ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ຫະ​ລັດ ໂຈະ​ການ​ຂຶ້ນ​ພາ​ສີ ໃນ​ອາ​ທິດ​ໜ້າ ຕໍ່​ສິນ​ຄ້າ​ ທີ່ນຳ​ເຂົ້າ​ຈາກຈີນ


ພວກ​ຄົນ​ງານ​ຂົນ​ເຄື່ອງ​ໃສ່​ກຳ​ປັ່ນ ເພື່ອ​ສົ່ງ​ໄປ​ຂາຍ​ຕ່າງ​ປະ​ເທດ ທີ່​ທ່າ​ເຮືອ​ລິນ​ຢຸນ​ກາງ ໃນ​ແຂວງ​ຈຽງ​ຊູ ປະ​ເທດ​ຈີນ ເມື່ອ​ວັນ​ທີ 7 ມິ​ຖຸ​ນາ 2019.
ພວກ​ຄົນ​ງານ​ຂົນ​ເຄື່ອງ​ໃສ່​ກຳ​ປັ່ນ ເພື່ອ​ສົ່ງ​ໄປ​ຂາຍ​ຕ່າງ​ປະ​ເທດ ທີ່​ທ່າ​ເຮືອ​ລິນ​ຢຸນ​ກາງ ໃນ​ແຂວງ​ຈຽງ​ຊູ ປະ​ເທດ​ຈີນ ເມື່ອ​ວັນ​ທີ 7 ມິ​ຖຸ​ນາ 2019.

ປະ​ທານາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ໄດ້​ປະ​ກາດ​ໃນ​ວັນ​ສຸກວານນີ້​ວ່າ ວໍ​ຊິງ​ຕັນ​ແລະ​ປັກ​ກິ່ງ​ໄດ້​ບັນ​ລຸການ​ຕົກ​ລົງຂັ້ນ​ຕົ້ນ​ທີ່​ສຳ​ຄັນ​ດ້ານ​ການ​ຄ້າ​ ທີ່ກວມທັງການ​ຊື້​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ ການ​ເງິນແລະ​ບາງ​ສ່ວນ​ໃນ​ການ​ຄຸ້ມ​ຄອງ​ຊັບສິນ​ທາງ​ດ້ານ​ສະ​ຕິ​ປັນ​ຍາ.

ຈີນ​ຈະ​ຊື້​ສິນ​ຄ້າ​ກະ​ສິ​ກຳ​ຂອງ​ສະ​ຫະ​ລັດ​ເພີ້ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ ແລະ​ໄດ້​ມີ​ການ​ຕົກ​ລົງ​ກັນ​ກ່ຽວ​ກັບ​ມາດ​ຕະ​ການ​ຄຸ້ມ​ຄອງ​ຊັບ​ສິນ​ທາງ​ດ້ານ​ສະ​ຕິ​ປັນ​ຍາ​ແລະ​ການ​ຜ່ອນ​ຜັນ​ທີ່​ພົວ​ພັນ​ໃນ​ເລື້ອງ​ການ​ບໍ​ລິ​ການດ້ານ​ການ​ເງິນ​ແລະ​ດ້ານ​ເງິນ​ຕາ. ເພື່ອເປັນ​ການ​ແລກ​ປ່ຽນ​ ​ສະ​ຫະ​ລັດ ຈະ​ເລື່ອນ​ເວ​ລາ​ໃນ​ການ​ຂຶ້ນ​ພາ​ສີ​ຕໍ່​ສິນ​ຄ້າ​ຈີນ.

ໃນ​ການ​ພົບ​ປະ​ກັບ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ ທ່ານ​ຫລິວ ເຫ ​ທີ່​ທຳ​ນຽບ​ຂາວ​ໃນ​ວັນ​ສຸກວານນີ້​ ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ​ກ່າວ​ວ່າ ທ່ານ​ແລະ​ປະ​ທານ​ປະ​ເທດ​ຈີນ ທ່ານ​ສີ ຈິ້ນ​ຜິງ ອາດ​ຈະ​ລົງ​ນາມ ໃນ​ຂໍ້​ຕົກ​ລົງ​ການ​ຄ້າ​ຂັ້ນ​ຕົ້ນຢູ່​ຂ້າງນອກກອງກອງ​ປະ​ຊຸມ​ສຸດຍອດ​ຂອງ​ອົງ​ການ​ຮ່ວມ​ມື​ທາງ​ດ້ານ​ເສດ​ຖະ​ກິດ​ເຂດ​ເອ​ເຊຍ​ປາຊີ​ຟິກ ຫຼື APEC ທີ່​ປະ​ເທດ​ຊີ​ເລ​ໃນ​ເດືອນ​ພະ​ຈິກຈະ​ມານີ້.

​ສ່ວນນຶ່ງ​ຂອງ​ການຕົກ​ລົງ​ກັ​ນ​ນັ້ນ ຈີນ​ຈະ​ທຳ​ການ​ຜ່ອນ​ຜັນ​ບາງ​ຢ່າງ​ໃນ​ເລື້ອງ​ກະ​ສິ​ກຳ​ແລະ​ສະ​ຫະ​ລັດ​ຈະ​ສະ​ໜອງການ​ບັນ​ເທົາ​ໃນ​ເລື້ອງ​ພາ​ສີ.

ການ​ຕົກ​ລົງ​ເປັນ​ບາງ​ສ່ວນ​ທາງ​ດ້ານ​ການ​ຄ້າ​ດັ່ງ​ກ່າວ ຈະ​ຫລີກ​ລ່ຽງ​ບໍ່​ໃຫ້​ມີ​ການ​ຂຶ້ນ​ພາ​ສີ​ຕໍ່​ກັນ​.

ການ​ເກັບ​ພາ​ສີ ໃນເວ​ລາ​ນີ້ 25 ເປີ​ເຊັນ ຕໍ່​ສິນ​ຄ້າ​ຈີນໃນ​ມູນ​ຄ່າ 250 ຕື້​ໂດ​ລາ ຈະເພີ້ມ​ຂຶ້ນ​ເປັນ 30 ເປີ​ເຊັນ​ໃນ​ວັນ​ທີ 15 ຕຸ​ລານີ້ແລະ​ການ​ເກັບ​ພາ​ສີ​ຊຸດ​ທີ 2 ອີກ 15 ເປີ​ເຊັນ​ຕໍ່​ສິນ​ຄ້າ​ຈີນ ​ໃນ​ມູນ​ຄ່າ 150 ຕື້​ໂດ​ລາ ມີ​ກຳ​ນົດຈະ​ເລີ້ມ​ຂຶ້ນ​ໃນ​ວັນ​ທີ 15 ທັນ​ວາ.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ກາ​ນ​ເງິນ​ສະ​ຫະ​ລັດ ທ່ານ​ສ​ຕີ​ເວັນ​ ມ​ນຸກ​ຈີນ ກ່າ​ວ​ວ່າ ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ​ໄດ້​ຕົກ​ລົງ​ທີ່​ຈະ​ດຳ​ເນີນ​ການ​ຕໍ່​ໄປ​ກັບ​ການ​ຂຶ້ນ​ພາ​ສີ​ໃນ​ວັນ​ທີ 15 ຕຸ​ລາ​ຈະ​ມານີ້.

ແຕ່​ຜູ້​ຕາງ​ໜ້າ​ທາງ​ດ້ານ​ການ​ຄ້າ​ຂອງ​ສະ​ຫະ​ລັດ ທ່ານ​ໂຣ​ເບີດ ໄລ​ໄທ​ເຊີ ກ່າວ​ວ່າ ທ່ານ​ທ​ຣຳ​ຍັງ​ບໍ່​ທັນ​ໄດ້​ຕັດ​ສິນ​ໃຈ​ເທື່ອ ກ່ຽວ​ກັບ​ເລື້ອງ​ພາ​ສີ ​ທີ່​ຈະ​ເລີ້ມ​ມີ​ຜົນ​ບັງ​ຄັບ​ໃຊ້​ໃນ​ວັນ​ທີ 15 ທັນ​ວາ.

ຈີນ​ໄດ້​ໃຫ້​ສັນ​ຍານ​ວ່າ ຕົນ​ຈະ​ຕອບ​ໂຕ້​ຄືນ​ຖ້າ​ສະ​ຫະ​ລັດ​ຫາກ​ຍັງ​ຈະ​ຂຶ້ນ​ພາ​ສີ​ຕໍ່​ສິນ​ຄ້າ​ຂອງ​ຈີນ.

ພວກ​ນັກ​ວິ​ເຄາະ​ບາງ​ຄົນ​ເຕືອນ​ວ່າ ບໍ່​ຄວນ​ຈະ​ມີ​ການ​ເຂົ້າ​ໃຈ​ຜິດ​ຄິດ​ວ່າ ຂໍ້​ຕົກ​ລົງ​ການ​ຄ້າ​ຮອບ​ດ້ານ​ຈະ​ມີ​ການ​ຮ່າງ​ຂຶ້ນ​ໄດ້​ຢ່າງ​ງາຍ​ດາຍ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັ​ງ​ກິດ

XS
SM
MD
LG