ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ປະ​ທະ​ກັນ ຍັງ​ດຳ​ເນີນ​ຢູ່​ຕໍ່​ມາ ລະ​ຫວ່າງ ກຳ​ລັງ​ເທີ​ກີ ແລະ​ຊາວ​ເຄີດ ເຖິງ​ແມ່ນ ໄດ້​ມີ​ການ​ປະ​ກາດ​ຢຸດ​ຍິງ ​ໄປແລ້ວ​ກໍ​ຕາມ


ຄວັນ​ໄຟ​ກຸ້ມ​ຂຶ້ນ ທີ່​ເມືອງ​ຣາ​ສ ອາ​ລ-ເອນ ເມື່ອ​ວັນ​ທີ 18 ຕຸ​ລາ 2019.
ຄວັນ​ໄຟ​ກຸ້ມ​ຂຶ້ນ ທີ່​ເມືອງ​ຣາ​ສ ອາ​ລ-ເອນ ເມື່ອ​ວັນ​ທີ 18 ຕຸ​ລາ 2019.

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ໄດ້​ກ່າວ​ຊົມ​ເຊີຍ​ການ​ຍຸ​ຕິ​ສູ້​ລົບ​ກັນທີ່​ໄກ່​ເກ່ຍ​ໂດຍ​ສະ​ຫະ​ລັດ ລະ​ຫວ່າງ​ເທີ​ກີ ແລະ​ຊາວ​ເຄີດ ໃນ​ພາກ​ຕາ​ເວັນ​ອອກສຽງ​ເໜືອ​ຂອງ​ຊີ​ເຣຍ ທັງໆທີ່​ມີ​ລາຍ​ງານ​ວ່າ ການ​ສູ້​ລົບ​ກັນ​ຍັງ​ດຳ​ເນີນ​ຢູ່​ຕໍ່​ໄປ.

ທ່ານ​ທ​ຣຳ​ກ່າວ​ຕໍ່​ພວກ​ນັກ​ຂ່າວ​ວ່າ ຍັງ​ມີ​ການ​ປະ​ທະ​ກັນ​ຈຳ​ນວນ​ນຶ່ງ​ທີ່​ກຳ​ລັງ​ເທີ​ກີ​ໄດ້​ດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວານນີ້​ກໍ​ຈິງ​ຢູ່ ແຕ່​ໃນ​ເວ​ລານີ້ “ການ​ສູ້​ລົບ​ໄດ້​ຍຸ​ຕິ​ລົງຢ່າງ​ສິ້ນ​ເຊີງ​ແລ້ວ.”

ນອກນັ້ນ ທ່ານ​ຍັງ​ເວົ້າ​ວ່າ ຊາວ​ເຄີດ “ດີ​ໃຈ​ຫຼາຍ” ກ່ຽວ​ກັບ​ຂໍ້​ຕົກ​ລົງ​ດັ່ງ​ກ່າວ.

ແຕ່​ສ່ວນ​ໃຫຍ່​ໃນ​ວັນ​ສຸກວານນີ້ ການ​ຍິງ​ປືນ​ໃຫຍ່ ແລະ​ປືນ​ນ້ອຍ​ໂຈມ​ຕີ​ກັນ​ຍັງດຳ​ເນີນ​ຢູ່​ຕໍ່​ມາ ໃນ​ທົ່ວ​ບໍ​ລິ​ເວນ​ທີ່​ຍາວ​ຢຽດ​ໄປ​ຕາມ​ຊາຍ​ແດນ​ທາງ​ພາກ​ຕາ​ເວັນອອກ​ສຽງ​ເໜືອ​ຂອງ​ຊີ​ເຣຍ ຂະ​ນະ​ທີ່​ປະ​ຊາ​ຊົນ​ຜູ້​ທີ່​ເຫັນ​ເຫດ​ການ​ລາຍ​ງານ​ວ່າ ເຫັນ​ຄວັນ​ໄຟ​ກຸ້ມ​ຂຶ້ນ​ໃນບໍ​ລິ​ເວນ​ເມືອງ​ຣາ​ສ ອາລ- ເອນ ຊຶ່ງ​ຕັ້ງ​ຢູ່​ອີກ​ຟາກ​ນຶ່ງຂ້າມ​ຊາຍ​ແດນ​ເທີ​ກີນັ້ນ.

ໃນ​ການ​ເຄື່ອນ​ໄຫວ​ຫຼ້າ​ສຸດ​ໃນ​ມື້​ວານນີ້ ທຳ​ນຽບ​ຫ້າ​ແຈ​ກ່າວ​ວ່າ ຈະ​ບໍ່​ມີ​ກຳ​ລັງ​ທະ​ຫານ​ອາ​ເມ​ຣິ​ກັນ​ເຂົ້າ​ຮ່ວມ​ ໃນ​ການ​ຄວບ​ຄຸມ​ການ​ຢຸດ​ຍິງ. ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສຄົນ​ນຶ່ງຂອງ​ທຳ​ນຽບ​ຫ້າ​ແຈກ່າວ​ວ່າ ສະ​ຫະ​ລັດ​ຈະ​ສືບ​ຕໍ່​ເກັບ​ກຳ​ຂໍ້​ມູນ​ສືບ​ລັບແລະ​ສັງເກດ​ການ​ຢູ່​ໃນ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ຊີ​ເຣຍເພື່ອ​ຕິດ​ຕາມ​ເບິ່ງ​ພວກ​ນັກ​ໂທດ​ກຸ່ມ​ລັດ​ອິ​ສ​ລາມ.

ສ່ວນ​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ກ່າວ​ຕໍ່​ພວກ​ນັກ​ຂ່າວ​ທີ່​ທຳ​ນຽບ​ຂາວ​ວ່າ “ພວກ​ເຮົາ​ໄດ້​ເຮັດ​ວຽກໄດ້​ດີ​ຫຼາຍ​ຮ່ວມ​ກັນ​ກັບ​ເທີ ພວກ​ເຂົາ​ເຈົ້າ​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ຕໍ່​ການ​ຢຸດ​ຍິງ​ຢ່າງ​ເຕັມ​ທີ່.” ທ່ານ​ກ່າວ​ຕື່ມ​ວ່າ ພວກ​ຊາວ​ເຄີດ ກໍ​ດີ​ໃຈ​ຫຼາຍ ກ່ຽວ​ກັບ​ຄວາມເປັນ​ໄປ​ທີ່​ກຳ​ລັງ​ເກີດ​ຂຶ້ນ​ໃນ​ເວ​ລານີ້.”

ນອກນັ້ນ ທ່ານ​ທ​ຣຳ​ຍັງ​ກ່າວ​ວ່າ ພວກ​ນັກ​ລົບ​ກຸ່ມ​ລັດ​ອິ​ສ​ລາມ​ທີ່​ຖືກ​ຈັບ​ໄດ້​ນັ້ນ​ຍັງຖືກ​ຄຸມ​ຂັງ​ຢູ່​ໃນ​ເວ​ລານີ້ ໂດຍ​ມີ​ເທີ​ກີ​ຄວບ​ຄຸມ​ພວກ​ເຂົາ​ໄວ້​ຈຳ​ນວນ​ນຶ່ງ ແລະ​ທ່ານເວົ້າ​ວ່າ “ພວກ​ເຮົາ​ໄດ້​ເຂົ້າ​ຄວບ​ຄຸມ​ນ້ຳ​ມັນຢູ່ໃນ​ພາກ​ຕາ​ເວັນ​ອອກ​ກາງ ນ້ຳ​ມັນ​ທີ່​ພວກ​ເຮົາ​ເວົ້າ​ເຖິງ ນ້ຳ​ມັນ​ທີ່​ທຸກໆ​ຄົນ​ຕ່າງ​ກໍ​ມີ​ຄວາມ​ເປັນ​ຫ່ວງນັ້ນ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG