ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫວຽດ​ນາມ ປະ​ກາດ ການ​ຈັບ​ກຸມ ກ່ຽວ​ກັບ​ຄະ​ດີ ລັກ​ລອບ​ຄ້າ​ມະ​ນຸດ ຢູ່​ອັງ​ກິດ


ຕຳ​ຫຼວດ ຢູ່ບ່ອນ​ເກີດ​ເຫດ ​ທີ່​ມີ​ການພົບ​ເຫັນສົບ 39 ສົບ ​ໃນ​ລົດ​ບັນ​ທຸກ ທີ່​ເມືອງ​ເທີ​ຣັ​ອກ ປ​ະ​ເທດ​ອັງ​ກິດ ເມື​່ອ​ວັນ​ທີ 23 ຕຸ​ລາ 2019.
ຕຳ​ຫຼວດ ຢູ່ບ່ອນ​ເກີດ​ເຫດ ​ທີ່​ມີ​ການພົບ​ເຫັນສົບ 39 ສົບ ​ໃນ​ລົດ​ບັນ​ທຸກ ທີ່​ເມືອງ​ເທີ​ຣັ​ອກ ປ​ະ​ເທດ​ອັງ​ກິດ ເມື​່ອ​ວັນ​ທີ 23 ຕຸ​ລາ 2019.

ຫວຽດ​ນາມ ໃນ​ວັນ​ສຸກວານນີ້ ໄດ້​ປະ​ກາດ ​ກ່ຽວ​ກັບ​ການ​ຈັບ​ກຸມ​ເປັນ​ເທື່ອ​ທຳ​ອິດ ໃນ​ຄ​ະ​ດີ​ທີ່​ມີ​ການ​ສົງ​ໄສວ່າ​ເປັນ​ການ​ລັກ​ລອບຄ້າ​ມະ​ນຸດ​ຂ້າມ​ຊາຍ​ແດນຢູ່​ເມືອງ​ແອັ​ສເຊັກ ປະ​ເທດ​ອັງ​ກິດ ບ່ອນ​ທີ່​ພວກ​ເຈົ້າ​ໜ້າ​ທີ່​ພົບ​ສົບ​ຊາວ​ຫວຽດ​ນາມ 39 ​ຄົນທີ່ເຊື່ອ​ວ່າ ເສຍ​ຊີ​ວິດ​ຍ້ອນ​ຫາຍ​ໃຈ​ບໍ່​ໄດ້​ຢູ່​ໃນ​ຕູ້​ເຢັນ​ຂອງ​ລົດ​ບັນ​ທຸກ.

ຕຳ​ຫຼວດ​ໃນ​ແຂວງ​ຮາ​ຕິນ ກ່າວ​ວ່າ ຕົນ​ໄດ້​ຈັບ​ກຸມ ແລະ​ກ່າວ​ຫາ​ຜູ້​ຕ້ອງ​ສົງ​ໄສສອງ​ຄົນ ຫຼັງ​ຈາກ ສິບ​ຄອບ​ຄົວ​ຢູ່​ໃນ​ທ້ອງ​ຖິ່ນ​ ລາຍ​ງານ​ວ່າ ເຂົາ​ເຈົ້າ​ຢ້ານ​ວ່າ ສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ເຂົາ​ເຈົ້າ ອາດ​ຮວມ​ຢູ່​ໃນ​ຈຳ​ນວນ​ພວກເຄາະ​ຮ້າຍທີ່​ເສຍ​ຊີວິດ 39 ​ຄົນ. ຄະ​ດີ​ດັ່ງ​ກ່າວແມ່ນ​ຂຶ້ນ​ໄປ​ເຖິງ​ລະ​ດັບ​ສູງ​ສຸດ​ຂອງ​ລັດ​ຖະບານ ໂດຍ​ທີ່​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຂອງ​ອັງ​ກິດ​ແລະ​ຫວຽດ​ນາມ ຕ່າງ​ກໍ​ໄດ້​ມີ​ຄຳ​ສັ່ງໃຫ້​ທຳ​ການ​ສືບ​ສວນ. ການ​ສືບ​ສວນສອບ​ສວນ​ໄດ້​ຂະ​ຫຍາຍ​ວົງ​ກວ້າງ​ອອກ ກວມ​ເອົາ​ການ​ຂົນສົ່ງ​ຜ່ານ​ປະ​ເທດ​ຈີນ ໄອ​ຣ໌​ແລນ ແລະ​ເບ​ລ​ຈ້ຽມ ບ່ອນ​ທີ່​ພວກ​ເຈົ້າ​ໜ້າ​ທີ່​ກ່າວວ່​າ ພວກ​ຄົນ​ຂັບ​ລົດ​ບັນທຸກເວົ້າ​ວ່າ ພາ​ກັນຂົນຂະ​ໜົມ​ຄຸກກີ້​ແລະ​ບິ​ສ​ກິ​ດ.

ການ​ອອກ​ຂ່າວ​ໃນ​ເວັບ​ໄຊ​ຂອງ​ຕຳ​ຫຼວດ​ໃນ​ວັນ​ເສົາ​ມື້ນີ້ ກ່າວ​ວ່າ “ຕຳ​ຫຼວດ​ແຂວງ​ຮາ​ຕິນ​ໄດ້​ເຕົ້າ​ໂຮມ​ກຳ​ລັງ ແລະ​ວິ​ທີ​ການ​ຕ່າງໆ ເພື່ອ​ສືບ​ສວນ​ເບິ່ງ​ການ​ລະ​ເມີດ​ກົດ​ໝາຍ​ຂອງ​ສ່ວນ​ບຸກ​ຄົນ ແລະ​ອົງ​ການ​ຕ່າງໆ​ທີ່​ກ່ຽວ​ຂ້ອງ.”

ລາຍ​ງານ​ຂ່າວ​ບໍ່​ໄດ້​ເວົ້າ​ເຖິງ​ຊື່​ຂອງ​ຜູ້​ຕ້ອງ​ສົງ​ໄສ ແຕ່​ກໍ​ກ່າວ​ວ່າ ເຂົາ​ເຈົ້າ​ໄດ້​ຈັບ​ກຸມ​ບຸກ​ຄົນ​ອື່ນໆ​ເພື່ອ​ສອບ​ປາກ​ຄຳ​ເຊັ່ນ​ດຽວ​ກັນ. ຜູ້​ຕ້ອງ​ສົງ​ໄສ​ຖືກ​ຈັບ​ໃນ​ຂໍ້​ຫາ​ “ຈັດ​ຕັ້ງ​ແລະ​ນຳ​ພາ​ຜູ້​ຄົນ​ໃຫ້​ຫລົບ​ໜີ​ໄປ​ຕ່າງ​ປະ​ເທດ ຫຼື​ຢູ່​ເທິງ​ກຳ​ປັ່ນ​ແບບ​ຜິດ​ກົດ​ໝາຍ. ນອກນັ້ນ ຕຳ​ຫຼວດ​ອັງ​ກິດ​ຍັງ​ໄດ້​ຈັບ ແລະ​ກ່າວ​ຫາຕໍ່​ຢ່າງ​ໜ້ອຍຫ້າ​ຄົນໃນຖານ​ສົງ​ໄສ​ຂ້າ​ຄົ​ນ​ຕາຍ​ແລະ​ສົມ​ຮູ້​ຮ່ວມ​ຄິດ​ໃນ​ລັກ​ລອບ​ຄ້າ​ມະ​ນຸດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG