​ສ້າງ​ອາ​ວຸດ​ນິວ​ເຄ​ລຍ.

ນອກ​ເໜືອ​ໄປ​ຈາກທຳການ​ກັ່ນ​ທາດ​ຢູ​ເຣ​ນຽມ​ທີ່​ໂຮງ​ງານ​ຟໍ​ໂດ​ແລະ​ກັ່ນ​ໃນ​ລະ​ດັບ​ສູງ​ແລ້ວ ​ອີ​ຣ່ານ​ຍັງ​ໄດ້​ລະ​ເມີດ​ ປະ​ລິ​ມານ​ການ​ເກັບ​ສະ​ສົມ​ທາດ​ຢູ​ເຣ​ນຽມ​ທີ່​ກັ່ນ​ແລ້ວຕາມ​ທີ່​ໄດ້​ຮັບ​ອະ​ນຸ​ຍາດ ແລະ​ຍັງ​ໄດ້​ປະ​ກາດ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ເຄື່ອງກັ່ນ​ທີ່​ທັນ​ສະ​ໄໝ​ເພື່ອ​ນຳ​ໃຊ້​ໃນ​ຂັ້ນ​ຕອນ​ການ​ກັ່ນ​ທາດ​ຢູ​ເຣ​ນຽມ​ນັ້ນ.

ຄະ​ນະ​ກຳ​ມະ​ການ​ຂອງ​ອົງ​ການ​ພ​ະ​ລັງ​ງາ​ປະ​ຣະ​ມາ​ນູ​ສາ​ກົນ ພວມ​ປະ​ຊຸມ​ກັນ​ໃນ​ວັນ​ພະ​ຫັດ​ມື້ນີ້ທີ່​ນະ​ຄອນວຽນ​ນາ ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ທາງດ້ານ​ນິວ​ເຄ​ລຍ​ຂອງ​ອີ​ຣ່ານ. ຄະ​ນະ​ກວດ​ກາ​ຂອງ​ອົງ​ການ​ພະ​ລັງ​ງານ​ປະ​ຣະ​ມາ​ນູສາ​ກົນ ມີ​ໜ້າ​ທີ່​ຕິດ​ຕາມ​ເບິ່ງ​ການ​ປ​ະ​ຕິ​ບັດ​ຕາມ​ຂໍ້​ຕົກ​ລົງ JCPOA ຂອງ​ອີ​ຣ່ານ.

ກ່ອນ​ທີ່​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ​ປະ​ກາດ​ກ່ຽວ​ກັບ​ການ​ຕັດ​ສິນ​ໃຈ​ເພື່ອ​ຖອນ​ສະ​ຫະ​ລັດ ​ອອກ​ຈາກ​ຂໍ້​ຕົກ​ລົງ​ໃນ​ປີ​ກາຍນີ້ ອົງ​ການ​ພະ​ລັງ​ງານ​ປະ​ຣະ​ມາ​ນູ​ສາ​ກົນກ່າວ​ວ່າ ອີ​ຣ່ານ​ໄດ້​ປະ​ຕິ​ບັດ​ຕາມ​ພັນ​ທະ​ຂອງ​ຕົນ​ພາຍ​ໃຕ້​ຂໍ້​ຕົກ​ລົງ​ດັ່ງ​ກ່າວ. ລັດຖະ​ບານ​ທ່ານ​ທ​ຣຳ​ກ່າວ​ວ່າ ຂໍ້​ຕົກ​ລົງ​ທີ່​ວ່ານີ້​ບໍ່​ໄດ້​ດຳ​ເນີນ​ການ​ຢ່າງ​ພຽງ​ພໍ​ເພື່ອ​ຂັດຂວາງ​ອີ​ຣ່ານ​ບໍ່​ໃຫ້​ສ້າງ​ອາ​ວຸດ​ນິວ​ເຄ​ລຍແລະ​ໃຫ້​ການ​ຜ່ອນ​ຜັນ​ຫຼາຍ​ເກີນ​ໄປ​ໂພດໃນ​ບັນ​ເທົາ​ການ​ລົງ​ໂທດ. ສະ​ຫະ​ລັດ​ໄດ້​ທຳ​ການ​ລົງ​ໂທດ​ຮອບ​ໃໝ່​ຫຼາຍໆ​ຄັ້ງ​ຕໍ່ອີ​ຣ່ານ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອີ​ຣ່ານ ທ່ານ​ໂມ​ຮຳ​ໝັດ ຈາ​ວາດ ຊາ​ຣິ​ຟ ເອີ້ນ​ການ​ເຄື່ອນ​ໄຫວ​ຂອງ​ລັດ​ຖ​ະ​ບານ​ທ່ານ​ທ​ຣຳ​ໃນ​ອາ​ທິດນີ້​ວ່າເປັນ “ການ​ກໍ່​ການຮ້າຍ​ແລະ​ການ​ຂູ່​ເຂັນທາງ​ດ້ານ​ເສດ​ຖະ​ກິດ ​.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG