ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ພາ​ຕ່ຳ ສ​ຫລ ອອກໝ​າຍ​ເກາະຮຽກ​ເອົາ ເອ​ກະ​ສານ​ກ່ຽວຂ້ອງ​ກັບ ​ການ​ສືບ​ສວນເພື່ອ ຟ້ອງ​ຮ້ອງ ປະ​ທາ​ນາ​ທິ​ບໍ​ດີ ຈາກ​ທຳ​ນຽບ​ຂາວ


ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລທ​ຣຳ​ ເວົ້າ​ລົມ​ຢູ່​ໃນ​ທຳ​ນຽບ​ຂາວ​ໃນ​ຂະ​ນະ​ທີ່​ຮອງ​ປະ​ທາ​ນາ​ທິ ບ​ໍ​ດີ ໄມຄ໌ ເພັນ​ສ໌ ຢືນ​ຟັງ ແລະ​ຫົວ ໃນວັນ​ທີ 4 ຕຸ​ລາ, 2019
ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລທ​ຣຳ​ ເວົ້າ​ລົມ​ຢູ່​ໃນ​ທຳ​ນຽບ​ຂາວ​ໃນ​ຂະ​ນະ​ທີ່​ຮອງ​ປະ​ທາ​ນາ​ທິ ບ​ໍ​ດີ ໄມຄ໌ ເພັນ​ສ໌ ຢືນ​ຟັງ ແລະ​ຫົວ ໃນວັນ​ທີ 4 ຕຸ​ລາ, 2019

ບັນ​ດາ​ສະ​ມາ​ຊິກ​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ​ໃນ​ສະ​ພາ​ຕ່ຳ​ຂອງ​ສະ​ຫະ​ລັດ ໄດ້​ສົ່ງ​ໝາຍ​ເກາະ​
ສັ່ງ​ໃຫ້​ທຳ​ນຽບ​ຂາວ​ມອບ​ເອ​ກະ​ສານທີ່​ກ່ຽວຂ້ອງ​ກັບ​ການ​ສືບ​ສວນ​ເພື່ອ​ຟ້ອງ​ຮ້ອງ​ປະ​ທາ​
ນາ​ທິ​ບໍ​ດີ​ດໍ​ໂນ​ລທ​ຣຳ​ນັ້ນ​ມາ​ໃຫ້.

ຫົວ​ໜ້າ​ຂອງຄະ​ນະ​ກຳ​ມະ​ການ 3 ຄະ​ນະ​ໄດ້ເວົ້າ​ຢູ່​ໃນ​ຖະ​ແຫລງ​ການ​ສະ​ບັບ​ນຶ່ງ ໃນ​ວັນ​ສຸກວານນີ້ວ່າ ຈຳ​ເປັນ​ຕ້ອງໄດ້​ສົ່ງ​ໝາຍ​ເກາະ​ດັ່ງ​ກ່າວ ເພາະ​ວ່າທຳ​ນຽບ​ຂາວ “​ປະ​ຕິ​ເສດ
ບໍ່​ຍອມ​ເຮັດຕາມ… ຫລື​ແມ່ນ​ກະ​ທັ້ງ​ບໍ່​ໄດ້​ສົນ​ໃຈໃຫ້​ຄຳຕອບ-- ເມື່ອ​ໄດ້​ມີການ​ຮ້ອງ​ຂໍ​ຕັ້ງ​
ຫລາຍ​ຄັ້ງວ່າ​ໃຫ້​ສົ່ງ​ເອ​ກະ​ສານ​ມາ​ໃຫ້​ຄະ​ນະ​ກຳ​ມະ​ການ​ຂອງພວກ​ເຮົາ​ດ້ວຍ​ຄວາມສະ
ໝັກ​ໃຈ.”

ພວກ​ນັກ​ສືບ​ສວນ​ຂອງ​ສະ​ພາ​ຕ່ຳ​ຍັງ​ໄດ້​ສົ່ງ​ຄຳ​ຮ້ອງ​ຢ່າງແຮງໃນ​ວັນ​ສຸກວານນີ້ ເພື່ອ​ຂໍ​
ເອົາ​ເອ​ກະ​ສານ​ຈາກ​ຮອງ​ປະ​ທາ​ນາ​ທິ​ບໍ​ດີໄມ​ຄ໌ ເພັນ​ສ໌ (Mike Pence) ​ອີກດ້ວຍກ່ຽວ
​ກັບ​ການ​ຕິດ​ຕໍ່​ພົວ​ພັນ​ຂອງ​ທ່ານ​ກັບ​ຢູ​ເຄ​ຣນ, ໂດຍ​ອ້າງ​ເຖິງ​ລາຍ​ງານ​ທີ່​ເວົ້າວ່າ ທີ່​ປຶກ​
ສາ​ຂອງທ່ານ ເພັນ​ສ໌ (Pence) ຄົນ​ນຶ່ງ​ອາດ​ຈະ​ໄດ້​ຍິນ​ການ​ໂອ້​ລົມ​ກັນ​ທາງ​ໂທ​ລະ​ສັບ​
ໃນ​ເດືອນ​ກໍ​ລະ​ກົດ​ຜ່ານ​ມາລະ​ຫວ່າງທ່ານ ທ​ຣຳ ກັບປະ​ທາ​ນາ​ທິ​ບໍ​ດີ​ໂວ​ໂລ​ດິ​ເມຍ ເຊ
​ເລັນ​ສ​ກີ (Volodymyr Zelenskiy) ທີ່​ເປັນ​ຈຸດ​ໃຈ​ກາງ​ຂອງ​ການ​ສືບ​ສວນ​ເພື່ອ​ຟ້ອງ​
ຮ້ອງ​ປະ​ທາ​ນາ​ທິ​ບໍ​ດີນີ້.

ກ່ອນ​ໜ້າ​ນັ້ນ​, ໃນ​ວັນ​ສຸກວານນີ້ເຊັ່​ນ​ກັນ, ທ່ານທ​ຣຳ ໄດ້​ກ່າວ​ເນັ້ນ​ຢ້ຳ​ວ່າ ທ່ານ​ມີ​ໜ້າ
ທີ່​ຕ້ອງ​ທຳຕາມ​ກົດ​ໝາຍ​ໃນ​ການ​ຕໍ່​ສູ້​ກັບ​ການ​ສໍ້​ລາດ​ບັງ​ຫລວງ, ​ໃນ​ການ​ກ່າວຄຳ​ປາໄສ
​ຫລ້າ​ສຸດທີ່​ອະ​ທິ​ບາຍ​ກ່ຽວ​ກັບ​ການ​ຮ້ອງ​ຂໍ​ຂອງ​ທ່ານ​ໃຫ້​ລັດ​ຖະ​ບານ​ຕ່າງ​ປະ​ເທດ​ທຳ​
ການ​ສືບ​ສວນ​ຕໍ່​ຄູ່​ແຂ່ງ​ທາງ​ການ​ເມືອງ​ຂອ​ງ​ທ່ານນັ້ນ.

"ອັນນີ້ບໍ່ໄດ້​ກ່ຽວ​ຂ້ອງ​ກັບ​ເລື້ອງ​ການ​ເມືອງ. ອັນ​ນີ້​ແມ່ນ​ກ່ຽວ​ກັບ​ການ​ສໍ້​ລາດ​ບັງ​ຫລວງ.
ຖ້າ​ທ່ານ​ຫາກ​ອ່ານ​ເບິ່ງ​ລັດ​ຖະ​ທຳ​ມະ​ນູນ​ຂອງ​ພວກ​ເຮົາ ແລະ​ອັນ​ອື່ນ​ອີກ​ຫລາຍ​ຢ່າງ​
ແລ້ວ ທ່ານ​ກໍຈະ​ເຫັນ​ວ່າ​ຂ້າ​ພະ​ເຈົ້າ​ມີ​ໜ້າ​ທີ່​ຕ້ອງ​ໄດ້​ກວດ​ເບິ່ງການ​ສໍ້​ລາດ​ບັງ​ຫລວງ. ​
ຂ້າ​ພະ​ເຈົ້າ​ມີພາ​ລະ ແລະ​ໜ້າ​ທີ່ອັນ​ແທ້​ຈິງທີ່​ຕ້ອງ​ປະ​ຕິ​ບັດ​ໃຫ້​ໄດ້,” ນັ້ນ​ຄື​ຄຳ​ເວົ້າ​ຂອງ​
ທ່ານ​ທ​ຣຳ ທີ່​ກ່າວ​ຕໍ່​ບັນ​ດານັກຂ່າວໃນ​ວັນ​ສຸກວານນີ້ ຢູ່​ທີ່ທຳ​ນຽບ​ຂາວ.

ຢູ່​ໃນ​ໝາກ​ຫົວ​ໃຈ​ຂອງການ​ສືບ​ສວນ​ເພື່ອ​ຟ້ອງ​ຮ້ອງ​ປະ​ທາ​ນາ​ທິ​ບໍ​ດີຂອງ​ບັນ​ດາ​ສະ​ມາ​
ຊິກສັງກັດ​ພັກເດ​ໂມ​ແຄ​ຣັດ​ຢູ່​ໃນ​ສະ​ພາ​ຕ່ຳ​ທີ່​ຄວບ​ຄຸມ​ໂດຍພັກ​ຝ່າຍ​ຄ້ານນັ້ນ ດໍ​ຄືສິ່ງ​
ທີ່ປະ​ທານ​ຂອງ​ຄະ​ນະ​ກຳ​ມະ​ການ​ດ້ານ​ສືບ​ລັບ, ທ່ານ ອາ​ດຳ ຊິ​ຟ (Adam Schiff)
ບອກ​ວ່າ "ເປັນ​ການ​ໂທ​ລະ​ສັບທີ່ບໍ່​ດີຊຶ່ງໃນ​ນັ້ນ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີໄດ້​ກົດ​ດັນ​ອຳ​ນາດ​
ຂອງ​ຕ່າງ​ປະ​ເທດ​ໃຫ້​ທຳ​ການ​ສືບ​ສວນ​ຄູ່​ປໍ​ລະ​ປັກ​ທາງ​ການ​ເມືອງ​ຂອງ​ຕົນທີ່​ເຮັດ​ໃຫ້​
ຄວາມ​ໝັ້ນ​ຄົງ​ຂອງ​ຊາດ​ໄດ້​ຮັບ​ຄວາມ​ເສຍ​ຫາຍ."

ຢູ່​ໃນ​ຄວາມ​ຄືບ​ໜ້າຢ່າງ​ຫລວງ​ຫລາຍກ່ຽວ​ກັບ​ເລື້ອງນີ້ນັ້ນ, ທ່ານ ມິດ ຣອມ​ນີ, ສະ​ມາ
ຊິກ​ສະ​ພາ​ສູງສັງ​ກັດ​ພັກ​ຣີ​ພັບ​ບ​ລິ​ກັນ​ຈ​າກ​ລັດຢູ​ທາ ໄດ້​ຂຽນ​ລົງ​ໃນ​ທວີດ​ເຕີ​ວ່າ: "ເມື່ອ​
ເບິ່ງ​ຈາກ​ສິ່ງ​ປາ​ກົດໃຫ້​ເຫັນ​ທຸກ​ຢ່າງ​ແລ້ວ, ການ​ຂໍ​ຮ້ອງ​ຢ່າງ​ໜ້າ​ດ້ານໆ​ຂອງ​ປະ​ທາ​ນາ​
ທິ​ບໍ​ດີ ໃຫ້​ຈີນ ແລະ​ຢູ​ເຄ​ຣນທຳ​ການ​ສືບ​ສວນ​ຕໍ່​ທ່ານ​ໂຈ ໄບ​ເດັນ​ນັ້ນ ເປັນ​ການ​ກະ​ທຳ
​ທີ່​ຜິດ ແລະໜ້າ​ເຫລືອ​ເຊື່ອ."

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG