ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໔ ເມສາ ໒໐໒໔

ປ. ທ​ຣຳ ​ຍ້າຍ​ໄປ​ຢູ່ ເມືອງ​ພາມ​ບິ​ສ ​ໃນລັດ​ຟ​ລໍ​ຣິ​ດາ ​ແລ້ວ


ບ້ານ​ພັກ​ຕາກ​ອາ​ກາດ ມາ​ອາ​ລາ​ໂກ ທີ່​ເມືອງ​ພາມ​ບິ​ສ ລັດ​ຟ​ລໍ​ຣິ​ດາ ແມ່ນ​ບ່ອນ​ຢູ່​ໃໝ່ ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ. (ຮູບນີ້​ຖ່າຍ​ເມື່ອ​ວັນ​ທີ 10 ກໍ​ລະ​ກົດ 2019. (AP Photo/Wilfredo Lee)
ບ້ານ​ພັກ​ຕາກ​ອາ​ກາດ ມາ​ອາ​ລາ​ໂກ ທີ່​ເມືອງ​ພາມ​ບິ​ສ ລັດ​ຟ​ລໍ​ຣິ​ດາ ແມ່ນ​ບ່ອນ​ຢູ່​ໃໝ່ ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ. (ຮູບນີ້​ຖ່າຍ​ເມື່ອ​ວັນ​ທີ 10 ກໍ​ລະ​ກົດ 2019. (AP Photo/Wilfredo Lee)

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ກ່າວ​ວ່າ ທ່ານ​ບໍ່​ໄດ້​ເປັນ​ຜູ້​ຢູ່​ອາ​ໄສ​ໃນ​ນະຄອນນິວ ຢອກອີກ​ຕໍ່​ໄປ​ແລ້ວ.

ໜັງ​ສື​ພິມ​ນິວຢອກ​ໄທ​ມ​ສ໌ ລາຍ​ງານ​ຂ່າວ​ເລື້ອງນີ້​ເປັນ​ຜູ້​ທຳ​ອິດ ແລະ​ທ່ານ​ທ​ຣຳ​ໄດ້ໃຫ້​ການ​ຢືນ​ຢັນ ໃນ​ການ​ສົ່ງ​ຂໍ້​ຄວາມ​ທາງ​ທວີດ​ເຕີ້​ ຫຼາຍ​ຄັ້ງ ໃນ​ແລງວັນ​ພະ​ຫັດ​ວານນີ້ ໂດຍ​ກ່າວ​ວ່າ ທ່ານ​ໄດ້​ຕັດ​ສິນ​ໃຈ​ເອົາ​ເມືອງ​ພາມ​ບິ​ສໃນ​ລັດ​ຟ​ລໍ​ຣິ​ດາ​ເປັນບ່ອນ​ຢູ່​ອາ​ໄສ​ຢ່າງ​ຖາ​ວອນ​ຂອງ​ທ່ານ.

ທ່ານ​ຂຽນ​ລົງ​ໃນ​ທວີດ​ເຕີ້​ວ່າ “... ​ທັງໆ​ທີ່​ຄວາມ​ຈິງ​ແລ້ວ ຂ້າ​ພະ​ເຈົ້າ​ໄດ້​ຈ່າຍ​ເງິນຫຼາຍ​ລ້ານ​ໂດ​ລາ ໃນ​ການ​ເສຍ​ພາ​ສີ​ໃຫ້​ແກ່​ເມືອງ ລັດ ແລະ​ທ້ອງ​ຖິ່ນ ໃນ​ແຕ່​ລະປີ ແຕ່​ຂ້າ​ພະ​ເຈົ້າ​ໄດ້​ຖືກ​ປະ​ຕິ​ບັດ​ຕໍ່ ​ແບບຂີ້​ຮ້າຍ​ຫຼາຍ ໂດຍ​ພວກ​ຜູ້​ນຳ​ທາງ​ການ​ເມື​ອງ ທັງ​ຢູ່​ໃນ​ນະ​ຄອນ ແລະ​ລັດ​ນິວຢອກ.”

ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງ​ເທື່ອ​ວ່າ ທ່ານ​ທ​ຣຳ​ໄດ້​ຈ່າຍ​ເງິນ​ຫຼາຍ​ປານ​ໃດ ໃນ​ການ​ເສຍ​ພາ​ສີ​ໃຫ້​ແກ່ນິວຢອກ ໃນ​ເມື່ອ​ທ່ານ​ໄດ້​ປະ​ຕິ​ເສດ​ບໍ່​ຍອມ​ເປີດ​ເຜີຍ​ຂໍ້​ມູນ​ໃນການ​ເສຍ​ພາ​ສີ​ຂອງ​ທ່ານ.

ຜູ້​ປົກ​ຄອງ​ລັດ​ນິວຢອກ ທ່ານ​ແອນດ​ຣູ ໂຄ​ໂມ ເບິ່ງ​ຄື​ວ່າ​ບໍ່​ໄດ້​ຮູ້​ສຶກ​ເສຍ​ໃຈ​ແຕ່​ຢ່າງ​ໃດ​ເລີຍ ກ່ຽວ​ກັບ​ການ​ປ່ຽນ​ບ່ອນ​ຢູ່​ຂອ​ງ​ທ່ານ​ທ​ຣຳ.

ຜູ້​ປົກ​ຄອງ​ລັດ​ນິວຢອກ​ຂຽນ​ວ່​າ “ໂລ່ງ​ໃຈ​ຊະ​ທີ ມັນ​ບໍ່​ຄື​ກັບ​ວ່າ ທ່ານ​ທ​ຣຳ​ໄດ້​ເສຍ​ພາ​ໃຫ້​ແກ່​ທີ່ນີ້​ເລີຍ. ລາວ​ເປັນ​ຂອງ​ພວກ​ເຈົ້າ​ແລ້ວ ຟ​ລໍ​ຣິ​ດາ​ເອີ້ຍ.”

ທ່ານ​ທ​ຣຳ​ ແລະ​ພັນ​ລະ​ຍາ​ຂອງ​ທ່ານ ​ທ່ານ​ນາງ​ເມ​ລາ​ເນຍ ໄດ້​ຍື່ນ​ໜັງ​ສື​ “ປະ​ກາດ​ຍ້າຍ​ບ່ອນ​ຢູ່” ໃນ​ເດືອນ​ກັນ​ຍາ​ຜ່ານ​ມາ ຕໍ່​ສານ​ເຂດ​ເມືອງ​ພາມ​ບິ​ສ ເພື່ອ​ປ່ຽນ​ບ່ອນ​ຢູ່​ຂອງ​ພວກ​ທ່ານ ມາ​ທີ່​ສະ​ໂມ​ສອນ​ມາ​ອາ​ລາ​ໂກ ຊຶ່ງ​ເປັນ​ບ່ອນ​ຕາກອາ​ກາດ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ທີ່​ເມືອງ​ພາມ​ບິ​ສ ໃນ​ລັດ​ຟ​ລໍ​ຣິ​ດາ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG