ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກມອດ​ໄພ ໃນ​ລັດ​ຄາ​ລີ​ຟໍ​ເນຍ ຍັງ​ສືບ​ຕໍ່ ຮັບ​ມື​ກັບ​ໄຟ​ປ່າ ໃນ​ຫຼາຍໆ​ບ່ອນ


ພວກມອດ​ໄຟ ໃນ​ລັດ​ຄາ​ລີ​ຟໍ​ເນຍ ຫຼຽວ​ເບິ່ງ ເຮືອ​ບິນ​ທີ່​ຖິ້ມ​ສານ​ເຄ​ມີ​ດັບ​ໄຟລົງ​ໃສ່ໄຟ​ປ່າ​ມາ​ເຣຍ ໃນ​ເຂດ​ຊານ​ຕາ​ພອ​ລ​ລາ ເມື່ອ​ວັນ​ທີ 1 ພະ​ຈິກ 2019.
ພວກມອດ​ໄຟ ໃນ​ລັດ​ຄາ​ລີ​ຟໍ​ເນຍ ຫຼຽວ​ເບິ່ງ ເຮືອ​ບິນ​ທີ່​ຖິ້ມ​ສານ​ເຄ​ມີ​ດັບ​ໄຟລົງ​ໃສ່ໄຟ​ປ່າ​ມາ​ເຣຍ ໃນ​ເຂດ​ຊານ​ຕາ​ພອ​ລ​ລາ ເມື່ອ​ວັນ​ທີ 1 ພະ​ຈິກ 2019.

ພວກ​ດັບ​ໄຟ​ຍັງ​ສືບ​ຕໍ່​ຮັບ​ມື​ກັບ​ໄຟ​ປ່າຫຼາຍ​ບ່ອນ​ໃນ​ລັດ​ຄາ​ລີ​ຟໍ​ເນຍ ຮວມ​ທັງ​ໄຟ​ປ່າ​ຫົວ​ໃໝ່ ທີ່​ໄໝ້​ລາມ​ຢ່າງວ່ອງ​ໄວ ຢູ່​ທາງ​ພາກ​ໃຕ້​ຂອງ​ດັ່ງ​ກ່າວ​ນຳ​ດ້ວຍ.

ເຈົ້າ​ໜ້າ​ທີ່​ກ່າວ​ໃນ​ວັນ​ສຸກວານນີ້​ວ່າ ໄຟ​ປ່າ​ທີ່​ລຸກ​ໄໝ້ ​ຢູ່​ທາງ​ເໜືອ​ນະ​ຄອນ​ລອ​ສ​ແອນ​ເຈີ​ລິ​ສ ຊຶ່ງ​ຮູ້​ກັນ​ໃນ​ຊື່ໄຟ​ປ່າ​ມາ​ເຣຍ ໄດ້​ໄໝ້​ລາມ​ຂະ​ຫຍາຍ​ວົງ​ກວ້າງ​ອອກກວມ​ເອົາ​ພື້ນ​ທີ່ 3,700 ເຮັກ​ຕາຫຼັງ​ຈາກ​ທີ່​ໄດ້​ເລີ້ມ​ລຸກ​ໄໝ້​ໃນ​ຕອນ​ບ່າຍ​ຂອງວັນພະ​ຫັດ​ຜ່ານ​ມາ ເຖິງ​ແມ່ນ​ສະ​ພາບ​ອາ​ກາດ​ໄດ້​ຄ່ອຍໆ​ງຽບ​ລົງທີ່​ໄດ້​ຊ່ວຍ​ພວກ​ດັບໄຟ​ໃນ​ທົ່ວ​ລັດ​ຄາ​ລີ​ຟໍ​ເນຍ​ກໍ​ຕາມ.

ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ໄຟ​ປ່າໃນ​ເຂດ​ເມືອງ​ເວັນ​ຈູ​ຣາ ​ບັງ​ຄັບ​ໃຫ້​ເຈົ້າ​ໜ້າ​ທີ່​ຕ້ອງ​ໄດ້​ສັ່ງ​ໃຫ້​ຍົກ​ຍ້າຍ​ປະ​ຊາ​ຊົນ 8,000 ຄົນແລະ​ກ່າວ​ວ່າ ໄຟ​ດັ່ງ​ກ່າວ​ໄດ້​ທຳ​ລາຍ​ຕຶກ​ອາ​ຄານ​ຢ່າງ​ໜ້ອຍ 2 ຫຼັງ.

ລາຍ​ງານ​ຂອງ​ໜັງ​ສື​ພິມ​ລອ​ສ​ແອນ​ເຈີ​ລິ​ສ​ໄທ​ມ​ສ໌ ແຈ້ງວ່າ ຄວາມ​ພະ​ຍາ​ຍາມ​ໃນ​ການມອດ​ໄຟ​ໂດຍ​ໃຊ້​ເຮືອ​ບິນ​ເຮ​ລີ​ຄອບ​ເຕີ້​ສາດ​ນ້ຳ​ລົງ​ໃສ່​ໄດ້​ຖືກ​ລົບ​ກວນ ໂດຍ​ອັນ​ທີ່​ປາ​ກົດ​ວ່າ ເປັນການ​ບິນຂອງ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ​ທີ່​ຜິດ​ກົດ​ໝາຍ. ມີ​ເຮືອ​ບິນເຮ​ລີ​ຄອບ​ເຕີ້ 2 ລຳ​ໄດ້​ຖືກ​ສັ່ງ​ໃຫ້​ລົງ​ຈອດ ຈົນ​ກວ່າ​ພວກ​ເຈົ້າ​ໜ້າ​ທີ່​ແນ່​ໃຈ​ວ່າ​ທ້ອງ​ຟ້າ​ປອດ​ໄພຈາກ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ​ແລ້ວ.

ລົມ​ໃນ​ເຂດ​ເມືອງ​ແຊນ​ຕາ​ອາ​ນາ ທີ່​ພັດ​ເອົາ​ອາ​ກາດ​ແຫ້ງ​ແລ້ງມາຈາກ​ທະ​ເລ​ຊາຍແລະ​ພາ​ໃຫ້​ໄຟ​ປ່າ​ທີ່​ໄໝ້ ​ມີ​ຄວາມ​ແຮງ​ຂຶ້ນ​ຢູ່​ໃນ​ທົ່ວ​ລັດນັ້ນ ເລີ້ມ​ສະ​ຫງົບ​ລົງ​ແລ້ວ

ໃນ​ວັນ​ສຸກວານນີ້ ແລະ​ລົມ​ທີ່​ມີ​ຂຶ້ນ​ຕາມ​ປົກ​ກະ​ຕິ​ຈາກ​ມະ​ຫາ​ສະ​ໝຸດ​ທີ່​ພັດ​ເຂົ້າຝັ່ງແມ່ນ​ເລີ້ມ​ກັບ​ຄືນ​ມາ​ແລ້ວ. ແຕ່​ແນວ​ໃດ​ກໍ​ຕາມ ພວກ​ນັກ​ດັບ​ໄຟ​ກ່າວ​ວ່າ ລັດ​ຄາລີ​ຟໍ​ເນຍ​ຍັງ​ບໍ່​ພົ້ນ​ຈາກ​ອັນ​ຕະ​ລາຍ​ເທື່ອ ໂດຍ​ໃຫ້​ຂໍ້​ສັງ​ເກດ​ວ່​າ ການ​ປ່ຽນ​ທິດ​ທາງຂອງ​ລົມ​ອາດ​ເຮັດ​ໃຫ້​ໄຟ​ໄໝ້​ລາມ​ໄປ​ໃສ່​ເຂດ​ອື່ນໆ​ໄດ້.

ທ່ານ​ມາກ ລໍ​ເຣັນ​ເຊັນ ຫົວ​ໜ້າ​ດັບ​ໄຟ​ເຂດ​ເມືອງ​ເວັນ​ຈູ​ຣາ ກ່າວ​ວ່າ “ພວກ​ເຮົາພວມ​ພົບ​ເຫັນ​ວ່າ ລົມ​ເລີ້ມ​ປ່ຽນ​ທິດ​ທາງ​ແລ້ວ ແລະ​ສະ​ພາບ​ການ​ດັ່ງ​ກ່າວ​ກໍ​ເປັນສິ່ງ​ທ້າ​ທາຍ​ໃນ​ຕົວ​ຂອງ​ມັນ​ເອງ.”

ເປັນ​ທີ່​ຄ​າດ​ກັນ​ວ່າ ການ​ປ່ຽນ​ທິດ​ທາງ​ຂອງ​ລົມ​ ຍັງ​ຈະ​ດຳ​ເນີນ​ຢູ່​ຕໍ່​ມາ ໃນ​ເຂດ​ພາກ​ໃຕ້​ຂອງ​ລັດ​ຄາ​ລີ​ຟໍ​ເນຍ ຕະ​ຫຼອດ​ວັນ​ເສົາ​ມື້ນີ້.

ນາງກ​ຣີ​ຕາ ທັນ​ເບີກ ນັກ​ເຄື່ອນ​ໄຫວ​ໜຸ່ມ​ນ້ອຍດ້ານ​ດິນ​ຟ້າ​ອາ​ກາດຊາວ​ສະ​ວີ​ເດັນແມ່​ນ​ຢູ່​ທີ່​ນະ​ຄອນ​ລອ​ສ​ແອນ​ເຈີ​ລິ​ສ ໃນ​ວັນ​ສຸກວານນີ້ ເພື່ອ​ເຂົ້າ​ຮ່ວມ​ການໂຮມ​ຊຸມ​ນຸມ ແລະ​ກ່າວ​ຖະ​ແຫຼງ​ກ່ຽວ​ກັບ​ເລື້ອງ​ໄຟ​ປ່າ​ຕໍ່​ຝູງ​ຊົນ.

ນາງ​ທັນ​ເບີກ​ເວົ້າ​ວ່າ “ຢູ່​ລັດ​ຄາ​ລີ​ຟໍ​ເນຍ​ໃນ​ມື້ນີ້ ພວກ​ເຮົາ​ເຫັນ​ວ່າ ​ໄດ້​ເກີດ​ໄຟ​ປ່າຢູ່​ທຸກ​ຈອກ​ທຸກ​ແຈ ໄຟ​ປ່າ​ທີ່​ເລີ້ມ​ໄໝ້​ແຮງ​ຂຶ້ນ​ຍ້ອນ​ວິ​ກິດ​ການ​ດ້ານ​ດິນ​ຟ້າ​ອາ​ກາດເວ​ລານີ້ ພວກ​ເຮົາ​ແມ່ນ​ພວມ​ດຳ​ລົງ​ຊີ​ວິດ​ຢູ່​ໃນ​ຍຸກ​ເລີ້​ມ​ຕົ້ນ ຂອງ​ການ​ພັງ​ທະ​ລາຍລົງ​ຂອງ​ດິນ​ຟ້າ​ອາ​ກາດ ​ແລະ​ລະ​ບົບ​ນິ​ເວດ ແລະ​ພວກ​ເຮົາ​ຈະ​ບໍ່​ສາ​ມາດມອງ​ໜ້າໜີ​ໄປ​ຈາກວິ​ກິດ​ການນີ້ ອີກ​ຕໍ່​ໄປ​ແລ້ວ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG