ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຊາວ​ເຮ​ຕີ ເດີນ​ຂະ​ບວນ ໄປ​ຄຸ້ມ​ຄົນ​ຮັ່ງ​ມີ ໃນ​ເຂດ​ຊານ​ເມືອງ ເພື່ອ​ລໍ​ຖ້າ ປະ​ທາ​ນາ​ທິ​ບໍ​ດີ ລາ​ອອກ


ພວກ​ປະ​ທ້ວງ​ເດີນ​ຂະ​ບວນ​ຮຽກ​ຮ້ອງ​ໃຫ້​ປະ​ທາ​ນາ​ທິ​ບໍ​ດີ​ໂຈ​ເວີ​ແນ​ລ ມົວ​ເຊ ລາ​ອອກ ຢູ່​ນະ​ຄອນ​ຫຼວງ​ປອກ​ໂອ​ແປ​ຣັງ ວັນ​ທີ 11 ຕຸ​ລາ 2019.
ພວກ​ປະ​ທ້ວງ​ເດີນ​ຂະ​ບວນ​ຮຽກ​ຮ້ອງ​ໃຫ້​ປະ​ທາ​ນາ​ທິ​ບໍ​ດີ​ໂຈ​ເວີ​ແນ​ລ ມົວ​ເຊ ລາ​ອອກ ຢູ່​ນະ​ຄອນ​ຫຼວງ​ປອກ​ໂອ​ແປ​ຣັງ ວັນ​ທີ 11 ຕຸ​ລາ 2019.

ພວກ​ປະ​ທ້ວງ​ຫຼາຍ​ພັນ​ຄົນ​ ທີ່ພາ​ກັນ​ລົງ​ສູ່​ຖະ​ໜົນ​ຫົນ​ທາງ​ໃນ​ນະ​ຄອນ​ຫຼວງ​ຂອງ​ເຮ​ຕີ ໃນ​ວັນ​ສຸກວານນີ້ ໄດ້​ເດີນ​ຂະ​ບ​ວນ​ໄປ​ຍັງ​ຄຸ້ມ​ພວກ​ຄົນ​ຮັ່ງ​ມີ ໃນ​ເຂດ​ຊານເມືອງ​ເປ​ຕີ​ອົງ​ວິນ ບ່ອນ​ທີ່​ພວກ​ເຂົາ​ເຈົ້າ​ກ່າວ​ວ່າ ຈະ​ລໍ​ຖ້າໜັງ​ສື​ລາ​ອອກ​ຂອງປະ​ທາ​ນາ​ທິ​ບໍ​ດີ​ໂ​ຈ​ເວ​ແນ​ລ ມົວ​ເຊ.

ຜູ້​ປະ​ທ້ວງຄົນ​ນຶ່ງຮ້ອງ​ຂຶ້ນ​ວ່າ “ໂຈ​ເວ​ແນ​ລ ຈະ​ບໍ່​ສາ​ມາດ​ຢູ່​ໃນ​ປະ​ເທດນີ້​ຕໍ່​ໄປ​ໄດ້ ລາວ​ຈະ​ຕ້ອງ​ໄປ” ​ໃນ​ຂະ​ນະ​ທີ່​ລາວ​ຍາງ​ຂຶ້ນ​ພູ​ຈາກ​ຄຸ້ມຊັງ​ເດິ​ມາກ ບໍ່​ໄກ​ປານ​ໃດ​ຈາກ​ທຳ​ນຽບ​ປະ​ທາ​ນາ​ທິ​ບໍ​ດີ ໃນ​ນະ​ຄອນ​ຫຼວງ​ປອກ​ໂອ​ແປ​ຣັງ.

ຜູ້​ປະ​ທ້ວງ​ອີກ​ຄົນ​ນຶ່ງ ທີ່​ເດີນ​ຂະ​ບວນ​ຢູ່​ໃນ​ເຂດ​ໃຈ​ກາ​ງ​ເມືອງ ສ​ະ​ໜາມ​ບິນ​ກາ​ເຣີ​ຟົວ ກ່າວ​ວ່າ “ພວກ​ເຮົາ​ບໍ່​ມີ​ບັນ​ຫາ​ກັບ​ຊາຍ​ຄົນ​ນີ້ ພວກ​ເຮົາ​ບໍ່​ຮູ້​ຈັກ​ລາວ ແຕ່​ເຮົາມີ​ບັນ​ຫາ​ກັບ​ລະ​ບົບ​ລັດ​ຖະ​ບານ. ເພື່ອ​ເຮົາ​ກຳ​ລັງ​ຕໍ່​ສູ້​ເພື່ອ​ສັງ​ຄົມ​ໃໝ່ ແລະ​ຊີ​ວິດການ​ເປັນ​ຢູ່​ທີ່​ດີ​ຂຶ້ນ. ພວກ​ເຮົາ​ຕ້ອງ​ໄດ້​ກຳ​ຈັດ ສະ​ພາບ​ການ​ທີ່​ສັບ​ສົນ​ທາງ​ດ້ານ​ເສດ​ຖະ​ກິດ​ໃຫ້​ໝົດ​ໄປ.”

ພວກ​ຝ່າຍ​ຄ້ານ​ແລະ​ພວກ​ຕໍ່​ຕ້ານ​ສໍ້​ລາດ​ບັງ​ຫຼວງ ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທດ ລົງ​ສູ່​ຖະ​ໜົນ​ຫົນ​ທາງ ​ເພື່ອ​ສືບ​ຕໍ່​ກົດ​ດັນ​ໃຫ້​ປະ​ທາ​ນາ​ທິ​ບໍ​ດີ​ລາ​ອອກ. ພວກ​ເຂົາ​ເຈົ້າ​ໄດ້​ຖິ້ມ​ໂທດການ​ນຳ​ພາ​ທີ່​ລົ້ມ​ແຫຼວ ການ​ຂາດ​ແຄນ​ເຊື້ອ​ໄຟ ອັດຕ​າ​ເງິນ​ເຟີ້​ສູງ ແລະ​ການ​ສໍ້​ລາດ​ບັງ​ຫຼວງ​ທີ່​ແຜ່ກວ້າງ ໃສ່​ປະ​ທາ​ນາ​ທິ​ບໍ​ດີ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG