ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ມີ 2 ພັນ​ກວ່າ​ຄະ​ດີ ພົວ​​ພັນກັບ​ ອົງ​ການ​ກໍ່​ການ​ຮ້າຍ​ ຕ່າງ​ປະ​ເທດ ທີ່​ FBI ພວມ​ສືບ​ສວນ​ຢູ່


ທາງ​ເຂົ້າ​ຕຶກອາ​ຄານ​ສັນ​ຕິ​ບານ​ກາງ ເຈ. ເອດ​ກາ ຮູ​ເວີ ​ໃນ​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ເມື່ອ​ວັນ​ທີ 30 ພະ​ຈິກ 2017.
ທາງ​ເຂົ້າ​ຕຶກອາ​ຄານ​ສັນ​ຕິ​ບານ​ກາງ ເຈ. ເອດ​ກາ ຮູ​ເວີ ​ໃນ​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ເມື່ອ​ວັນ​ທີ 30 ພະ​ຈິກ 2017.

ອົງ​ການ​ສັນ​ຕິ​ບານ​ກາງ​ຫຼື FBI ຂອງ​ສະ​ຫະ​ລັດ ກ່າວ​ວ່າ ຕົນ​ພວມ​ທຳ​ການ​ສືບ​ສວນ 2 ພັນ​ກວ່າ​ຄະ​ດີ ທີ່​ພົວ​ພັນ​ກັບ​ກຸ່ມ​ທີ່​ຖືກ​ລະ​ບຸ​ໂດຍ​ສະ​ຫະ​ລັດ​ວ່າ ເປັນ​ອົງການ​ກໍ່​ການ​ຮ້າຍ​ຕ່າງ​ປະ​ເທດ ຊຶ່ງ​ເປັນ​ໂຕ​ເລກ​ທີ່​ໄດ້​ສະ​ທ້ອນ​ໃຫ້​ເຫັນ​ເຖິງ​ໄພ​ຂົ່ມຂູ່​ຈາກກຸ່ມຕ່າງໆ ເຊັ່ນ​ກຸ່ມ​ອາລ​ກາ​ອີ​ດາ ແລະ​ກຸ່ມ​ເຮັ​ສ​ໂບ​ລາ.

ປັດ​ຈຸ​ບັນ​ນີ້ ມີ​ກຸ່ມ​ຕ່າງໆ 68 ກຸ່ມ ຢູ່​ໃນ​ບັນ​ຊີ​ລາຍ​ຊື່​ອົງ​ການ​ກໍ່​ການ​ຮ້າຍ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ສ່ວນ​ໃຫຍ່​ແລ້ວ​ ກໍ​ແມ່ນ​ກຸ່ມ​ຈີ​ຮາດ ເຊັ່ນ​ອາ​ລ​ກາ​ອີ​ດາ​ເປັນ​ຕົ້ນ. ການ​ລະ​ບຸ​ຊື່​ດັ່ງ​ກ່າວ ອຳ​ນວຍ​ໃຫ້​ສະ​ຫະ​ລັດ ​ກັກ​ຊັບ​ສິນ​ຂອງ​ກຸ່ມ​ແລະ​ສະ​ມາ​ຊິກ​ກຸ່ມ​ ແລະ​ກໍ​ສືບ​ສວນ​ເບິ່ງ​ກິດ​ຈະ​ກຳ​ຂອງ​ພວກ​ເຂົາ​ໄດ້.

ການ​ແນ​ຄວາມ​ສົນ​ໃຈ​ອີກ​ຄັ້ງ​ນຶ່ງ​ ຂອງອົງ​ການ FBI ​ໄປໃສ່​ກຸ່ມ​ກໍ່​ການ​ຮ້າຍ​ຕ່າງ​ປະ​ເທດ ແລະ​ສະ​ມ​າ​ຊິກ​ຂອງ​ພວກ​ເຂົາ ສ່ວນ​ນຶ່ງ​ແມ່ນ​ໄດ້​ສະ​ທ້ອນ​ໃຫ້​ເຫັນ​ເຖິງການ​ຟື້ນ​ໂຕ​ຄືນ​ຢ່າງ​ງຽບໆ ຂອງ​ກຸ່ມ​ອາ​ລ​ກາ​ອີ​ດາ ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານຊີ​ມັ​ສ ຮິວຈ໌ (Seamus Hughes) ຮອງ​ຜູ້​ອຳນວຍການ ໂຄງ​ການ​ພວກ​ຫົວ​ຮຸນ​ແຮງຈັດ ທີ່​ມະ​ຫາ​ວິ​ທະ​ຍາ​ໄລ​ຈອ​ຣ໌ຈ ວໍ​ຊິງ​ຕັນ.

ທ່ານ​ຮິວຈ໌ ກ່າວ​ວ່າ “ຂະ​ນະ​ທີ່​ການ​ເພັ່ງ​ເລັງຕົ້ນຕໍ​ ໃນ​ໄລ​ຍະ​ສອງ​ສາມ​ປີ​ຜ່ານ​ມານີ້ ແມ່ນ​ກຸ່ມ​ໄອ​ຊິ​ສ ແຕ່​ກຸ່ມ​ອາ​ລ​ກາ​ອີ​ດາ ໄດ້​ໃຊ້​ເວ​ລາ​ດັ່ງ​ກ່າວ ເພື່ອ​ລໍ​ຖ້າໂອ​ກາດ​ແລະ​ສ້າງ​ຕາ​ໜ່າງ​ຂອງ​ຕົນ​ຄືນ. ແລະ​ດ້ວຍ​ເຫດນີ້ ຄະ​ດີ​ຕ່າງໆ​ແມ່ນຍັງ​ມີ​ຢູ່​ຕໍ່​ມາ ແລະ​ພວກ​ເຂົາ​ເຈົ້າ​ຕ້ອງ​ໄດ້​ກວດ​ກາ​ເບິ່ງ. ມັນ​ບໍ່​ແມ່ນ​ພຽງ​ແຕ່​ກຸ່ມໄອ​ຊິ​ສ​ເທົ່າ​ນັ້ນ ມັນ​ຍັງ​ມີ​ກຸ່ມ​ອາ​ລ​ກາ​ອີ​ດາ ເຄືອ​ຂ່າຍ​ຂອງ​ພວກ​ເຂົາແລະ​ນອກ
ນັ້ນ ພວກ​ເຮົາ​ຍັງ​ມີ​ກຸ່ມ​ອື່ນໆ ເຊັ່ນ​ເຮັ​ສ​ໂບ​ລາ​ນຳ​ດ້ວຍ.”

ຈາກ​ທັງ​ໝົດ​ປະ​ມານ 5 ພັນ​ຄະ​ດີ​ກໍ່​ການ​ຮ້າຍ​ທີ່​ພວມ​ສືບ​ສວນ​ຢູ່​ໃນ​ເວ​ລານີ້ ມີ​ປະ​ມານ 850 ຄະ​ດີ​ແມ່ນ​ແນ​ໃສ່​ການ​ກໍ່​ການ​ຮ້າຍ​ພາຍ​ໃນ​ປະ​ເທດເຊັ່ນກາ​ນ​ກໍ່​ຄວາມ​ຮຸນ​ແຮງ​ຈາກ​ພວກ​ຂວາ​ຈັດ ໃນ​ຂະ​ນະ​ສ່ວນ​ທີ່​ເຫຼືອ​ມີ​ການ​ເຊື່ອມ​ຕໍ່​ກັບ​ພວກ​ກໍ່​ການຮ້າຍ​ລະ​ຫວ່າງ​ປະ​ເທດ ນັ້ນ​ຄື​ຄຳ​ຊີ້​ແຈງ​ຂອ​ງ​ອົງ​ການ FBI ຕໍ່​ຄຳ​ຖາມ ​ຂອງ​ນັກ​ຂ່າວ​ວີ​ໂອ​ເອ.

ອົງ​ການ FBI ສ່ວນ​ການ​ສືບ​ສ​ວນ​ກ່ຽວ​ກັບ​ພວກ​ກໍ່​ຮ້າຍ​ລະ​ຫວ່າງ​ປະ​ເທດແມ່ນ​ໄດ້​ແບ່ງ​ອອກ​ເປັນ​ປະ​ມານ 1,000 ຄະ​ດີຊຶ່ງແຕ່​ລະ​ຄະ​ດີ​ທີ່​ເອີ້ນ​ວ່າ​ເປັນຄະ​ດີຫົວ​ຮຸນ ແຮງ​ຈັດ​ແລະ​ກຸ່ມລັດ​ອິ​ສ​ລາມ ທີ່​ເກີດ​ຂຶ້ນຢ​ຟູ່​ພາຍ​ໃນ​ປະ​ເທດ. ສ່ວນ​ທີ່​ເຫລືອນັ້ນ​ແມ່ນ​ປະ​ກອບ​ດ້ວຍ “ຫຼາຍໆ​ພັນ​ຄະ​ດີ ​ທີ່​ພົວ​ພັນ​ກັບ​ອົງ​ການ​ກໍ່​ການ​ຮ້າຍ​ຕ່າງ​ປະ​ເທດ ເຊັ່ນ​ອາ​ລ​ກາ​ອີ​ດາແລະ​ເຮັ​ສ​ໂບ​ລາ​ເປັນ​ຕົ້ນ.

ຜູ້​ອຳ​ນວຍ​ການ​ອົງ​ການ FBI ທ່ານ​ຄ​ຣິ​ສ​ໂຕ​ເຟີ ເວ​ຣ ໄດ້​ເປີດ​ເຜີຍ​ຈຳ​ນວນ​ຄະ​ດີພວກ​ກໍ່​ການ​ຮ້າຍ​ທີ່​ສຳ​ຄັນ​ສຸດ​ໃນ​ເດືອນ​ຕຸ​ລາ​ຜ່ານ​ມານີ້ ເວ​ລາ​ທ່ານ​ໄປ​ໃຫ້​ການ​ຕໍ່ໜ້າ​ຄະ​ນະ​ກຳ​ມະ​ການ​ສະ​ພາ​ຕ່ຳ ທີ່​ຮັບ​ຜິດ​ຊອບ ​ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ​ພາຍ​ໃນ​ຂອງ​ສະ​ຫະ​ລັດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG