ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະ​ທາ​ນາ​ທິ​ບໍ​ດີທ​ຣຳ ໂຮມ​ຊຸມ​ນຸມ ພວກ​ສະ​ໜັບ​ສະ​ໜຸນ ​ຢູ່ທີ່​ລັດ​ເທັກ​ຊັ​ສ


ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ໂຄ​ສະ​ນາ​ຫ​າ​ສຽງ ໃນ​ການ​ໂຮມ​ຊຸມ​ນຸມ​ພວກ​ສະ​ໜັບ​ສະ​ໜຸນ​ທີ່​ນະ​ຄອນ​ດາ​ລ​ລັ​ສ ລັດ​ເທັກ​ຊັ​ສ ເມື່ອ​ວັນ​ທີ 17 ຕຸ​ລາ 2019. (REUTERS/Jonathan Ernst)
ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ໂຄ​ສະ​ນາ​ຫ​າ​ສຽງ ໃນ​ການ​ໂຮມ​ຊຸມ​ນຸມ​ພວກ​ສະ​ໜັບ​ສະ​ໜຸນ​ທີ່​ນະ​ຄອນ​ດາ​ລ​ລັ​ສ ລັດ​ເທັກ​ຊັ​ສ ເມື່ອ​ວັນ​ທີ 17 ຕຸ​ລາ 2019. (REUTERS/Jonathan Ernst)

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່າ​ນ​ດໍ​ໂນ​ລ ທ​ຣຳ ເດີນ​ທາງ​ໄປ​ລັດ​ເທັກ​ຊັ​ສ ໃນ​ວັນ​ພະ​ຫັດ​ວານນີ້ ບ່ອນ​ທີ່​ທ່ານໄດ້​ຈັດ​ການ​ໂຮມ​ຊຸມ​ນຸມ​ໂຄ​ສະ​ນາ​ຫາ​ສຽງ​ສະ​ໜັບ​ສະ​ໜຸນ​ທ່ານ​ທີ່​ນະ​ຄອນ​ດາ​ລ​ລັ​ສ ​ຢູ່​ໃນ​ລັດ​ຊຶ່ງ​ຈົນ​ຮອດ​ເມື່ອ​ບໍ່​ດົນ​ມານີ້ ຍັງ​ນັບ​ໄດ້​ວ່າລົງ​ຄະ​ແນນ​ສຽງ​ໃຫ້​ແກ່​ພັກ​ຣີ​ພັບ​ບ​ລີກັນ.

ຕໍ່​ໜ້າຝຸງ​ຊົນ​ທີ່​ມີ​ຄວາມ​ກະ​ຕື​ລື​ລົ້ນນັ້ນ ທ່ານ​ທ​ຣຳ​ໄດ້​ກ່າວ​ເຖິງ​ຂໍ້​ຕົກ​ລົງ​ຢຸດ​ຍິງ​ທີ່​ພວກ​ເຈົ້າ​ໜ້າ​ທີ່​ທຳ​ນຽບ​ຂາວ​ໄດ້​ບັນ​ລຸ​ກັບ​ເທີ​ກີ ຊຶ່ງ​ອັງ​ກາ​ຣາ​ໄດ້​ຕົກ​ລົງ​ທີ່​ຈະ​ໂຈະການ​ປະ​ຕິ​ບັດ​ງານ​ທາງ​ທະ​ຫານ​ຂອງ​ຕົນ​ເປັນ​ການ​ຊົ່ວ​ຄາວ ເພື່ອ​ອະ​ນຸ​ຍາດ​ໃຫ້ກຳ​ລັງ​ທະ​ຫານ​ຂອງ​ຊາວ​ເຄີດ ຖອນ​ອອກ​ໄປ​ຈາກ​ເຂດ​ທີ່​ຖືກ​ລະ​ບຸ​ວ່າ ເປັນ​ເຂດທີ່​ປອດ​ໄພ​ນັ້ນ.

ທ່ານ​ທ​ຣຳ​ກ່າວ​ວ່າ “ເທີ​ກີ​ຈະ​ມີ​ຄວາມ​ດີ​ໃຈ ຊາວ​ເຄີດ​ກໍ​ຈະ​ມີ​ຄວາມ​ດີ​ໃຈ ແຕ່ກຸ່ມ ​ລັດ​ອິ​ສ​ລາມ​ຫຼື ISIS ຈະ​ບໍ່​ດີ​ໃຈ​.”

ຂໍ້​ຕົກ​ລົງ​ດັ່ງ​ກ່າວ​ໄດ້​ມີ​ການ​ປະ​ກາດ​ໃນ​ວັນ​ພະ​ຫັດ​ວານນີ້ ໂດຍ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ໄມ​ຄ໌ ແພັນ​ສ໌ ຫຼັງ​ຈາກ​ໄດ້​ພົບ​ປະ​ກັບປະ​ທາ​ນາ​ທິ​ບໍ​ດີ​ເທີ​ກີ ທ່ານຣີ​ເຊັບ ໄຕ​ຢິບ ເອີ​ດູ​ອານ ທີ່​ນະ​ຄອນ​ຫຼວງ​ອັງ​ກາ​ຣາ. ການ​ໂຈະ​ໃນ​ການ​ສູ້​ລົບ​ກັນ​ມີ​ຂຶ້ນ​ນຶ່ງ​ອາ​ທິດຫຼັງ​ຈາກ​ທ່ານ​ທ​ຣຳ​ສັ່ງ​ໃຫ້​ຖອນ​ທະ​ຫານ​ອາ​ເມ​ຣິ​ກັນ ອອກ​ໄປ​ຈາກ​ເຂດ​ທີ່​ຄວບ​ຄຸມໂດຍ​ກຳ​ລັງ​ຊາວ​ເຄີດໃນ​ພາກ​ເໜືອ​ຂອງ​ຊີ​ເຣຍ ຊຶ່ງ​ເປັນ​ທີ່​ຈະ​ແຈ້ງ​ແມ່ນ​ການ​ແຜ້ວທາງ​ໃຫ້​ທ່ານ​ເອີ​ດູ​ອານ ເປີດ​ສາກ​ບຸກ​ໂຈມ​ຕີ​ຕໍ່​ກຳ​ລັງ​ YPG ຂອງຊາວ​ເຄີດ​ແລະສ້າງ​ຄວາມ​ເສຍ​ຫາຍ​ຮ້າຍ​ແຮງ​ໃຫ້​ແກ່​ຂົງ​ເຂດ​ດັ່ງ​ກ່າວຊຶ່ງ​ໄດ້​ພາ​ໃຫ້ມີ​ຄວາມເປັນ​ຫ່ວງກ່ຽວ​ກັບ​ການ​ຟື້ນ​ໂຕ​ຄືນ​ຂອງ​ກຸ່ມ​ລັດ​ອິ​ສ​ລາມ.

ມີ​ການ​ຕ້ອງ​ຕິ​ຢ່າງ​ແຮງ​ຕໍ່​ການ​ຕັດ​ສິນ​ໃຈ​ດັ່ງ​ກ່າວ ແມ່ນ​ກະ​ທັງ​ສະ​ມາ​ຊິກ​ພັກ​ຣີ​ພັບ​ບ​ລີ​ກັນ​ທີ່​ເປັນ​ພັນ​ທະ​ມິດ ຊຶ່ງ​ທ່ານ​ທ​ຣຳ​ຍອມ​ຮັບ​ວ່າ ວິ​ທີ​ການ​ຂອງ​ທ່ານ​ແມ່ນ “ບໍ່​ໄດ້​ເປັນ​ໄປ​ຕາມ​ແບບ​ແຜນ.”

ທ່ານ​ທ​ຣຳ​ກ່າວ​ວ່າ “ບາງ​ເທື່ອ ​ທ່ານ​ຕ້ອງ​ໄດ້​ປ່ອຍ​ໃຫ້​ເຂົາ​ຕີກັນ ຄື​ກັນ​ກັບ​ພວກ​ເດັກ​ນ້ອຍ​ສອງ​ຄົນ ທ່ານ​ຈະ​ຕ້ອງ​ປ່ອຍ​ໃຫ້​ເຂົາສູ້​ກັນ ຫຼັງ​ຈາກນັ້ນ​ຈຶ່ງ​ແຍກ​ພວກເຂົາ​ອອກ​ຈາກ​ກັນ.” ທ່ານ​ທ​ຣຳ​ກ່າວ​ຕື່ມ​ ໂດຍ​ອ້າງ​ອີງ​ເຖິງ​ການ​ບຸກ​ໂຈມ​ຕີ​ທາງທະ​ຫານ​ຂອງ​ເທີ​ກີ​ຕໍ່​ຊາວ​ເຄີດ.

ທ່ານ​ທ​ຣຳ​ສະ​ແດງ​ຄວາມ​ສົນ​ໃຈ​ເປັນ​ພິ​ເສດ​ຕໍ່​ລັດ​ເທັກ​ຊັ​ສ ຊຶ່ງ​ການ​ເດີນ​ທາງ​ໃນ​ເທື່ອນີ້ ແມ່ນ​ການ​ຢ້ຽມ​ຢາມ​ລັດ​ດັ່ງ​ກ່າວ​ເທື່ອ​ທີ​ຫົກ ແລະ​ການ​ໂຄ​ສະ​ນາ​ຫາ​ສຽງ ເທື່ອ​ທີ​ສາມໃນ​ຮອບ​ນຶ່ງ​ປີ​ທີ່​ຜ່ານ​ມາ. ນອກນັ້ນທ່ານ​ຍັງ​ໄດ້​ຈັດ​ງານ​ຫາ​ລາຍໄດ້​ທີ່ນະ​ຄອນ​ຮິ​ວ​ສ​ຕັນ​ແລະ​ເຊນ​ອານ​ໂຕ​ນີ​ໂອໃນ​ເດືອນ​ເມ​ສາ​ ໄປ​ຢ້ຽມ​ຢາມ​ນະ​ຄອນແອ​ລ​ພາ​ໂຊຫຼັງ​ຈາກ​ໄດ້​ມີ​ການ​ຍິງ​ສັງ​ຫານ​ໝູ່​ໃນ​ເດືອນ​ສິງ​ຫາ ແລະ​ຮ່ວມ​ກັບ​ນາຍົກ​ລັດ​ຖະ​ມົນ​ຕີ​ອິນ​ເດຍ ທ່ານ​ນາ​ເຣັນ​ດ​ຣາ ໂມ​ດີ ໄປ​ຮ່ວມ​ງານ “Howdy Mo-di ໃນ​ເດືອນ​ແລ້ວນີ້.

ການ​ຢ້ຽມ​ຢາມ​ໃນ​ຄັ້ງ​ນີ້ ຍັງ​ເປັນ​ການ​ຢ້ຽມ​ຢາມ​ເທື່ອ​ທຳ​ອິດ ນັບ​ແຕ່​ສະ​ມາ​ຊິກ​ສະພາ​ພັກ​ເດ​ໂມ​ແຄ​ຣັດ​ເລີ້ມ​ການ​ສືບ​ສວນ​ເພື່ອ​ຟ້ອງ​ຮ້ອງ​ປະ​ທາ​ນາ​ທິ​ບໍ​ດີ ຊຶ່ງ​ເປັນ​ສິ່ງ​ທີ່​ພວກ​ສະ​ໜັບ​ສະ​ໜຸນ​ບໍ່​ໄດ້​ໃຫ້​ຄວາມ​ສຳ​ຄັນ​ນັ້ນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG