ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເລ​ຂາ​ທິ​ການໃຫຍ່ ສ​ປ​ຊ ຮຽກ​ຮ້ອງ ໃຫ້​ພວກ​ຜູ້​ນຳ ຮັບ​ຟັງ​ຄວາມ​ບໍ່​ພໍ​ໃຈ ຂອງ​ປະ​ຊາ​ຊົນ


ທ່ານ​ອານ​ໂຕ​ນິ​ໂອ ກິວ​ເຕ​ເຣ​ສ ເລ​ຂາ​ທິ​ການ​ໃຫຍ່ ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ກ່າວ​ຕໍ່​ກອງ​ປະ​ຊຸມ​ສະ​ພາ​ຄວາມ​ໝັ້​ນ​ຄົງ ອົງ​ການ​ສະ​ຫະ​ປະ​​ຊາ​ຊາດ ທີ່​ນະ​ຄອນ​ນິວຢອກ ເມື່ອ​ວັນ​ທີ 1 ສິງ​ຫາ 2019.
ທ່ານ​ອານ​ໂຕ​ນິ​ໂອ ກິວ​ເຕ​ເຣ​ສ ເລ​ຂາ​ທິ​ການ​ໃຫຍ່ ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ກ່າວ​ຕໍ່​ກອງ​ປະ​ຊຸມ​ສະ​ພາ​ຄວາມ​ໝັ້​ນ​ຄົງ ອົງ​ການ​ສະ​ຫະ​ປະ​​ຊາ​ຊາດ ທີ່​ນະ​ຄອນ​ນິວຢອກ ເມື່ອ​ວັນ​ທີ 1 ສິງ​ຫາ 2019.

ເລ​ຂາ​ທິ​ການ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ​ອານ​ໂຕ​ນິ​ໂອ​ ກິວ​ເຕ​ເຣ​ສ ໄດ້​ຮຽກຮ້ອງ​ໃຫ້​ພວກ​ຜູ້​ນຳ​ທັງ​ຫຼາຍຮັບ​ຟັງ​ບັນ​ຫາປະ​ຊາ​ຊົນຂອງ​ຕົນໃນ​ຂະ​ນະ​ທີ່​ການ​ປະ​ທ້ວງ ເພີ້ມ​ທະ​ວີ​ຂຶ້ນ​ຢູ່​ຕາມ​ຫົວ​ເມືອງ​ແຫ່ງ​ຕ່າງໆ​ໃນ​ທົ່ວ​ໂລກ.

ທ່ານ​ກ່າວ​ຕໍ່​ພວກ​ນັກ​ຂ່າວ​ ໃນ​ວັນ​ສຸກວານນີ້​ວ່າ “ມັນ​ເປັນ​ທີ່​ຈະ​ແຈ້ງ​ທີ່​ວ່າ ໄດ້​ມີ​ການ​ຂາດ​ຄວາມ​ເຊື່ອໝັ້ນ​ຕື່ມ​ຂຶ້ນ ລະ​ຫວ່າງ​ປະ​ຊາ​ຊົນແລະ​ການ​ຈັດ​ຕັ້ງ​ທາງ​ດ້ານການ​ເມືອງ ແລະ​ໄພ​ຂົ່ມ​ຂູ່​ທີ່​ມີ​ເພີ້ມ​ຂຶ້ນ ຕໍ່​ສັນ​ຍາ​ປະ​ຊາ​ຄົມ.”

ທ່ານ​ໄດ້​ກ່າວ​ອ້າງ​ເຖິງ ​ບັນ​ຫາ​ທາງ​ດ້ານ​ເສດ​ຖະ​ກິດ ຄວາມ​ຮຽກ​ຮ້ອງ​ທາງ​ດ້ານ​ການ​ເມືອງ ການ​ຈຳ​ແນກ​ກີດ​ກັນ ແລະ​ການ​ສໍ້​ລາດ​ບັງ​ຫຼວງ ນັ້ນ​ວ່​າ ເປັນ​ບັນຫາ​ທີ່​ຊຸກ​ຍູ້​ໃຫ້​ປະ​ຊາ​ຊົ​ນ​ພາ​ກັ​ນ​ປະ​ທ້ວງ.

ທ່ານ​ກິວ​ເຕ​ເຣ​ສ ກ່າວ​ວ່າ “ປະ​ຊາ​ຊົນ​ຕ້ອງ​ການ​ຢາກ​ໃຫ້​ມີ​ການ​ແຂ່ງ​ຂັນ​ແບບ​ສະ​ເໝີ​ພາບ ຮວມ​ທັງ​ໃນ​ດ້ານ​ສັງ​ຄົມ ເສດ​ຖະ​ກິດ ແລະ​ລະ​ບົບ​ການ​ເງິນ ທີ່​ເປັນ​ຜົນ​ດີ​ສຳ​ລັບ​ທຸກໆ​ຄົນ. ພວກ​ເຂົາ​ເຈົ້າ​ຕ້ອງ​ການ​ໃຫ້​ມີ​ການ​ເຄົາ​ລົບ​ສິດ​ທິ​ມະ​ນຸດ​ຂອງເຂົາ​ເຈົ້າ ແລະ​ມີ​ສິດ​ມີ​ສຽງ​ໃນ​ການ​ຕັດ​ສິນ​ໃຈ ທີ່​ເປັນ​ຜົນ​ກະ​ທົບ​ຕໍ່​ຊີ​ວິດ​ຂອງ​ເຂົາເຈົ້າ.”

ການ​ເດີນ​ຂະ​ບວນ​ປະ​ທ້ວງ​ໄດ້​ລະ​ເບີດ​ຂຶ້ນ​ຢູ່​ໃນ​ຫຼາຍໆ​ປະ​ເທດ​ໃນ​ປີນີ້ ທີ່​ກວມ​ເອົາ​ເກືອບ​ທຸກໆ​ທະ​ວີບ.

ຢູ່​ຮົງ​ກົ​ງ ພວກ​ປະ​ທ້ວງ​ໄດ້​ພາ​ກັນ​ລົງ​ສູ່​ຖະ​ໜົນ​ຫົນ​ທາງ ມາ​ແຕ່​ເດືອນ​ມິ​ຖຸ​ນາ ສະແດງ​ຄວາມໂກດ​ແຄ້ນ​ຕໍ່​ຮ່າງ​ກົດ​ໝາຍ​ທີ່​ຈະ​ອະ​ນຸ​ຍາດ​ໃຫ້​ມີ​ການ​ສົ່ງ​ຜູ້​ຕ້ອງ​ສົງ​ໄປ​ໄປ​ຈີນ​ແຜ່ນ​ດິນ​ໃຫຍ່. ຮົງ​ກົງ​ໄດ້​ຖືກ​ໂອນ​ມາ​ຢູ່​ພາຍ​ໃຕ້​ການ​ປົກ​ຄອງ​ຂອງ​ຈີນ​ນັບແຕ່​ປີ 1997 ເປັນ​ຕົ້ນ​ມາ. ຮ່າງ​ກົດ​ໝາຍ​ດັ່ງ​ກ່າວ​ໄດ້​ຖືກ​ຖອນ ໃນ​ເດືອນ​ແລ້ວນີ້ ແຕ່​ຄວາມ​ໂກດ​ແຄ້ນ​ຂອງ​ພວກ​ປະ​ທ້ວງ ຍັງ​ບໍ່​ເບົາ​ບາງ​ລົງ​ເລີຍ.

ຢູ່​ພາກ​ຕາ​ເວັນ​ອອກ​ກາງ ການ​ປະ​ທ້ວງ​ໄດ້​ເລີ້ມ​ຂຶ້ນ​ຢູ່​ເລ​ບາ​ນອນ​ໃນ​ອາ​ທິດ​ແລ້ວຫຼັງ​ຈາກ​ລັດ​ຖະ​ບານ​ໄດ້​ບໍ​ລິ​ຫານ​ງານ​ແບບ​ຜິດ​ພາດ ເພື່ອ​ຄວ​ບ​ຄຸມ​ໄຟ​ປ່າ​ຂະ​ໜາດໃຫຍ່ ແລະ​ຫຼັງ​ຈາກນັ້ນ ບໍ່​ເທົ່າ​ໃດ​ມື້​ຕໍ່​ມາ ກໍ​ໄດ້​ປະ​ກາດ​ການ​ເກັບ​ພາ​ສີ ຕໍ່ WhatsApp ​ຊຶ່ງ​ເປັນ​ການ​ໃຊ້​ໂທ​ລະ​ສັບ​ທາງ​ອິນ​ເຕີ​ແນັດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG