ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄ່າ​ໄຟ​ຟ້າ ໃນ​ຊິມ​ບັບ​ເວ ໂດດ​ຂຶ້ນ 320 ເປີ​ເຊັນ


ໃນ​ເມື່ອຫຼາຍໆ​ຄົນ ​ບໍ່​ມີ​ໄຟ​ຟ້າ​ໃຊ້ ຫຼື​ບໍ່​ສາ​ມາດ​ຈ່າຍ​ຄ່າ​ໄຟ​ຟ້າ​ໄດ້ ທ້າວ​ເລີ​ມໍ ມາ​ຮູ​ຣາ (ຂວາ) ຊ່ວຍ​ທ້າວ​ລີ​ໂອ​ແນ​ລ ຫຼານ​ຊາຍ ອາ​ຍຸ 9 ປີ ຂອງ​ລາວ ເຮັດ​ການ​ບ້ານ ດ້ວຍ​ແສງ​ທຽນ ທີ່​ນະ​ຄອນ​ຫຼວງ​ຮາ​ແຣ​ເຣ. (23 ກໍ​ລະ​ກົດ 2019)
ໃນ​ເມື່ອຫຼາຍໆ​ຄົນ ​ບໍ່​ມີ​ໄຟ​ຟ້າ​ໃຊ້ ຫຼື​ບໍ່​ສາ​ມາດ​ຈ່າຍ​ຄ່າ​ໄຟ​ຟ້າ​ໄດ້ ທ້າວ​ເລີ​ມໍ ມາ​ຮູ​ຣາ (ຂວາ) ຊ່ວຍ​ທ້າວ​ລີ​ໂອ​ແນ​ລ ຫຼານ​ຊາຍ ອາ​ຍຸ 9 ປີ ຂອງ​ລາວ ເຮັດ​ການ​ບ້ານ ດ້ວຍ​ແສງ​ທຽນ ທີ່​ນະ​ຄອນ​ຫຼວງ​ຮາ​ແຣ​ເຣ. (23 ກໍ​ລະ​ກົດ 2019)

ຄ່າ​ໄຟ​ຟ້າ​ໃນ​ຊິມ​ບັບ​ເວ ໄດ້​ໂດດ​ຂຶ້ນ​ແບບ​ໜ້າ​ຕົກ​ໃຈ 320 ເປີ​ເຊັນ ໃນ​ວັນ​ພຸດ​ວານນີ້ ໃນ​ຂະ​ນະ​ທີ່​ປະ​ເທດ​ດັ່ງ​ກ່າວ ຍັງ​ສືບ​ຕໍ່​ຕົກ​ຢູ່​ໃນ​ວິ​ກິດ​ການ​ທາງ​ດ້ານ​ເສ​ດ​ຖະ​ກິດ ​ທີ່​ຮ້າຍ​ແຮງ​ສຸດ ມາ​ໄດ້​ທົດ​ສະ​ວັດ​ກວ່າໆ​ແລ້ວ.

ອົງ​ການ​ຄຸ້ມ​ຄອງກົດ​ລະ​ບຽບ​ພະ​ລັງ​ງານ​ຊິມ​ບັບ​ເວທີ່​ເອີ້ນ​ຫຍໍ້​ວ່າ ZERA ນັ້ນ ກ່າວ​ວ່າ ຕົນ​ໄດ້​ໃຫ້​ການ​ອະ​ນຸ​ມັດ ຕໍ່​ການ​ຂໍ​ຮ້ອງ​ຂຶ້ນ​ລາ​ຄ​າ​ຂອງ​ບໍ​ລິ​ສັດ​ໄຟ​ຟ້າ​ແຫ່ງ​ຊາດ​ຈາກ 38 ເຊັນ​ຂອງ​ຊິມ​ບັບ​ເວ​ຕໍ່​ກິ​ໂລ​ວັດ​ຊົ່ວ​ໂມງ ເປັນ 162 ເຊັນ​ຂອງ​ຊິມ​ບັບ​ເວ.

ການ​ຂຶ້ນ​ລາ​ຄາ​ດັ່ງ​ກ່າວ ແມ່ນ​ເທື່ອ​ທີ​ສອງ ໃນ​ຮອບ​ສາມ​ເດືອນ. ໃນ​ເດືອນ​ສິງ​ຫາ​ຜ່ານ​ມາ ອົງ​ການ ZERA ກໍ​ໄດ້​ໃຫ້​ການ​ອະ​ນຸ​ມັດ ຕໍ່​ການ​ຂຶ້ນ​ລາ​ຄາ 400 ເປີ​ເຊັນ​ໄປ​ແລ້ວ.

ພວກ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ການ​ຂຶ້ນ​ລາ​ຄາ​ແມ່ນ​ມີ​ຄວາມ​ຈຳ​ເປັນ ເພື່ອ​ໃຫ້​ບໍ​ລິ​ສັດ​ໄຟ​ຟ້າ​ສາ​ມາດ​ຊື້​ອຸບ​ປະ​ກອນ​ແລະ​ນ້ຳ​ມັນ​ເຊື້ອ​ໄຟ​ ສຳ​ລັບ​ຈັກ​ແລ່ນ​ໄຟ​ຟ້າ​ຂອງ​ຕົນ.

ພວກ​ສະ​ໜັບ​ສະ​ໜຸນ​ປະ​ທາ​ນາ​ທິ​ບໍ​ດີ​ແອັມ​ເມີ​ສັນ ມະ​ນັງ​ກັກ​ວາ ທີ່​ໄດ້​ເຂົ້າ​ຮັບ​ໜ້າ​ທີ່​ຫຼັງ​ຈາກ​ປະ​ທາ​ນາ​ທິ​ບໍ​ດີ​ໂຣ​ເບີດ ມູ​ກາ​ເບ ​ທີ່ຄອງ​ອຳ​ນາດ​ມາ​ເປັນ​ເວ​ລາ​ດົນ​ນານ ໄດ້​ຖືກ​ໂຄ່ນ​ລົ້ມ​ໃນ​ທ້າຍ​ປີ 2017 ນັ້ນ ຫວັງ​ວ່າ ທ່ານ​ຈະ​ສາ​ມາດ​ຟຶ້ື້ນ​ຟູ​ເສດ​ຖະ​ກິດ​ໄດ້​ຢ່າງວ່ອງ​ໄວ. ແຕ່​ຄວາມ​ຫວັງ​ດັ່ງ​ກ່າວນັ້ນ​ບໍ່​ໄດ້​ເກີດ​ຂຶ້ນ.

ທ່ານ​ມະ​ນັງ​ກັກ​ວາ ໄດ້​ຂໍ​ເວ​ລາ​ຕື່ມ ແລະ​ຂໍ​ໃຫ້​ປະ​ຊາ​ຊົນ​ມີ​ຄວາມ​ອົດ​ທົນ ໃນ​ຂະ​ນະ​ທີ່ອັດ​ຕາ​ເງິນ​ເຟີ້​ຂ​ອງ​ປະ​ເທດ​ຍັງ​ຖີບ​ໂຕ​ຂຶ້ນ​ປານ​ຈະ​ຫຼວດ.

ລັດ​ຖະ​ບານ​ໄດ້​ຢຸດ​ເຊົາ​ພິມ​ເຜີຍ​ແຜ່​ອັດ​ຕາ​ເງິນ​ເຟີ້ ຫຼັງ​ຈາກ​ມັນ​ໄດ້​ສູງ​ຂຶ້ນ 176 ເປີ​ເຊັນ​ໃນ​ເດືອນ​ມິ​ຖຸ​ນາ​ຜ່ານ​ມາ. ອົງ​ການກອງ​ທຶນ​ສຳ​ຮອງ IMF ກະ​ປະ​ມານວ່າ ໃນ​ເດືອນ​ສິງ​ຫາ​ຜ່ານ​ມານີ້ ອັດ​ຕາ​ເງິນ​ເຟີ້​ແມ່ນ​ສູງ​ເຖິງ 300 ເປີ​ເຊັນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG