ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີ​ຣ່ານ​ກ່າວ​ວ່າ ກຳ​ປັ່ນ​ບັນ​ທຸກ​ນ້ຳ​ມັນ​ຂອງ​ຕົນ ຖືກ​ລູກ​ສອນ​ໄຟ ຢູ່ນອກ​ຝັ່ງ ຊາ​ອຸ​ດີ ອາ​ຣາ​ເບຍ


ກຳ​ປັ່ນ​ບັນ​ທຸກ​ນ້ຳ​ມັນ ທີ່​ແລ່ນ​ຜ່ານ​ຊ່ອງ​ແຄບ​ຮໍ​ມຸ​ສ ເມື່ອ​ວັນ​ທີ 21 ທັນ​ວາ 2018.
ກຳ​ປັ່ນ​ບັນ​ທຸກ​ນ້ຳ​ມັນ ທີ່​ແລ່ນ​ຜ່ານ​ຊ່ອງ​ແຄບ​ຮໍ​ມຸ​ສ ເມື່ອ​ວັນ​ທີ 21 ທັນ​ວາ 2018.

ເຈົ້າ​ໜ້າ​ທີ່​ອີ​ຣ່ານ​ກ່າວ​ວ່າ ມີ​ການ​ຍິງ​ລູກ​ສອນ​ໄຟ 2 ລູກ ໃສ່​ກຳ​ປັ່ນບັນ​ທຸກ​ນ້ຳ​ມັນ​ຂອງ​ອີ​ຣ່ານ ​ໃນ​ທະ​ເລ​ແດງ ຢູ່ນອກ​ຝັ່ງ​ຊາ​ອຸ​ດີ ອາ​ຣາ​ເບຍ ໃນ​ວັນ​ສຸກມື້ນີ້​.

ກຳ​ປັ່ນ​ບັນ​ທຸກ​ນ້ຳ​ມັນ​ຊາ​ບີ​ຕີ ຖືກ​ລູກ​ສອນ​ໄຟ ປະ​ມານ 130 ກິ​ໂລ​ແມັດ ຢູ່​ທາງ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້ ຂອງ​ເມືອງ​ທ່າ​ເຈັດ​ດາ ຂອງ​ຊາ​ອຸ​ດີ ອາ​ຣາ​ເບຍ ອີງ​ຕາມ​ລາຍ​ງານ​ຂອງ​ອົງ​ການ​ຂ່າວ IRNA ຂອງ​ທາງ​ການ​ອີຣ່ານ ຢູ່​ໃນ​ຖະ​ແຫຼງການ​ສະ​ບັບ​ນຶ່ງ ໂດຍ​ອ້າງ​ຄຳ​ເວົ້າ​ຂອງ​ເຈົ້າ​ໜ້າ​ທີ່​ບໍ​ລິ​ສັດ​ນ້ຳ​ມັນ​ແຫ່ງ​ຊາດ​ຂອງ​ອີຣ່ານ ຊຶ່ງ​ເປັນ​ເຈົ້າ​ຂອງ​ກຳ​ປັ່ນ​ລຳ​ດັ່ງ​ກ່າວ.

ເຫດລະ​ເບີດ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ຫ້ອງ​ເກັບ​ເຄື່ອງສອງ​ຫ້ອງ ເທິງ​ກຳ​ປັ່ນ​ບັນ​ທຸກ​ນ້ຳ​ມັນ​ແລະ​ເປັນ​ເຫດ​ໃຫ້​ມີ​ນ້ຳ​ມັນ​ຮົ່ວ​ໄຫຼ​ລົງ​ສູ່​ທະ​ເລ​ແດງ ແຕ່​ການ​ຮົ່ວ​ຂອງ​ນ້ຳ​ມັນ​ໄດ້ຢຸດເຊົາ​ໃນ​ເວ​ລາ​ຕໍ່​ມາ ອີງ​ຕາມ​ລາຍ​ງານ​ດັ່ງ​ກ່າວ.

ແຕ່​ແນວ​ໃດ​ກໍ​ຕາມ ອົງ​ການ​ຂ່າວ IRNA ບໍ່​ໄດ້​ແຈ້ງ​ໃຫ້​ຊາບ​ວ່າ ປະ​ເທດ​ໃດ​ທີ່​ອີ​ຣ່ານ​ສົງ​ໄສວ່າ ເປັນ​ຜູ້​ຍິງ​ລູກ​ສອນ​ໄຟ​ໃສ່​ກຳ​ປັ່ນ​ຂອງ​ຕົນ.

ນີ້​ແມ່ນ​ເຫດ​ຮ້າຍ​ຫລ້າ​ສຸດ​ຢູ່​ໃນ​ຂົງ​ເຂດ ໃນ​ຂະ​ນະ​ທີ່ຄວາມ​ເຄັ່ງ​ຕຶງລະ​ຫວ່າງ​ອີ​ຣ່ານ​ແລະ​ສະ​ຫະ​ລັດເພີ້ມສູງ​ຂຶ້ນ​ ໃນ​ໄລ​ຍະ​ຫຼາຍໆ​ເດືອນ​ຜ່ານ​ມານີ້.

ຊາ​ອຸ​ດີ ອາ​ຣາ​ເບຍ​ຍັງ​ບໍ່​ທັນ​ໃຫ້​ຄວາມ​ເຫັນ​ໃດໆ ກ່ຽວ​ກັບ​ການ​ໂຈມ​ຕີ​ຕາມ​ທີ່​ມີ​ການ​ກ່າວ​ຫານັ້ນ.

ກອງ​ທັບ​ເຮືອ​ທີ 5 ຂອງ​ສະ​ຫະ​ລັດ ຊຶ່ງ​ເປັນ​ຜູ້​ກຳ​ກັບ​ໃນ​ເຂດ​ດັ່ງ​ກ່າວ ເວົ້າ​ວ່າ ຕົນ​ຮູ້​ເລື້ອງ​ແລ້ວ ກ່ຽວ​ກັບ​ລາຍ​ງານ​ການ​ໂຈມ​ຕີ​ດັ່ງ​ກ່າວ ແຕ່​ບໍ່​ໄດ້​ໃຫ້​ຄວາມ​ເຫັນ​ຫຍັງ​ຕື່ມ.

ລາ​ຄາ​ນ້ຳ​ມັນ​ໄດ້​ຖີບ​ຂຶ້ນ 2 ເປີ​ເຊັນ ຫຼັງ​ຈາກ​ມີ​ລາຍ​ງານ​ກ່ຽວ​ກັບ​ການ​ໂຈມ​ຕີ​ທີ່​ວ່ານີ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG