ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປ. ເອີ​ດູ​ອານ ຕ້ອງ​ຕິ ຄວາມ​ພະ​ຍາ​ຍາມ ເພື່ອ​ສ້າງ​ສັນ​ຕິ​ພາບ ຂອງ ສ​ຫລ ກ່ອນທ່ານ​ແພັນ​ສ໌ ແລະ ທ່ານ​ພອມ​ພຽວ​ ຢ້ຽມ​ຢາມ


ປະ​ທາ​ນາ​ທິ​ບໍ​ດີເທີ​ກີ ທ່ານຣີ​ເຊັບ ໄຕ​ຢິບ ເອີ​ດູ​ອານ ສະ​ແດງ​ຄວາມ​ຂອບ​ໃຈ ຕໍ່​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ພັກ​ລັດ​ຖະ​ບານ ກ່ອນ​ກ່າວ​ຄຳ​ປາ​ໄສ​ຕໍ່​ສະ​ພາ ໃນ​ວັນ​ພຸດ ທີ 16 ຕຸ​ລາ 2019.
ປະ​ທາ​ນາ​ທິ​ບໍ​ດີເທີ​ກີ ທ່ານຣີ​ເຊັບ ໄຕ​ຢິບ ເອີ​ດູ​ອານ ສະ​ແດງ​ຄວາມ​ຂອບ​ໃຈ ຕໍ່​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ພັກ​ລັດ​ຖະ​ບານ ກ່ອນ​ກ່າວ​ຄຳ​ປາ​ໄສ​ຕໍ່​ສະ​ພາ ໃນ​ວັນ​ພຸດ ທີ 16 ຕຸ​ລາ 2019.

ປະ​ທາ​ນາ​ທິ​ບໍ​ດີ​ເທີ​ກີ ທ່ານຣີ​ເຊັບ ໄຕ​ຢິບ ເອີ​ດູ​ອານ ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ​ຈະ​ສືບ​ຕໍ່​ການ​ປະ​ຕິ​ບັດ​ງານ​ທາງ​ທະ​ຫານ​ໃນ​ຊີ​ເຣຍ ກ່ອນ​ໜ້າ​ການ​ເດີນ​ທາງ​ໄປ​ຢ້ຽມ​ຢາມ​ຂອງ​ຄະ​ນະ​ຜູ້​ແທນ​ລະ​ດັບ​ສູງ​ສະ​ຫະ​ລັດທີ່​ນຳ​ພາ​ໂດຍຮອງ​ປະ​ທາ​ນາ​ທິ​ບໍ​ດີສະ​ຫະ​ລັດ ທ່ານ ໄມ​ຄ໌ ​ແພັນ​ສ໌ ແລະ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ທ່ານ​ໄມ​ຄ໌ ພອມ​ພຽວ ທີ່​ມີ​ຄວາມ​ຕັ້ງ​ໃຈ​ຈະ​ກົດ​ດັນ​ໃຫ້​ເທີ​ກີ ຕົກ​ລົງ​ຮັບ​ເອົາ​ການ​ຢຸດ​ຍິງ.

ການ​ເຈ​ລະ​ຈາ​ຫາ​ລື​ ທີ່​ນະ​ຄອນ​ຫຼວງ​ອັງ​ກາ​ຣາ​ໃນ​ວັນ​ພະ​ຫັດ​ມື້ນີ້ ມີ​ລາຍ​ງານ​ວ່າ ໄດ້​ຮັບ​ການ​ຈັດ​ແຈງ ໃນ​ລະ​ຫວ່າງ​ການ​ໂອ້​ລົມ​ທາງ​ໂທ​ລະ​ສັບ ລະ​ຫວ່າງ​ປະ​ທານາ​ທິ​ບໍ​ດີ​ເອີ​ດູ​ອານ ແລະ​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ.

ທ່ານ​ທ​ຣຳ​ໄດ້​ຮຽກ​ຮ້ອງ​ໃຫ້​ມີ​ການ​ຢຸດ​ຍິງ​ໃນ​ທັນ​ທີ ແລະ​ສະ​ເໜີ​ຈະ​ເປັນ​ຜູ້​ໄກ່​ເກ່ຍເພື່ອ​ໃຫ້​ການ​ປະ​ຕິ​ບັດ​ງານ​ທາງ​ທະ​ຫານ​ຂອງ​ເທີ​ກີ ທີ່​ເລີ້ມ​ຂຶ້ນ​ໃນ​ອາ​ທິດ​ແລ້ວນີ້​ຍຸ​ຕິ​ລົງ.

ອັງ​ກາ​ຣາ​ເລີ້ມ​ການ​ປະ​ຕິ​ບັດ​ງານ​ທີ່​ມີ​ຊື່​ວ່າ ບັ້ນ​ລົບ “ລະ​ດູ​ໃບ​ໄມ້​ປົ່ງ” ຕໍ່​ກຳ​ລັງ​ທະ​ຫານ​ບ້ານ​ຊາວ​ເຄີດ​ໃນ​ຊີ​ເຣຍ​ທີ່​ເອີ້ນ​ຫຍໍ້​ວ່າ YPG ຊຶ່ງ​ເທີ​ກີ​ຖື​ວ່າເປັນ​ພວກ​ກໍ່​ການ​ຮ້າຍ​ທີ່​ພົວ​ພັນ​ກັບ​ການ​ກໍ່​ກະ​ບົດຢູ່​ໃນ​ປະ​ເທດ​ເທີ​ກີ ທີ່​ມີ​ມາ​ເປັນ​ເວ​ລາ​ຫຼາຍ​ທົດ​ສະ​ວັດ​ແລ້ວນັ້ນ. ແຕ່​ພວກ​ກະ​ບົດ​ກຸ່ມນີ້​ເປັນ​ພັນ​ທະ​ມິດ​ສຳ​ຄັນ​ຂອງ​ວໍ​ຊິງ​ຕັນ​ໃນ​ການ​ເຮັດ​ສົງ​ຄາມ​ຂອງວໍ​ຊິງ​ຕັນ​ຕໍ່​ຕ້ານ​ກຸ່ມ​ລັດ​ອິ​ສ​ລາມ.

ແຕ່​ແນວ​ໃດ​ກໍ​ຕາມ ທ່ານ​ເອີ​ດູ​ອານ ບໍ່​ໄດ້​ໃຫ້​ຄວາມ​ສຳ​ຄັນ​ ຕໍ່​ການ​ດຳ​ເນີນ​ຄວາມພະ​ຍາ​ຍາມ​ຂອງວໍ​ຊິງ​ຕັນ​ ທີ່​ຈະ​ຍຸ​ຕິ​ການ​ປະ​ຕິ​ບັດ​ງານ​ດັ່ງ​ກ່າວ. ທ່ານ​ເອີ​ດູ​ອານກ່າວ​ໃນ​ຄຳ​ປາ​ໄສຕໍ່​ສະ​ພາ​ແຫ່ງ​ຊາດ​ວ່າ “ມີ​ຜູ້​ນຳ​ບາງ​ຄົນ​ທີ່​ພະ​ຍາ​ຍາມ​ຫາ​ທາງໄກ​ເກ່ຍ. ມັນ​ບໍ່​ເຄີຍ​ມີ​ເລື້ອງ​ແບບນີ້ ໃນ​ປະ​ຫວັດ​ສາດ​ສາ​ທາ​ລະ​ນະ​ລັດ​ເທີ​ກີ​ໃນຖາ​ນະ​ທີ່​ເປັນ​ປະ​ເທດ​ຕັ້ງ​ຢູ່​ໃນ​ໂຕະ​ດຽວ​ກັນ​ກັບ​ອົງ​ການ​ກໍ່​ການ​ຮ້າຍ.”

ໃນ​ການ​ຖະ​ແຫຼງ​ຕໍ່​ພວກ​ນັກ​ຂ່າວ​ຫຼັງ​ຈາກ​ກ່າວ​ຄຳ​ປາ​ໄສ​ຕໍ່​ສະ​ພາ​ແຫ່ງ​ຊາດ​ແລ້ວ ທ່ານ​ເອີ​ດູ​ອານ​ໄດ້​ປະ​ຕິ​ເສດ​ເຖິງ​ຄວາມ​ເປັນ​ໄປ​ໄດ້​ທີ່​ຈະ​ພົບ​ປະ​ກັບ​ທ່ານ​ແພັນ​ສ໌ ໂດ​ຍ​ເວົ້າ​ວ່າ “ຂ້າ​ພະ​ເຈົ້າ​ມີ​ຄວາມພາກ​ພູມ​ໃຈ. ຂ້າ​ພະ​ເຈົ້າ​ຈະ​ບໍ່​ພົບ​ປະ​ກັບ​ພວກ​ເຂົາ. ຂ້າ​ພະ​ເຈົ້າ​ຈະ​ລົມ​ກັນ​ເວ​ລາ​ທ່ານ​ທ​ຣຳ​ມາ.”

ທ່ານ​ເອີ​ດູ​ອານ​ໄດ້​ຕ່າວ​ປີ້ນ​ທ່າ​ທີ​ຢ່າງວ່ອງ​ໄວ. ໃນ​ການ​ຂຽນ​ລົງ​ໃນ​ທວີດ​ເຕີ້ ຂອງ​ທ່ານ​ຟາ​ແລັດ​ຕີນ ອາ​ລ​ຕູ​ນ ຫົວ​ໜ້າ​ສື່​ສານ​ຄົມ​ມະ​ນາ​ຄົມ​ຂອງ​ທ່ານ​ເອີ​ດູ​ອານ​ກ່າວ​ວ່າ “ທ່ານ​ມີ​ແຜນ​ການ​ທີ່​ຈະ​ພົບ​ປະ​ ກັບ​ຄະ​ນະ​ຜູ້​ແທນ ຂອງ​ສະ​ຫະ​ລັດ ທີ່​ນຳ​ພາ​ໂດຍ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ ໃນ​ວັນ​ພະ​ຫັດ​ນີ້.”

ແຕ່​ແນວ​ໃດ​ກໍ​ຕາມ ການ​ພົບ​ປະ​ໃນ​ວັນ​ພະ​ຫັດ​ມື້ນີ້ ແມ່ນ​ມີ​ການ​ທຳ​ນາຍ​ໄວ້​ລ່ວງ​ໜ້າ​ແລ້ວ​ວ່​າ ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ຫຍຸ້ງ​ຍາກ​ສັບ​ສົນ. ທ່ານ​ເອ​ດິນ ແຊ​ລ​ເຊິນ ອະ​ດີດ​ນັກ​ການ​ທູດ​ເທີ​ກີ ທີ່​ເຄີຍ​ປະ​ຈຳ​ຢູ່​ນະ​ຄອນ​ຫຼວງວໍ​ຊິງ​ຕັນ ກ່າວ​ວ່າ “ຂ້າພະ​ເຈົ້າ​ຍັງ​ມອງ​ບໍ່​ເຫັນ​ວ່າມີ​ຫຍັງ​ແດ່​ທີ່​ເປັນ​ຮູບ​ປະ​ທຳ​ທີ່​ພວກ​ເຮົາ​ຄາດ​ຫວັງ​ຈາກການ​ຢ້ຽມ​ຢາມ ຈະ​ມີ​ແຕ່​ຄວາມ​ໂຊກ​ຮ້າຍ​ແບບ​ເກົ່າ​ຕື່ມ​ອີກ.”

ທ່ານ​ກ່າວ​ຕື່ມ​ວ່າ “ທ່ານ​ເອີ​ດູ​ອານ​ປາ​ກົດ​ວ່າ​ບໍ່​ໄດ້​ຄາດ​ຫວັງ​ຫຍັງ​ຫຼາຍ​ຈາກ​ການ​ໄປ​ຢ້ຽມ​ຢາມ​ໃນ​ຄັ້ງ​ນີ້ ແຕ່​ມົ​ສ​ກູ​ແລະ​ວໍ​ຊິງ​ຕັນຕ່າງ​ກໍ​ຈະ​ພາ​ກັນ​ຄັດ​ຄ້ານ​ຕໍ່​ການ​ປະ

​ຕິ​ບັດ​ງານ​ທາງ​ທະ​ຫານ​ດັ່ງ​ກ່າວນີ້ ແລະ​ການ​ລົງ​ໂທດຢ່າງ​ໜັກ​ຂອງ​ສະ​ຫະ​ລັດ​ກໍ​ພວມ​ຈະ​ເລີ້ມ​ຂຶ້ນ​ແລ້ວ.”

ອ່ານ​ຂ່າວນີ້​ຕື່ມ​ເປ​ັນ​ພາ​ສາ​ອັງ​ກິດ

XS
SM
MD
LG