ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ອະ​ດີດ​ທີ່​ປຶກ​ສາ​ຂັ້ນ​ສູງ​ຂອງ ປ. ທ​ຣຳ ​ໃຫ້​ການ ໃນ​ເລື້ອງ​ການສືບ​ສວນ ເພື່ອ​​ຟ້ອງ​ຮ້ອງ ທ່ານ


ອະ​ດີດ​ທີ່​ປຶກ​ສາ​ຂັ້ນ​ສູງ​ຂອງທ່ານ ທ​ຣຳ ກ່ຽວ​ກັບ​ຣັດ​ເຊຍແລະ ​ຢູ​ໂຣບ ໄດ້​ໄປເຖິງ​ຕຶກ​ລັດ​ຖະ​ສະ​ພາ ໃນວັນ​ທີ 14 ຕຸ​ລາ, 2019 ເພື່ອ​ໄປ​ໃຫ້​ການໃນ​ເລື້ອງ​ການສືບ​ສວນເພື່ອ​​ຟ້ອງ​ຮ້ອງທ່ານ
ອະ​ດີດ​ທີ່​ປຶກ​ສາ​ຂັ້ນ​ສູງ​ຂອງທ່ານ ທ​ຣຳ ກ່ຽວ​ກັບ​ຣັດ​ເຊຍແລະ ​ຢູ​ໂຣບ ໄດ້​ໄປເຖິງ​ຕຶກ​ລັດ​ຖະ​ສະ​ພາ ໃນວັນ​ທີ 14 ຕຸ​ລາ, 2019 ເພື່ອ​ໄປ​ໃຫ້​ການໃນ​ເລື້ອງ​ການສືບ​ສວນເພື່ອ​​ຟ້ອງ​ຮ້ອງທ່ານ

ອະ​ດີດ​ທີ່​ປຶກ​ສາ​ຂັ້ນ​ສູງ​ຂອງປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກ່ຽວ​ກັບ​ຣັດ​ເຊຍແລະ ​ຢູ​ໂຣບ ໄດ້​ໄປໃຫ້​ການ​ແບບ​ປິດ​ລັບ ​ໃນ​ເລື້ອງ​ການສືບ​ສວນເພື່ອຟ້ອງ​ຮ້ອງທ່ານ ໃນ​ວັນ​ຈັ​ນ​ວານນີ້, ຊຶ່ງ​ອາດ​ຈະ​ເຮັດ​ໃຫ້​ຮູ້​ກ່ຽວ​ກັບເລື້ອງ​ທີ່ທ່ານ​ທ​ຣຳປົດ​ທ່ານ​ນາງ​ມາ​ຣີ ໂຢ​ວັນ​ໂນ​ວິດ​ຈ໌ (Marie Yovanovitch), ອະ​ດີດ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ສະ​ຫະ​ລັດ ປະ​ຈຳ​ຢູ​ເຄ​ຣນກໍ​ເປັນ​ໄດ້.

ກ່ອນ​ໜ້າ​ທີ່​ທ່ານ​ນາງ​ຈະ​ອອກ​ຈາກ​ທຳ​ນຽບ​ຂາວ​ໄປ​ໃນ​ດືອນ​ກໍ​ລະ​ກົດ​ຜ່ານ​ມານັ້ນ ທ່ານ​ນາງ ຟີ​ໂອ​ນາ ຮີ​ລ (Fiona Hill) ເປັນ​ຫົ​ວ​ໜ້າ​ຂັ້ນ​ສູງດ້ານ​ວຽກ​ງານ​ກ່ຽວ​ກັບ​ຢູ​ໂຣບ ແລະ​ຣັດ​ເຊຍ ​ຢູ່​ໃນ​ສະ​ພາຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ​ຂອງ​ທ່ານ ທ​ຣຳ, ທີ່ຮູ້​ກ່ຽວ​ກັບເບື້ອງ​ຫລັງ​ ຂອງການ​ສ້າງ​ນະ​ໂຍ​ບາຍຕ່າງ​ປະ​ເທດ​ຂອງສະ​ຫະ​ລັດ. ທະ​ນາຍ​ຄວາມ​ຂອງ​ທ່ານ​ນາງ, ທ່ານ ລີ ໂວ​ລົ​ສ​ກີ (Lee Wolosky), ເວົ້າ​ວ່າ ທ່ານ​ນາງ​ຖືກໝາຍ​ເກາະຮຽກ​ຕົວ ໂດຍ​ຄະ​ນະ​ກຳ​ມະ​ການສືບ​ລັບຢູ່ໃນ​ສະ​ພາ​ຕ່ຳ ແລະ​ມີ​ແຜນ​ທີ່​ຈະໄປ​ຕອບ​ຄຳ​ຖາມ​ຂອງ​ບັນ​ດາ​ສະ​ມາ​ຊິກລັດ​ຖະ​ສະ​ພາ​ທັງ​ຫລາຍ.

ໃນ​ອາ​ທິດ​ແລ້ວນີ້ ທ່ານ​ນາງ​ ໂຢ​ວັນ​ໂນ​ວິດ​ຈ໌ (Yovanovitch), ນັກການ​ທູດມືອາ​ຊີບຂອງກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ໄດ້​ບອກບັນ​ດາ​ສະ​ມາ​ຊິກລັດ​ຖະ​ສະ​ພາວ່າທ່ານ​ທ​ຣຳ ໄດ້​ປົດ​ທ່ານ​ນາງ​ອອກ​ຈາກ​ຕຳ​ແໜ່ງ​ໂດຍອີງ​ໃສ່ "ການ​ກ່າວ​ຫາ ​ທີ່ບໍ່​ມີ​ພື້ນ​ຖານ ແລະ​ມູນ​ຄວາມ​ຈິງ" ພາຍ​ຫລັງ​ທີ່​ທະ​ນາຍ​ຄວາມ​ສ່ວນ​ຕົວຂອງ​ທ່ານ​ທ​ຣຳ, ອະ​ດີດ​ເຈົ້າ​ຄອງ​ນະ​ຄອນ​ນິວຢອກ ທ່ານຣູດີ ຈູ​ລິ​ອາ​ນີ (Rudy Giuliani) ໄດ້ໂຈມ​ຕີ​ການ​ປະ​ຕິ​ບັດ​ງານ​ຂອງ​ທ່ານ​ນາງ​ໃນ​ນະ​ຄອນ​ຫລວງ ກີ​ຢິບ.

ທ່ານ ຈູ​ລິ​ອາ​ນີ (Giuliani) ໄດ້​ຫາ​ທາງ​ບອກ​ໃຫ້​ຢູ​ເຄ​ຣນ​ທຳ​ການສືບ​ສວນຄູ່​ແຂ່ງ​ທາງ​ການ​ເມືອງ ​ທີ່ມີ​ຄະ​ແນນ​ນຳໜ້າ​ຜູ້​ນຶ່ງ​ຂອງ​ທ່າ​ນທ​ຣຳ, ກໍ​ຄື​ອະ​ດີດຮອງປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ແລະ​ບົດ​ບາດ​ຂອງ​ທ່ານເມື່ອ​ຫລາຍ​ປີ​ກ່ອນ ໃນເລື້ອງ ​ປົດ​ໄອ​ຍະ​ການ​ຂອງ​ຢູ​ເຄ​ຣນທ່ານ​ນຶ່ງ ​ລົງ​ຈາກ​ຕຳ​ແໜ່ງ ແລະການ​ເຊື່ອມ​ໂຍງ ໃດໆ ທີ່​ການ​ເຮັດ​ແນວນັ້ນ​ ອາດ​ມີກັບ​ການໄດ້​ຮັບ​ຕຳ​ແໜ່ງຂອງທ່ານ ຮັ້ນ​ເຕີ ໄບ​ເດັນ (Hunter Biden), ລູກ​ຊາຍ​ອາ​ຍຸ 49 ປີ ຂອງ​ທ່ານຢູ່​ໃນ​ຄະ​ນະ​ບໍ​ລິ​ຫານ​ບໍ​ລິ​ສັດເບ​ຣິ​ສ​ມາ (Burisma), ບໍ​ລິ​ສັດພະ​ລັງງານ​ແຫ່ງ​ນຶ່ງ​ຂອງ​ຢູ​ເຄ​ຣນ. ທ່ານ​ໄບ​ເດັນທັງ​ພໍ່​ແລະ​ລູກ ​ໄດ້​ປະ​ຕິ​ເສດ​ວ່າ​ພວກ​ຕົນບໍ່ໄດ້​ເຮັດ​ຫຍັງ​ຜິດ ແລະ​ລູກ​ຊາຍ​ທ່ານ​ໄບ​ເດັນໄດ້​ອອກ​ຈາກ​ບໍ​ລິ​ສັດເບ​ຣິ​ສ​ມາ (Burisma) ໄດ້​ຫລາຍ​ເດືອນຜ່ານ​ມາ​ແລ້ວ.

ໃນການ​ສົນ​ທະ​ນາ​ຜ່ານ​ທາງໂທລະ​ສັບກັບປະ​ທາ​ນາ​ທິ​ບໍ​ດີ ໂວ​ໂລ​ດິ​ເມຍ ເຊ​ເລັນ​ສ​ກີ (Volodymyr Zelenskiy) ຂອງ​ຢູ​ເຄ​ຣນ​ ໃນ​ເດືອນ​ກໍ​ລະ​ກົດ​ຜ່ານ​ມານັ້ນ​ທ່ານທ​ຣຳ “ຂໍຄວາມ​ຊ່ວຍ​ເຫລືອ” ໃຫ້ທຳ​ການ​ສືບ​ສວນ​ພວກ​ໄບ​ເດັນ ແລະໃຫ້ ຕິດ​ຕໍ່​ຫາທ່ານຈູ​ລີ​ອາ​ນີ (Giuliani), ແລະທ່ານ ວິ​ລ​ລຽມ ບາ (William Barr), ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳຂອງ​ທ່ານ.

ອີງ​ຕາມບົດບັນ​ລະ​ຍາຍກ່ຽວ​ກັບ​ການ​ສົນ​ທະ​ນາ​ດັ່ງ​ກ່າວ ​ທີ່​ທຳ​ນຽບ​ຂາວ​ໄດ້​ສົ່ງ​ໃຫ້​ນັ້ນ, ທ່ານ​ທ​ຣຳ​ໄດ້​ບອກ​ທ່ານເຊ​ເລັນ​ສ​ກີວ່າ "ອະ​ດີດ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ສະ​ຫະ​ລັດ, ເປັນ​ຜູ້​ຍິງ, ເປັນ​ຂ່າວ​ທີ່ບໍ່​ດີ ແລະຄົນ​ທີ່ລາວ​ເຮັດ​ວຽກ​ນຳ​ຢູ່​ໃນ​ຢູ​ເຄ​ຣນ ແມ່ນ​ເປັນ​ຂ່າວບໍ່​ດີ ສະ​ນັ້ນ​ຂ້າ​ພະ​ເຈົ້າ​ຢາກ​ໃຫ້​ທ່ານ​ຮູ້​ຈັກເລື້ອງນີ້. ສ່ວນ​ເລື້ອງ​ອື່ນ, ມີ​ຄົນ​ເວົ້າ​ກັນ​ຫລາຍ​ກ່ຽວ​ກັບລູກ​ຊາຍ​ຂອງ​ໄບ​ເດັນ, ແລະ​ເວົ້າວ່າໄບ​ເດັນ​ໄດ້ເຮັດ​ໃຫ້​ການ​ດຳ​ເນີນ​ຄະ​ດີ​ຍຸ​ຕິລົງ ແລະ​ຫລາຍ​ຄົນ​ຢາກ​ຮູ້​ກ່ຽວ​ກັບ​ເລື້ອງນັ້ນ ສະ​ນັ້ນ ຖ້​າທ່ານ​ສາ​ມາດເຮັດ​ຫຍັງໄດ້ກັບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ ຈະ​ເປັນ​ການ​ດີ​ຫລາຍ. ໄບ​ເດັນ​ໄດ້​ເວົ້າ​ອວດອ້າງ​ໄປ​ທົ່ວວ່າ ເພິ່ນ​ເຮັດ​ໃຫ້​ການ​ດຳ​ເນີນ ​ຄະ​ດີ​ຍຸ​ຕິ​ລົງ ສະ​ນັ້ນ ຖ້າ​ຫາກ​ທ່ານ​ສາ​ມາດກວດ​ເບິ່ງ​ເລື້ອງນີ້​ໄດ້ກໍດີ…. ຟັ​ງ​ເບິ່ງ​ແລ້ວ ເຫັນ​ວ່າ​ເປັນ​ເລື້ອງ​ທີ່ບໍ່​ດີ​ຫລາຍ​ສຳ​ລັບ​ຂ້າ​ພະ​ເຈົ້າ."

ໃນ​ວັນ​ອາ​ທິດ​ຜ່ານ​ມາ ລູກ​ຊາຍ​ທ່ານ​ໄບ​ເດັນ​ໄດ້​ໃຫ້​ເຫດ​ຜົນ ​ເພື່ອ​ປ້ອງ​ກັນ​ການ​ເຮັດທຸ​ລະ​ກິດ​ຂອງ​ທ່ານ​ກັບ​ຢູ​ເຄ​ຣນ ແລະ​ຈີນ ໃນ​ຂະ​ນະ​ທີ່​ໄດ້​ປະ​ກາດ​ວ່າໃນ​ທ້າຍ​ເດືອນຕຸ​ລານີ້ ທ່ານ​ຈະ​ລາອອກ​ຈາກ​ຕຳ​ແໜ່ງທີ່ບໍ່​ໄດ້​ຮັບ​ຄ່າ​ຈ້າງຢູ່​ໃນ​ຄະ​ນະ​ກຳ​ມະ​ການຂອງ​ບໍ​ລິ​ສັດ​ລົງ​ທຶນ​ຂອງ​ຈີນ​ບໍ​ລິ​ສັດ​ນຶ່ງ.

ອ່ານ​ຂ່າວນີ້​ເພີ້​ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG