ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເກົາ​ຫຼີ​ເໜືອ ຍິງ​ລູກ​ສອນ​ໄຟ ອອກ​ສູ່​ທະ​ເລ ຕື່ມ​ອີກ ຫຼັງ​​ຈາກ​ໄດ້​ເຕືອນ ກ່ຽວ​ກັບ​ເສັ້ນ​ຕາຍ


ຂ່າວໂທ​ລະ​ພາບ​ ທີ່​ເກົາ​ຫຼີ​ເໜືອ ຍິງ​ທົດ​ລອງ​ລູກ​ສອນ​ໄຟ ຢູ່​ສະ​ຖາ​ນີ​ລົດ​ໄຟ​ແຫ່ງ​ນຶ່ງ ໃນ​ນະ​ຄອນຫຼວງ​ໂຊ​ລ ປະ​ເທດ​ເກົາ​ຫຼີ​ໃຕ້ ເມື່ອ​ວັນ​ທີ 2 ຕຸ​ລາ 2019.​
ຂ່າວໂທ​ລະ​ພາບ​ ທີ່​ເກົາ​ຫຼີ​ເໜືອ ຍິງ​ທົດ​ລອງ​ລູກ​ສອນ​ໄຟ ຢູ່​ສະ​ຖາ​ນີ​ລົດ​ໄຟ​ແຫ່ງ​ນຶ່ງ ໃນ​ນະ​ຄອນຫຼວງ​ໂຊ​ລ ປະ​ເທດ​ເກົາ​ຫຼີ​ໃຕ້ ເມື່ອ​ວັນ​ທີ 2 ຕຸ​ລາ 2019.​

ເກົາ​ຫຼີ​ເໜືອ​ ໄດ້​ຍິງລູກ​ສອນ​ໄຟ​ໄລ​ຍະ​ໃກ້ສອງ​ລູກ ຊຶ່​ມີ​ທ່າ​ທາງວ່າ​ ເປັນ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ອອກ​ສູ່​ທະ​ເລ ຈາກ​ແຄມ​ຝັ່ງ​ກ້ຳ​ຕາ​ເວັນ​ອອກ​ຂອງ​ປະ​ເທດ ອີງຕາມ​ລາຍ​ງານ​ຂ່າວ​ຂອງ​ເກົາ​ຫຼີ​ໃຕ້​ແລະ​ຍີ່​ປຸ່ນ ໃນ​ວັນ​ພະ​ຫັດ​ມື້ນີ້ ຊຶ່ງ​ເປັນ​ການ​ຍິງ​ທົດ​ລອງ​ຄັ້ງ​ທີ 12 ຂອງ​ເກົາ​ຫຼີ​ເໜືອ​ໃນ​ປີນີ້.

ການ​ຍິງ​ທົດ​ລອງ​ດັ່ງ​ກ່າວ​ມີ​ຂຶ້ນ​ໃນ​ຂະ​ນະ​ທີ່​ເກົາ​ຫຼີ​ເໜືອ ເພີ້ມ​ຄວາມ​ກົດ​ດັນ​ກ່ອນ​ໜ້າ​ເສັ້ນ​ຕາຍ​ທ້າຍ​ປີ​ໃຫ້​ສະ​ຫະ​ລັດ​ປ່ຽນ​ວິ​ທີ​ໃນ​ການ​ເຈ​ລະ​ຈາ​ນິວ​ເຄ​ລຍ​ທີ່​ຕົກ​ຢູ່​ໃນ​ສະ​ພາບ​ບໍ່​ໄປ​ບໍ່​ມາ. ໃນ​ຕົ້ນ​ອາ​ທິດນີ້ ເກົາ​ຫຼີ​ເໜືອ​ໄດ້​ເຕືອນ​ສະ​ຫະ​ລັດ​ວ່າ ມັນ​ຈະ “ເປັ​ນ​ຄວາມ​ຜິດ​ພາດ​ຢ່າງ​ຮ້າຍ​ແຮງ” ຖ້າ​ສະ​ຫະ​ລັດ​ຫາກ​ບໍ່​ເອົາ​ຫົວ​ຊາ​ຕໍ່​ເສັ້ນ​ຕາຍດັ່ງ​ກ່າວ.

ລູກ​ສອນ​ໄຟ​ທີ່​ຍິງ​ຈາກ​ເຂດ​ຊັນ​ຈອນໃນ​ແຂວງ​ພີ​ຢົງ​ການໄດ້​ເດີນ​ທາງ​ໄປ​ປະ​ມານ 370 ກິ​ໂລ​ແມັດ ໃນ​ລະ​ດັບ​ສູງ​ເຖິງ​ປະ​ມານ 90 ກິ​ໂລ​ແມັດ ອີງ​ຕາມກອງ​ທັບ​ເກົາ​ຫຼີ​ໃຕ້.

ຖະ​ແຫຼງ​ການ ​ຂອງ​ເສ​ນາ​ທິ​ການ​ຮ່ວມກອງ​ທັບ​ເກົາ​ຫຼີ​ໃຕ້​ ກ່າວ​ວ່າ “ການ​ກະ​ທຳ​ຂອງ​ເກົາ​ຫຼີ​ເໜືອ ບໍ່​ໄດ້​ຊ່ວຍ​ຫຍັງ ​ໃນ​ການ​ຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ຢູ່​ແຫຼມ​ເກົາ​ຫຼີ​ແລະ​ພວກ​ເຮົາ​ຂໍ​ຮຽກ​ຮ້ອງ​ໃຫ້​ເຂົາ​ເຈົ້າຢຸດ​ເຊົາ​ໃນ​ທັນ​ທີ.” ສ່ວນ​ສະ​ພາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊ​າດ​ຂອງ​ເກົາ​ຫຼີ​ໃຕ້ ໄດ້​ສະ​ແດງ “ຄວາມ​ເປັນ​ຫ່ວງ​ຢ່າງ​ແຮງ” ກ່ຽວ​ກັບການ​ຍິງ​ລູກ​ສອນ​ໄຟ​ໄລ​ຍະ​ໃກ້​ດັ່ງ​ກ່າວ.

ເຈົ້າ​ໜ້າ​ທີ່​ຍີ່​ປຸ່ນ​ກ່າວ​ວ່າ ລູກ​ສອນ​ໄຟ​ນີ້​ອາດ​ເປັນ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ ແລະ​ລູກ​ສອນ​ໄຟ​ດັ່ງ​ກ່າວ​ໄດ້​ຕົກ​ລົງ​ໃສ່ ນອກ​ເຂດ​ເສດ​ຖະ​ກິດ​ພິ​ເສດ​ຂອງ​ຍີ່​ປຸ່ນ ຊຶ່ງກວມ​ເອົາ​ບໍ​ລິ​ເວນ 370 ກິ​ໂລ​ແມັດ​ຫ່າງ​ຈາກ​ຊາຍ​ຝັ່ງ​ຂອງ​ຕົນ.

ອ່ານ​ຂ່າວ​ນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG