ສະພາຕ່ຳສະຫະລັດ ທີ່ຄວບຄຸມໂດຍພັກເດໂມແຄຣັດ ໄດ້ລົງຄະແນນສຽງໃນວັນພະຫັດວານນີ້ ອະນຸຍາດໃຫ້ດຳເນີນການສືບສວນເພື່ອຟ້ອງຮ້ອງປະທານາທິບໍດີແບບເປີດເຜີຍ ທີ່ແນໃສ່ປະທານາທິບໍດີດໍໂນລ ທຣຳ ຫຼັງຈາກໄດ້ຮັບຟັງຄຳໃຫ້ການ ແບບປິດລັບ ມາເປັນເວລາຫຼາຍໆອາທິດ ກ່ຽວກັບຄວາມພະຍາຍາມຂອງທ່ານ ທີ່ຈະຊຸກຍູ້ໃຫ້ຢູເຄຣນທຳການສືບສວນຄູ່ແຂ່ງທາງການເມືອງຂອງທ່ານ.
ການລົງຄະແນນສຽງແມ່ນເປັນໄປຕາມເສັ້ນສາຍຂອງພັກ ຄື 232 ຕໍ່ 196 ສຽງ ເພື່ອໃຫ້ທຳການສືບສວນຟ້ອງຮ້ອງ ໂດຍທີ່ສະມາຊິກຂອງພັກຣີພັບບລີກັນທັງໝົດພາກັນຄັດຄ້ານຕໍ່ມະຕິສະບັບນີ້ ແລະມີສະມາຊິກພັກເດໂມແຄຣັດ 2 ຄົນ ທີ່ໂຕນພັກ ເຂົ້າໄປຮ່ວມກັບພວກເຂົາເຈົ້າ.
ໃນທັນທີ ຫຼັງຈາກມີການລົງຄະແນນສຽງແລ້ວ ປະທານາທິບໍດີທຣຳທີ່ຂຽນລົງໃນທວີດເຕີ້ກໍເອີ້ນການສືບສວນເພື່ອຟ້ອງຮ້ອງນີ້ວ່າ “ການຊອກຫາຈັບຜິດ ທີ່ໃຫຍ່ທີ່ສຸດ ໃນປະຫວັດສາດອາເມຣິກັນ!’
ໂຄສົກຂອງທຳນຽບຂາວ ສເຕຟານນີ ກຣິສແຊັມ ໄດ້ອອກຖະແຫຼງການສະບັບນຶ່ງເວົ້າວ່າ ປະທານາທິບໍດີ “ບໍ່ໄດ້ເຮັດຫຍັງຜິດ” ແລະເອີ້ນຂັ້ນຕອນດັ່ງກ່າວນີ້ວ່າ “ບໍ່ຍຸຕິທຳ ຜິດລັດຖະທຳມະນູນ ແລະໂດຍພື້ນຖານແລ້ວ ບໍ່ສອດຄ່ອງກັບວິທີການຂອງອາເມຣິກັນ.”
ທ່ານນາງກ່າວຕື່ມວ່າ “ການຄອບງຳທີ່ຝັງແໜ້ນ ຂອງທ່ານນາງແນນຊີ ເພໂລຊີ ແລະສະມາຊິກພັກເດໂມແຄຣັດ ດ້ວຍການຟ້ອງຮ້ອງ ແບບຜິດກົດໝາຍ ບໍ່ໄດ້ສ້າງຄວາມເສຍຫາຍໃຫ້ແກ່ທ່ານທຣຳ ມັນສ້າງຄວາມເສຍຫາຍໃຫ້ແກ່ປະຊາຊົນອາເມຣິກັນ.
ທ່ານນາງແນນຊີ ເພໂລຊີ ປະທານສະພາຕ່ຳສະຫະລັດ ໄດ້ຄັດຄ້ານມາເປັນເວລາດົນນານຕໍ່ການສືບສວນຟ້ອງຮ້ອງປະທານາທິບໍດີ ແຕ່ໄດ້ປ່ຽນຄວາມຄິດຢ່າງໃຫຍ່ ຕໍ່ທ່ານທຣຳ ແລະຮຽກຮ້ອງໃຫ້ມີການຮັບຮອງເອົາກົດລະບຽບກ່ຽວກັບການຟ້ອງຮ້ອງ. ໃນຂະນະທີ່ການອະພິປາຍເລີ້ມຂຶ້ນໃນວັນພະຫັດວານນີ້ ທ່ານນາງກ່າວວ່າ “ບໍ່ມີຜູ້ໃດ” ເຂົ້າມາໃນລັດຖະສະພາ ເພື່ອຟ້ອງຮ້ອງປະທານາທິບໍດີ “ນອກຈາກວ່າການກະທຳຂອງຜູ້ກ່ຽວ ເປັນອັນຕະລາຍຕໍ່ພວກເຮົາ ໃນການປະຕິບັດຄຳສາບານເຂົ້າຮັບໜ້າທີ່ຂອງພວກເຮົາ.”
ທ່ານນາງກ່າວວ່າ “ໜ້າເສຍໃຈ ນີ້ບໍ່ແມ່ນສາເຫດທີ່ພາໃຫ້ມີຄວາມຍິນດີ ຫຼືສະບາຍໃຈໃດໆ ມັນເປັນເລື້ອງທີ່ເຂັ່ງຂຶມແທ້ໆ.”
ສະມາຊິກພັກຣີພັບບລີກັນໄດ້ພາກັນຮຽກຮ້ອງມາໄດ້ຫຼາຍອາທິດແລ້ວ ໃຫ້ພັກເດໂມແຄຣັດທີ່ກຳລັງສຽງສ່ວນຫຼາຍໃນສະພາຕ່ຳ ຈັດການລົງຄະແນນສຽງເພື່ອອະນຸຍາດໃຫ້ດຳເນີນການສືບສວນຟ້ອງຮ້ອງຕໍ່ປະທານາທິບໍດີທີ່ສັງກັດພັກຣີພັບບລີກັນ ແຕ່ເມື່ອການລົງຄະແນນສຽງໃກ້ເຂົ້າມາ ພວກເຂົາເຈົ້າກັບພາກັນໂຈມຕີ ຕໍ່ການລົງຄະແນນສຽງນີ້ວ່າ ເປັນຄວາມພະຍາຍາມທີ່ພວກເຂົາເຈົ້າເອີ້ນວ່າ ເພື່ອຈະເຮັດໃຫ້ການຮັບຟັງຄຳໃຫ້ການທີ່ບໍ່ຖືກຕ້ອງນັ້ນ ກາຍເປັນສິ່ງທີ່ຖືກຕ້ອງ.
ຜູ້ສະໜັບສະໜຸນປະທານາທິບໍດີຢ່າງແຂງຂັນຄົນນຶ່ງ ຄືສະມາຊິກສະພາຕ່ຳ ຈິມ ຈໍແດັນ ເອີ້ນການສືບສວນຟ້ອງຮ້ອງນີ້ວ່າ “ຂັ້ນຕອນທີ່ບໍ່ເປັນທຳພຽງຝ່າຍດຽວ” ແລະໂຈມຕີຄວາມຈິງທີ່ວ່າ ຊື່ຂອງຜູ້ແຈ້ງຄວາມໃນປະຊາຄົມສືບລັບ ທີ່ພາໃຫ້ມີການຊຸກຍູ້ເພື່ອສືບສວນຟ້ອງຮ້ອງຕໍ່ທ່ານທຣຳ ກໍຍັງບໍ່ໄດ້ມີການເປີດເຜີຍ.