ກອງທັບເຮືອສະຫະລັດ ເລີ້ມການຊ້ອມລົບຮ່ວມທາງທະເລ ໃກ້ກັບເຂດນ່ານນ້ຳທີ່ມີການຂັດແຍ້ງກັນໃນບໍລິເວນໝູ່ເກາະສແປຣັດລີ ພ້ອມກັບກຳປັ່ນ ຈາກກອງທັບເຮືອຟີລິບປິນ ແລະຍີ່ປຸ່ນ.
ກຳປັ່ນໜ່ວຍຍາມຝັ່ງສແຕຣັດຕັນ (Stratton) ໄດ້ເດີນທາງອອກຈາກອ່າວປູເອໂຕ ປຣິນເຊຊາ ໃນເກາະປາລາວານ ໃນວັນພະຫັດວານນີ້ ພ້ອມກັບກຳປັ່ນລົບຂອງກອງທັບເຮືອສະຫະລັດອື່ນໆອີກ 4 ລຳ.
ໃນການຖະແຫຼງຈາກປູເອໂຕ ປຣິນເຊຊາ ເມື່ອຕົ້ນອາທິດນີ້ ພັນເອກທະຫານເຮືອ ແອນຕົວແນັດ ແມັກແຄນ (Antoinette McCann) ກ່າວຕໍ່ວີໂອເອວ່າ ໜ່ວຍຍາມຝັ່ງສະຫະລັດມີບົດບາດສຳຄັນ ໃນການຄຸ້ມຄອງຄວາມໝັ້ນຄົງແລະປົກປ້ອງຄວາມອຸດົມຮັ່ງມີຢູ່ໃນຂົງເຂດ.
ທ່ານນາງກ່າວວ່າ “ກອງທັບເຮືອ ແລະໜ່ວຍຍາມຝັ່ງ ສະຫະລັດ ມີຄວາມສຳພັນທີ່ເຂັ້ມແຂງຫຼາຍ. ພວກເຮົາທັງສອງ ຕ່າງກໍເຮັດວຽກກ່ຽວກັບທະເລ ແລະໂດຍການລຶບລ້າງຊ່ອງຫວ່າງແລະຮອຍຕໍ່ລະຫວ່າງສອງອົງການຂອງພວກເຮົາແລ້ວ ພວກເຮົາແມ່ນເສີມຂະຫຍາຍຄວາມສາມາດຮ່ວມກັນ ເພື່ອຮັບມືກັບໄພຂົ່ມຂູ່ທີ່ມາຈາກທາງທະເລໄດ້.”
ທ່ານນາງກ່າວຕື່ມວ່າ “ພວກເຮົາແມ່ນຊຸກຍູ້ແບບດຽວກັນ ກັບຟີລິບປິນ ແລະຍຍີປຸ່ນ ໃນຂະນະທີ່ປະເທດທັງສອງຫາທາງລຶບລ້າງຊ່ອງຫວ່າງແລະຮອຍຕໍ່ຢູ່ໃນກອງທັບເຮືອແລະໜ່ວຍຍາມຝັ່ງຂອງພວກເຂົາເຈົ້າ.”
ໜ່ວຍຍາມຝັ່ງສະຫະລັດ ແມ່ນຊັບຊ້ອນໝູນວຽນການປະຈຳເປັນປະຈຳໃນເຂດມະຫາສະໝຸດປາຊີຟິກຕາເວັນຕົກ ນັບແຕ່ປີ 2018 ເປັນຕົ້ນມາ ໂດຍມີການສົ່ງກຳປັ່ນສແຕຣັດຕັນ ໄປແທນກຳປັ່ນເບີທັອຟ (Bertholf) ໃນເດືອນມິຖຸນາຜ່ານມາ.