ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ສ​ຫລ ມອງ​ເຫັນ​ວ່າ ພາກ​ຕາ​ເວັນ​ອອກສຽງ​ເໜືອຊີ​ເຣຍ ​ຈະ​ຕົກ​ຢູ່​ໃນ ສະ​ຖາ​ນະ​ການ ທີ່​ເປັນ​ອັນ​ຕະ​ລາຍ ຢ່າງ​ໄວ​ວາ


ຮູບນີ້​ຖ່າຍ​ຈາກ​ເມືອງອັກ​ກາ​ເກ​ລ ຊານ​ລີ​ເອີ​ຟາ ຂອງ​ເທີ​ກີ ທີ່​ເ​ຫັນ​ຄວັນ​ພຸ່ງ​ຂຶ້ນ ຈາກ​ເມືອງ​ຕາ​ລ​ອັບ​ຢາດ ໃນ​ຊີ​ເຣຍ ເມື່ອ​ວັນ​ທີ 11 ຕຸ​ລາ 2019.
ຮູບນີ້​ຖ່າຍ​ຈາກ​ເມືອງອັກ​ກາ​ເກ​ລ ຊານ​ລີ​ເອີ​ຟາ ຂອງ​ເທີ​ກີ ທີ່​ເ​ຫັນ​ຄວັນ​ພຸ່ງ​ຂຶ້ນ ຈາກ​ເມືອງ​ຕາ​ລ​ອັບ​ຢາດ ໃນ​ຊີ​ເຣຍ ເມື່ອ​ວັນ​ທີ 11 ຕຸ​ລາ 2019.

ສະ​ຫະ​ລັດພົບ​ເຫັນ​ວ່າ ຕົນ​ເອງພວມ​ຕົກ​ຄ້າ​ງ​ ຢູ່​ໃນ​ພາກ​ຕາ​ເວັນ​ອອກ​ສຽງ​ເໜືອ​ ຂອງ​ຊີ​ເຣຍທ່າມກາງ​ການ​ສູ້​ລົບ​ທີ່​ພວມເປັນ​ອັນ​ຕະ​ລາຍ​ຮ້າຍ​ແຮງ​ຂຶ້ນລະ​ຫວ່າງພັນ​ທະ​ມິດ​ສອງ​ຝ່າຍ​ ຄື​ເທີ​ກີ​ແລະ​ຊາວ​ເຄີດ​ໃນ​ຊີ​ເຣຍ ຊຶ່ງ​ແຕ່​ລະ​ຝ່າຍ​ຕ່າງ​ກໍ​ບໍ່ໄດ້​ໃຫ້​ຮ່ອງ​ຮອຍ​ໃດໆ​ເລີຍ​ວ່າ ຕົນ​ຈະ​ຍອມ​ໃຫ້​ອີກ​ຝ່າຍ​ນຶ່ງ.

ມີ​ອີກ​ຢ່າງ​ທີ່​ເຮັດ​ໃຫ້​ສະ​ຖາ​ນະ​ການ​ສັບ​ສົນ​ຕື່ມ​ຂຶ້ນ ພວກ​ເຈົ້າ​ໜ້າ​ທີ່​ທະ​ຫານ​ແລະ​ສືບ​ລັບ​ຂອງ​ສະ​ຫະ​ລັດ​ກ່າວ​ວ່າ ເຂົາ​ເຈົ້າ​ໄດ້​ມອງ​ເຫັນ​ຮ່ອງ​ຮອຍ​ວ່າ ​ກຸ່ມ​ກໍ່​ການ​ຮ້າຍ​ລັດ​ອິ​ສ​ລາມ ທີ່​ຮູ້​ກັນ​ໃນ​ຊື່​ຫຍໍ້​ວ່າ ISIS ​ຫຼື ດາ​ແອັ​ສ ນັ້​ນ ພວມ​ຊອກ​ຫາ​ຊ່ອງ​ທາງ​ທີ່​ຈະ​ສວຍ​ໃຊ້​ຄວາມ​ວຸ້ນ​ວາຍ​ດັ່ງ​ກ່າວ​ເພື່ອ​ໃຫ້​ຕົນ​ເປັນ​ຝ່າຍ​ໄດ້​ປຽບ.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ສະ​ຫະ​ລັດ ທ່ານ​ມາກ​ ແອັ​ສ​ເປີ ໃນ​ວັນ​ສຸກ ວານນີ້ ແມ່ນ​ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ຄົນ​ຫຼ້າ​ສຸດ​ຂອງ​ສະ​ຫະ​ລັດທີ່​ໄດ້​ສະ​ແດງ​ການ​ຄັດຄ້ານ ໂດຍ​ປະ​ນາມ​ການ​ບຸກ​ໂຈມ​ຕີ​ຂອງ​ເທີ​ກີ​ ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫຼງຂ່າວ​ທີ່​ຈັດ​ຂຶ້ນ​ຢ່າງ​ກະ​ທັນ​ຫັນ​ທີ່​ທຳ​ນຽບ​ຫ້າ​ແຈ.

ທ່ານ​ແອັ​ສ​ເປີ​ກ່າວ​ວ່າ “ພວກ​ເຮົາ​ແມ່ນ​ຄັດ​ຄ້ານ​ແລະ​ຮູ້​ສຶກ​ເສຍ​ໃຈ​ຢ່າງ​ໃຫຍ່​ໃນ​ການ​ຕັດ​ສິນ​ໃຈ​ຂອງ​ເທີ​ກີ ເປີດ​ສາກ​ບຸກ​ໂຈມ​ຕີ​ທາງ​ທະ​ຫານ​ຕາມ​ລຳ​ພັງ​ເຂົ້າ​ໄປ​ໃນ​ພາກ​ເໜືອ​ຂອງ​ຊີ​ເຣຍ” ແລະ​ກ່າວ​ເຖິງ​ການ​ຕັດ​ສິນ​ໃຈ​ດັ່ງ​ກ່າວນັ້ນ​ວ່າ “ຫຸນ​ຫັນ​ຢັ້ງ​ຄິດ.”

ທ່ານ​ກ່າວ​ຕື່ມ​ວ່າ “ການ​ປະ​ຕິ​ບັດ​ງານນີ້ ເຮັດ​ໃຫ້​ກຳ​ລັງ​ປະ​ຊາ​ທິ​ປະ​ໄຕ​ຊີ​ເຣຍ​ຫຼື SDF ຊຶ່ງ​ເປັນ​ພາ​ຄີ​ຂອງ​ພວກ​ເຮົາ ຕົກ​ຢູ່​ໃນ​ອັນ​ຕະ​ລາຍ. ມັນ​ເຮັດ​ໃຫ້​ຄ້າຍ​ຄຸມ​ຂັງ​ພວກ ISIS ຕົກ​ຢູ່​ໃນ​ຄວາມ​ສ່ຽງ ແລະ​ຈະ​ເຮັດ​ໃຫ້​ຂົງ​ເຂດ​ດັ່ງ​ກ່າວ ​ບໍ່​ມີ​ສະ​ຖຽນ​ລະ​ພາບ​ຕື່ມ​ຂຶ້ນ.”

ເຈົ້າ​ໜ້າ​ທີ່​ທະ​ຫານ​ສະ​ຫະ​ລັດ ກ່າວ​ວ່າ ການ​ບຸກ​ໂຈມ​ຕີທາງ​ທະ​ຫານ​ຂອງ​ເທີ​ກີ​ ທີ່​ອັງ​ກາ​ຣາ​ເອີ້ນວ່າ “ບັ້ນ​ລົບ​ເພື່ອ​ສັນ​ຕິ​ພາບ​ໃນ​ລະ​ດູ​ໃບ​ໄມ້​ປົ່ງ” ມາ​ຮອດ​ເວ​ລານີ້ແມ່ນ​ການ​ປະ​ຕິ​ບັດ​ງານ​ທີ່ກວມ​ເອົາ​ພື້ນ​ທີ່ ທີ່​ຍາວ 125 ກິ​ໂລ​ແມັດ ໃນ​ເຂດຊາຍ​ແດນ​ເທີ​ກີ​ຕິດ​ກັບ​ຊີ​ເຣຍ ທີ່​ເນັ່ງແຕ່​ເມືອງ​ຕາ​ລ​ອັບ​ຢາດ ​ຫາ​ເມືອງ​ຣາ​ສອາ​ລເອນ.

ນາຍ​ພົນ​ມາກ ມິ​ລ​ລີ ເສ​ນາ​ທິ​ການ​ຮ່ວມກອງ​ທັບ​ບົກ​ສະ​ຫະ​ລັດ ກ່າວ​ຕໍ່​ພວກ​ນັກ​ຂ່າວ​ໃນ​ວັນ​ສຸກວານີ້​ວ່າ “ມັນ​ຂ້ອນ​ຂ້າງ​ຈຳ​ກັດ ເມື່ອ​ເວົ້າ​ເຖິງ​ກຳ​ລັງ​ທາງ​ພາກ​ພື້ນ​ດິນ” ໂດຍ​ໃຫ້​ຂໍ້​ສັງ​ເກດ​ວ່າ ກຳ​ລັງ​ພາກ​ພື້ນ​ດິນ​ຂອງ​ເທີ​ກີ ຈົນ​ເຖິງ​ເວ​ລາ​ນີ້​ແມ່ນຍັງ​ກາງ​ຕໍ່​ໜ່ວຍ​ກ້າ​ຕາຍກອມ​ມັງ​ໂດ​ຫຼາຍໆ​ໜ່ວຍ ແລະ​ພວກ​ນັກ​ລົບ​ກອງ​ທັບ​ຊີເຣຍ​ເສ​ລີ ທີ່​ໄດ້​ຮັບ​ການ​ໜຸນ​ຫຼັງ​ຈາກ​ເທີ​ກີ.

ສ່ວນ​ພວກ​ເຈົ້າ​ໜ້າ​ທີ່​ຈາກກອງ​ກຳ​ລັງ​ປະ​ຊາ​ທິ​ປະ​ໄຕ​ຊີ​ເຣຍຂອງ​ຊາວ​ເຄີດ​ກ່າວ​ວ່າ ເທີ​ກີ​ໄດ້ໂຈມ​ຕີ​ທີ່​ໝັ້ນ​ຂອງ​ພວກ​ເຂົາ​ເຈົ້າ ດ້ວຍ​ປືນ​ໃຫຍ່ ເຮືອ​ບິນ ແລະ​ເຮືອ​ບິນ​ບໍ່ມີ​ຄົນ​ຂັບ​ຕິດ​ອາ​ວຸດ ແລະ​ກໍ​ກ່າວ​ຕື່ມ​ວ່າ ບໍ່​ມີ​ຮ່ອງ​ຮອຍ​ໃດໆທີ່​ຈະ​ເຫັນ​ກຳ​ລັງ​ພາກ​ພື້ນ​ດິນຂອງ​ເທີກີ​ໃນ​ໄວໆ​ນີ້ ຊຶ່ງ​ເປັນ​ທັດ​ສະ​ນະ​ທີ່​ທຳ​ນຽບ​ຫ້າ​ແຈ​ກໍ​ເຫັນ​ພ້ອມ​ນຳ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG