ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ່ານ​ຊູ​ເມີ ສະ​ເໜີ​ແຜນ​ການ ນຳລົດ​ເກົ່າ ທີ່​ແລ່ນ​ດ້ວຍ​ນ້ຳ​ມັນ ໄປ​ແລກ​ເອົາ​ລົດ​ໄຟ​ຟ້າ


ເມື່ອ​ວັນ​ທີ 22 ຕຸ​ລາ 2019 ທ່ານ​ຊັກ ຊູ​ເມີ ຜູ້​ນຳ​​ສຽງ​ສ່ວນ​ນ້ອຍ​ໃນ​ສະ​ພາ​ສູງ ຖະ​ແຫຼງ​ຕໍ່​ສື່ມວນ​ຊົນ ທີ່​ຕຶກ​​ລັດ​ຖະ​ສະ​ພາ​ສະ​ຫະ​ລັດ ໃນ​ນະ​ຄອນ​ຫຼວງວໍ​ຊິງ​ຕັນ.
ເມື່ອ​ວັນ​ທີ 22 ຕຸ​ລາ 2019 ທ່ານ​ຊັກ ຊູ​ເມີ ຜູ້​ນຳ​​ສຽງ​ສ່ວນ​ນ້ອຍ​ໃນ​ສະ​ພາ​ສູງ ຖະ​ແຫຼງ​ຕໍ່​ສື່ມວນ​ຊົນ ທີ່​ຕຶກ​​ລັດ​ຖະ​ສະ​ພາ​ສະ​ຫະ​ລັດ ໃນ​ນະ​ຄອນ​ຫຼວງວໍ​ຊິງ​ຕັນ.

ລັດ​ຖະ​ບານ​ກາງ​ສະ​ຫະ​ລັດ ອາດ​ຈະ​ຈ່າຍ​ເງິນ​ໃຫ້​ຊາວ​ອາ​ເມ​ຣິ​ກັນ​ຫຼາຍ​ພັນ​ລ້ານ​ໂດ​ລາ ເພື່ອ​ນຳ​ເອົາ​ລົດ​ເກົ່າ​ທີ່​ແລ່ນ​ດ້ວຍ​ນ້ຳ​ມັນ ໄປ​ແລກ​ກັບ​ລົດ​ໃໝ່​ທີ່​ແລ່ນ​ດ້ວຍ​ໄຟ​ຟ້າ ​ຊຶ່ງ​ເປັນ​ພະ​ລັງ​ງານ​ທີ່​ສະ​ອາດ ພາຍ​ໃຕ້​ແຜນ​ການ​ທີ່​ນຳ​ສະ​ເໜີ​ໂດຍ​ສະ​ມາຊິກ​ສະ​ພາ​ສູງ​ພັກ​ເດ​ໂມ​ແຄ​ຣັດ ທ່ານ ຊັກ ຊູ​ເມີ.

ທ່ານ​ຊູ​ເມີ ໄດ້​ເປີດ​ເຜີຍ​ແຜນ​ການ ມູນ​ຄ່າ 460 ພັ​ນ​ລ້ານ​ໂດ​ລາ ໃນ​ຕອນ​ແລງ ວັນ​ພະ​ຫັດ​ວານນີ້ ໂດຍ​ກ່າວ​ວ່າ ມັນ​ຈະ “ນຳ​ເອົາ​ລົດ​ທີ່​ແລ່ນ​ດ້ວຍ​ພະ​ລັງ​ງານ​ສະອາດ​ມາ​ສູ່​ຫົວ​ເມືອງ​ຕ່າງໆ​ໃນ​ທົ່ວ​ອາ​ເມ​ຣິ​ກາ ແລະ​ອາດ​ຈະ​ເຮັດ​ໃຫ້​ສະ​ຫະ​ລັດ​ຢູ່​ໃນ​ທ່າ​ທີ ກາຍ​ເປັນ​ຜູ້​ນຳ​ຂອງ​ໂລກ ໃນ​ການ​ຜ​ະ​ລິດ​ລົດ​ໃຊ້​ພະ​ລັງ​ງານ​ສະ​ອາດ.”

ແຜນ​ການ​ຂອງ​ທ່ານ​ຊູ​ເມີ ຈະ​ສະ​ໜອງ​ເງິນ​ໃຫ້​ແກ່​ຜູ້​ຂັບ​ຂີ່​ຊາວ​ອາ​ເມ​ຣິ​ກັນ ຜູ້​ລະ​ຫຼາຍ​ພັນ​ໂດ​ລາ ເພື່ອ​ນຳ​ເອົາ​ລົດ​ເກົ່າທີ່ແລ່ນ​ດ້ວຍ​ນ້ຳ​ມັນ ໄປ​ແລກ​ເອົາ​ລົດ​ໄໝ່​ ​ສ້າງ​ໂດຍ​ສະ​ຫະ​ລັດ ທີ່​ແລ່ນ​ດ້ວຍ​ໄຟ​ຟ້າ ຮາຍບ​ຣິດ ຫຼື​ໄຮ​ໂດ​ເຈັນ​ແຊ​ລ. ທ່ານ​ກ່າວວ່າ ທ່ານ​ຢາກ​ເຫັນ​ສະ​ຫະ​ລັດຢຸດ​ເຊົາ​ການ​ໃຊ້​ລົດ​ທີ່​ແລ່ນ​ດ້ວຍ​ນ້ຳ​ມັນ​ທີ່​ມາ​ຈາກ​ຊາກ​ພືດ​ແລະ​ສັດ ພາຍ​ໃນ​ເວ​ລາສິບ​ປີ.

ມີ​ການ​ຖິ້ມ​ໂທດ​ໃສ່​ວ່າ ລົດ​ທີ່​ແລ່ນ​ດ້ວຍ​ນ້ຳ​ມັນ ມີ​ສ່ວນ​ພາ​ໃຫ້​ໂລກ​ຮ້ອນ​ເອົ້າ ແຕ່​ລົດ​ທີ່​ແລ່ນ​ດ້ວຍ​ພະ​ລັງ​ງານ​ໄຟ​ຟ້າ​ທີ່​ສະ​ອາດກວ່າ ຫຼື​ລົດ​ທີ່​ສາ​ມາດ​ປ່ຽນ​ໄປ​ມາ​ໃນການ​ແລ່ນ​ດ້ວຍ​ພະ​ລັງ​ງານ​ໄຟ​ຟ້າ​ແລະ​ນ້ຳ​ມັນ​ນັ້ນ ແມ່ນ​ຍັງ​ແພງ​ເກີນ​ໄປ​ໂພດ​ສຳລັບ​ຜູ້​ຂັບ​ຂີ່​ຫຼາຍໆ​ຄົນ.

ທ່ານ​ຊູ​ເມີ​ກ່າວ​ວ່າ ພ້ອມ​ກັບ​ການ​ໃຫ້​ເງິນ​ສິນ​ນ້ຳ​ໃຈ​ສຳ​ລັບ​ຄົນ​ຂັບ​ແລ້ວ ຕ້ອງ​ໄດ້​ມີ​ການ​ໃຊ້​ເງິນ​ອີກ​ຈຳ​ນວນ​ນຶ່ງ​ເພື່ອ​ສ້າງ​ສະ​ຖາ​ນີ​ສາກ​ໝໍ້​ໄຟສຳ​ລັບ​ລົດ ແລະ​ບໍ​ລິ​ສັດ​ເຮັດ​ລົດ​ຊື້​ອຸບ​ປະ​ກອນ​ໃໝ່​ຕ່າງໆ.

​ທ່ານ​ຊູ​ເມີ​ບໍ່​ໄດ້​ແຈ້ງ​ໃຫ້​ຊາບ​ວ່າ ແຜນ​ການ​ຂອງ​ທ່ານ​ຈະ​ເອົາ​ເງິນ​ມາ​ແຕ່​ໃສ. ແຕ່ແນວ​ໃດ​ກໍ​ຕາມ ທ່ານ​ເວົ້າ​ວ່າ ກຸ່ມ​ປົກ​ປ້ອງ​ສິ່ງ​ແວດ​ລ້ອມ​ຫຼາຍໆ​ກຸ່ມ ໄດ້​ໃຫ້​ການສະ​ໜັບ​ສະ​ໜຸນ​ຕໍ່​ແຜນ​ການ​ຂອງ​ທ່ານ​ແລ້ວ ພ້ອມໆ​ກັບ​ບໍ​ລິ​ສັດ​ເຈ​ເນ​ຣັນ​ມໍ​ເຕີ້​ແລະບໍ​ລິ​ສັດ​ຟອ​ດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສ​າ​ອັງ​ກິດ

XS
SM
MD
LG