ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງ​ປະ​ຊຸມສຸດຍອດ​ຂອງ ​ກຸ່ມ ຈີ 7 ປີ​ໜ້າ ​ຈະ​ຈັດ​ຢູ່​ສະ​ຖານ​ທີ່ ​ຕາກ​ອາ​ກາດ ​ຂອງ ປ. ທ​ຣຳ ໃນ​ລັດ​ຟ​ລໍ​ຣິ​ດາ


ພາບ​ໃນ​ວີ​ດິ​ໂອ​ຕອນ​ນຶ່ງ ສະ​ແດງ​ໃຫ້​ເຫັນ ສະ​ຖານ​ທີ່​ຕາ​ກ ອ​​າກາດດໍ​ຣາ​ລຂອງ ປະ​ທາ​ນາ​ທິ​ບໍ​ດີ ທ​ຣຳ ຢູ່ໃນ​ເມືອງ ​ Doral, ລັດ​ຟ​ລໍ​ຣິ​ດາ, ໃນວັນ​ທີ 2 ມິ​ຖຸ​ນາ 2017
ພາບ​ໃນ​ວີ​ດິ​ໂອ​ຕອນ​ນຶ່ງ ສະ​ແດງ​ໃຫ້​ເຫັນ ສະ​ຖານ​ທີ່​ຕາ​ກ ອ​​າກາດດໍ​ຣາ​ລຂອງ ປະ​ທາ​ນາ​ທິ​ບໍ​ດີ ທ​ຣຳ ຢູ່ໃນ​ເມືອງ ​ Doral, ລັດ​ຟ​ລໍ​ຣິ​ດາ, ໃນວັນ​ທີ 2 ມິ​ຖຸ​ນາ 2017

ກອງ​ປະ​ຊຸມສຸດຍອດ​ຂອງ​ບັນ​ດາ​ຜູ້​ນຳ​ຂອງ​ກຸ່ມ ຈີ 7 ໃນ​ປີ​ໜ້າ ​ຈະ​ຈັດ​ຢູ່​ສະ​ຖານ​ທີ່​ຕາກ​ອາ​ກາດແຫ່ງ​ນຶ່ງ​ຂອງປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ, ທ່ານ ດໍ​ໂນ​ລ ທ​ຣຳ ຢູ່​ໃນ​ລັດ​ຟ​ລໍ​ຣິ​ດາ.

ໃນການປະ​ກາດ​ໃນ​ວັນ​ພະ​ຫັດ​ວານນີ້, ຮັກ​ສາ​ການ​ຫົວ​ໜ້າ​ທີ່​ປຶກ​ສາ​ຂອງ​ທຳ​ນຽບ​ຂາວ, ທ່ານມິກ ມາ​ລວາ​ນີ ກ່າວ​ປ້ອງ​ກັນ​ຂັ້ນ​ຕອນ ການ​ເລືອກ​ສະ​ຖານ​ທີ່ດັ່ງ​ກ່າວ ເພື່ອບໍ່​ໃຫ້​ຖືກ​ຕຳ​ໜິ​ໃນ​ທັນ​ທັນ​ໃດ​ວ່າ​ ທ່ານ ທ​ຣຳ ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ສ່ວນ​ຕົວ​ໃນ​ການ​ເປັນ​ເຈົ້າ​ພາບຈັດ​ງານ​ທີ່​ໃຫຍ່​ໂຕ​ດັ່ງ​ກ່າວ​ຢູ່​ໃນ​ສະ​ຖານ​ທີ່​ຂອງ​ເພິ່ນ.

​ທ່ານມິກ ມາ​ລວາ​ນີ ຜູ້​ຮັກ​ສາ​ການ​ ຫົວ​ໜ້າ​ທີ່​ປຶກ​ສາ​ຂອງ​ທຳ​ນຽບ​ຂາວ, ປະ​ກາດ​ວ່າ​ ກ່ຽວ​ກັບການ​ເລືອກ​ສະຖານ​ທີ່​ຕາກ​ອາ​ກາດ​ຂອງ ປ. ທ​ຣຳ ໃຫ້​ເປັນ​ບ່ອນ​ຈັດ​ກອງ​ປະ​ຊຸມ ຈີ 7 ໃນ​ປີ​ໜ້າ
​ທ່ານມິກ ມາ​ລວາ​ນີ ຜູ້​ຮັກ​ສາ​ການ​ ຫົວ​ໜ້າ​ທີ່​ປຶກ​ສາ​ຂອງ​ທຳ​ນຽບ​ຂາວ, ປະ​ກາດ​ວ່າ​ ກ່ຽວ​ກັບການ​ເລືອກ​ສະຖານ​ທີ່​ຕາກ​ອາ​ກາດ​ຂອງ ປ. ທ​ຣຳ ໃຫ້​ເປັນ​ບ່ອນ​ຈັດ​ກອງ​ປະ​ຊຸມ ຈີ 7 ໃນ​ປີ​ໜ້າ

“ການ​ເຮັດ​ແນວນີ້ ບໍ່​ເປັນ​ການ​ລະ​ເມີດ​ໃນ​ເລື້ອງເງິນ​ລາຍ​ໄດ້ ຄື​ແນວ​ໃດ?” ນັ້ນ​ຄື​ຄຳ​ເວົ້າ​ຂອງທ່ານທີ່​ຊີ້​ແຈງອອກ​ມາ​ ໂດຍ​ຄິດ​ໄວ້​ວ່າ​ຈະ​ເປັນ​ຄຳ​ຖາມ​ຂອງ​ພວກ​ນັກ​ຂ່າວ. ທ່ານອະ​ທິ​ບາຍ​ວ່າ “ເຂົາ​ເຈົ້າ​ຕ້ອງ​ມີ​ການ​ໃຊ້​ຈ່າຍ​ ໃນ​ການ​ເຮັດ​ອັນ​ນີ້” ຊຶ່ງ ຈະ “ເຮັດ​ໃຫ້ມັນ​ຖືກວ່າຕັ້ງ​ຫລາຍ” ຖ້າ​ຈັດ​ຢູ່​ໃນ​ດໍ​ຣາ​ລ ແທນ​ທີ່ຈະ​ຈັດ​ຢູ່ສະ​ຖານ​ທີ່ຄັດເລືອກ​ຂັ້ນ​ສຸດ​ທ້າຍ​ແຫ່ງ​ອື່ນໆ​ຢູ່​ໃນ​ບັນ​ຊີ ຊຶ່ງ​ລວມ​ມີ 2 ບ່ອນ​ຢູ່​ໃນລັດ​ຢູ​ທາ ແລະ ບ່ອນ 1 ​ຢູ່​ໃນ​ລັດ​ຮາ​ວາຍ.

ສ​ະ​ຖານ​ທີ່​ຕາກ​ອາ​ກາດ​ທີ່​ມີ​ເນື້ອ​ທີ່ 320 ເຮັກ​ຕາແຫ່ງນັ້ນ ​ຕັ້ງ​ຢູ່​ຫ່າງ​ຈາກ​ສະ​ໜາມ​ບິນ​ສາ​ກົນຂອງ​ນະ​ຄອນ​ ມາ​ຍ​ອາ​ມີ 13 ກິ​ໂລ​ແມັດ ແລະ​ມີ​ຫ້ອງພັກ​ເກືອບ​ຮອດ 643 ຫ້ອງ.

ສະ​ຖານ​ທີ່​ຕາ​ກອາກາດດໍ​ຣາ​ລ ​ທີ່​ສ້າງ​ຂຶ້ນໃນ​ຊຸມ​ປີ 1960 ໄດ້​ຖືກ​ຊື້​ຕອນ​ມັນ​ຖືກ​ລົ້ມ​ລະ​ລາຍ​ໂດຍ​ບໍ​ລິ​ສັດ​ຂອງ​ທ່ານ​ທ​ຣຳ ໃນ​ປີ 2012.

“ຍີ່​ຫໍ້ທ​ຣຳ​ເທົ່າ​ທີ່​ເປັນ​ຢູ່ກໍອາດ​ຈະ​ແຂງ​ແກ່ນພໍແລ້ວແລະ​ທ່ານກໍບໍ່​ຕ້ອງ​ການ​ຄວາມ​ຊ່ວຍ​ເຫລືອ​ອີກ​ແລ້ວ​ໃນ​ເລື້ອງນີ້. ມັນ​ເປັນ​ຊື່​ທີ່​ຄົນ​ຮູ້​ດີທີ່​ສຸດ​ໃນ​ພາ​ສາ​ອັງ​ກິດ ແລະ​ອາດ​ຈະ​ຮູ້​ກັນ​ດີຢູ່​ໃນ​ທົ່ວ​ໂລກໃນ​ເວ​ລານີ້,” ອີງ​ຕາມ​ທ່ານ ມາ​ລວາ​ນີ. ທ່ານ​ກ່າວ​ຕໍ່​ໄປ​ວ່າ “ບໍ່​ມີ​ບັນ​ຫາ​ຫຍັງ​ຢູ່ໃນ​ໜີ້ ​ໃນ​ເລື້ອງ​ທີ່​ວ່າ ​ທ່ານ​ໄດ້​ກຳ​ໄລ ​ຈາກ​ການ​ເຮັດ​ແນວນີ້.”

ມັນ​ເປັນ​ບັນ​ຫາ, ອີງ​ຕາມ​ຄຳ​ເວົ້າ​ຂອງ​ສະ​ມາ​ຊິກ​ຂອງ​ພັກ​ເດ​ໂມ​ແຄ​ຣັດ​ທີ່​ເປັນ​ພັກ​ຝ່າຍ​ຄ້ານນັ້ນ.

"ອັນ​ນີ້ເປັນ​ການ​ສໍ້​ລາດ​ບັງ​ຫລວງ, ບໍ່ແມ່ນຫຍັງ​ໝົດ ແລະເຫັນໄດ້​ງ່າຍໆ,” ນັ້ນ​ຄື​ຄຳຕອບຂອງສະ​ມາ​ຊິກສະ​ພາ​ສູງເອ​ລີ​ຊາ​ເບັດ ວໍ​ແຣນ (Elizabeth Warren) ທີ່​ເປັນ​ຜູ້​ສະ​ໝັກ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ ​ທີ່​ມີ​ຄະ​ແນນ​ນຳ​ໜ້າ​ຄົນ​ນຶ່ງ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG