ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ ຈະ​ສົ່ງ 'ອຸບ​ປະ​ກອນ​ທາງ​ທະ​ຫານ' ໄປ​ປ້ອງ​ກັນ ບໍ່​ນ້ຳ​ມັນ ໃນ​ຊີ​ເຣຍ


ຮູບ​ທົ່ວ​ໄປ​ກ່ຽວ​ກັບ​ບ່ອນກັ່ນ​ນ້ຳ​ມັນ ​ທີ່​ບໍ່​ນ້ຳ​ມັນ ອາ​ລ-ແບັ​ສ​ສາ ​ໃນ​ເມືອງ ອາ​ລ-ຊາດ​ດາ​ເດ ແຂວງ ຮາ​ຊາ​ກາ ຂອງ​ຊີ​ເຣຍ ເມື່ອ​ວັນ​ທີ 1 ເມ​ສາ 2010.
ຮູບ​ທົ່ວ​ໄປ​ກ່ຽວ​ກັບ​ບ່ອນກັ່ນ​ນ້ຳ​ມັນ ​ທີ່​ບໍ່​ນ້ຳ​ມັນ ອາ​ລ-ແບັ​ສ​ສາ ​ໃນ​ເມືອງ ອາ​ລ-ຊາດ​ດາ​ເດ ແຂວງ ຮາ​ຊາ​ກາ ຂອງ​ຊີ​ເຣຍ ເມື່ອ​ວັນ​ທີ 1 ເມ​ສາ 2010.

ພວກວາງ​ແຜນ​ໃນ​ກອງ​ທັບ​ສະ​ຫະ​ລັດ ໃຫ້​ການ​ສະ​ໜັບ​ສະ​ໜຸນ​ຕໍ່​ການ​ຮຽກ​ຮ້ອງ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ເພື່ອ​ປົກ​ປ້ອງ​ບໍ່​ນ້ຳ​ມັນ​ໃນ​ພາກ​ເໜືອ​ຂອງ​ຊີເຣຍ ຈາກ​ກຸ່ມ​ກໍ່​ການ​ຮ້າຍ​ລັດ​ອິ​ສ​ລາມແລະ​ກຸ່ມ​ທີ່​ອາດ​ຈະ​ເປັນ​ສັດ​ຕູ​ອື່ນໆ ພ້ອມທັງ​ການ​ກະ​ກຽມ​ທີ່ຈະ​ສົ່ງ​ອຸບ​ປະ​ກອນ​ໄປ​ຕື່ມ ເພື່ອ​ໃຫ້​ມັນ​ເກີດເປັນ​ຄວາມ​ຈິງຂຶ້ນ​ມາ.

ເຈົ້າ​ໜ້າ​ທີ່​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ກ່າວ​ໃນ​ຕອນ​ແລງວັນ​ພະ​ຫັດ​ວານນີ້​ວ່າ ສະຫະ​ລັດ​ພວມ​ເຮັດ​ວຽກ ເພື່ອ​ເສີມ​ກຳ​ລັງ​ທະ​ຫານ​ສະ​ຫະ​ລັດ ທີ່​ຍັງ​ຢູ່​ໃນ​ປະ​ເທດ​ຊີເຣຍ ແລະ​ການ​ກະ​ທຳ​ດັ່ງ​ກ່າວ​ແມ່ນ​ດຳ​ເນີນ​ໄປ “ດ້ວຍ​ການ​ຮ່ວມ​ມື​ກັບ​ກຳ​ລັງ​ປະຊາ​ທິ​ປະ​ໄຕຊີ​ເຣຍ ຫຼື SDF ທີ່​ເປັນ​ຄູ່​ຮ່ວມ​ງານ​ໃນ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ຊີ​ເຣຍ ແລະ​ຄວາມ​ພະ​ຍາ​ຍາມທີ່​ວ່ານັ້ນແມ່ນ​ຈະ​ຮວມ​ທັງ​ການ​ສົ່ງ “ອຸ​ບ​ປະກອນ​ທາງ​ດ້ານ​ທະ​ຫານ” ໄປ​ຍັງ​ເຂດ​ດັ່ງ​ກ່າວ.

ເຈົ້າ​ໜ້າ​ທີ່​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ກ່າວ​ວ່າ “ນຶ່ງ​ໃນ​ສິ່ງ​ສຳ​ຄັນ​ສຸດ ​ທີ່ສະ​ຫະ​ລັດ​ແລະຄູ່​ຮ່ວມ​ງານຂອງ​ພວກ​ເຮົາຈະ​ໄດ້​ຮັບ​ໃນ​ການ​ຕໍ່​ສູ້​ກັບ​ກຸ່ມ​ລັດ​ອິ​ສ​ລາມກໍ​ແມ່ນການ​ເຂົ້າ​ຄວບ​ຄຸມ​ບໍ່​ນ້ຳ​ມັນ​ໃນ​ພາກ​ຕາ​ເວັນ​ອອກ​ຂອງ​ຊີ​ເຣຍ.” ເຈົ້າ​ໜ້າ​ທີ່​ທ່ານນີ້ໄດ້​ກ່າວ​ຕື່ມໂດຍ​ເອີ້ນ​ຊື່​ຫຍໍ້​ຂອງ​ກຸ່ມ​ລັດ​ອິ​ສ​ລາມນັ້ນ ເວົ້າ​ວ່າ “ພວກ​ເຮົາ​ຕ້ອງ​ໄດ້​ປະ​ຕິ​ເສດບໍ່​ໃຫ້​ກຸ່ມ ISIS ມີ​ລາຍ​ໄດ້​ທີ່​ຫຼັ່ງ​ໄຫຼ​ເຂົ້າ​ມາ ເພື່ອ​ບໍ່​ໃຫ້​ກຸ່ມ​ດັ່ງ​ກ່າວ​ຟື້ນ​ໂຕ​ຄືນ.”

ເຈົ້າ​ໜ້າ​ທີ່​ທ່ານນີ້ ບໍ່​ຍອມ​ໃຫ້​ລາຍ​ລະ​ອຽດ​ໃດໆ ແຕ່​ວາ​ລະ​ສານ​ນິວ​ສ໌​ວິກ ແລະ​ໂທ​ລະ​ພາບ CNN ລາຍ​ງານ​ວ່າ ທຳ​ນຽບ​ຫ້າ​ແຈ ​ພວມ​ພິ​ຈາ​ລະ​ນາທີ່​ຈະ​ລົດ​ຖັງ ຫຼື​ລົດ​ຫຸ້ມ​ເກາະ​ຂະ​ໜາດ​ນ້ອຍ​ໄປທີ່ນັ້ນ.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ ທ່ານ​ມາກ ແອັ​ສ​ເປີ ທີ່​ພວມ​ປະ​ຊຸມ​ກັບ​ປະ​ເທດ​ພັນ​ທະ​ມິດໃນ​ອົງ​ການ​ເນ​ໂຕ້​ຂອງວໍ​ຊິງ​ຕັນ ​ທີ່​ນະ​ຄອນ​ບ​ຣັ​ສ​ເຊີ​ລ​ສ໌ກ່າວ​ໃນ​ຕົ້ນ​ອາ​ທິດນີ້​ວ່າ ໃນ​ຂະ​ນະ​ທີ່​ທະ​ຫານສະ​ຫະ​ລັດ​ຈຳ​ນວນ​ນຶ່ງ ​ໄດ້ຖືກ​ຖອນ​ອອກ​ຈາກ​ຊີ​ເຣຍ​ໄປ​ແລ້ວ ແຕ່​ອີກ​ຈຳ​ນວນ​ນຶ່ງ​ຍັງ​ຕັ້ງ​ທີ່​ໝັ້ນ​ຢູ່​ຕາມ​ເມືອງ​ແລະ​ບ້ານຕ່າງໆ ເພື່ອ​ໃຫ້​ການ​ຄຸ້ມ​ກັນ​ແກ່​ສະ​ຖານ​ທີ່​ສຳ​ຄັນໆ.

ຂ່າວ​ກ່ຽວ​ກັບ​ສະ​ຫະ​ລັດ​ ພວມ​ວາງ​ແຜນ​ທີ່​ຈະ​ສົ່ງ​ອຸບ​ປະ​ກອນ​ເພີ້ມ​ຕື່ມ ​ໄປ​ຍັງ​ປະເທດ​ດັ່ງ​ກ່າວມີ​ຂຶ້ນ​ບໍ່​ເທົ່າ​ໃດ​ຊົ່ວ​ໂມງ​ຫຼັງ​ຈາກ​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ໄດ້​ປະກາດ​ຜ່ານ​ທາງ​ສື່​ສັງ​ຄົມ​ ເພື່ອ​ຢ້ຳ​ເຖິງ​ຄວາມ​ສຳ​ຄັນ ທີ່​ທ່ານ​ໄດ້​ໃຫ້​ໄວ້​ຕໍ່​ບໍ່​ນ້ຳ​ມັນເຫຼົ່າ​ນັ້ນ.

ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ​ໄດ້​ຂຽນ​ລົງ​ໃນ​ທວີດ​ເຕີ້​ວ່າ “ພວກ​ເຮົາ​ຈະ​ບໍ່​ຍອມໃຫ້​ກອງ​ກຳ​ລັງ​ທີ່​ຕັ້ງ​ຂຶ້ນ​ໃໝ່​ຂອງ​ກຸ່ມ ISIS ຍຶດ​ເອົາ​ບໍ່​ນ້ຳ​ມັນ​ເດັດ​ຂາດ.” ແລະ​ທ່ານ​ໄດ້​ກ່າວຕື່ມ​ໃນ​ການ​ສົ່ງ​ຂໍ້​ຄວາມ​ຄັ້ງ​ທີ​ສອງວ່າ “ບາງ​ທີ ມັນ​ອາດ​ເຖິງ​ເວ​ລາ​ແລ້ວ ສຳ​ລັບຊາວ​ເຄີດ​ທີ່​ຈະ​ເລີ້ມ​ມຸ່ງ​ໜ້າ​ໄປ​ຍັງ​ເຂດ​ບໍ່​ນ້ຳ​ມັນ​!"

ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ ​ແມ່ນ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜຸນ​ໄປ​ແລ້ວ ໂດຍ​ພັນ​ທະ​ມິດ​ທີ່​ສຳ​ຄັນໆ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ຢູ່​ໃນ​ລັດ​ຖະ​ສະ​ພາ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG