ພວກເຈົ້າໜ້າທີ່ຄຸ້ມຄອງກົດໝາຍ ໄດ້ປະກາດໃນວັນພຸດວານນີ້ ກ່ຽວກັບການທັບມ້າງ ເວັບໄຊວີດີໂອຮູບໂປ້ເດັກນ້ອຍຢູ່ໃນເວັບມືດ ທຳການຟ້ອງຮ້ອງຕໍ່ຜູ້ເປັນເຈົ້າຂອງເວັບທີ່ເປັນຄົນເກົາຫຼີໃຕ້ແລະຜູ້ເຂົ້າໄປເບິ່ງຫຼາຍຮ້ອຍຄົນຢູ່ໃນທົ່ວໂລກ.
ເວັບໄຊທີ່ມີຊື່ວ່າ Welcome to Video ຊຶ່ງກ່າວກັນວ່າ ເປັນຕະຫຼາດຂາຍວີດີໂອຮູບໂປ້ພວກເດັກນ້ອຍທີ່ໃຫຍ່ທີ່ສຸດໂດຍມີວີດີໂອໂປ້ຂອງພວກເດັກນ້ອຍຫຼາຍກວ່າ 250,000 ອັນ ເມື່ອມັນຖືກທັບມ້າງໃນເດືອນມີນາປີ 2018.
ເຈົ້າໜ້າທີ່ສະຫະລັດ ອັງກິດ ແລະເກົາຫຼີໃຕ້ ໄດ້ປະກາດກ່ຽວກັບການທັບມ້າງທີ່ວ່ານີ້ ຢູ່ໃນກອງປະຊຸມຖະແຫຼງຂ່າວ ທີ່ນະຄອນຫຼວງວໍຊິງຕັນ.
ການທັບມ້າງດັ່ງກ່າວ ມີຂຶ້ນທ່າມກາງການແຜ່ຂະຫຍາຍວີດີໂອຮູບໂປ້ຂອງພວກເດັກນ້ອຍ ຊຶ່ງການຊື້ຂາຍສ່ວນໃຫຍ່ແລ້ວແມ່ນມີຂຶ້ນຢູ່ໃນເວັບມືດ. ອີງຕາມອົງການຄຸ້ມຄອງອາຊະຍາກຳແຫ່ງຊາດຂອງອັງກິດແລ້ວ ເວັບໄຊວີດີໂອຮູບໂປ້ເດັກນ້ອຍ 10 ບ່ອນ ທີ່ເປັນ “ອັນຕະລາຍຮ້າຍແຮງສຸດ” ຢູ່ໃນເວັບມືດ ມີບັນຊີຜູ້ຊົມໃຊ້ທີ່ຈົດທະບຽນທັງໝົດ 3 ລ້ານບັນຊີ.
ທະນາຍຄວາມຂອງເຂດວໍຊິງຕັນດີຊີ ທ່ານເຈັດຊີ ເຄ. ຫຼິວ ກ່າວວ່າ “ພວກເດັກນ້ອຍຢູ່ໃນທົ່ວໂລກຈະມີຄວາມປອດໄພເພີ້ມຂຶ້ນຍ້ອນເຈົ້າໜ້າທີ່ຄຸ້ມຄອງກົດໝາຍສະຫະລັດແລະຕ່າງປະເທດ ເອົາມາດຕະການລົງໂທດໃນຄະດີນີ້ ແລະຍຶດເອົາເງິນໄປໃຫ້ພວກເຄາະຮ້າຍ.”
ທ້າວຈອງ ວູ ຊານ ອາຍຸ 23 ປີ ທີ່ບໍລິຫານເວັບໄຊ ໂດຍບໍ່ໄດ້ບອກຊື່ຢູ່ໃນຕາໜ່າງເວັບທໍ ຈາກຫ້ອງນອນຂອງຜູ້ກ່ຽວ ໄດ້ຖືກຈັບໃນປີກາຍນີ້ ແລະເວລານີ້ ພວມຮັບໃຊ້ໂທດຈຳຄຸກ 18 ເດືອນຢູ່ເກົາຫຼີໃຕ້. ທ້າວຊານປະເຊີນກັບຂໍຫ້າ 9 ກະທົງໃນການຟ້ອງຮ້ອງຂອງລັດຖະບານກາງສະຫະລັດ ທີ່ໄດ້ມີການເປີດເຜີຍໃນວັນພຸດວານນີ້.
ໃນຂະນະທີ່ເວັບໄຊດັ່ງກ່າວຖືກທັບມ້າງໄປກວ່ານຶ່ງປີເຄິ່ງແລ້ວກໍຕາມ ເຂົາເຈົ້າໄດ້ນຳໃຊ້ເຄື່ອງບົ່ງບອກຈາກເຊີເວີຂອງເວັບໄຊ ແນເປົ້າໝາຍໃສ່ຜູ້ເຂົ້າໄປເບິ່ງໃນເວລາຕໍ່ມາຫຼາຍໆເດືອນ.
ທັງໝົດມີຜູ້ເຂົ້າໄປໃຊ້ 337 ຄົນ ຢູ່ໃນ 20 ກວ່າລັດຂອງສະຫະລັດ ແລະ 11 ປະເທດ ໄດ້ຖືກຈັບໃນຂໍ້ຫາພົວພັນກັບຮູບໂປ້ເດັກນ້ອຍ. ສຳລັບພວກທີ່ສົງໄສໃນການໃຊ້ເວັບໄຊດັ່ງກ່າວຫຼາຍສິບຄົນ ພວມຢູ່ໃນລະຫວ່າງການສືບສວນ.