ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທ​ຣຳ ວ່າ​ ການ​ຕັດ​ສິນ​ໃຈ ຖອນ​ທະ​ຫານ​ ສ​ຫລ ອອກ​ຈາກ​ຊີ​ເຣຍ ຖືກ​ຕ້ອງ ແຕ່​ກໍ​ສົ່ງ​ຄຳ​ເຕືອນ​ຢ່າງ​ແຮງ ຫາເທີ​ກີ


ທ່ານ ທ​ຣຳ​ກ່າວ​ຕໍ່​ພວກ​ນັກ​ຂ່າວ​ໃນ​ສະ​ໜາມ​ຫຍ້າ​ຂອງ​ທຳ​ນຽບ​ຂາວ ໃນ​ວັນ​ທີ 4 ຕຸ​ລາ, 2019
ທ່ານ ທ​ຣຳ​ກ່າວ​ຕໍ່​ພວກ​ນັກ​ຂ່າວ​ໃນ​ສະ​ໜາມ​ຫຍ້າ​ຂອງ​ທຳ​ນຽບ​ຂາວ ໃນ​ວັນ​ທີ 4 ຕຸ​ລາ, 2019

ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ​ຂອງ​ສະ​ຫະ​ລັດ ໄດ້​ສົ່ງ​ຄຳ​ເຕືອນແບບແຂງ​ຂັ​ນ ແຕ່​ກໍຂັດ​ແຍ້ງ​ກັນ​ໃນ​ວັນ​ຈັນ​ວານນີ້ວ່າ ທະ​ຫານ​ສະ​ຫະ​ລັດ​ຈະ​ຖອຍ​ອອກ​ເພື່ອ​ໃຫ້ເທີ​ກີ​ທຳ​ການໂຈມ​ຕີ ​ທີ່ຄາດ​ວ່າ​ຈະ​ມີ​ຂຶ້ນ​ຕໍ່​ຊາວ​ເຄີດ​ສ໌ ແຕ່ທ່ານ​ກໍ​ນາບຂູ່​ວ່າ​ຈະ​ທຳ​ລາຍ​ເສດ​ຖະ​ກິດ​ຂອງ​ເທີ​ກີ ຖ້າ​ຫາກວ່າ​ພວກ​ເຂົາ​ເຈົ້າ ​ກະ​ທຳ​ການ​ແບບ​ເກີນ​ໄປ.

"ຖ້າ​ຫາກ​ພວກ​ເຂົາ​ເຮັດ​ອັນ​ໃດ​ກໍ​ຕາມ​ທີ່ນອກ​ເໜືອ​ໄປ​ຈາກ​ສິ່ງ​ທີ່​ພວກ​ເຮົາ​ວ່າ ມີ​ມະ​ນຸດ​ສະ​ທຳ​ແລ້ວ, ພວກ​ເຂົາ​ກໍ​ອາດ​ປະ​ເຊີນ ​ກັບສະ​ພາບເສດ​ຖະ​ກິດ​ ຖືກ​ທຳ​ລາຍຢ່າງ​ຮ້າຍ​ແຮງ​ໃຫ້​ໝົດ​ໄປ​ຢ່າງ​ຮາບ​ຄາບໄດ້,” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ທ​ຣຳ ຕໍ່​ພວກ​ນັກ​ຂ່າວ​ໃນຕອນ​ບ່າຍ​ວັນ​ຈັນ​ວານນີ້.

ບັນ​ດາພັນທະ​ມິດ ຂອງ​ທ່ານປະ​ທາ​ນາ​ທິ​ບໍ​ດີ ໃນ​ພັກ​ຣີ​ພັບ​ບ​ລິ​ກັນ ໄດ້​ສະ​ແດງ​ຄວາມ​ໂກດ​ເຄືອງ​ຢ່າງ​ແຮງອອກ​ມາ​ ຕໍ່​ສະ​ພາບ​ທີ່ອາດຈະ​ໜີ​ປະ​ຊາວ​ເຄີດ​ສ໌​ໃນ
​ຊີ​ເຣຍ ຜູ້ທີ່​ເຄີຍໄດ້​ຕໍ່​ສູ້​ກັບ​ກຸ່ມ​ລັດອິ​ສ​ລາມ​ຄຽງ​ບ່າ​ຄຽງ​ໄຫລ່​ກັບ​ທະ​ຫານ​ຂອງ​ສະ​ຫະ​ລັດນັ້ນ​ໄປ.

ຜູ້​ນຶ່ງທີ່​ຢູ່​ໃນ​ພວກ​ຈົງ​ຮັກ​ພັກ​ດີ​ຕໍ່​ທ່ານ​ທ​ຣຳຫລາຍ​ທີ່​ສຸດຢູ່​ໃນ​ສະ​ພາ​ສູງ ໃນ​ວັນ​ຈັນ​ວານນີ້ ໄດ້​ເອີ້ນ​ການ​ຕັດ​ສິນ​ໃຈ​ດັ່ງ​ກ່າວ​ວ່າ "ມີ​ສາຍ​ຕາ​ສັ້ນ ແລະຂາດ​ຄວາມ​ຮັບ​ຜິດ​ຊອບ."

ໃນ​ຂະ​ນະ​ທີ່​ປາ​ກົດ​ໂຕ ​ຢູ່​ໃນ​ລາຍ​ການ "Fox & Friends" ຊຶ່ງ​ເປັນ​ລາຍ​ການ​ຕອນ​ເຊົ້າເຄືອ​ຂ່າຍ ​ຂອງ​ໂທ​ລະ​ພາບ​ຂ່າວສະ​ຫະ​ລັດ​ນັ້ນ ສະ​ມາ​ຊິກ​ສະ​ພາ​ສູງ​ຈາກພັກ​ຣີ​ພັບ​ບ​ລິ​ກັນ, ທ່ານ ລິນ​ຊີ ແກ​ຣມ (Lindsey Graham) ຖືກ​ຖາມ​ວ່າ ທ່ານ​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ຕໍ່​ການ​ເຄື່ອນ​ໄຫວ​ດັ່ງ​ກ່າວບໍ່.

ທ່ານ​ຕອບ​ວ່າ "ບໍ່ເລີຍ" ໂດຍ​ໃຫ້​ເຫດ​ຜົນ​ວ່າ ການ​ເຄື່ອນ​ໄຫວນັ້ນ "ເປັນ​ໄຊ​ຊະ​ນະ​ອັນ​ໃຫຍ່​ຫລວງ​ຂອງ​ກຸ່ມໄອ​ຊິ​ສ (ISIS)." ທ່ານ​ແກ​ຣມເວົ້າວ່າ ຊາວ​ເຄີດ​ສ໌ຢູ່​ໃນ​ຂົງ​ເຂດນັ້ນ ຈະຕ້ອງ​ໄດ້ເຮັດ​ຕາມຜູ້ຜະ​ເດັດການຊີ​ເຣຍ, ທ່ານ ບາ​ຊາ ອາ​ລ-ອາ​ຊາດ ເພາະ​ເຂົາ​ເຈົ້າ​ບໍ່​ມີ​ທາງ​ເລືອກ. ທ່ານ​ກ່າວ​ເພີ້ມ​ວ່າ "ສະນັ້ນ, ມັນ​ກໍເປັນ​ໄຊ​ຊະ​ນະ​ອັນ​ຫລວງ ​ສຳ​ລັບ​ອີ​ຣ່ານ ແລະ​ອາ​ຊາດ.”

ໃນ​ການ​ຕອບ​ຄຳ​ຖາມ​ຂອງວີ​ໂອ​ເອ​ ກ່ຽວ​ກັບ​ຄວາມ​ເປັນ​ຫ່ວງ​ຈາກ​ທັງ​ສອງ​ພັກ​ວ່າ ທ່ານ​ທ​ຣຳ​ໃນ​ໂຕ​ຈິງ​ແລ້ວ​ແມ່ນ​ພວມແປງ​ທາງໃຫ້ແກ່ເທີ​ເກີ ​ເພື່ອທຳ​ການ​ສັງຫານ​ໝູ່​ຕໍ່​ຊາວ​ເຄີດ​ສ໌ຢູ່ໃນ​ຊີ​ເຣຍ, ​ແຕ່ເຈົ້າ​ໜ້າ​ທີ່​ທ່ານ​ນຶ່ງໃນ​ຄະ​ນະ​ລັດ​ຖະ​ບານເວົ້າ​ວ່າ ການ​ກະ​ທຳ​ຂອງ​ສະ​ຫະ​ລັດ "ບໍ່​ໄດ້​ເປີດ​ໄຟ​ຂຽວ," ແລະ​ການກ່າວ​ຢືນ​ຢັນ​ເຊັ່ນ​ນັ້ນ ຖືວ່າ "ເປັນ​ຂາດ​ຂາດ​ຄວາມ​ຮັບ​ຜິດ​ຊອບ."

ບັນ​ດາ​ສະ​ມາ​ຊິກ​ຄົນສຳ​ຄັນຂອງ​ລັດ​ຖະ​ສະ​ພາຈາກ​ທັງ​ສອງ​ພັກໃຫຍ່​ຂອງ​ສະ​ຫະ​ລັດ ໄດ້​ຕຳ​ໜິ​ການ​ຕັດ​ສິນ​ໃຈ ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ຢ່າງ​ແຮງ.

ທ່ານ ມິດ ແມັກ​ຄອນ​ແນ​ລ, ຜູ້​ນຳສຽງ​ສ່ວນ​ຫລາຍ​ຢູ່​ໃນສະ​ພາ​ສູງ ແລະ​ທ່ານ ນາງ ແນນ​ຊີ ເປ​ໂລ​ຊີ, ປະ​ທານ​ສະ​ພາ​ຕ່ຳ ຕ່າງກໍໄດ້​ອອກ​ຖະ​ແຫລງ​ການຕຳ​ໜິ​ການ​ເຄື່ອນ​ໄຫວ​ດັ່ງ​ກ່າວນີ້.

ອ່ານ​ຂ່າວນີ້​ເພີ້​ມ​ເປັນ​ພາ​ສາອ​ັງ​ກິດ

XS
SM
MD
LG