ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ພາ​ຕ່ຳ ສ​ຫລ ຄາດ​ວ່າ ຈະ​ຮັບ​ຜ່ານ ຮ່າງ​ຍັດ​ຕິ ກ່ຽວ​ກັບ ​ຂັ້ນ​ຕອນການ​ຟ້ອງ​ຮ້ອງ


ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ພວມ​ຍ່າງ​ອອກ​ໄປ​ຈາກ​ເຮືອ​ບິນ​ເຮ​ລີ​ຄອບ​ເຕີ້​ປະ​ຈຳ​ຕຳ​ແໜ່ງ ກ່ອນ​ທີ່​ຈະ​ເດີນ​ທາງ​ອອກ​ຈາກ​ສະ​ໜາມ​ບິນ​ສາ​ກົນ​ໂອ​ແຮ ທີ່​ນະ​ຄອນ​ຊີ​ຄາ​ໂກ ລັດ​ອິ​ລ​ລີ​ນອຍ ເມື່ອ​ວັນ​ທີ 28 ຕຸ​ລາ 2019. REUTERS/Leah Millis
ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ພວມ​ຍ່າງ​ອອກ​ໄປ​ຈາກ​ເຮືອ​ບິນ​ເຮ​ລີ​ຄອບ​ເຕີ້​ປະ​ຈຳ​ຕຳ​ແໜ່ງ ກ່ອນ​ທີ່​ຈະ​ເດີນ​ທາງ​ອອກ​ຈາກ​ສະ​ໜາມ​ບິນ​ສາ​ກົນ​ໂອ​ແຮ ທີ່​ນະ​ຄອນ​ຊີ​ຄາ​ໂກ ລັດ​ອິ​ລ​ລີ​ນອຍ ເມື່ອ​ວັນ​ທີ 28 ຕຸ​ລາ 2019. REUTERS/Leah Millis

ສະ​ພາ​ຕ່ຳ​ສະ​ຫະ​ລັດ ຄາດ​ວ່າ ຈະ​ຮັບ​ຮອງ​ເອົາ​ຍັດ​ຕິ​ສະ​ບັບ​ນຶ່ງ​ໃນ​ວັນ​ພະ​ຫັດ​ມື້ນີ້ ເພື່ອ​ກຳ​ນົດ​ຂັ້ນ​ຕອນ​ຢ່າງ​ເປັນ​ທາງ​ການວ່າກຳ​ມະ​ການ​ໃດ​ຈະ​ສືບ​ຕໍ່ເປັນ​ຜູ້​ສືບ​ສວນ​ກ່ຽວ​ກັບ​ວ່າ​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ຄວນ​ຖືກ​ຟ້ອງ​ຮ້ອງ​ດຳ​ເນີນ​ຄະ​ດີ​ຫຼື​ບໍ່.

ການ​ລົງ​ຄະ​ແນນ​ສຽງ​ດັ່ງ​ກ່າວ ມີ​ທ່າ​ທາງວ່າ ຈະ​ສະ​ແດງ​ໃຫ້​ເຫັນ ​ເຖິງ​ການ​ແບ່ງ​ແຍກ​ຢູ່​ໃນ​ສະ​ພາ​ຕ່ຳ ລະ​ຫ​ວ່າງງ​ພັກ​ເດ​ໂມ​ແຄ​ຣັດ​ທີ່​ກຳ​ສຽງ​ສ່ວນ​ຫຼາຍ ຊຶ່ງ​ພວກຜູ້​ນຳ​ຂອງ​ພັກ​ໄດ້​ໂຕ້​ຖຽງ​ວ່າ ບໍ່​ມີ​ຄວາມ​ຈຳ​ເປັນ​ທີ່​ຈະ​ຕ້ອງ​ນຳ​ສະ​ເໜີ​ຍັດ​ຕິ​ແບບນີ້ເພື່ອ​ເຮັດ​ໃຫ້​ຂັ້ນ​ຕອນ​ຖືກ​ຕ້ອງ​ຕາມ​ກົດ​ໝ​າຍ ແລ​ະ​ພັກ​ຣີ​ພັບ​ບ​ລີ​ກັນ​ທີ່​ກຳ​ສຽງ​ສ່ວນນ້ອຍ ຊຶ່ງ​ມາ​ຮອດ​ປັດ​ຈຸ​ບັນ ແມ່ນ​ຍັງ​ຄັດ​ຄ້ານ ​ຕໍ່​ການ​ສືບ​ສວນນັ້ນ​ວ່າເປັນ​ຂັ້ນ​ຕອນ ​ທີ່​ປິດ​ລັບ​ຫຼາຍ​ເກີນ​ໄປ ແລະ​ບໍ່​ໃຫ້​ພວກ​ເຂົາ​ເຈົ້າ​ມີ​ບົດ​ບາດ​ແບບ​ສະ​ເໝີ​ພາບ.

ທ່ານ​ນາງ​ແນນ​ຊີ ເພ​ໂລ​ຊີ ປະ​ທານ​ສະ​ພາ​ຕ່ຳ​ສະ​ຫະ​ລັດ ກ່າວ​ຢູ່​ໃນ​ຈົດ​ໝາຍ ​ທີ່​ສົ່ງ​ໄປ​ຫາສະ​ມາ​ຊິກ​ສະ​ພາ​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ​ວ່າ “ພວກ​ເຮົາ​ພວມ​ເອົາ​ບາດ​ກ້າວນີ້​ເພື່ອລົບ​ລ້າງ​ຄວາມ​ສົງ​ໄສ​ໃດໆ​ວ່າ ​ລັດ​ຖະ​ບານ​ທ່ານ​ທ​ຣຳ​ອາດ​ກັກ​ເອກ​ກະ​ສານ​ ຂັດຂວາງ​ການ​ໄປ​ໃຫ້​ການ​ຂອງ​ພະ​ຍານ ບໍ່​ເຄົາ​ລົບ​ອຳ​ນາດ​ທີ່​ຖືກ​ຕ້ອງ ​ໃນ​ການ​ຮຽກໂຕ​ໄປ​ໃຫ້​ການ ຫຼື​ຍັງ​ສືບ​ຕໍ່​ຂັດ​ຂວາງ​ສະ​ພາ​ຕ່ຳ​ ຫຼື​ບໍ່.”

ຜູ້​ນຳ​ຂອງ​ພັກ​ຣີ​ພັບ​ບ​ລີ​ກັນ​ໃນ​ສະ​ພາ​ສູງ ທ່ານ​ມິ​ຈ ແມັກ​ຄອນ​ແນ​ລ ກ່າວ​ວ່າ ຍັດຕິ​ດັ່ງ​ກ່າວ “ແມ່ນ​ຍັງ​ຫ່າງ​ໄກ​ຫລາຍ” ທີ່​ຈະ​ນຳ​ເອົາ​ຄວາມ​ເປັນ​ທຳ​ ແລະ​ຂະ​ບວນ​ການທີ່​ຖືກ​ຕ້ອງ​ທາງ​ກົດ​ໝາຍ ​ມາ​ສູ່​ການ​ສືບ​ສວນ.

ທ່ານ​ແມັກ​ຄອນ​ແນວ ​ກ່າວ​ຕື່ມ​ວ່າ “ຂ້າ​ພະ​ເຈົ້າ​ເຂົ້າ​ໃຈ​ດີ​ວ່າ ສະ​ມາ​ຊິກ​ພັກ​ເດ​ໂມ​ແຄ​ຣັດ​ຫຼາຍໆ​ຄົນ ໄດ້​ຕັດ​ສິນ​ໃຈ​ໄປແລ້ວ​ ທີ່​ຈະ​ທຳ​ການ​ຟ້ອງ​ຮ້ອງ ​ເມື່ອ​ຫຼາຍໆ​ປີ​ກ່ອນ ແຕ່​ຫຼັກ​ການ​ພື້ນ​ຖານ​ຂອງລະ​ບົບ​ຍຸ​ຕິ​ທຳພວກ​ເຮົາ ບໍ່​ໄດ້​ລະ​ເຫີຍ​ໄປຍ້ອນ​ວ່າ ​ພັກເດ​ໂມ​ແຄ​ຣັດ​ໃນ​ວໍ​ຊິງ​ຕັນ ໄດ້​ເຮັດ​ການ​ຕັດ​ສິນ​ໃຈ​ຂອງ​ພວກ​ເຂົາ​ເຈົ້າ​ໄປ​ແລ້ວ.”

ມາ​ຮອດ​ປັດ​ຈຸ​ບັນ​ນີ້ ຄະ​ນະ​ກຳ​ມະ​ການ​ສືບ​ລັບ ຄະ​ນະ​ກຳ​ມະ​ການຄວາມ​ສຳ​ພັນ​ຕ່າງ​ປະເທດ ແລະ​ຄະ​ນະ​ກຳ​ມະ​ການ​ຄຸ້ມ​ຄອງ​ການ​ປະ​ຕິ​ບັດ​ງານ​ຂອງ​ລັດ​ຖະ​ບານເປີດ​ຮັບ​ຟັງ​ຄຳ​ໃຫ້​ການ​ແບບ​ປິດ​ລັບ ຈາກ​ພ​ວກ​ນັກ​ການ​ທູດ ແລະ​ເຈົ້າ​ໜາ​ທີ່ອື່ນໆ ໃນ​ຂະ​ນະ​ທີ່​ພວກ​ທ່ານພວມສືບ​ສວນ​ເບິ່ງວ່າ ລັດ​ຖະ​ບານ​ທ່ານ​ທ​ຣຳ​ຄວນ​ຖືກ​ຟ້ອງ​ຮ້ອງ​ຫຼື​ບໍ່ ທີ່​ຂໍ​ຮ້ອງ​ໃຫ້​ລັດ​ຖະ​ບານ​ຕ່າງ​ປະ​ເທດ ຄື​ຢູ​ເຄ​ຣນ ຊອກ​ຫາ​ຈັບ​ຜິດ​ຄູ່​ແຂ່ງ​ທາງ​ການ​ເມືອງ ໂດຍ​ມີ​ຈຸດ​ປະ​ສົງ​ເພື່ອ​ຊ່ວຍ​ເຫຼືອ​ຄວາມ​ພະ​ຍາ​ຍາມ​ໃນການ​ເລືອກ​ຕັ້ງ​ຂອງ​ທ່ານ.

​ຍັດ​ຕິ​ສະ​ບັບ​ນີ້​ ຮຽກ​ຮ້ອງ​ໃຫ້​ເລີ້ມ​ເຄື່ອນ​ໄຫວ​ ໄປ​ສູ່​ການ​ຮັບ​ຟັງ​ຄຳ​ໃຫ້ການ​ແບບ​ເປີດກວ້າງ​ຕໍ່​ປະ​ຊາ​ຊົນ ໂດຍ​ໃຫ້​ຄະ​ນະ​ກຳ​ມະ​ການ​ສືບ​ລັບ ຊຶ່ງໃນ​ທີ່​ສຸດ ​ກໍ​ຈະ​ອອກ​ລາຍ​ງານ​ສະ​ບັບ​ນຶ່ງກ່ຽວ​ກັບ​ການ​ພົບ​ເຫັນ​ຂອງ​ຕົນ ແລະ​ສະ​ເໜີ​ແນະ​ໃຫ້​ຄະນະ​ກຳ​ມະ​ການ​ຕຸ​ລາ​ການ​ຂອງ​ສະ​ພາ​ຕ່ຳ ຊຶ່ງ​ຫຼັງ​ຈາກນັ້ນ​ກໍ​ຈະ​ເປັນ​ຜູ້​ຮັບ​ຜິດ​ຊອບໃນ​ການ​ຕັດ​ສິນ​ໃຈ​ ທີ່​ຈະ​ສະ​ເໜີ​ໃຫ້​ມີ​ການ​ຟ້ອງ​ຮ້ອງ​ທ່ານ​ທ​ຣຳ ໂດຍ​ສະ​ພາ​ຕ່ຳ​ຄົບ​ຄະ​ນະ​ຫຼື​ບໍ່.

ຄະ​ນະ​ກຳ​ມະ​ການ​ເຫຼົ່າ​ນີ້ ມີ​ກຳ​ນົດ​ທີ່​ຈະ​ຮັບ​ຟັງ​ຄຳ​ໃຫ້​ການ​ໃນ​ວັນ​ພະ​ຫັດ​ມື້​ນີ້​ຈາກ​ທ່ານ​ທິ​ໂມ​ທີ ມໍ​ຣິ​ສ​ສັນ ຊຶ່ງ​ເປັນ​ຫົວ​ໜ້າ​ທີ່​ປຶກ​ສາ​ ກ່ຽວ​ກັບ​ເລື້ອງ​ຣັດ​ເຊຍ​ ແລະ​ຢູ​ໂຣບ​ຂອງ​ທ່ານ​ທ​ຣຳ ໃນ​ສະ​ພາ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ຈົນ​ເທົ່າ​ທ່ານ​ລາ​ອອກ​ໃນ​ວັນ​ພຸດ​ຜ່ານ​ມານີ້ ອີງ​ຕາມ​ຄຳ​ເວົ້າ​ຂອງ​ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ທ່ານ​ນຶ່ງ​ຂອງ​ລັດ​ຖະບານ.

ສະ​ມາ​ຊິກ​ພັກ​ເດ​ໂມ​ແຄ​ຣັດ​ໃນ​ສະ​ພາ​ຕ່ຳ ​ກ່າວ​ໃນ​ວັນ​ພຸດ​ວານນີ້​ວ່າ ພວກ​ທ່ານ​ຢາກ​ຟັງ​ຄຳ​ໃຫ້​ການ ຂອງ​ອະ​ດີດ​ທີ່​ປຶກ​ສາ ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ທ່ານ​ຈອນ​ໂບ​ລ​ຕັນ ແລະ​ຂໍ​ໃຫ້​ທ່ານ​ໄປ​ໃຫ້​ການ​ໃນ​ອາ​ທິດ​ໜ້າ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG