ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສ​ຫລ ແລະ​ຈີນ ມີ​ຈຸດ​ຢືນ​ ຢູ່​ບ່ອນ​ໃດ ໃນ​ການ​ເຈ​ລະ​ຈາ ດ້ານ​ການ​ຄ້າ


ພະ​ນັກ​ງານ​ຈີນ ກຳ​ລັງ​ແປງ​ທຸງ​ຊາດ ສ​ຫລ ແລະ​ຈີນ ກ່ອນ​ການ​ເຈ​ລະ​ຈາ ລະ​ຫວ່າງ​ຜູ້​ຕາງ​ໜ້າ​ທາງ​ດ້ານ​ການ​ຄ​້າ ຂອງ ສ​ຫລ ແລະ​ຈີນ ທີ່​ປັກ​ກິ່ງ ເມື່ອ​ວັນ​ທີ 14 ກຸ່ມ​ພາ 2019.
ພະ​ນັກ​ງານ​ຈີນ ກຳ​ລັງ​ແປງ​ທຸງ​ຊາດ ສ​ຫລ ແລະ​ຈີນ ກ່ອນ​ການ​ເຈ​ລະ​ຈາ ລະ​ຫວ່າງ​ຜູ້​ຕາງ​ໜ້າ​ທາງ​ດ້ານ​ການ​ຄ​້າ ຂອງ ສ​ຫລ ແລະ​ຈີນ ທີ່​ປັກ​ກິ່ງ ເມື່ອ​ວັນ​ທີ 14 ກຸ່ມ​ພາ 2019.

ຈີນ ແລະ ສະ​ຫະ​ລັດ ໃກ້​ຈະ​ຕົກ​ລົງ​ກັນ​ໄດ້​ແລ້ວ​ບໍ ກ່ຽວ​ກັບ​ການ​ເຮັດ​ຂໍ້​ຕົກ​ລົງ​ການ​ຄ້າ​ໃນ​ຂອບ​ເຂດ​ທີ່ກວ້າງ​ຂວາງ ຫຼັງ​ຈາກ​ໄດ້​ເຈ​ລະ​ຈາ​ກັນ​ມາເປັນ​ເວ​ລາ​ດົນກວ່າ​ສອງ​ປີ​ເຄິ່ງ​ແລ້ວ.

ພວກ​ຜູ້​ນຳ​ຂອງ​ທັງ​ສອງ​ຝ່າຍຊຶ່ງ​ຕາມ​ປົກ​ກະ​ຕິ​ແລ້ວ​ແມ່ນ​ມີ​ຄວາມ​ເຫັນ​ໄປ​ໃນ​ແງ່​ດີໃນ​ການ​ທີ່​ຈະ​ບັນ​ລຸ​ການ​ຕົກ​ລົງ​ດັ່ງ​ກ່າວທັງໆ​ທີ່​ບໍ່​ໄດ້​ໃຫ້​ລາຍ​ລະ​ອຽດ​ທີ່​ສະ​ເພາະ​ເຈາະ​ຈົງໃດໆ.

ໃນ​ວັນ​ສຸກວານນີ້ ກໍ​ບໍ່​ໄດ້​ມີ​ການ​ຍົກ​ເວັ້ນ ເວ​ລາ​ຜູ້​ຕາງ​ໜ້າ​ທາງ​ດ້ານ​ການ​ຄ້າ​ຂອງ​ສະ​ຫະ​ລັດ ໄດ້​ອອກ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ ກ່າວ​ວ່າ ການ​ເຈ​ລະ​ຈາ​ຮອບ​ຫຼ້າ​ສຸດ “ແມ່ນ​ມີ​ຄວາມກ້າວ​ໜ້າ​ໃນ​ຫຼາຍໆ​ດ້ານ ແລະ​ພວມ​ຢູ່​ໃນ​ຂັ້ນ​ຕອນ​ຂອງ​ການ​ແກ້​ໄຂ​ບັນ​ຫາ​ທີ່​ສຳ​ຄັນໆ.”

ເປັນ​ທີ່​ຄາດ​ກັນ​ວ່າ ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ແລະ​ປະ​ທານ​ປະ​ເທດ​ຈີນ ທ່ານສີ ຈິ້ນ​ຜິງ ຈະ​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ຂັ້ນ​ຕົ້ນທີ່​ເອີ້ນ​ວ່າ “ໄລ​ຍະ​ທີ​ນຶ່ງ” ໃນ​ລະ​ຫວ່າງກອງ​ປະ​ຊຸມ​ສຸ​ດຍອດ​ຂອງ​ອົງ​ການ​ຮ່ວມ​ມື​ທາງ​ດ້ານ​ເສດ​ຖະ​ກິດ​ໃນ​ເຂດ​ເອ​ເຊຍ​ປາຊີ​ຟິກ ຫຼື​ເອ​ເພັກ ຊຶ່ງ​ຕົ້ນ​ຕໍ​ນັ້ນ​ໄດ້​ກຳ​ນົດ​ໃສ່​ວັນ​ທີ 16 ຫາ 17 ພະ​ຈິກທີ່​ປະ​ເທດຊີ​ເລ. ແຕ່​ແນວ​ໃດ​ກໍ​ຕາມ ປະ​ທາ​ນາ​ທິ​ບໍ​ດີ​ຊີ​ເລ ທ່ານ​ເຊ​ບາ​ສ​ຕຽນ ປີ​ເຍ​ຣາ ໄດ້ເຮັດ​ໃຫ້​ແຜນ​ການ​ດັ່ງ​ກ່າວ​ຕົກ​ຢູ່​ໃນ​ຄວາມ​ບໍ່​ແນ່ນອນ ເວ​ລາ​ທ່ານ​ໄດ້​ປະ​ກາດ​ຍົກ​ເລີກກອງ​ປະ​ຊຸມ​ສຸດຍອດຍ້ອນ​ຄວາມ​ວຸ້ນ​ວາຍ​ທີ່​ໄດ້​ແຜ່​ລາມ​ອອກ​ໄປ​ທົ່ວ​ປະ​ເທດ.

​ໃນ​ການ​ສົ່ງ​ຂໍ້​ຄວາມ​ຜ່ານ​ທາງ​ທວີດ​ເຕີ້​ໃນ​ມື້​ວັນ​ພະ​ຫັດ​ຜ່ານ​ມານັ້ນ ທ່ານ​ທ​ຣຳ​ເວົ້າ​ວ່າ “ສະ​ຖານ​ທີ່​ແຫ່ງ-ໃໝ່​ຈະ​ມີ​ການ​ປະ​ກາດ​ໃຫ້​ຊາບ ໃນ​ໄວໆ​ນີ້. ປະ​ທານ​ປະ​ເທດ ສີ ຈິ້ນ​ຜິງແລະ​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ຈະ​ເປັນ​ຜູ້​ລົງ​ນາມ.” ນອກນັ້ນ​ແລ້ວ ປະ​ທາ​ນາທິ​ບໍ​ດີ​ຍັງ​ກ່າວ​ວ່າ ຂໍ້​ຕົກ​ລົງ​ໄລ​ຍະ​ທີ​ນຶ່ງ​ທີ່​ໄດ້​ມີ​ການ​ເຈ​ລະ​ຈາ​ກັນ​ມານັ້ນ ຈະ​ກວມເອົາ​ “ປະ​ມານ 60 ເປີ​ເຊັນ​ຂອງ​ຂໍ້​ຕົກ​ລົງທັງ​ໝົດ” ເຖິງ​ແມ່ນ​ວ່າ ຍັງ​ບໍ່​ທັນ​ເປັນທີ່​ຈະ​ແຈ້ງ​ເທື່ອ​ວ່າ ສັດ​ສ່ວນ​ດັ່ງ​ກ່າວ​ແມ່ນ​ຄຳ​ນວນ​ມາ​ຈາກ​ຫຍັ​ງ​ແທ້.

ເງື່ອນ​ໄຂ​ຕ່າງໆ​ຂອງ​ຂໍ້​ຕົກ​ລົງ​ຂັ້ນ​ຕົ້ນ​ນີ້ ຍັງ​ບໍ່​ທັນ​ໄດ້​ມີ​ການ​ຮັບ​ເອົາ ​ເປັນ​ຂັ້ນ​ສຸດ​ທ້າຍ​ເທື່ອ ແຕ່​ກໍ​ເປັນ​ທີ່​ເຂົ້າ​ໃຈ​ກັນ ​ຢ່າງກວ້າງ​ຂວາງວ່າ ຈະ​ຮວມ​ທັງ​ການ​ທີ່​ຈີນຈະ​ຮັບ​ຊື້​ສິນ​ຄ້າ​ກະ​ສິ​ກຳ​ຂອງ​ສະ​ຫະ​ລັດ​ຄືນ​ໃໝ່ ແລະ​ຜະ​ລິດ​ຕະ​ພັນ​ອື່ນໆທີ່​ຮວມທັງ​ເຮືອ​ບິນ ຕະ​ຫຼອດ​ທັງ​ການ​ຕົກ​ລົງ​ຮ່ວມ ກ່ຽວ​ກັບ​ເລື້ອງ​ປັບ​ຄ່າ​ເງິນ​ຕາແລະໃຫ້ການ​ຄຸ້ມ​ຄອງ​ເພີ້ມ​ຂຶ້ນ​ຕໍ່​ຊັບ​ສິນ​ທາງ​ດ້ານ​ສະ​ຕິ​ປັນ​ຍາ ​ໃຫ້ແກ່​ບໍ​ລິ​ສັດ​ຕ່າງໆ ທີ່​ບໍ່​ແມ່ນ​ຂອງ​ຈີນ ແຕ່​ເຮັດ​ທຸ​ລະ​ກິດ​ຢູ່​ໃນ​ຈີນ.

ແລະ​ທັງ​ໝົດ​ທີ່​ກ່າວ​ມານັ້ນ ແມ່ນ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜຸນ​ຈາກ​ສ່ວນ​ໃຫຍ່​ຂອງ​ປະ​ຊາ​ຄົມ​ທຸ​ລະ​ກິດ​ສະ​ຫະ​ລັດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG