ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ເວ​ລາ ຈະ​ເປັນ​ຜູ້ບອກ​ ກ່ຽວ​ກັບ ການ​ສະ​ແດງ​ກຳ​ລັງ ຂອງຣັດ​ເຊຍ ຢູ່​ພາກ​ຕາ​ເວັນ​ອອກ​ກາງ


ທະ​ຫານ​ຣັດ​ເຊຍ ຢູ່​ເທິງ​ລົດ​ຄັນ​ນຶ່ງ ໃນ​ລະ​ຫວ່າງ​ການ​ລາດ​ຕະ​ເວນ ໃນ​ເຂດ​ຊາຍ​ແດນ​ຊີ​ເຣຍ ຕິດ​ກັບ​ເທີ​ກີ ເມື່ອ​ວັ​ນ​ທີ 25 ຕຸ​ລາ 2019.
ທະ​ຫານ​ຣັດ​ເຊຍ ຢູ່​ເທິງ​ລົດ​ຄັນ​ນຶ່ງ ໃນ​ລະ​ຫວ່າງ​ການ​ລາດ​ຕະ​ເວນ ໃນ​ເຂດ​ຊາຍ​ແດນ​ຊີ​ເຣຍ ຕິດ​ກັບ​ເທີ​ກີ ເມື່ອ​ວັ​ນ​ທີ 25 ຕຸ​ລາ 2019.

ຢູ່​ທົ່ວ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ຊີ​ເຣຍ ຫຼັງ​ຈາກ​ປ້ອມ​ແລະ​ຄ້າຍ​ທະ​ຫານ​ແຫ່ງ​ຕ່າງໆຂອງ​ສະ​ຫະ​ລັດ​ຫວ່າງ​ເປົ່າ​ລົງຫຼື​ບໍ່​ກໍ​ຖືກ​ທຳ​ລາຍລຸນ​ຫຼັງ​ທີ່​ວໍ​ຊິງ​ຕັນ​ໄດ້​ຖອນ​ກຳ​ລັງ​ຂອງ​ຕົນ​ອອກ​ຈາກ​ເຂດ​ດັ່ງ​ກ່າວ ໂດຍ​ໄດ້​ປະ​ຖິ້ມ​ພັນ​ທະ​ມິດ​ຊາວ​ເຄີດນັ້ນ ຜົນ​ສະ​ທ້ອນ ກໍ​ໄດ້​ເລີ້ມເປັນ​ທີ່​ປະ​ຈັກ​ ໃນ​ຮູບ​ລົດ​ຫຸ້ມ​ເກາະ​ລຳ​ລຽງ​ພົນຂອງ​ຣັດ​ເຊຍ.

ການ​ສົ່ງ​ກຳ​ລັງ​ໄປ​ເສີມ​ ອີງ​ຕາມ​ສື່ມວນ​ຊົນ​ຣັດ​ເຊຍແລ້ວ​ ແມ່ນ​ໄປ​ຮອດໃນ​ວັນ​ສຸກວານນີ້ຊຶ່ງ​ປະ​ກອ​ບ​ດ້ວຍ​ສາ​ລະ​ວັດ​ທະ​ຫານ​ຣັດ​ເຊຍ 300 ຄົນແລະ​ລົດ​ຫຸ້ມ​ເກາະ 20 ຄັນ ທີ່​ກະ​ກຽມ​ຈະ​ຖືກ​ສົ່ງ​ໄປ​ປະ​ຕິ​ບັດ​ໜ້າ​ທີ່​ຢູ່​ຕາມ​ຊາຍ​ແດນ​ຊີ​ເຣຍທີ່​ຕິດ​ກັບ​ເທີ​ກີອັນ​ເປັນ​ສ່ວນ​ນຶ່ງ​ຂອງ​ຂໍ້​ຕົກ​ລົງ​ທີ່​ມົ​ສ​ກູ​ໄດ້ເຈ​ລະ​ຈ​າ​ເພື່ອ​ຍຸ​ຕິ​ການ​ສູ້​ລົບ​ກັບ​ກຳ​ລັງ​ຊາວ​ເຄີດຊຶ່ງ​ມາ​ເທົ່າ​ເຖິງ​ປັດ​ຈຸ​ບັນ​ນີ້ຍັງ​ໄດ້​ຮັບ​ການ​ໜຸນ​ຫຼັງ​ຈາກສະ​ຫະ​ລັດ.

ສື່ມວນ​ຊົນ​ຂອງ​ຣັດ​ເຊຍ ໄດ້​ອ້າງ​ຄຳ​ເວົ້າ​ຂອງ​ໂຄ​ສົກ​ວັງ​ເຄ​ຣັມ​ລິນ​ ທ່ານດ​ມີ​ຕ​ຣີ ແພັດ​ຄັອບ ທີ່​ກ່າວ​ວ່າ “ສະ​ຫະ​ລັດ​ໄດ້​ເປັນ​ພັນ​ທະ​ມິດ​ທີ່​ໃກ້​ຊິດ​ທີ່​ສຸດ​ຂອງ​ພວກຊາວ​ເຄີດ ໃນ​ໄລ​ຍະ​ເມື່ອ​ບໍ່​ເທົ່າ​ໃດ​ປີ​ທີ່​ຜ່ານ​ມານີ້ ແຕ່​ໃນ​ທີ່​ສຸດກໍ​ໄດ້​ປະ​ຖິ້ມ​ຊາວເຄີດ ແລະ​ໃນ​ຄວາມ​ເປັນ​ຈິງ​ແລ້ວ ແມ່ນ​ທໍ​ລະ​ຍົດ​ຕໍ່​ພວກ​ເຂົາ.”

ທີ່​ນະ​ຄອນບ​ຣັ​ສ​ເຊິ​ລ​ສ໌ ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ​ແມ່ນ​ຍັງ​ມີ​ຄວາມສົງ​ໄສ​ບໍ່​ແນ່​ໃຈ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ​ຂອງ​ມົ​ສ​ກູ ຊຶ່ງ​ພວກ​ນັກ​ວິ​ເຄາະ​ບາງ​ຄົນ​ກ່າວ​ວ່າ ເປັນ​ການ​ສະ​ແດງ​ກຳ​ລັງ​ເພື່ອ​ຊ່ວຍ​ໃນ​ການ​ຝັງ​ແໜ້ນ​ບົດບາດ​ຂອງ​ຣັດ​ເຊຍ ເພື່ອ​ຈະ​ຕັດ​ສິນ​ໃຈ​ກ່ຽວ​ກັບ​ອະ​ນາ​ຄົດ​ຂອງ​ຂົງ​ເຂດ.

ທ່ານ​ມາກ ແອັ​ສ​ເປີ ກ່າວ​ຕໍ່​ພວກ​ແຂກ​ທີ່​ເຂົ້າ​ຮ່ວມ ຢູ່​ນະ​ຄອນບ​ຣັ​ສ​ເຊິ​ລ​ສ໌ ໃນ​ວັນ​ພະ​ຫັດ​ຜ່ານ​ມານີ້ ກ່ອນ​ໜ້າ​ກອງ​ປະ​ຊຸມ ​ກັບ​ຄູ່​ຕຳ​ແໜ່ງ​ ຈາກ​ອົງ​ການ​ເນ​ໂຕ້​ໂດຍກ່າວ​ວ່າ “ພວກ​ເຮົາ​ຈະ​ໄດ້​ເຫັນກັນ​ໃນ 6 ເດືອນ​ຂ້າງ​ໜ້າ​ວ່າ ຣັດ​ເຊຍ​ຈະເປັນ​ຈັ່ງ​ໃດ ຢູ່​ທີ່​ຊາຍ​ແດນ​ເທີ​ກີ​ຕິດ​ກັບ​ຊີ​ເຣຍແລະ​ພວກ​ເຮົາ​ຈະ​ໄດ້​ມອງ​ເຫັນ​ວ່າ ມັນມີ​ຜົນ ​ກະ​ທົບ​ແນວ​ໃດ​ຕໍ່​ຣັດ​ເຊຍ ຕໍ່​ຜົນ​ປະ​ໂຫຍດ​ຂອງ​ພວກ​ເຂົາ.”

ທ່ານ​ກ່າວ​ຕື່ມ​ວ່າ “ກາ​ລະ​ເວ​ລາ​ຈະ​ບອກໃຫ້​ຮູ້​ວ່າຣັດ​ເຊຍ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດຫຼື​ບໍ່.”

ສ່ວນ​ຢູ່​ວໍ​ຊິງ​ຕັນ ທຳ​ນຽບ​ຂາວ​ ກໍ​ໄດ້​ອອກ​ຄຳ​ເຕືອນວ່າ ການ​ເຄື່ອນ​ໄຫວຂອງວັງ​ເຄ​ຣັມ​ລິນ ບໍ່​ໄດ້​ເປັນ​ໄປ​ແບບ​ບໍ່​ມີ​ໃຜ​ຮູ້.

ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ຂອງ​ລັດ​ຖະ​ບານ​ທ່ານ​ນຶ່ງ ໄດ້​ກ່າວ​ຕໍ່​ພວກ​ນັກ​ຂ່າວ​ວ່າ “ພວກ​ເຮົາ​ໄດ້​ຈັບ​ຕາ​ເບິ່ງ​ຣັດ​ເຊຍ​ຢ່າງ​ລະ​ມັດ​ລະ​ວັງ ພວກ​ເຂົາ​ຢູ່​ບ່ອນ​ໃດ. ພວກ​ເຮົາ​ໄດ້ເຕືອນ​ເພື່ອນ​ມິດ​ຂອງ​ເຮົາ​ໃນ​ເທີ​ກີ ແລະ​ປະ​ເທດ​ອື່ນໆ ໃຫ້​ລະ​ມັດ​ລະ​ວັງ.”

​ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG