ເກົາຫຼີເໜືອໃຫ້ການຢືນຢັນວ່າ ຕົນໄດ້ຍິງລູກສອນໄຟໄລຍະໃກ້ 2 ລູກໃນວັນພະຫັດວານ ນີ້ ຊຶ່ງເປັນການຍິງຄັ້ງທີ 12 ພາຍໃນປີນີ້ໃນຂະນະທີ່ປະເທດດັ່ງກ່າວທຳການກົດດັນເພີ້ມຂຶ້ນຕໍ່ສະຫະລັດ ກ່ອນໜ້າກຳນົດເສັ້ນຕາຍໃນການເຈລະຈານິວເຄລຍທ້າຍປີນີ້.
ອົງການຂ່າວສູນກາງຫຼື KCNA ຂອງທາງການເກົາຫຼີເໜືອລາຍງານໃນວັນສຸກມື້ນີ້ ຕາມເວລາທ້ອງຖິ່ນ ກ່ຽວກັບການທົດລອງລະບົບ “ຈະຫຼວດຂະໜາດໃຫຍ່” ທີ່ຍິງໄດ້ຫຼາຍລູກ “ດ້ວຍຄວາມສຳເລັດຜົນ.” ລຸນຫຼັງການທົດລອງທີ່ຄ້າຍຄືກັນໃນປີນີ້ ເຈົ້າໜ້າທີ່ສະຫະລັດ ໄດ້ຈັດອາວຸດປະເພດດັ່ງກ່າວນີ້ວ່າ ເປັນລູກສອນໄຟໄລຍະໃກ້.
ອົງການຂ່າວ KCNA ກ່າວວ່າ ການຍິງທົດລອງຄັ້ງຫຼ້າສຸດ ແມ່ນໝາຍຄວາມວ່າ “ເພື່ອ ກວດສອບເບິ່ງຄວາມປອດໄພຂອງລະບົບຍິງສົ່ງ.” ອົງການຂ່າວຂອງເກົາຫຼີເໜືອເວົ້າວ່າ ຜູ້ນຳເກົາຫຼີເໜືອ ທ່ານກິມຈົງອຶນບໍ່ໄດ້ໄປເບິ່ງການຍິງໃນຄັ້ງນີ້.
ອົງການຂ່າວ KCNA ລາຍງານວ່າ “ລະບົບຍິ່ງສົ່ງທີ່ເຮັດໜ້າທີ່ຢ່າງດີເລີດ ໄດ້ຮັບການ ກວດພິສູດໂດຍຜ່ານການທົດສອບຍິງ ທີ່ໄດ້ທຳລາຍຢ່າງສິ້ນເຊີງດ້ວຍພະລັງຂະໜາດແຮງ ຕໍ່ເປົ້າໝາຍຕ່າງໆຂອງສັດຕູ ແລະບໍລິເວນເປົ້າໝາຍທີ່ໄດ້ແນໄວ້ໂດຍການໂຈມຕີແບບຕັ້ງໂຕບໍ່ຕິດ ຂອງລະບົບອາວຸດຈະຫຼວດຂະໜາດໃຫຍ່ທີ່ມີຫຼາຍທ່ອນ.”
ລູກສອນໄຟດັ່ງກ່າວ ທີ່ຍິງຂຶ້ນຈາກເຂດຊັນຈອນໃນແຂວງພີຢົງການ ໄດ້ເດີນທາງໄປປະມານ 370 ກິໂລແມັດ ໃນລະດັບສູງເຖິງປະມານ 90 ກິໂລແມັດ ອີງຕາມລາຍງານຂອງກອງທັບເກົາຫຼີໃຕ້.
ການຍິງທົດລອງດັ່ງກ່າວມີຂຶ້ນໃນຂະນະທີ່ເກົາຫຼີເໜືອສືບຕໍ່ເນັ້ນຢ້ຳເຖິງເສັ້ນຕາຍທ້າຍປີທີ່ສະຫະລັດຈະຕ້ອງປ່ຽນວິທີການ ໃນການເຈລະຈານິວເຄລຍທີ່ຕົກຢູ່ໃນສະພາບບໍ່ໄປບໍ່ມານັ້ນ. ໃນຕົ້ນອາທິດນີ້ ເກົາຫຼີເໜືອໄດ້ເຕືອນສະຫະລັດວ່າ ມັນຈະ “ເປັນຄວາມຜິດພາດຢ່າງຮ້າຍແຮງ” ຖ້າສະຫະລັດຫາກບໍ່ເອົາຫົວຊາຕໍ່ເສັ້ນຕາຍດັ່ງກ່າວ.
ນັບແຕ່ເດືອນພຶດສະພາເປັນຕົ້ນມາ ເກົາຫຼີເໜືອໄດ້ຍິງລູກສອນໄຟທັງໝົດ 12 ລູກແລ້ວ ຫຼັງຈາກໄດ້ໂຈະການທົດລອງມາເປັນເວລາປີເຄິ່ງ. ການຍິງທົດລອງດັ່ງກ່າວນີ້ປາກົດວ່າແມ່ນແນໃສ່ຢ່າງນ້ອຍກໍເພີ້ມອຳນາດໃນການຕໍ່ລອງໃນການເຈລະຈາຂອງພຽງຢາງ.
ໃນຕົ້ນເດືອນນີ້ ເກົາຫຼີເໜືອໄດ້ຍ່າງອອກຈາກກອງປະຊຸມຄະນະເຈລະຈາລະດັບເຮັດວຽກກັບສະຫະລັດ ທີ່ນະຄອນສະຕັອກໂຮມ ໂດຍຖິ້ມໂທດໃສ່ສະຫະລັດວ່າບໍ່ມີຂໍ້ສະເໜີໃໝ່ໃດໆຕໍ່ກອງປະຊຸມ. ພຽງຢາງໄດ້ເຕືອນວ່າ ສະຫະລັດຕ້ອງໄດ້ຜ່ອນຜັນການລົງໂທດຕ່າງໆແລະການກົດດັນອື່ນໆຕໍ່ເກົາຫຼີເໜືອ.