ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ເຈົ້າ​ໜ້າ​ທີ່​ຈີນ ຕ້ອງ​ແຈ້ງ ໃຫ້​ກະ​ຊວງຕ່າງ​ປະ​ເທດຊາບ ກ່ຽວ​ກັບ​ການ​ພົບ​ພໍ້ ໃນ ສ​ຫລ


ທຸງ​ຊາດ​ຈີນ ແລະ ສ​ຫລ ກຳ​ລັງ​ປິວ​ສະ​ບັດ ກ່ອນ​ທີ່​ຜູ້​ແທນ​ການ​ຄ້າ​ອາ​ເມ​ຣິ​ກັນ ແລະ​ຈີນ ພົບ​ປະ​ກັນ​ທີ່​ນະ​ຄອນ​ຊຽງ​ໄຮ້ ເມື່ອ​ວັນ​ທີ 30 ກໍ​ລະ​ກົດ 2019.
ທຸງ​ຊາດ​ຈີນ ແລະ ສ​ຫລ ກຳ​ລັງ​ປິວ​ສະ​ບັດ ກ່ອນ​ທີ່​ຜູ້​ແທນ​ການ​ຄ້າ​ອາ​ເມ​ຣິ​ກັນ ແລະ​ຈີນ ພົບ​ປະ​ກັນ​ທີ່​ນະ​ຄອນ​ຊຽງ​ໄຮ້ ເມື່ອ​ວັນ​ທີ 30 ກໍ​ລະ​ກົດ 2019.

ສະ​ຫະ​ລັດ​ສັ່ງ​ໃຫ້​ພວກ​ນັກ​ການ​ທູດ​ຈີນ​ທັງ​ໝົດ​ທີ່​ປະ​ຈຳ​ການ​ຢູ່​ໃນ​ສະ​ຫະ​ລັດ​ແລະ​ເຈົ້າ​ໜ້າ​ທີ່​ຈີນທີ່​ເດີນ​ທາງ​ມາ​ເຮັດ​ວຽກຢ່າງ​ເປັນ​ທາງ​ການ​ໃນ​ສະ​ຫະ​ລັດ ແຈ້ງໃຫ້​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຊາບ​ລ່ວງ​ໜ້າ​ ໃນ​ການ​ພົບ​ປະ ​ກັບ​ພວກ​ເຈົ້າ​ໜ້າ​ທີ່​ທ້ອງ​ຖິ່ນ ລັດ ແລະ​ລັດ​ຖະ​ບານ​ກາງ ຕະ​ຫຼອດ​ທັງ​ສະ​ຖາ​ບັນ​ແລະ​ການ​ຄົ້ນ​ຄວ້າຕ່າງໆ.

ພວກ​ນັກ​ການ​ທູດ​ຈີນ​ບໍ່​ຈຳ​ເປັນ​ຕ້ອງ​ໄດ້​ຮັບ​ອະ​ນຸ​ຍາດ​ໃນ​ການ​ພົບ​ພໍ້ ພວກ​ເຂົາ​ເຈົ້າ​ມີ​ແຕ່​ແຈ້ງ​ໃຫ້​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຊາບ​ລ່ວງ​ໜ້າ. ຢູ່​ປ​ະ​ເທດ​ຈີນ ນັກການ​ທູດ​ສະ​ຫະ​ລັດ​ຕ້ອງ​ໄດ້​ຮັບ​ອະ​ນຸ​ຍາດ​ເສຍ​ກ່ອນ ກ່ອນ​ຈະມີ​ການພົບ​ພໍ້​ແບບນີ້.

ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ​ຄົນ​ນຶ່ງ ກ່າວ​ໃນ​ການ​ຖະ​ແຫຼງ​ຂ່າວ​ຜ່ານ​ທາງ​ໂທ​ລະ​ສັບ​ໃນ​ວັນ​ພຸດ​ວານນີ້​ວ່າ “ສິ່ງ​ທີ່​ພວກ​ເຮົາ​ພະ​ຍາ​ຍາມ​ຈະ​ເຮັດ​ຢູ່​ທີ່ນີ້ ເປັນ​ພຽງ​ສະ​ຖາ​ນະ​ການ​ທີ່​ສະ​ທ້ອນ​ກັບ ​ແບບ​ໃກ້​ຄຽງ​ກັນ​ເທົ່າ​ນັ້ນຫວັງ​ວ່າ​ຜົນ​ຮັບ​ທີ່​ຕ້ອງ​ການ​ຂັ້ນ​ສຸດ​ທ້າຍກໍ​ແມ່ນ​ໃຫ້​ລັດ​ຖະ​ບານ​ຈີນ​ສະ​ໜອງ​ການເຂົ້າ​ເຖິງ​ໄດ້​ຫຼາຍ​ຂຶ້ນ​ສຳ​ລັບ​ພວກ​ນັກ​ການ​ທູດ​ຂອງ​ເຮົາ​ຢູ່​ໃນ​ປະ​ເທດ​ຈີນ.”

ເຈົ້າ​ໜ້າ​ທີ່​ທ່ານນີ້​ກ່າວ​ວ່າ “ແຕ່​ບໍ່​ເປັນ​ຈັ່ງ​ໂຊກ ຢູ່​ຈີນ​ ພວກ​ນັກ​ການ​ທູດ​ສະ​ຫະ​ລັດ ແມ່ນ​ບໍ່​ສາ​ມາດ​ເຂົ້າ​ເຖິງ​ແບບ​ບໍ່​ມີ​ການ​ຈຳ​ກັດ ກັບ​ບຸກ​ຄົນ​ທີ່​ສຳຄັນ​ເພື່ອ​ໃຫ້ເຮົາ​ໄດ້​ເຮັດ​ວຽກ​ການ​ຂອງ​ພວກ​ເຮົາ. ນັ້ນ​ແມ່ນ​ຮວມ​ທັງ​ພວກ​ເຈົ້າ​ໜ້າ​ທີ່​ລະ​ດັບທ້ອງ​ຖິ່ນແລະ​ແຂວງ ສະ​ຖາ​ບັນ​ການ​ສຶກ​ສາ​ແລະ​ຄົ້ນ​ຄວ້າ​ຕ່າງໆ.”

​ລັດ​ຖະ​ບານ​ຈີນໄດ້​ແຈ້ງ​ໃຫ້​ຊາບ​ ກ່ຽວ​ກັບ​ຂໍ້​ບັງ​ຄັບ​ດັ່ງ​ກ່າວ ​ໃນ​ອາ​ທິດ​ແລ້ວ. ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ​ໄດ້​ຮັບ​ແຈ້ງ​ການໃນ​ທຳ​ນອງນີ້ ໃນ​ວັນ​ພຸດ​ວານ ນີ້.

​ໃນ​ການຂຽນ​ຂໍ້​ຄວາມ​ລົງໃນ​ທວີດ​ເຕີ້ນັ້ນສະ​ຖານ​ທູດ​ຈີນ​ຢູ່​ວໍ​ຊິງ​ຕັນ​ກ່າວ​ວ່າ “ການຈຳ​ກັດ​ຮັດ​ແຄບ​ຫຼ້າ​ສຸດ​ທີ່​ອອກ​ໂດຍ​ກະ​ຊວງ​ການ​ຕ່າງ​ປະ​ເທດຕໍ່​ພວກ​ນັກ​ການ​ທູດ​ຈີນນັ້ນ ແມ່ນ​ລະ​ເມີດ​ຕໍ່​ສົນ​ທິ​ສັນ​ຍາ​ວຽນ​ນາ. ມາ​ຈົນ​ຮອດ​ປັດ​ຈຸ​ບັນ ທາງ​ຝ່າຍ​ຈີນບໍ່​ໄດ້​ມີ​ການ​ຈຳ​ກັດ​ຮັດ​ແຄບ​ແບບນີ້ ຕໍ່​ພວກ​ນັກ​ການ​ທູດແລະ​ເຈົ້າ​ໜ້າ​ທີ່​ກົງ​ສຸນ​ອາເມ​ຣິ​ກັນ​ຢູ່​ຈີນ​ເລີຍ.”

ການ​ເຄື່ອນ​ໄຫວ​ຫຼ້າ​ສຸດນີ້ ມີ​ຂຶ້ນ​ໃນ​ຂະ​ນະ​ທີ່​ຄວາມ​ເຄັ່ງ​ຕຶງ​ທາງ​ດ້ານ​ການ​ທູດ​ລະ​ຫວ່າງ​ປະ​ເທດ​ທັງ​ສອງ​ເພີ້ມ​ທະ​ວີ​ຂຶ້ນ​ກ່ຽວ​ກັບ​ບັນ​ຫາ​ຮົງ​ກົງ ສິດ​ທິ​ມະ​ນຸດ ແລະການ​ຄ້າ.

ແຕ່​ເຈົ້າ​ໜ້າ​ທີ່​ສະ​ຫະ​ລັດ ກ່າວ​ຕໍ່​ພວກ​ນັກ​ຂ່າວໃນ​ວັນ​ພຸດ​ວານນີ້​ວ່າ ​ການ​ປະ​ກາດແມ່ນ​ໄດ້​ມີ​ການ​ກະ​ກຽມ​ມາ​ໄດ້​ຊົ່ວ​ໄລ​ຍະ​ນຶ່ງ​ແລ້ວ ແລະ​ກໍ “ບໍ່​ໄດ້​ພົວ​ພັນ​ໂດຍ​ກົງ” ຕໍ່​ພ​າກ​ສ່ວນ​ອື່ນໆ​ໃນ​ຄວາມ​ສຳ​ຄັນ ລະ​ຫວ່າງ​ສະ​ຫະ​ລັດ​ກັບ​ຈີນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG