ເຈົ້າໜ້າທີ່ປາກິສຖານກ່າວວ່າ ມີຜູ້ເສຍຊີວິດຢ່າງໜ້ອຍ 65 ຄົນແລະຫຼາຍສິບຄົນໄດ້ຮັບບາດເຈັບ ຫຼັງຈາກໄດ້ເກີດໄຟໄໝ້ ລົດໄຟໂດຍສານຂະບວນນຶ່ງໃກ້ເມືອງຣາຮິມຢາຄານ (Rahimya Khan) ໃນປາກິສຖານ.
ລາຍງານຂ່າວຂອງໂທລະພາບທ້ອງຖິ່ນສະແດງໃຫ້ເຫັນວ່າແປວໄຟໄດ້ພຸ່ງອອກມາຈາກຕູ້ລົດໄຟໂດຍສານແລະກໍສາມາດໄດ້ຍິນສຽງຜູ້ຄົນພາກັນຮ້ອງໄຫ້ຢູ່ຂ້າງໃນ.
ເຈົ້າໜ້າທີ່ລົດໄຟກຳລັງທຳການສືບສວນເບິ່ງວ່າແມ່ນຫຍັງຄືສາເຫດ. ລາຍງານໃນຂັ້ນຕົ້ນແຈ້ງວ່າ ໄຟເລີ້ມລຸກໄໝ້ເວລາຖັງແກັສໃນຕູ້ຜູ້ໂດຍສານ ລະເບີດຂຶ້ນ. ເຮືອບິນເຮລີຄອບເຕີ້ກອງທັບ ພວມໃຫ້ການຊ່ວຍເຫຼືອໃນການປະຕິບັດງານກູ້ໄພດັ່ງກ່າວ.
ອຸປະຕິເຫດທາງລົດໄຟແມ່ນຖືເປັນເລື້ອງທຳມະດາໃນປະເທດປາກິສຖານ ບ່ອນທີ່ມີການມອງກັນວ່າ ການບໍລິການທາງລົດໄຟ ເລີ້ມເຊື່ອມຄຸນນະພາບລົງ ມາໄດ້ຫຼາຍທົດສະວັດແລ້ວຍ້ອນການສໍ້ລາດບັງຫຼວງ ການບໍລິຫານງານທີ່ຜິດພາດ ແລະຂາດການລົງທຶນ. ອຸປະຕິເຫດສ່ວນໃຫຍ່ມັກເກີດໃນບໍລິເວນທາງແຍກທີ່ບໍ່ ມີຄົນຄວບຄຸມ ຊຶ່ງມັກຈະບໍ່ມີເຄື່ອງກີດຂວາງຕັນໄວ້ ຫຼືບາງເທື່ອກໍບໍ່ມີສັນຍານ.
ໃນເດືອນກໍລະກົດແລ້ວນີ້ ມີຢ່າງໜ້ອຍ 23 ຄົນເສຍຊີວິດໃນເຂດດຽວກັນນີ້ ເວລາລົດໄຟໂດຍສານຂະບວນນຶ່ງ ທີ່ມາຈາກນະຄອນລາຮໍ ທາງພາກຕາເວັນອອກຂອງປະເທດ ແລ່ນເຂົ້າຕຳຂະບວນລົດໄຟບັນທຸກສິນຄ້າ ທີ່ຈອດຢູ່ໃນບໍລິເວນທີ່ເປັນທາງແຍກ.