ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທ​ຣຳ ສ​ະເໜີ​ວ່າໃຫ້ຕັ້ງເຄື​ອຂ່າຍ ຂ່າວ​ສານ ທີ່​ນຳ 'ເອົາ​ຂ່າວທີ່​ມີ​ຄວາມ​ຈິງ ໄປ​ໃຫ້​ຄົນ​ຮູ້'


ປ້າຍ​ຂອງ​ສຳ​ນັກ​ງານ​ວິ​ທະ​ຍຸສຽງ​ອາ​ເມ​ຣິ​ກາ ຫລື Voice of America ໃນ​ນະ​ຄອນ​ຫລວງວໍ​ຊິງ​ຕັນ
ປ້າຍ​ຂອງ​ສຳ​ນັກ​ງານ​ວິ​ທະ​ຍຸສຽງ​ອາ​ເມ​ຣິ​ກາ ຫລື Voice of America ໃນ​ນະ​ຄອນ​ຫລວງວໍ​ຊິງ​ຕັນ

ຢູ່​ໃນ​ການ​ກ່າວ​ຄຳ​ປາ​ໄສ​ໃນ​ວັນ​ພະ​ຫັດ​ວານນີ້ ປະ​ນາ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ​ ໄດ້ແນ​ເປົ້າ​ໝາຍ​ໃສ່​ອົງ​ການ​ຂ່າວ CNN ທີ່​ສ​ະເໜີ​ວ່າໃຫ້​ສ້າງຕັ້ງ​ເຄື​ອຂ່າຍຂ່າວ​ສານ​ "​ຂອງ​ພວກ​ເຮົາ​ເອງ" ເພື່ອ​ຕ້ານບໍ່​ກັບ​ການ​ເຂົ້າ​ເຖິງ​ທຸກ​ມຸມ​ໂລກ​ຂອງ ອົງ​ການ​ຂ່າວ​ສານຍັກໃຫຍ່ດັ່ງ​ກ່າວ ແລະ "ຂ່າວ​ຂີ້​ຕົວະ" ຂອງ​ມັນ.

ທ່ານ ທ​ຣຳ ໄດ້​ເວົ້າ​ເຖິງວິ​ທະ​ຍຸ​ສຽງ​ອາ​ເມ​ຣິ​ກາ ຫລື VOA ແລະ​ວິ​ທະ​ຍຸ​ຢູ​ໂຣບ​ເສ​ຣີ ​ຫລື Radio Free Europe ໂດຍ​ໃຊ້​ການ​ເວ​ລາທີ່ບ​ອກ​ເຖິງອະ​ດີດ​ໃນ​ຄຳ​ເວົ້າຂອງ​ເພິ່ນ ເຖິງ​ແມ່ນ​ວ່າອົງ​ການ​ທີ່​ໄດ້​ຮັບ​ທຶນ​ຈາກ​ລັດ​ຖະ​ບານ​ສອງ​ແຫ່ງນີ້ ຈະທຳ​ການ​ກະ​ຈາຍ​ສຽງໄປ​ໃຫ້​ຄົນປະ​ມານ 275 ລ້ານ​ຄົນ​ໃນ​ທົ່ວ​ໂລກ​ໃນແຕ່​ລະ​ອາ​ທິດ​ຢູ່​ກໍ​ຕາມ.

ໃນ​ຂະ​ນະ​ທີ່​ສະ​ແດງ​ຄວາມບໍ່​ພໍ​ໃຈ​ຕໍ່ອົງ​ການ​ຂ່າວ CNN ທີ່​ເປັນເປົ້າ​ໝາຍ​ຂອງ​ຄວາມ​ໂກດເຄືອງ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ຢູ່ນັ້ນ, ທ່ານທ​ຣຳ ໄດ້​ກ່າວ​ຕໍ່​ພວກ​ເຂົ້າ​ຮ່ວມ​ການໂຮມຊຸມ​ນຸມ​ຢູ່​ໃນ​ລັດ​ຟ​ລໍ​ຣິ​ດາ​ວ່າ "ພວກ​ເຮົາ​ເຄີຍ​ມີ ...ວິ​ທະ​ຍຸ​ ​ຢູ​ໂຣບເສ​ຣີ ຫລື Radio Free Europe ແລະ​ສຽງ​ອາ​ເມ​ຣິ​ກາ ຫລື Voice of America, ແລະພວກ​ເຮົາ​ໄດ້​ຕັ້ງ​ອົງ​ການ​ຂ່າວພວກນີ້​ຂຶ້ນ​ມາ​ເພື່ອ​ສ້າງ​ສາ​ປະ​ເທດ​ເຮົາ ແລະການເຮັດ​ແນວນັ້ນແມ່ນ​ບໍ່​ໄດ້​ຜົນ​ດີປານ​ໃດ."

ທ່ານທ​ຣຳ​ກ່າວ​ວ່າ "ແລະ​ພວກ​ເຮົາ​ຄວນ​ສ້າງຕັ້ງ​ເຄື​ອຂ່າຍຂ່າວ​ສານຂອງ​ພວກ​ເຮົາ​ເອງ ແລະ​ເອົາ​ຂ່າວ​ທີ່​ມີ​ຄວາມ​ຈິງ​ຈຳ​ນວນ​ນຶ່ງ​ອອກ​ໄປ​ໃຫ້​ຄົນ​ຮູ້ ເພາະ​ວ່າ ພວ​ກ CNN ແມ່ນບໍ່​ດີ​ຫລາຍ​ອີ່​ຫລີ." ທ່ານ​ກ່າວ​ຕໍ່​ໄປ​ວ່າ "ພວກ​ເຂົາ​ບໍ່​ດີ​ຫລາຍ​ສຳ​ລັບ​ປະ​ເທດຂອງ​ພວກ​ເຮົາ."

ບໍ່​ມີ​ໃຜ​ຮູ້​ຈະ​ແຈ້ງວ່າເປັນ​ຫຍັງທ່ານ​ປະ​ທາ​ນາ​ທິ​ບໍ​ດີຈຶ່ງ​ເວົ້າ​ເຖິງ​ອົງ​ການ​ຂ່າວ​ສອງ​ແຫ່ງນີ້ ແບບ​ຢູ່​ໃນ​ອະ​ດີດ. ບັນ​ດາ​ນັກ​ຂ່າວ​ຂອງ VOA ປະ​ຈຳ​ທຳ​ນຽບ​ຂາວ ໄດ້​ຖາມ​ທ່ານປະທາ​ນາ​ທິ​ບໍ​ດີເປັນ​ປະ​ຈຳ​ກ່ຽວ​ກັບ​ນະ​ໂຍ​ບາຍ​ຕ່າງ​ປະ​ເທດຂອງ​ສະ​ຫະ​ລັດ. ບໍ່​ພໍ​ເທົ່າ​ໃດ​ຊົ່ວ​ໂມງ​ຫລັງ​ຈາກການກ່າວ​ປາ​ໄສ​ຂອງ​ທ່ານປະ​ທາ​ນາ​ທິ​ບໍ​ດີຄັ້ງນັ້ນແລ້ວ ນັກ​ຂ່າວຂອງ VOA ປະ​ຈຳ​ທຳ​ນຽບ​ຂາວຄົນ​ນຶ່ງ​ກໍ​ໄດ້​ຖາມ​ທ່ານ ກ່ຽວ​ກັບ​ຄວາມ​ເປັນ​ໄປ​ໄດ້​ຂອງ​ການ​ກັບ​ຄືນ​ໄປ​ຫາ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ກັບ​ກຸ່ມ​ຕາ​ລີ​ບານ.

ປະທາ​ນາ​ທິ​ບໍ​ດີທ​ຣຳໄດ້​ເຂົ້າ​ຮ່ວມ​ການ​ສຳ​ພາດທີ່​ມີ​ການ​ຖ່າຍ​ວີ​ດິ​ໂອ​ຂອງ VOA ສອງ​ຄັ້ງ, ແລະ​ບັນ​ດາ​ເຈົ້າ​ໜ້າ​ທີ່​ທຳ​ນຽບ​ຂາວ​ມັກ​ຈະອອກ​ຄຳ​ເຫັນ ແລະບອກ​ຄວາມ​ເປັນ​ມາ​ກ່ຽວ​ກັບ​ເລື້ອງ​ຕ່າງໆ​ໃຫ້ແກ່ VOA.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG