ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ປະ​ຕິ​ບັດ​ງານ ໃນ​ອະ​ວະ​ກາດ ຄັ້ງ​ປະ​ຫວັດ​ການ ໂດຍ​ນັກ​ບິນ​ອະ​ວະ​ກາດ​ແມ່​ຍິງ ລ້ວນໆ


ໃນ​ຮູບ​ນີ້ ນັກ​ບິນ​ອະ​ວະ​ກາດ ຂອງ​ອົງ​ການ​ນາ​ຊາ ນາງ Christina Koch ແລະ​ນາງ Jessica Meir ພວມ​ອອກ​ຈາກ​ສະ​ຖາ​ນີ​ອະ​ວະ​ກາດ​ນາໆ​ຊາດ ເມື່ອ​ວັນ​ທີ 18 ຕຸ​ລາ 2019.
ໃນ​ຮູບ​ນີ້ ນັກ​ບິນ​ອະ​ວະ​ກາດ ຂອງ​ອົງ​ການ​ນາ​ຊາ ນາງ Christina Koch ແລະ​ນາງ Jessica Meir ພວມ​ອອກ​ຈາກ​ສະ​ຖາ​ນີ​ອະ​ວະ​ກາດ​ນາໆ​ຊາດ ເມື່ອ​ວັນ​ທີ 18 ຕຸ​ລາ 2019.

ນັກ​ບິນ​ອະ​ວະ​ກາດ​ອາ​ເມ​ຣິກັນສອງ​ຄົນ ໄດ້​ອອກ​ໄປ​ປະ​ຕິ​ບັດ​ງານ​ຢູ່ນອກ​ສະ​ຖາ​ນີອ​ະ​ວະ​ກາດ​ນາໆ​ຊາດເພື່ອ​ປ່ຽນ​ເຄື່ອງ​ຄວບ​ຄຸມ​ໄຟ​ຟ້າ​ທີ່​ໃຊ້​ການ​ບໍ່​ໄດ້ຊຶ່ງ​ເປັນ​ການ ​ປະ​ຕິ​ບັດ​ງານ​ທີ່​ມີ​ຂຶ້ນ​ຕາມ​ປົກ​ກະ​ຕິ ແຕ່​ຄວາມ​ຈິງ​ແລ້ວມັນ​ເປັນ​ການ​ປະ​ຕິ​ບັດ​ງານຄັ້ງ​ປະ​ຫວັດ​ສາດ ໂດຍ​ມີ​ພວກ​ແມ່​ຍິງ​ທັງ​ໝົດ ໄດ້​ອອກ​ໄປ​ເຮັດ​ໜ້າ​ທີ່.

ນັກ​ບິນ​ອະ​ວະ​ກາດ​ຂອງ​ອົງ​ການ​ອະ​ວະ​ກາດຫຼື NASA ຂອງສະ​ຫະ​ລັດ ນາງ Christina Koch ​ແລະ​ນາງ Jessica Meir ເລີ້ມ​ການ​ປະ​ຕິ​ບັດ​ງານ​ດ້ວຍການກວດ​ກາ​ເບິ່ງ​ຊຸດ​ເຄື່ອງ​ນຸ່ງແລະ​ເຊືອກ​ລ່າມ ກ່ອນ​ຈະ​ອອກ​ໄປ​ທຳ​ການ​ສ້ອມ​ແປງ.

ການ​ປະ​ຕິ​ບັດ​ງານນອກ​ສະ​ຖາ​ນີ​ອະ​ວະ​ກາດ​ທີ່​ມີ​ແຕ່​ແມ່​ຍັງ​ລ້ວນໆ ໄດ້​ວາງ​ແຜນ​ໄວ້​ສຳ​ລັບ​ເດືອນ​ມີ​ນາ​ຜ່ານ​ມາ ແຕ່​ໄດ້​ຖືກ​ຍົກ​ເລີກ ຍ້ອນ​ອົງ​ການ​ອະ​ວະ​ກາດມີຊຸດ​ປະ​ຕິ​ບັດ​ງານ​ຂະ​ໜາດ​ກາງ​ພຽງ​ຊຸດ​ດຽວ​ເທົ່າ​ນັ້ນ ໂດຍ​ທີ່ຈະ​ໃຫ້​ແມ່​ຍິງແລະ​ຜູ້​ຊາຍອອກ​ໄປ​ປະ​ຕິ​ບັດ​ງານ​ຮ່ວມ​ກັນ ​ໃນ​ລະ​ຫວ່າງ​ທີ່​ປະ​ຈຳ​ການ​ຢູ່​ເທິງ​ສະ​ຖາ​ນີ​ອະ​ວະ​ກາດ.

ນາງ Koch ນັກ​ວິ​ສະ​ວະ​ກອນ​ດ້ານ​ໄຟ​ຟ້າ ທີ່ໄດ້​ອອກ​ໄປ​ປະ​ຕິ​ບັດ​ງານນອກ​ສະ​ຖາ​ນີ​ອະ​ວະ​ກາດ ນາໆ​ຊາດ ກັບ​ນັກ​ບິນ​ອະ​ວະ​ກາດ​ອີກ​ຄົນ​ນຶ່ງ ເປັນ​ຜູ້​ຊ່ວຍ​ປະກອບ​ຊຸດ​ຂະ​ໜາດ​ກາງ ໃນ​ໄລ​ຍະ​ຫຼາຍໆ​ເດືອນ​ທີ່​ຜ່ານ​ມານີ້. ນີ້​ແມ່ນ​ການ​ອອກໄປ​ປະ​ຕິ​ບັດ​ງານນອກ​ຍານ​ອະ​ວະ​ກາດ​ເທື່ອ​ທຳ​ອິດ​ຂອງ​ນາງ Meir.

ໃນ​ຖະ​ແຫຼງ​ການ​ຢູ່​ເ​ວັບ​ໄຊ​ຂອງ​ຕົນ​ນັ້ນ ອົງ​ການ NASA ກ່າວ​ວ່າ “ການ​ປະ​ຕິບັດ​ງານເທື່ອ​ທຳ​ອິດ ຂອງ​ພວກ​ນັກ​ບິນ​ອະ​ວະ​ກາດ​ແມ່​ຍິງ​ທັງ​ໝົດ ແມ່ນ​ມີ​ຄວາມ​ສຳ​ຄັນ​ຊຶ່ງ​ເປັນ​ທີ່​ໜ້າ​ສັງ​ເກດ​ໄດ້​ແລະ​ສ​ະ​ເຫຼີມ​ສະ​ຫຼອງ ໃນ​ຂະ​ນະ​ທີ່​ອົງ​ການ NASA ເບິ່ງ​ໄປ​ໜ້າ​ໃນ​ການ​ທີ່​ຈະ​ສົ່ງ​ນັກ​ບິນ​ອະ​ວະ​ກາດ​ແມ່​ຍິງ​ຄົນ​ທຳ​ອິດແລະ​ຜູ້​ຊາຍຄົນ​ຕໍ່​ໄປ ໄປ​ຍັງ​ດວງ​ເດືອນ​ພາຍ​ໃນ​ປີ 2024 ໃນ​ໂຄງ​ການ​ສຳ​ຫຼວດດວງ​ເດືອນ Artemis ຂອງ​ອົງ​ການ NASA.

ການ​ປະ​ຕິ​ບັດ​ງານ​ໃນ​ປັດ​ຈຸ​ບັນ​ຢູ່​ເທິງ​ສະ​ຖາ​ນີ​ອະ​ວະ​ກາດ​ນາໆ​ຊາດ ແມ່ນ​ເປັນ​ເທື່ອ​ທຳ​ອິດ ສຳ​ລັບ​ພວກ​ນັກ​ບິນ​ອະ​ວະ​ກາດ​ແມ່​ຍິງ​ທັງ​ສອງ. ນາງ Koch ມີກຳ​ນົດ​ວ່າ​ຈະ​ສ້າງ​ສະ​ຖິ​ຕິ ໃຊ້​ເວ​ລາ​ຢູ່​ດົນ​ທີ່​ສຸດ ດ້ວຍ​ຖ້ຽວ​ບິນ​ດຽວ ສຳ​ລັບ​ແມ່ຍິງ ໂດຍ​ຄາດ​ວ່າ ຈະ​ໃຊ້​ເວ​ລາ​ທັງ​ໝົດ 328 ມື້.

​ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG