ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີ 2 ຄົນ ຖືກ​ຍິງ​ຕາຍ ຢູ່​ເມືອງ​ຮາ​ລ​ເລີ ໃນປະ​ເທດ​ເຢຍ​ຣະ​ມັນ


ຕຳ​ຫຼວດ​ເຢຍ​ຣະ​ມັນ ຢູ່​ບ່ອນ​ຍິງ​ກັນ ໃນ​ເມືອງ​ຮາ​ລ​ເລີ ເມື່ອ​ວັນ​ທີ 9 ຕຸ​ລາ 2019.
ຕຳ​ຫຼວດ​ເຢຍ​ຣະ​ມັນ ຢູ່​ບ່ອນ​ຍິງ​ກັນ ໃນ​ເມືອງ​ຮາ​ລ​ເລີ ເມື່ອ​ວັນ​ທີ 9 ຕຸ​ລາ 2019.

ໄອ​ຍະ​ການຂອງ​ລັດ​ຖະ​ບານ​ກາງ​ເຢຍ​ຣະ​ມັນໄດ້​ເຂົ້າ​ຄວບ​ຄຸມ​ການ​ສືບ​ສວນ​ສອບ​ສວນ ກ່ຽວ​ກັບ​ການ​ຍິງ​ສັງ​ຫານ 2 ຄົນ ໃນ​ເມືອງ​ຮາ​ລ​ເລີ.

ພວກ​ໄອ​ຍະ​ການ​ ຂອງ​ລັດ​ຖະ​ບານ​ກາງ​ເຢ​ຍ​ຣະ​ມັນ ​ແມ່ນ​ເປັນ​ຜູ້ຄວບ​ຄຸມ​ຄະ​ດີ​ຕ່າງໆທີ່​ອາດ​ພົວ​ພັນ​ກັບ​ການ​ກໍ່​ການ​ຮ້າຍ​ແລະ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ.

​ການ​ຍິງ​ກັນ​ ແມ່ນ​ເກີດ​ຂຶ້ນ​ໃນ​ວັນ​ພຸດ​ວານນີ້ ໃກ້ໆ​ວັດ​ຂອງ​ສາ​ສະ​ໜາ​ຢິວ ແລະ​ຮ້ານ​ອາ​ຫານ​ກາ​ບັອບ​ຂອງ​ຊາວ​ເທີ​ກີ.

ຜູ້​ຊາຍ ທີ່​ມີ​ອາ​ວຸດ​ຄົບ​ມື​ຄົນ​ນຶ່ງ ໄດ້​ພະ​ຍາ​ຍາມ​ຫາ​ທາງເຂົ້າ​ໄປ​ໃນ​ວັດ​ສາ​ສະ​ໜາ​ຢິວ ຂະ​ນະທີ່​ມີ​ພວກ​ສວດ​ມົນ​ພາ​ວະ​ນາ​ປະ​ມານ 80 ຄົນ​ຢູ່​ຂ້າງ​ໃນເພື່ອ​ສະ​ຫຼອງ​ບຸນ​ຢົມ ກິບ​ເປີ້ (Yom Kippur) ຊຶ່ງ​ເປັນ​ວັນ​ນຶ່ງ​ທີ່​ສັກ​ສິດ​ທີ່​ສຸດ​ໃນ​ປະ​ຕິ​ທິນ​ຂອງ​ສາສະ​ໜາ​ຢິວ.

ເມື່ອ​ຜູ້​ກ່ຽວ​ບໍ່​ສາ​ມາດ​ເຂົ້​າ​ໄປ​ໃນ​ວັດ​ແລ້ວ ລາວ​ກໍ​ຍິງປືນ​ໃສ່​ແມ່​ຍິງ​ຄົນ​ນຶ່ງ​ທີ່​ຍ່າງ​ຢູ່​ຕາມ​ທາງ ແລະ​ຫຼັງ​ຈາກນັ້ນ​ກໍ​ຍິງ​ຜູ້​ຊາຍອີກ​ຄົນ​ນຶ່ງ ທີ່​ຢູ່​ຮ້ານ​ອາ​ຫານ​ກາ​ບັອບ.​

ລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ ທ່ານ​ຮອດ​ທ໌ ຊີ​ໂຮ​ເຟີ ກ່າວ​ວ່າ ພວກ​ເຈົ້າ​ໜ້າ​ທີ່​ຖືກວ່າ ການ​ຍິງ​ສັງ​ຫານ​ໃນ​ຄັ້ງ​ນີ້ ເປັນ​ການ​ກໍ່​ອາ​ຊະ​ຍາ​ກຳ​ດ້ວຍ​ຄວາມ​ກຽດ​ຊັງແລະ​ເປັນ​ການ​ໂຈມ​ຕີ​ຕໍ່​ຕ້ານ​ຊາວ​ຢິວ.

​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ມີ​ຜູ້​ຖືກ​ຈັບ​ນຶ່ງ​ຄົນ ແຕ່​ບໍ່​ໄດ້​ເປີດ​ເຜີຍ​ຂໍ້​ມູນ​ກ່ຽວ​ກັບ​ຜູ້​ຕ້ອງ​ສົງ​ໄສ​ຄົນ​ນີ້. ສື່ມວນ​ຊົນ​ຂອງ​ເຢຍ​ຣະ​ມັນ​ລາຍ​ງານ​ວ່າ ຜູ້​ກ່ຽວ​ເປັນ​ຄົນ​ເຢຍ​ຣະ​ມັນ​ອາ​ຍຸ 28 ປີ ແລະ​ມີ​ຊື່​ວ່າ ທ້າວ​ສະ​ຕີ​ຟານ ບີ.

ກຸ່ມ​ສືບ​ລັບ SITE ກ່າວ​ວ່າ ມື​ປືນ​ໄດ້​ອອກ​ວີ​ດີ​ໂອ​ສົດ​ຜ່ານ​ທາງ​ເວັບ​ໄຊ Twitch. ອົງ​ການ​ດັ່ງ​ກ່າວ​ແຈ້ງວ່າ ວີ​ດີ​ໂອ​ແມ່ນ​ເລີ້ມ​ດ້ວຍ ​ການ​ກ່າວ​ຂອງ​ມື​ປືນ ​ທີ່​ເວົ້າ​ວ່າ “ຊື່​ຂ້ອຍ​ແມ່ນ​ທ້າວ​ອາ​ນົນ ແລະ​ຂ້ອຍ​ຄິດ​ວ່າ ການ​ສັງ​ຫານ​ໝູ່​ຊາວ​ຢິວ ​ໂຮ-ໂລ​ຄອ​ສນັ້ນ ບໍ່​ເຄີຍ​ເກີດ​ຂຶ້ນ.” ນອກນັ້ນ ລາວ​ຍັງ​ໄດ້​ກ່າວ​ເຖິງການ​ຜັກ​ດັນ​ຮຽກ​ຮ້ອງ​ກ່ຽວກັບ​ສິດ​ທິ​ຂອງ​ພວກ​ແມ່​ຍິງ ແລະ “ການ​ເຂົ້າ​ເມືອງ​ຂະ​ໜາດ​ໃຫຍ່” ແລະ​ໄດ້​ສະຫຼຸບ​ວ່າ “ເຫດ​ຜົນ​ຕົ້ນ​ຕໍ​ຂອງ​ບັນ​ຫາ​ເຫຼົ່າ​ນີ້​ທັງ​ໝົດ​ແມ່ນ​ມາ​ຈາກ​ຊາວ​ຢິວ.”

ເວັບ​ໄຊ Twitch ທີ່​ບໍ​ລິ​ສັດ​ອາ​ເມ​ຊອນ​ເປັນ​ເຈົ້າ​ຂອງນັ້ນ ກ່າ​ວ​ວ່າ ຕົນ​ໄດ້ “ດຳ​ເນີນ​ການ​ຢ່າງ​ຮີບ​ດ່ວນ​ເພື່ອ​ລຶບ​ຂໍ້​ຄວາມ​ດັ່ງ​ກ່າວ​ອອກ ແລະ​ຈະ​ຢຸດ​ເຊົາຢ່າງ​ເປັນການ​ຖາ​ວອນ ບັນ​ຊີ​ໃດກໍ​ຕາມ ທີ່​ຖືກພົບ​ເຫັນ​ວ່າ ພິມ​ເຜີຍ​ແຜ່ ຫຼື​ແຊ​ຣ໌​ຕໍ່ເນື້ອ​ໄນ​ທີ່​ໜ້າ​ລັງ​ກຽດ​ນີ້.”

ສະ​ຖາ​ນີ​ລົດ​ໄຟ​ ທີ່​ເມືອງ​ຮາ​ເລີ ຊຶ່ງເປັນ​ເມືອງ​ທີ່​ມີ​ປະ​ຊາ​ຊົນ​ອາ​ໄສ​ຢູ່ 240,000 ຄົນນັ້ນ ໄດ້​ອັດ​ລົງ ໃນ​ການ​ເອົາ​ມາດ​ຕະ​ການ​ປ້ອງ​ກັນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG