ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຊາວ​ອີ​ຣັກ ຫຼາຍ​ສິບ​ພັນ​ຄົນ ໂຮມ​ຊຸມ​ປະ​ທ້ວງ ຕໍ່​ຕ້ານ​ລັດ​ຖະ​ບານ ຄັ້ງ​ໃຫຍ່​ທີ່​ສຸດ


ຜູ້​ປະ​ທ້ວງ​ອີ​ຣັກ​ຄົນ​ນຶ່ງ ຖືກ​ແກ້ວ​ໂສ​ດາ ເພື່ອ​ໃຊ້​ເຮັດ​ໃຫ້​ແກັ​ສ​ນ້ຳ​ຕາ​ໝົດ​ລິດ ໃນ​ລະ​ຫວ່າງ​ການ​ປະ​ທ້ວງ ຕໍ່​ຕ້ານ​ລັດ​ຖະ​ບານ ທີ່​ນະ​ຄອນ​​ຫຼວງ​ແບັກ​ແດດ ເມື່ອ​ວັນ​ທີ 1 ພະ​ຈິກ 2019.
ຜູ້​ປະ​ທ້ວງ​ອີ​ຣັກ​ຄົນ​ນຶ່ງ ຖືກ​ແກ້ວ​ໂສ​ດາ ເພື່ອ​ໃຊ້​ເຮັດ​ໃຫ້​ແກັ​ສ​ນ້ຳ​ຕາ​ໝົດ​ລິດ ໃນ​ລະ​ຫວ່າງ​ການ​ປະ​ທ້ວງ ຕໍ່​ຕ້ານ​ລັດ​ຖະ​ບານ ທີ່​ນະ​ຄອນ​​ຫຼວງ​ແບັກ​ແດດ ເມື່ອ​ວັນ​ທີ 1 ພະ​ຈິກ 2019.

ປະ​ຊາ​ຊົນ​ອີ​ຣັກ​ຫຼາຍ​ສິບ​ພັນ​ຄົນ​ໄດ້​ໄປ​ເຕົ້າ​ໂຮມ​ກັນຢູ່​ທີ່​ຈະ​ຕຸ​ລັດ​ຕາ​ຫ໌​ເຣຍ​ໃນ​ນະ​ຄອນ​ຫຼວງ​ແບັກ​ແດດ ໃນ​ການເດີນ​ຂະ​ບວນ​ປະ​ທ້ວງ​ຕໍ່​ຕ້ານ​ລັດ​ຖະ​ບານ​ທີ່​ໃຫຍ່​ທີ່​ສຸດ ນັບ​ແຕ່ການ​ປະ​ທ້ວງ​ໄດ້​ເລີ້ມ​ຂຶ້ນ​ເມື່ອ​ນຶ່ງ​ເດືອນ​ກ່ອນ.

ພວກ​ປະ​ທ້ວງ​ທີ່​ຖື​ທຸງ​ຊາດ​ອີ​ຣັກໄດ້​ໄປ​ເຕົ້າ​ໂຮມ​ກັນ​ຈົນ​ເຕັມ​ຈະ​ຕຸ​ລັດ​ແລະ​ຖະ​ໜົນ​ສາຍ​ຕ່າງໆ ກ່ອນ​ການ​ສູດ​ມົນ​ໃນມື້​ວັນ​ສຸກ ​ຊຶ່ງ​ເປັນ​ມື້​ສູດ​ມົນ​ທີ່​ສຳ​ຄັນ​ສຸດ ​ຂອງ​ຊາວ​ມຸ​ສ​ລິມ.

ການ​ປະ​ທ້ວງ ​ທີ່​ໄດ້​ເລີ້ມ​ຂຶ້ນ​ເມື່ອ​ນຶ່ງ​ເດືອນ​ກ່ອນ​ແລະເມື່ອ​ໄວໆ​ມານີ້ມີ​ຂະ​ໜາດ​ໃຫຍ່​ຂຶ້ນ​ເລື້ອຍໆ ​ໂດຍ​ທີ່ພວກ​ປະ​ທ້ວງ ​ບໍ່​ຍອມ​ຟັງຄຳ​ສັ່ງ​ຂອງ​ພວກ​ເຈົ້າ​ທີ່​ຮັກສາ​ຄວາມ​ສະ​ຫງົບ​ທີ່​ໄດ້​ສັງ​ຫານ​ພວກ​ປະ​ທ້ວງ​ໄປ​ແລ້ວ​ຈຳ​ນວນ​ນຶ່ງ. ພວກ​ເຈົ້າໜ້າ​ທີ່​ຕຳ​ຫຼວດແລະ​ການ​ແພດ​ກ່າວ​ວ່າ ມີ​ຢ່າງ​ໜ້ອຍ 225 ຄົນ​ໄດ້​ຖືກ​ຂ້າ​ຕາຍ​ໃນ​ເດືອນ​ແລ້ວ ຮວມ​ທັງ 5 ຄົນ​ທີ່​ເສຍ​ຊີ​ວິດ​ໃນ​ມື້​ວັນ​ສຸກຍ້ອນ​ທົນ​ຕໍ່​ພິດບາດ​ແຜ​ບໍ່​ໄດ້.

ໃນ​ວັນ​ສຸກວານນີ້ ພວກ​ປະ​ທ້ວງ​ຈຳ​ນວນ​ນຶ່ງ​ໄດ້​ແນ​ຄວາມ​ໂກດ​ແຄ້ນ​ຂອງ​ເຂົາ​ເຈົ້າ​ໃສ່​ອີ​ຣ່ານ ຊຶ່ງ​ມີ​ຄວາມ​ສຳ​ພັນ​ຢ່າງ​ໃກ້​ຊິດ​ກັບ​ພັກ​ການ​ເມືອງ​ຫຼາຍໆ​ພັກຢູ່​ໃນ​ອີ​ຣັກ.

ນັກ​ສອນ​ສາ​ສະ​ໜາ​ຊີ​ໄອ ອາ​ເໝັດ ອາ​ລ-ຊາ​ຟີ ໄດ້​ກ່າວ​ໂຈມ​ຕີ​ອີ​ຣ່ານ ໃນ​ກ​ານ​ເທ​ສະ​ນາ ເມື່ອ​ວັນ​ສຸກວານນີ້ ໂດຍ​ເວົ້າ​ວ່າ ພວກ​ເຈົ້າ​ໜ້າ​ທີ່​ບໍ່​ຄວນ​ອະ​ນຸ​ຍາດ​ໃຫ້ “ບຸກ​ຄົນ​ໃດ ຫຼື​ກຸ່ມ​ໃດ​ ຫຼື​ອົງ​ການ​ໃດ​ທີ່​ບໍ່​ບອກ​ຊື່​ແທ້ ຫຼື​ພັກ​ຝ່າຍ​ໃດ​ຢູ່​ໃນ​ຂົງ​ເຂດ

ຫຼືເປັນ​ພັກ​ຝ່າຍ​ລະ​ຫວ່າງ​ປະ​ເທດ” ​ໃຊ້​ອິດ​ທິ​ພົນ​ຂອງ​ພວກ​ເຂົາ​ເຈົ້າ​ບັງ​ຄັບ​ໃຫ້​ປະ​ຊາ​ຊົນ​ຊາວ​ອີ​ຣັກ​ເຫັນ​ພ້ອມ​ໃນ​ຄວາ​ມ​ຄິດ​ຂອງ​ພວກ​ເຂົາ.

​ການ​ປະ​ທ້ວງ​ເຫຼົ່າ​ນີ້​ແມ່ນ​ບໍ່​ມີ​ຜູ້​ນຳ ປາ​ສະ​ຈາກ​ໂຄງ​ສ້າງ​ໃນ​ການ​ຈັດ​ຕັ້ງ ແລະ​ບໍ່​ໄດ້​ເປັນ​ກ້ອນ​ເປັນ​ກຸ່ມ​ດຽວ​ກັນ.

ແຕ່​ແນວ​ໃດ​ກໍ​ຕາມ ພວກ​ເຂົາ​ເຈົ້າ​ແມ່ນ​ມາ​ຈາກ​ພາກ​ສ່ວນ​ໃຫຍ່​ຂອງ​ປະ​ຊາ​ຊົນ​ທີ່​ມາ​ຈາກ​ກຸ່ມ​ສາ​ສະ​ໜາ​ແລະ​ຊົນ​ຊາດ​ຊົນ​ເຜົ່າ​ໃນ​ທົ່ວ​ປະ​ເທດເພື່ອ​ທວງ​ໃຫ້​ຍຸ​ຕິ​ການການ​ສໍ້​ລາດ​ບັງ​ຫຼວງ​ທີ່​ແຜ່ກວ້າງ​ຢູ່​ໃນ​ອີ​ຣັກ ຄົນ​ຫວ່າງ​ງານ ແລະ​ການ​ບໍ​ລິ​ການ​ທີ່ມີ​ຄຸນ​ນະ​ພາບ​ຕ່ຳ​ຂອງ​ລັດ​ຖະ​ບານ.

ການ​ເດີນ​ຂະ​ບວນ​ປະ​ທ້ວງ​ສ່ວນ​ໃຫຍ່​ແມ່ນ​ຂ້ອນ​ຂ້າງ​ມີ​ຄວາມ​ສະ​ຫງົບ​ໃນ​ຕອນ​ກາງ​ເວັນ ແຕ່​ການ​ຕໍ່​ສູ້​ກັນ​ມັກ​ເກີດ​ຂຶ້ນ​ໃນ​ຕອນ​ກາງ​ຄືນ​ຫຼັງ​ຈາກ​ຕາ​ເວັນ​ຕົກ​ແລ້ວ​ລະ​ຫວ່າງ​ຕຳ​ຫຼວດ​ແລະ​ພວກ​ປະ​ທ້ວງ.

ອົງ​ການ​ນິ​ລະ​ໂທດ​ກຳ​ສາ​ກົນ​ກ່າວ​ວ່າ ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ສະ​ຫງົບ​ໄດ້​ຍິງ​ລະເບີດ​ນ້ຳ​ຕາ​ເຂົ້າ​ໃສ່​ພວກ​ປະ​ທ້ວງໂດຍ​ກົງ ທີ່​ນະ​ຄອນ​ຫຼວງ​ແບັກ​ແດດ ຊຶ່ງ​ເຮັດ​ໃຫ້ມີ​ຜູ້​ບາດ​ເຈັບ​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG