ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ການ​ໂຈມ​ຕີ ທີ່​ສົງ​ໄສວ່າ ເປັນ​ຂອງ ສ​ຫລ ຕໍ່​ທີ່​ຕັ້ງ ພວກ​ຫົວ​ຮຸນ​ແຮງ ລັດ​ອິ​ສ​ລາມ ໃນ​ໂຊ​ມາ​ເລຍ


ດ່ານກວດ​ແຫ່ງ​ນຶ່ງ ໃນ​ເຂດ​ທະ​ເລ​ຊາຍ ລັດ​ພັນ​ແລນ ໃນ​ຖະ​ໜົນ​ທີ່​ເນັ່ງ​ໄປ​ຫາ​ເມືອງໂບ​ຊາ​ໂຊ ເມື່​ອ​ວັນ​ທີ 25 ມີ​ນາ 2018.
ດ່ານກວດ​ແຫ່ງ​ນຶ່ງ ໃນ​ເຂດ​ທະ​ເລ​ຊາຍ ລັດ​ພັນ​ແລນ ໃນ​ຖະ​ໜົນ​ທີ່​ເນັ່ງ​ໄປ​ຫາ​ເມືອງໂບ​ຊາ​ໂຊ ເມື່​ອ​ວັນ​ທີ 25 ມີ​ນາ 2018.

ມີການ​ໂຈມ​ຕີ ​ທີ່​ສົງ​ໄສວ່າ​ເປັນ​ຂອງ​ສະ​ຫະ​ລັດ ໃສ່​ຄ້າຍ​ແຫ່ງ​ນຶ່ງ​ຂອງ​ກຸ່ມ​ຫົວ​ຮຸນ​ແຮງ​ລັດ​ອິ​ສ​ລາມ ໃນ​ເຂດ​ພັນ​ແລນ​ຂອງ​ໂຊ​ມາ​ເລຍ ອີງ​ຕາມ​ຄຳ​ເວົ້າ​ຂອງ​ປະ​ຊາຊົນ​ໃນ​ເຂດ​ທ້ອງ​ຖິ່ນ.

ຜູ້​ເຫັນ​ເຫດ​ການ​ຄົນ​ນຶ່ງ ໄດ້​ກ່າວ​ຕໍ່​ວີ​ໂອ​ເອ ພະ​ແນກ​ພາ​ສາ​ໂຊ​ມາ​ເລຍ ໂດຍ​ບໍ່​ບອກ​ຊື່ ເວົ້າ​ວ່າ ເຮືອ​ບິນ​ບໍ່​ມີ​ຄົນ​ຂັບທີ່​ສົງ​ໄສວ່າ​ເປັນ​ຂອງ​ສະ​ຫະ​ລັດ ໄດ້​ຍິງ​ລູກ​ສອນ​ໄຟ 4 ລູກ ໃສ່​ບໍ​ລິ​ເວນ​ພູ​ຜາ ໃກ້ໆ​ກັບ​ບ້ານ​ອາ​ເມ​ຣາ ທີ່​ສອກ​ຫຼີກ​ຫ່າງ​ໄກປະ​ມານ 150 ກິ​ໂລ​ແມັດ ຢູ່​ທາງ​ໃຕ້​ຂອງ​ເມືອງ​ໂບ​ຊາ​ໂຊ ໃນ​ວັນ​ສຸກວານນີ້.

ຜູ້​ເຫັນ​ເຫດ​ການ​ກ່າວ​ວ່າ “ທຳ​ອິດ ພວກ​ເຮົາ​ໄດ້​ຍິນ​ແຕ່​ສຽງ​ເຮືອ​ບິນ ທີ່​ບິນ​ໃນ​ລະ​ດັບ​ຕ່ຳ ຜ່ານ​ເຂດ​ພູ​ຜາ​ດັ່ງ​ກ່າວ ຕໍ່​ມາ​ກໍ​ໄດ້​ຍິນ​ສຽງ​ລະ​ເບີດ​ຢ່າງ​ແຮງ​ດັງ​ຂຶ້ນ ຫ່າງກັນ​ປະ​ມານ 15 ນາ​ທີ. ຫຼັງ​ຈາກນັ້ນ​ກໍ​ມີ​ຄວັນ​ໄຟ​ສີ​ດຳ​ກຸ້ມ​ຂຶ້ນ​ຈາກ​ພູ​ໜ່ວຍນັ້ນ.”

​ເຈົ້າ​ໜ້າ​ທີ່​ຮັກ​ສາ​ຄວາມ​ສະ​ຫງົບ​ຂອງພັນ​ແລນ ທີ່​ວີ​ໂອ​ເອ​ຕິດ​ຕໍ່​ໄປ​ຫາ ກ່າວ​ວ່າ ຕົນ​ກໍ​ໄດ້​ຍິນ​ຂ່າວນີ້​ຄື​ກັນ ແຕ່​ບໍ່​ສາ​ມາດ​ໃຫ້​ຄວາມ​ເຫັນ​ໄດ້​ ໃນ​ຂະ​ນະ​ທີ່​ພວມ​ມີການ​ຊັ່ງ​ຊ​າ​ຕີ​ລາ​ຄາ ແລະ​ເກັບ​ກຳ​ລາຍ​ລະ​ອຽດ​ຢູ່.

ລາຍ​ລະ​ອຽດ​ກ່ຽວ​ກັບ​ເປົ້າ​ໝ​າຍ​ທີ່​ແທ້​ຈິງ​ໃນ​ການ​ໂຈມ​ຕີ ແລະ​ຜູ້​ໃດ​ເປັນ​ຜູ້​ທຳ​ການ​ໂຈມ​ຕີນັ້ນ ແມ່ນ​ຍັງ​ບໍ່​ທັນ​ຮູ້​ກັນ​ເທື່ອ. ແຕ່​ແນວ​ໃດ​ກໍ​ຕາມ ເຂດ​ດັ່ງ​ກ່າວ ແມ່ນ​ຮູ້​ກັນ​ດີ​ວ່າ ເປັນ​ບ່ອນ​ຫຼົບ​ລີ້​ຂອງ​ກຸ່ມ​ຫົວ​ຮຸນ​ແຮງ​ລັດ​ອິ​ສ​ລາມ​ໃນ​ໂຊ​ມາ​ເລຍ ຊຶ່ງ​ໄດ້ຕົກ​ເປັນ​ເປົ້າ​ໃນ​ການ​ໂຈມ​ຕີ​ທາງ​ອາ​ກາດ​ຫຼາຍ​ໆ​ເທື່ອ​ມາ​ແລ້ວ​ໃນ​ປີນີ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG